Breaking News

Daily Archives: 20/09/2016

ຜູ້ຈັດການທີ່ສຸຂຸມ ຕ້ອງດຶງພະລັງຄວາມຄິດທີ່ສ້າງສັນຂອງຄົນອ້ອມຂ້າງ

  ຜູ້ຈັດການຍິງຍຸກໃໝ່ ທີ່ເອົາໃຈໃສ່ໃນທຸກເລື່ອງ ຮູ້ຈັກການບໍລິຫານຈັດການຕະຫຼອດເວລາ ທັງວຽກບໍລິສັດ ແລະ ວຽກຄອບຄົວ ກໍບໍ່ຫວັ່ນເຮັດໃຫ້ເກີດແນວຄິດສ້າງສັນໃໝ່ໆກັບຊີວິດຄົນເມືອງຫຼວງຂອງຍຸກດີຈີຕອນ ລວບລວມປະສົບການຈາກຫຼາຍບ່ອນ ໃຫ້ເປັນໜຶ່ງດຽວ ບໍ່ວ່າຈະເປັນປະສົບການດ້ານການ ບໍລິການ, ສື່ໂຄສະນາ ແລະ ການບໍລິຫານແລະວາງແຜນ ເພື່ອໃຫ້ກ້າວໄປເປັນຜູ້ບໍລິຫານທີ່ດີລະດັບມືອາຊີບ. ເຮັດວຽກເກັ່ງ ແລ້ວຍັງມີແນວຄິດທີ່ສ້າງສັນໃນແບບແຜນການບໍລິຫານທີ່ດີ ນາງ ວິໄລວັນ ຈັນເທລີ ຜູ້ຈັດການ ໄວ 33 ປີ ອາດຈະໄດ້ຄວາມເກັ່ງນັ້ນມາຈາກປະສົບການ ການເຮັດວຽກຈາກຫຼາຍບ່ອນ ລວມທັງໄດ້ປະສົບການ ການບໍລິຫານທຸລະກິດຄອບຄົວທີ່ຜ່ານມາ ເອີ້ນວ່າ ເປັນນັກວາງແຜນດ້ານການຕະຫຼາດ-ການຄ້າທີ່ດີຄົນຫນື່ງຈາກທັງວຽກອົງກອນ ແລະ ສ່ວນຕົວ ນາງເລີ່ມຈາກວຽກການບໍລິການ, ວຽກສື່ໂຄສະນາຕ່າງໆ ແລະ ເປັນຜູ້ຈັດການຝ່າຍຍີ່ຫໍ້ຜະລິດຕະພັນ ຈາກປະສົບການດັ່ງກ່າວ ສ້າງໃຫ້ ວິໄລວັນ ເປັນຄົນເກັ່ງຂຶ້ນເລື້ອຍໆ ຈຶ່ງບໍ່ແມ່ນເລື່ອງແປກທີ່ລາວໄດ້ຫັນບົດບາດຕົນເອງມາເປັນ ຜູ້ຈັດການຝ່າຍການຕະຫຼາດ-ການຄ້າ ທີ່ສາມາດ ຄິດວິເຄາະ ແລະ ວາງແຜນການຕະຫລາດໃຫມ່ໆອອກມາ ປະສົບການເຮັດວຽກທີ່ຜ່ານມາໄດ້ຫຍັງແດ່ ? “ປະສົບການທີ່ໄດ້ມາແມ່ນ …

Read More »

Hot Hit ແລະ In-trend ກັບກະແສເສື້ອຜ້າ DIY

ສະບາຍດີສາວໆມື້ນີ້ Trend Kuanjai Hight-Show ຈະພາສາວໆໄປ Hot Hit ແລະ In-trend ກັບກະແສ DIY ເຊິ່ງເປັນເສື້ອຜ້າທີ່ໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ ໂດຍສະເພາະ Sticker ເກ໋ໆ ເທ້ໆ ທີ່ຈັບມາຕິດແປະກັບເຄື່ອງນຸ່ງແລ້ວຄັກສຸດໆບໍ່ວ່າຈະເປັນ ໂສ້ງ ເສື້ອ ກະເປົ໋າ ເກີບ ເບິ່ງແລ້ວເຂົ້າກັນໜົດ ສາວໆທ່ານໃດທີ່ສົນໃຈຢາກລອງເຮັດ DIY ເສື້ອຜ້າໄວ້ໃສ່ເທ້ໆກໍ່ໄດ້ເລີຍເດີ້.              

Read More »

