Breaking News

Beauty

9 ວິທີ “ຮັກ” ຢ່າງມີຄວາມສຸກ! Share ເກັບໄວ້ໄປເຮັດດ່ວນ! ຖ້າຢາກຄອງຮັກໄປດົນໆ (ຄວາມຮັກເຮັດໃຫ້ໂລກສົດໃສ ແຕ່ຈະສຸກໃຈກວ່າຖ້າຮັກຢ່າງຖືກວິທີ)

9 ວິທີ “ຮັກ” ຢ່າງມີຄວາມສຸກ! Share ເກັບໄວ້ໄປເຮັດດ່ວນ! ຖ້າຢາກຄອງຮັກໄປດົນໆ (ຄວາມຮັກເຮັດໃຫ້ໂລກສົດໃສ ແຕ່ຈະສຸກໃຈກວ່າຖ້າຮັກຢ່າງຖືກວິທີ) ຖ້າເຈົ້າເປັນຄົນໜຶ່ງທີ່ມີຄວາມຮັກອັນຫວານຊື່ນຢູ່ ແຕເມື່ອຕ້ອງຢູ່ຫ່າງກັນກໍທໍາໃຈບໍ່ໄດ້ ຕ້ອງຮູ້ຈັກກັບ 9 ວິທີ “ຮັກ” ຢ່າງມີຄວາມສຸກເອົາໄວ້ເລີຍ ເພາະຄວາມຮັກທີ່ດີ ຄືຄວາມຮັກທີ່ເຮັດໃຫ້ສຸຂະພາບຈິດດີ ເມື່ອເຂົາຂາດເຮົາກໍບໍ່ທຸກໃຈ ແລະພື້ນຖານຄວາມສໍາພັນທີ່ດີຂອງຄວາມຮັກກໍຄື “ການຮັກຕົວເອງ” ຂີດເສັ້ນໃຕ້ເອົາໄວ້ເລີຍວ່າເປັນຄົນລະເລື່ອງກັຍຄວາມເຫັນແກ່ຕົວ ແລະທັງ 9 ວິທີທີ່ສາວໆຈະໄດ້ຮູ້ຈັກກັນໃນມື້ນີ້ ກໍຈະຊ່ວຍໃຫ້ສາວໆ ຮັກຕົວເອງ ແລະມີສຸຂະພາບຈິດທີ່ດີເພື່ອຄອງຮັກກັນຢ່າງຍາວນານກັນນໍາ ມີຄວາມສຸກໄດ້ດ້ວຍຕົນເອງ ເຖິງວ່າຄູ່ຮັກຈະຮັກກັນມາດົນຂະໜາດໃດ ແຕ່ກໍບໍ່ໄດ້ຢູ່ນໍາກັນຕະຫຼອດເວລາ ເຊິ່ງຕອນນີ້ແຫຼະສາວໆ ຈະເລີ່ມຄິດຫຼາຍໄດ້ຕະຫຼອດເວລາ ວ່າຄວາມຮັກຂອງເຮົາຍັງຄົງໝັ້ນຄົງຄືເກົ່າ ຫຼືບໍ່ ຖ້າໃຜມີອາການແບບນີ້ ຕ້ອງຟ້າວຊອກກິດຈະກໍາເຮັດໂດຍດ່ວນເລີຍເດີ່ສາວໆ ຕ້ອງຊອກສິ່ງອື່ນມາສ້າງຄວາມສຸກໃຫ້ກັບຕົນເອງ ຢ່າໃຫ້ຊາຍໜຸ່ມເປັນພຽງເຄື່ອງຢຶດໜ່ຽວດຽວຂອງເຈົ້າ ແລ້ວສາວໆຈະບໍ່ທຸກ ຫຼືຄິດຮອດເຂົາຈົນຮູ້ສຶກຫົດຫູ່ອີກຕໍ່ໄປ ເອົາໃຈໃສ່ຄົນຮັກ ຄວາມເອົາໃຈໃສ່ເປັນເວດມົນທີ່ເຮັດໃຫ້ຄວາມຮັກໝັ້ນຄົງຍາວນານ ສາວໆຄວນເຝິກຄວາມເອົາໃຈໃສ່ໃຫ້ເປັນນິໄສເລີຍເດີ່ ເພາະຜູ້ຊາຍມັກຫຼາຍ ເວລາໄດ້ຮັບການເບິ່ງແຍງ ເຂົາສໍາພັດໄດ້ເຖິງຄວາມຮັກທີ່ສາວໆມີໃຫ້ເຂົາ ເຊິ່ງຄວາມສຸກຂອງເຂົາກໍຈະສົ່ງຜົນໃຫ້ສາວໆມີຄວາມສຸກນໍາແມ່ນບໍ່? ສິ່ງນີ້ແຫຼະທີ່ເຮັດໃຫ້ຄວາມສໍາພັນສຸຂະພາບດີ ບໍ່ວ່າຈະເບິ່ງໄປທາງໃດກໍເປັນສີບົວ …

Read More »

ອາຍຸເຂົ້າສູ່ໄວເລກ 2 ນໍາໜ້າແລ້ວ! ຄວນເບິ່ງແຍງຕົວເອງແນວໃດບໍ່ໃຫ້ແກ່ກ່ອນໄວ!!!

