Breaking News

Beauty

ສຸດຍອດການປະຊັນສາວງາມ 18 ແຂວງ ປະເທດລາວ Miss Tourism Queen Laos 2018

ມາສ່ອງອີກໜຶ່ງເວທີ Miss Tourism Queen Laos 2018 ຫຼ້າສຸດເພສຫຼັກຂອງກອງປະກວດກໍ່ໄດ້ປ່ອຍຮູບພາບສາວງາມຜູ້ຜ່ານເຂົ້າຮອບທັງໝົດ 20 ຄົນ ແລະ ພິເສດແມ່ນການປະກວດໃນຄັ້ງນີ້ແມ່ນໄດ້ຄັດເລືອກເອົາສາວງາມມາຈາກທົ່ວປະເທດລາວ ທັງໝົດ 18 ແຂວງ ທົ່ວປະເທດລາວ ເຊິ່ງມີສາວງາມ 17 ຕົວແທນຈາກ 17 ແຂວງ (ແຂວງລະ 1 ຄົນ) ແລະ ຈາກນະຄອນຫລວງວຽງຈັນ 3 ຕົວແທນສາວງາມ. ເຊິ່ງແຕ່ລະຕົວແທນສາວງາມ ແຕ່ລະແຂວງນັ້ນ ຂໍບອກວ່າໃຜເຫັນເປັນຕ້ອງຮ້ອງ Wowww ສາວລາວງາມຫຼາຍ… ສຳລັບການປະກວດ Miss Tourism Queen Laos 2018 ຈະຄົ້ນຫາຕົວແທນສາວງາມ ແຕ່ລະແຂວງ ເພື່ອດຳລົງຕຳແໜ່ງ ທູດວັດທະນະທຳ ການທ່ອງທ່ຽວ ປະຈຳແຂວງ ແລະ ເຂົ້າຮ່ວມກິດຈະກຳເຝິກຝົນ ພັດທະນານາງສາວໃຫ້ມີຄວາມຮູ້ ຄວາມສາມາດໃນທຸກໆດ້ານ ພ້ອມເຂົ້າປະກວດຄົ້ນຫານາງງາມຜູ້ຊະນະເລີດ ທີ່ຈະດຳລົງຕຳແໜ່ງເປັນ Queen ຂອງປະເທດ ເປັນນາງງາມທູດວັດທະນະທຳການທ່ອງທ່ຽວ …

Read More »

ບໍ່ຕ້ອງລົງທຶນ ບໍ່ຕ້ອງມີອຸປະກອນ ພຽງແຕ່ເຮັດແບບນີ້…ກໍ່ຈ່ອຍໄດ້!!!

“ເຜົາຜານໄຂມັນດ້ວຍການຍ່າງ” ຄົນເຮົາເມື່ອອາຍຸຫຼາຍຂຶ້ນ ການເຮັດວຽກຂອງລະບົບເຜົາຜານກໍເລີ່ມຕໍ່າລົງ ເຮັດໃຫ້ງ່າຍທີ່ຈະມີນໍ້າໜັກຕົວທີ່ເພີ່ມຂຶ້ນ ດັ່ງນັ້ນເລີຍຢາກຊວນສາວໆມາອອກກຳລັງກາຍຫຼຸດນໍ້າໜັກກັນຢ່າງຖືກວິທີ ຫຼືຫາກໃຜທີ່ບໍ່ມີເວລາອອກກຳລັງກາຍ ເຮົາກໍມີເຄັດລັບທີ່ຈະເຮັດໃຫ້ລະບົບເຜົາຜານໄດ້ຢ່າງເຕັມທີ່ດ້ວຍການຍ່າງນັ້ນເອງ… ການຍ່າງ ຖືເປັນການອອກກຳລັງກາຍທີ່ເຮັດໄດ້ຢ່າງງ່າຍດາຍ ບໍ່ຕ້ອງລົງທຶນ ແຖມບໍ່ຕ້ອງມີອຸປະກອນຫຍັງອີກດ້ວຍ ພຽງໝັ່ນຫາເວລາຍ່າງໃຫ້ຫຼາຍໆ ບໍ່ວ່າຈະເປັນການຍ່າງຂຶ້ນຂັ້ນໄດແທນລິບ ຍ່າງໄປກິນເຂົ້າແທນການນັ່ງລົດ ເພາະການຍ່າງຈະຊ່ວຍໃຫ້ກ້າມເນື້ອສ່ວນຫຼັກໆຂອງຮ່າງກາຍເຮັດວຽກໄດ້ຢ່່າງເຕັມທີ່ ຮັບຮອງການຍ່າງຈະຊ່ວຍໃນດ້ານການເຜົາຜານໄຂມັນ ແລະ ການຫຼຸດນໍ້າໜັກທີ່ເຮົາຕັ້ງໃຈໄວ້ກໍຈະປະສົບຜົນສຳເລັດໄດ້ເປັນຢ່າງດີ. ທີ່ມາ: ວາລະສານ ຂວັນໃຈ ຮູບພາບ: google

