Breaking News

Beauty

Check ບ່ອນພັກກ່ອນໄປວັງວຽງ!!! ເລືອກໃຫ້ເໝາະກັບ Life Style ຂອງຕົວເອງ…

ວັງວຽງເປັນເມືອງນ້ອຍໆ ຕັ້ງຢູ່ທ່າມກາງສາຍພູ ມີສະຖານທີ່ທ່ອງທ່ຽວ ແລະ ກິດຈະກໍາຕ່າງໆທີ່ໜ້າສົນໃຈ ເປັນປາຍທາງຈຸດພັກຜ່ອນຂອງຄົນໃນເມືອງ ທີ່ຕ້ອງການຈະໄປພັກຜ່ອນຢ່ອນໃຈ ໂດຍສະເພາະຄົນທີ່ຢູ່ຕົວເມືອງ ນະຄອນຫຼວງວຽງຈັນ ຖືວ່ານິຍົມໄປກັນຫຼາຍ ເພາະດ້ວຍໄລຍະທາງທີ່ຫ່າງກັນພຽງແຕ່ປະມານ 160 ກິໂລແມັດເທົ່ານັ້ນ ຈຶ່ງສາມາດຂັບລົດໄປເອງໄດ້ ຈະໄປກັບ ຫຼື ນອນຄ້າງຄືນກໍຍັງໄດ້… ສ່ວນກິດຈະກໍາຫຼັກທີ່ໄປວັງວຽງແລ້ວຕ້ອງຮູ້ (ເລືອກຫຼິ້ນໄດ້ຕາມຄວາມມັກ) ໄດ້ແກ່: ການລ່ອງກົງເບັງ (Tubing), ພາຍເຮືອຄາຍັກເທິງສາຍນໍ້າຊອງ, ຂີ່ຊິງຊ້າລອຍຟ້າບໍລິເວນຖໍ້ານອນ, ຫຼິ້ນນໍ້າທີ່ Blue Lagoon ຖືວ່າເປັນກິດຈະກໍາທີ່ສະບາຍສະບາຍ… ສ່ວນສໍາລັບສາຍພະຈົນໄພກໍຍັງມີກິດຈະກໍາໃຫ້ຫຼິ້ນຫຼາກຫຼາຍບໍ່ວ່າຈະເປັນ ປີນຜາ, ຂີ່ສະລິງ ມີຖໍ້າງາມໆໃຫ້ເລືອກໄປເຊັ່ນ ຖໍ້າຈັງ, ຖໍ້ານໍ້າ, ຖໍ້າປູຄໍາ, ຖໍ້າຊ້າງ, ເມືອງລັບແລ, ຜາເງິນ… ດິນແດນວ່າງເປົ່າລະຫວ່າງກາງສາຍພູ ທີ່ເຄີຍເປັນໝູ່ບ້ານຂອງຊົນເຜົ່າມົ້ງ ມີສາຍນໍ້າຊອງໄຫຼຜ່ານ ວັງວຽງຈຶ່ງເປັນສະຖານທີ່ນິຍົມສໍາລັບນັກທ່ອງທ່ຽວ Style Backpacker. ສາວໆຮູ້ແລ້ວວ່າ ໄປວັງວຽງຈະໄປເຮັດຫຍັງ? Plan ໄວ້ເລີຍຈະໄປໃສແດ່ ແຕ່… ຫຼາຍຄົນ …

Read More »

ວ່າແດດຮ້ອນແລ້ວ ສາວໆຄົນບັນເທີງບ້ານເຮົາກໍ່ຮ້ອງແຮງບໍ່ແພ້ກັນ!!! (ສ່ອງຄົນບັນເທີງໃນຊຸດລອຍນໍ້າສຸດເຊັກຊີ່)