ອາຍຸເຂົ້າສູ່ໄວເລກ 2 ນໍາໜ້າແລ້ວ! ຄວນເບິ່ງແຍງຕົວເອງແນວໃດບໍ່ໃຫ້ແກ່ກ່ອນໄວ!!! ອາຍຸເຂົ້າສູ່ໄລຍະເລກ 2 ນໍາໜ້າແລ້ວ ຢ່າຫຼົງດີໃຈໄປເດີ່ສາວໆ ວ່າຜິວຂ້ອຍດີຢູ່ແລ້ວບໍ່ຈໍາເປັນຕ້ອງບໍາລຸງຂະໜາດນັ້ນກໍໄດ້ ຄິດຜິດແລ້ວຈ່າ ເພາະຖ້າເຮົາປ່ອຍໄປບໍ່ເບິ່ງແຍງແຕ່ດຽວນີ້ ອາດຈະລໍ້າ ຜິວພັນ ໃບໜ້າລໍ້າອາຍຸຊົວໆ ສະນັ້ນ ເຮົາມາບໍາລຸງ ແລະເບິ່ງແຍງຜິວພັນກັນດີກວ່າ ເປັນແມ່ນຍິງຢ່າຢຸດງາມ ແມ່ນບໍ່? ທາຄີມກັນແດດທຸກຄັ້ງທີ່ຕ້ອງອອກໄປພົບແສງແດດ ກ່ອນອອກແດດທຸກຄັ້ງຄີມກັນແດດສໍາຄັນທີ່ສຸດ ເພາະຈະຊ່ວຍໃຫ້ຜິວພັນຂອງສາວໆນັ້ນບໍ່ໝອງ ຫຼືເກີດຮອຍແຫ່ວກ່ອນໄວອັນຄວນ ນອກຈາກນີ້ຍັງຊ່ວຍໃຫ້ຜິວຂອງສາວໆນັ້ນເບິ່ງຂາວມີອໍຣ່າອີກດ້ວຍ ບໍ່ຕ້ອງໄປສີດແລ້ວພວກສານເຄມີທັງຫຼາຍ ພຽງທາກໍພໍແລ້ວ ໃສ່ແວ່ນກັນແດດ ເປັນທີ່ຮູ້ກັນດີວ່າ ແດດບ້ານເຮົາມັນຮ້ອນຂະໜາດໃດ ສະນັ້ນ ສາວໆຄວນທີ່ຈະໃສ່ແວ່ນກັນແດດໄດ້ແລ້ວ ບໍ່ດັ່ງນັ້ນຜິວໜັງບໍລິເວນອ້ອມຕາອາດຈະຖືກທໍາຮ້າຍໄດ້ງ່າຍ ໃສຈະຮອຍແຫ່ວທີ່ບໍ່ພຶງປະສົງ ໃສຈະຮອຍດໍາໃຕ້ຕາ ເລືອກເອົາແລ້ວກັນສາວໆວ່າຢາກໄດ້ແບບໃດ ເພາະແມ່ຍິງເຮົາງາມເລືອກໄດ້ (555) ຮັກສາສິວໃຫ້ຖືກວິທີ ໃຜທີ່ເປັນສິວຕະຫຼອດ ຄວນຮັກສາໃຫ້ຖືກວິທີ ໂດຍການໃຊ້ເຈລແຕ້ມສິວ ຢ່າໄປຈົກ ແກະ ເກົາເດັດຂາດ ເພາະຈະສົ່ງຜົນໃຫ້ຜິວໜັງເທິງໃບໜ້າເຈົ້າເຕັມໄປດ້ວຍຮອຍແຫ່ວ ແຜເປັນ ຜິງບໍ່ສະໝໍ່າສະເໝີ ຖ້າຢາກໃບໜ້ານຽນສະໝໍ່າສະເໝີຄວນຮັກສາສິວໃຫ້ຖືກວິທີເດີ່! ບໍ່ແຕ່ງໜ້າເຂັ້ມ ເຂົ້າສູ່ຊ່ວງອາຍຸເລກ …

Read More »

ວູດດີ້ ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ຄວງສາມີສະວີດຫວານທີ່ ຫຼວງພະບາງ