Read More »

ສ່ອງ! ຫຼິງຫຼິງ ປິຍະດາ ໃນງານ Laos Fashion Week 2018 (ງານນີ້ອິິນເນີ້ມາເຕັມ)

Wowww ຕ້ອງຂໍບອກກ່ອນວ່າ ເລີດສຸດ!!! ຫຼ້າສຸດ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງຄົນດັງ ຮ່ວມເປັນໜຶ່ງໃນນາງແບບ ໃນງານ Laos Fashion Week 2018 ທີ່ເລີ່ມກັນໄປຕັ້ງແຕ່ວັນທີ 11 ກັນຍາ 2018 ທີ່ຜ່ານມາ, ເຊິ່ງງານນີ້ຂຶ້ນຊື່ວ່າ ຫຼິງຫຼິງ ແລ້ວມີຫວ໋າທີ່ນາງຈະທຳມະດາ ຕ້ອງຈັດເຕັມ ງາມ ເລີດແນ່ນອນ!!! ລອງມາສ່ອງແຕ່ລະຮູບຂອງນາງເບິ່ງເດີ້ ແຕ່ລະມຸມຂໍບອກວ່າອິນເນີ (Inner) ນາງມາເຕັມສຸດຍອດ. ຮູບພາບ: Pitadar Lingling Inthavong

Read More »

ເພີ່ມສະເໜ່ແບບງ່າຍໆ! ທີ່ແມ່ຍິງນໍາກັນເອງຍັງຕ້ອງ “ຍອມໃຈ” ບໍ່ຂໍສູ້!!!

ສະເໜ່ທີ່ສາວໆນຳກັນຍັງຕ້ອງຂໍຍອມຈໍານົນ ພວກນາງເປັນຄົນແບບໃດ ຈຶ່ງມີສະເໜ່ໄດ້ຂະໜາດນັ້ນ!!! ສາວໆເຄີຍເປັນບໍ່ ເວລາທີ່ພົບກັບໃຜຈັກຄົນໜຶ່ງທີ່ຍັງບໍ່ທັນຮູ້ຈັກ ຫຼືຍັງບໍ່ທັນໄດ້ໂອ້ລົມນໍາດົນ ກໍຮູ້ສຶກວ່າ ເປັນຫຍັງຄົນນີ້ຈຶ່ງໜ້າຮັກ, ຢາກຢູ່ໃກ້, ໜ້າຫຼົງໄຫຼໄດ້ຂະໜາດນີ້ ປານມີເວດມົນສະກົດແບບໃດແບບນັ້ນເລີຍ! ນີ້ບໍ່ໄດ້ໝາຍເຖິງຜູ້ຊາຍເດີ້ ແຕ່ເປັນແມ່ຍິງນຳກັນນີ້ແຫຼະ ນັ້ນກໍເປັນຍ້ອນວ່າ ເຮົາກໍາລັງຫຼົງສະເໜ່ ຂອງແມ່ຍິງຄົນນັ້ນເຂົ້າໄປແລ້ວ! ແລ້ວແມ່ຍິງແບບໃດທີ່ເຮັດໃຫ້ແມ່ຍິງດ້ວຍກັນຕ້ອງຍົກທຸງຂາວໃຫ້ຕັ້ງແຕ່ເຫັນຄັ້ງທໍາອິດ ເພາະຫຼົງສະເໜ່ຂອງນາງ ມື້ນີ້ ເຮົາກໍໄດ້ຮວບຮວມເອົາມາຕ້ອນແຟນໆກັນແລ້ວ ໄປເບິ່ງກັນດຸວ່າມີຫຍັງແດ່! ໄປກັນເລີຍ!!! ເປັນແມ່ຍິງທີ່ອາລົມດີ ຂີ້ດື້: ຂໍ້ນີ້ຄົງເປັນນິໄສພື້ນຖານ ທີ່ຫຼາຍໆຄົນກໍຄົງຮູ້ຢູ່ແລ້ວວ່າສາວໆທີ່ມີສະເໜ່ນັ້ນ ມັກເປັນຄົນອາລົມດີ ມ່ວນຊື່ນ ຂີ້ດື້ ຫົວງ່າຍ ຍິ້ມງ່າຍ ແລະ ເປັນກັນເອງ ເອີ້ນວ່າ ເປັນປະເພດທີ່ໃຜເຫັນແລ້ວ ຕ້ອງຢາກຈະເຂົ້າໄປຢູ່ໃກ້ໆ ຄືກັບມີພະລັງງານດຶງດູດບາງຢ່າງກັນເລີຍ ຮູ້ຈັກວາງຕົວ ແລະ ມີກາລະເທສະ: ສາວໆບາງຄົນຮູ້ວ່າຄວາມງາມຢ່າງດຽວບໍ່ພໍ ເພາະພວກນາງຮູ້ວ່າສິ່ງທີ່ສໍາຄັນຫຼາຍກວ່າຄວາມງາມກໍຄື ຕ້ອງຮູ້ຈັກວາງຕົວໃຫ້ດີ ຮູ້ວ່າຕອນໃດຄວນເຮັດຫຍັງ ແລະ ຕອນໃດຄວນຢຸດນິ່ງ ຈຶ່ງຈະເປັນແມ່ຍິງທີ່ແພງໄດ້ເດີ້ ແຕ່ງຕົວມີ Style: ພວກນາງເປັນຄົນທີ່ຮູ້ຈັກເລືອກ …