ເມື່ອຍແລ້ວ! ກັບການເລີ່ມຕົ້ນໃໝ່ອີກຄັ້ງ

ບໍ່ຢາກເລີ່ມຕົ້ນໃໝ່ກັບໃຜອີກແລ້ວ ປະໂຫຍກນີ້ດັງຢູ່ໃນໃຈຂອງໃຜຫຼາຍໆຄົນ ເພາະການເລີ່ມຕົ້ນໃໝ່ ຕ້ອງໄດ້ເລີ່ມຕົ້ນດ້ວຍການ ທັກທາຍ ຮູ້ຈັກຊື່, ຮຽນຮູ້ນິດໄສໃຈຄໍ ຕ້ອງໄດ້ເລີ່ມທໍາຄວາມເຂົ້າໃຈກັນໃໝ່ໝົດ ຕ້ອງສ້າງຄວາມເຊື່ອໃຈ ປັບຕົວໃຫ້ເຂົ້າກັນໃໝ່ ຕ້ອງເລີ່ມນັດພົບກັນຄັ້ງທຳອິດ, ຈູບກັນຄັ້ງທຳອິດ ຕ້ອງເລີ່ມງໍ້ກັນ, ຕ້ອງເລີ່ມຮຽນຮູ້ຂໍ້ດີ ແລະ ຍອມຮັບຂໍ້ບໍ່ດີກັນໃໝ່ອີກ ເປັນຕົວຂອງຕົວເອງໄດ້ບໍ່ເຕັມທີ ແລ້ວທຸກຢ່າງກໍເປັນເລື່ອງໃໝ່ ແລະສິ່ງທີ່ສຳຄັນທີ່ສຸດແມ່ນ ມັນຍາກບ່ອນທີ່ເຮົາບໍ່ສາມາດລົບລ້າງຄວາມຜູກພັນກັບຄົນເກົ່າໄດ້ ແລ້ວກໍຕ້ອງມານັ່ງຈົມປັກກັບຄວາມຮູ້ສຶກເກົ່າໆ ບໍ່ສາມາດເລີ່ມໃໝ່ກັບໃຜໄດ້ ພຽງແຕ່ຄິດຊໍານີ້ກໍເມື່ອຍແລ້ວ ທີ່ຈະຕ້ອງມາແບກຮັບສິ່ງເຫຼົ່ານີ້ ເພາະສະນັ້ນ ເຮົາຕ້ອງເບິ່ງແຍງດູແລກັນໃນມື້ນີ້ໃຫ້ດີທີ່ສຸດ ບໍ່ຖີ້ມກັນໃນເວລາທີ່ພົບກັບບັນຫາ ບັນຫາໃດທີ່ໜັກ-ເບົາ ກໍໃຫ້ອະໄພກັນ ຄົນທີ່ຈະເຂົ້າໃຈກັນນັ້ນ ພຽງແຕ່ເບິ່ງຕາກັນກໍຮູ້ສຶກໄດ້ເຖິງຄວາມຕ້ອງການຂອງອີກຝ່າຍ ວ່າຕ້ອງການຫຍັງ ແລະ ຄິດຫຍັງຢູ່ ມັນຊອກຍາກແທ້ໆຄົນແບບນີ້.

Read More »

ອາຫານເສີມແບບເມັດໄດ້ຜົນດີແທ້ ຫຼື ບໍ່ ?

  ມື້ນີ້ ວາລະສານ ຂັວນໃຈ ໄດ້ນໍາເອົາຄໍາຄິດເຫັນຈາກຜູ້ທີ່ເຄີຍກິນອາຫານເສີມແບບເມັດ ແລະ ຄວາມຄິດເຫັນຂອງທ່ານໝໍມາຝາກ ສຳລັບສາວໆທ່ານໃດທີ່ກຳລັງບໍ່ເຂົ້າໃຈວ່າ ການກິນອາຫານເສີມແບບເມັດນັ້ນ ດີແທ້ ຫຼື ບໍ່? ມາເບິ່ງກັນເລີຍ: ສໍາລັບຄົນທີ່ເຄີຍກິນອາຫານເສີມແບບເມັດໄດ້ເວົ້າວ່າ: ມັນດີຕໍ່ຮ່າງກາຍເຮັດໃຫ້ຮູ້ສຶກມີສຸຂະພາບດີ, ສົດຊື່ນ ແລະ ທ່ານໝໍໄດ້ເວົ້າວ່າ ອາດຈະມີຄົນທີ່ກິນໄປແລ້ວໄດ້ຜົນດີແທ້ ຍ້ອນລິດຂອງຢານັ້ນມີ 100% ແລ້ວຜູ້ທີ່ກິນສາມາດດູດຊຶມສານອາຫານໄດ້ 40-50% ຖືວ່າໄດ້ຜົນດີ ແຕ່ຖ້າຈະນໍາເອົາໄປໃຊ້ໃນຮ່າງກາຍໃຫ້ໄດ້ແທ້ນັ້ນແມ່ນຄ່ອນຂ້າງວັດແທກໄດ້ຍາກ ນອກຈາກຈະໄດ້ການຮັບຮອງຈາກແພດທີ່ເປັນຜູ້ໃຫ້ສານອາຫານເສີມແບບເມັດເຫຼົ່ານີ້ ຫຼື ພາກສ່ວນໜຶ່ງມາຈາກຈິດໃຈຂອງຜູ້ກິນຫຼາຍກວ່າເຊິ່ງຢາເຫຼົ່ານັ້ນບໍ່ໄດ້ເຮັດໃຫ້ເກີດຜົນດີແຕ່ຢ່າງໃດ ມັນເປັນເລື່ອງຂອງຈິດໃຈຫຼາຍກວ່າຈາກຄົນທີ່ກິນອາຫານເສີມແບບເມັດເຂົ້າໄປແລ້ວບອກວ່າໄດ້ຜົນດີແທ້ນັ້ນເອງ, ແພດຜູ້ຊ່ຽວຊານຍັງເວົ້າຕື່ມອີກວ່າໃນການເລືອກກິນອາຫານເສີມແບບເມັດດີ ຫຼື ບໍ່ນັ້ນແມ່ນຂຶ້ນຢູ່ກັບການພິຈາລະນາວ່າຮ່າງກາຍຂອງເຮົານັ້ນຈໍາເປັນຕ້ອງໄດ້ຮັບສານອາຫານເຫຼົ່ານີ້ ຫຼື ບໍ່ ແຕ່ຖ້າຢາກກິນແນະນໍາໃຫ້ຄວນຮັບປະທານອາຫານຈາກທໍາມະຊາດຈະດີທີ່ສຸດ.    

Read More »