ວ້າວວວໆໆໆ!!! ວູດດີ້ ມິລິນທະຈິນດາ ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ມີໂອກາດເດີນທາງມາທ່ອງທ່ຽວທີ່ ແຂວງ ຫຼວງພະບາງ ປະເທດລາວຂອງເຮົາ ຕັ້ງແຕ່ວັນທີ 10 ມັງກອນ 2017  ທີ່ຜ່ານມາ, ພໍແຕ່ມາຮອດ ໜຸ່ມ ວູດດີ້ ກໍມີໂອກາດໄດ້ໄປຢ້ຽມຢາມຮ້ານຕໍາໝາກຮຸ່ງຊື່ດັງພາຍໃນຕົວເມືອງ ຫຼວງພະບາງ, ທ່ອງທ່ຽວລ່ອງເຮືອ ແລະ ຍັງມີໂອກາດໄດ້ໄປນໍ້າຕົກຕາດ ກວາງຊີ ແລະ ຍັງໄດ້ຖ່າຍຮູບບັນຍາກາດທຳມະຊາດ ໂຊຄວາມຫວານ ຄວາມໜ້າຮັກກັບສາມີ ແລະ ຍັງໄດ້ໂພສຜ່ານອິນສະຕາແກຼມໃຫ້ແຟນໆໄດ້ກົດໄລ້ກົດແຊຣກັນລົວໆ. ປັດຈຸບັນ ອ້າຍ ວູດດີ້ ກໍໄດ້ເດີນທາງກັບປະເທດເປັນທີ່ຮຽບຮ້ອຍແລ້ວ, ຢ່າງໃດກໍຍິນດີຕ້ອນຮັບເຂົ້າສູ່ປະເທດລາວເດີ້ ອ້າຍ ວູດດີ້!!! กลับมาหลวงพระบาง สิ่งแรกที่ทำหลังจากเครื่องลงคือ ต้องแวะมาหาเจ๊ติ๋ม ส้มตำของเจ๊ติ๋มคือที่สุด วันนี้หน้าผมเจ๊ก็สุดไม่แพ้ส้มตำ ❤️ A post shared by WOODY (@woodytalk) on Jan 10, …

Read More »

ງາມໆທັງນັ້ນ! ສ່ອງ Idea ເລີດໆຂອງເຫຼົ່າຄົນບັນເທີງກັບການແຕ່ງຊຸດໄໝລາວອອກງານ

ງາມໆທັງນັ້ນ! ສ່ອງ Idea ການແຕ່ງຊຸດໄໝລາວອອກງານຂອງເຫຼົ່າຄົນບັນເທີງເຊັ່ນ: ລູກນໍ້າ ທິດາລັດ ວົງສິຣິ, ຫຼິງຫຼິງ ປິຍະດາ ອິນທະວົງ, ສຽວຜິງ ໄຊຍະລິນ, ນຸຖາ ລາດຊະວົງເລົາ, ບາບີ້ ປິຍະມາດ ແລະ ແອນນິຕ້າ ທິວາພອນທີ່ພວກເຂົານຸ່ງຊຸດໄໝລາວອອກງານໄດ້ງາມ ແລະ ມີສະຕາຍຂອງໃຜລາວ ລອງມາເບິ່ງກັນເບິ່ງເນາະ, ສຳລັບແຟນໆທ່ານໃດຖ້າຍັງບໍ່ມີ Idea ໃນການເລືອກຊຸດ, ສີ ຫຼື ຍັງຄິດບໍ່ອອກວ່າຈະໃສ່ຊຸດໄໝລາວແບບໃດອອກງານ ກໍລອງເບິ່ງແບບທີ່ຄົນບັນເທີງເຫຼົ່ານີ້ໄດ້ສວມໃສ່ລອງເບິ່ງເດີ້ ຮັບຮອງໄດ້ໄອເດຍໃໝ່ໆໃນການຕັດຊຸດ ແລະ ເຂົ້າກັບຕົນເອງແນ່ນອນ ລູກນໍ້າ ທິດາລັດ ວົງສິຣິ ດາລາ-ນັກສະແດງ A post shared by Louknum Thidalat Vongsili (@louknumthidalat) on Dec 4, 2017 at 10:34pm PST …

Read More »

ເລີກດ່ວນ… ຖ້າບໍ່ຢາກມີນໍ້າຕາ! 7 ປະເພດຜູ້ຊາຍທີ່ບໍ່ຄວນອອກຫ່າງໃຫ້ໄກທີ່ສຸດ ຄົບແລ້ວຈະຊໍ້າໃຈຈົນມື້ຕາຍ!!!