Read More »

Nia Imani ຄວ້າມົງກຸດ Miss America 2019  ໂດຍບໍ່ຕ້ອງໃສ່ຊຸດລອຍນໍ້າ!!!!

ການປະກວດນາງງາມ ຫຼາຍເວທີ ຫຼາຍປະເທດຄົງຈະຮູ້ກັນດີແລ້ວວ່າ ການປະກວດຊຸດລອຍນໍ້າ ຖືເປັນອີກໜຶ່ງໄຮໄລ້ສຳຄັນຂອງການປະກວດນາງງາມ ແຕ່ໃນປິນີ້ ການປະກວດໃນເວທີ ມິສອາເມຣິກາ 2019  (Miss America)  ໄດ້ຍົກເລີກການປະກວດໃນຊຸດລອຍນໍ້າ ຖືເປັນການປ່ຽນແປງຄັ້ງຍິ່ງໃຫ່ຍຂອງການປະກວດທີ່ມີອາຍຸກວ່າ 98 ປີ ເຊິ່ງສາວງາມທີ່ໄດ້ຮັບຕຳແໜ່ງອັນຊົງກຽດໃນປີນີ້ກໍຄື Nia Imani Franklin ສາວງາມຈາດຣັດ ນິວຍອກ ຈົບການສຶກສາປະລິນຍາໂທດ້ານດົນຕີ ຈາກ UNC School oh the Arts ມີດີກຼີເປັນນັກໂອເປຣ່າ ແລະ ຮັກໃນສຽງດົນຕີ ມີຄວາມສາມາດໃນດ້ານການແຕ່ເພງຄັ້ງທຳອິດໃນຕອນອາຍຸ 6 ປີ ເຊິ່ງປັດຈຸບັນນາງງາມຄົນນີ້ແຕ່ງເພງມາແລ້ວ 100 ກວ່າເພງ. ແຟນໆບາງທ່ານຄົງກຳລັງງົງໆລະຫວ່າງເວທີ Miss America  ແລະ Miss USA ເຊິ່ງສຳລັບການປະກວດເວທີ ມິສອາເມລິກາ  (Miss America) ຈະບໍ່ໄດ້ສົ່ງສາວງາມໄປປະກວດທາງໃດຕໍ່ ແຕ່ຈະເນັ້ນເລື່ອງການເຮັດກິດຈະກຳຕ່າງໆພາຍໃນປະເທດ ເຊິ່ງຖືເປັນປີທຳອິດ ທີ່ຍົກເລີກການປະກວດຮອບຊຸດລອຍນໍ້າ ພ້ອມກັບຊຸດລາຕີ …

Read More »