ເລີກດ່ວນ… ຖ້າບໍ່ຢາກມີນໍ້າຕາ! 7 ປະເພດຜູ້ຊາຍທີ່ບໍ່ຄວນຄົບ ຄົບແລ້ວຈະຊໍ້າໃຈຈົນມື້ຕາຍ ສະບາຍດີສາວໆ ມື້ນີ້ກໍເປັນອີກມື້ໜຶ່ງທີ່ອາກາດດີ໋ດີ (ດີຈົນຕົວສັ່ນ) ແລະແນ່ນອນວ່າມາພົບກັນໃນມື້ນີ້ ຕ້ອງມີຫຍັງດີໆມາຝາກມາຕ້ອນສາວໆກັນແນ່ນອນ ມື້ນີ້ເຮົາຈະພາສາວໆມາທໍາຄວາມຮູ້ຈັກກັບ ຜູ້ຊາຍ 7 ປະເພດ! ທີ່ສາວໆຄວນເອົາຕົວອອກຫ່າງ ຢ່າພາດເອົາມາເປັນຄູ່ຊີວິດເດັດຂາດ ບໍ່ດັ່ງນັ້ນເຈົ້າອາດຈະຕ້ອງເສຍໃຈ ເສຍນໍ້າຕາໄປຈົນຮອດມື້ຕາຍແນ່ນອນແຫຼະ! ນໍາມາເບິ່ງກັນດີກວ່າວ່າມີຜູ້ຊາຍປະເພດໃດແດ່ ຈະໄດ້ຫຼີກກັນຖືກ!!! ເຈົ້າຊູ້ບໍ່ຮູ້ຈັກພໍ ຜູ້ຊາຍບໍ່ເຈົ້າຊູ້ຄືງູບໍ່ມີພິດ ແຕ່ຖ້າພິດງູມັນຮຸນແຮງຈົນຕອດເຈົ້າໃຫ້ເຈັບໄປທັງໃຈ ພິດຈະແລ່ນຕາມກະແສເລືອດອາດຈະເຖິງຕາຍໄດ້ ກໍຄວນ Stop!! ບໍ່ສາວໆ ຜູ້ຊາຍເຈົ້າຊູ້ເບິ່ງແລ້ວມີສະເໜ່ ແຕ່ຈະເອົາຜູ້ຊາຍແບບນີ້ມາເປັນຄູ່ຊີວິດແທ້ໆ ຄົງຕ້ອງຄິດໜັກຈັກໜ້ອຍ ຖ້າເຂົາຢຸດບໍ່ໄດ້ ບໍ່ພໍຈັກເທື່ອ ສາວໆຕ້ອງຊໍ້າໃຈໄປຕະຫຼອດຊີວິດແນ່ນອນ ເປັນຜູ້ນໍາໃຫ້ເຮົາບໍ່ໄດ້ ສາວໆເຮົາເມື່ອມີແຟນ ຫຼືຄູ່ຊີວິດ ກໍຄົງຈະຢາກໄດ້ຄົນທີ່ພ້ອມຈະເປັນຜູ້ນໍາຂອງຄອບຄົວເຮົາໄດ້ແມ່ນບໍ່? ແຕ່ແບບທີ່ວ່າແມ່ນຫຍັງກໍເຮົາເປັນຫຼັກ ແມ່ນຫຍັງກໍເຮົາຕັດສິນໃຈ ບັນຫາຫຍັງກໍຕ້ອງແມ່ນເຮົາເປັນຄົນແກ້ ອັນນີ້ຄົງບໍ່ໄຫວ ຖ້າເຂົາບໍ່ມີຄວາມໝັ້ນໃຈໃນການຕັດສິນໃຈຫຍັງຈັກຢ່າງ ແລ້ວເຈົ້າຄິດວ່າຖ້າຢູ່ນໍາກັນໄປເຂົາຈະສາມາດເບິ່ງແຍງເຈົ້າໄດ້ບໍ່? ຜູ້ຊາຍຫຼົງຕົວເອງ ຜູ້ຊາຍທີ່ເອົາແຕ່ຂີ້ໂມ້ໂອ້ອວດ ມີອີໂກ້ຢູ່ເພດານ ເຊື່ອໝັ້ນໃນຕົວເອງເຫຼືອເກີນ ຄົນແບບນີ້ເຂົາຈະບໍ່ເຊື່ອໃຜນອກຈາກຄວາມຄິດຂອງຕົວເອງ ບໍ່ມີໃຜເຮັດຫຍັງດີໄປກວ່າລາວອີກແລ້ວ ບອກເລີຍວ່າຄົນແບບນີ້ມີແຕ່ຈະກົດເຈົ້າໃຫ້ຕໍ່າກວ່າລາວສະເໝີ …

Read More »