ວ່າແດດປະເທດລາວຮ້ອນແລ້ວ ສາວໆຄົນບັນເທີງບ້ານເຮົາກໍ່ຮ້ອງແຮງບໍ່ແພ້ກັນ!!! ທັກທາຍສະບາຍດີແຟນໆ ໃນມື້ນີ້ເຮົາຈະມາອັບເດດກະແສຊຸດລອຍນໍ້າ ຂອງເຫຼົ່າສາວໆຄົນບັນເທີງບ້ານເຮົາ ໄລຍະຫຼັງໆມານີ້ເຮົາກໍ່ຈະເຫັນບັນດາ ດາລາ ນາງງາມ ຫຼື ເນັດໄອດໍ້ຄົນດັງເຊັ່ນ: ແອັບເປີ້ນ ສີສະຫງຽນ, ຈີ່ຈີ່ ພອຍໄພລິນ, ຫຼິງຫຼິງ ປິຍະດາ, ຟ້າໃສ ຈິນນາລີ, ມຸກ ກິດສະດາ ແລະ ມີ່ມີ່ ວິລະພອນ ໄປພັກຜ່ອນທ່ອງທ່ຽວ ພ້ອມທັງໃສ່ຊຸດລອຍນໍ້າ ໂຊຫຸ່ນເຊັກຊີ່ ອວດຜິວດີໆ ຜ່ານໂຊຊ່ຽວໃຫ້ບັນດາແຟນຄລັບໄດ້ອັບເດດ ແລະ ກົດໄລ້ ກົດແຊຣກັນລົວໆ… ຈະມີໃຜແດ່ນັ້ນລອງມາເບິ່ງກັນ!!! ແອັບເປີ້ນ ສີສະຫງຽນ ສີຫາລາວ (ດາລາ-ເນັດໄອດໍ້)  ສາວຄົນນີ້ເອີ້ນໄດ້ວ່າມີຄວາມແຊບ…ໝາກເຜັດຂີ້ໜູໝົດສວນກັນເລີຍ!!! ຈີ່ຈີ່ ພອຍໄພລິນ (ເນັດໄອດໍ້) ຄົນນີ້…ບໍ່ຕ້ອງເວົ້າຫຍັງຫຼາຍເນາະ ບອກເລີຍວ່າທັງງາມ ແລະ ເຊັກຊີ່ ແບບບໍ່ຕ້ອງພະຍາຍາມຫຍັງເລີຍ ຄະແນນເຕັມ 10 ໄປເລີຍ!!! ຫຼິງຫຼິງ ປິຍະດາ …

Read More »

ເປີດໂປຟາຍ! ຢຸ້ຍ ສັນທະນີ ຈາກອະດີດເຄີຍເຮັດອາຊີບທີ່ຫຼາຍຄົນໄຝ່ຝັນສູ່…Miss Supranational Laos 2018 

ກຳລັງເປັນກະແສກັນເລີຍ ສຳລັບ ຢຸ້ຍ ສັນທະນີ ໄຊມະນີວັນ Miss Supranational Laos 2018 ຄົນໃໝ່ ຄົນຫຼ້າສຸດ ເຊິ່ງໄດ້ມີການມອບຕຳແໜ່ງກັນແບບສົດໆຮ້ອນໆ, ເຊື່ອວ່າແຟນໆຫຼາຍໆຄົນກໍ່ອາດຈະງົງ ສົງໃສ ວ່ານາງແມ່ນໃຜ ແລະ ມີການປະກວດຕອນໃດ… ຫັ້ນແນ່…ບໍ່ຕ້ອງງົງເດີ້ ເພາະໃນມື້ນີ້ ຊະນີIndy ຄົນເກົ່າເຈົ້າເດີມ ຈະມີໄຂຂໍ້ສົງໃສ ພ້ອມກັບເປີດໂປຟາຍ (profile) ສາວ ຢຸ້ຍ ຄົນນີ້ໃຫ້ໄດ້ຮູ້ກັນໄປເລີຍວ່ານາງເປັນໃຜ? ມາມາ…ມາເລີ່ມກັນເລີຍ ສັນທະນີ ໄຊມະນີວັນ (ຢຸ້ຍ) ອາຍຸ 25 ປີ ຈາກອະດີດສາວການບິນ (Air-hostess) ສູ່ການກ້າວເຂົ້າມາເປັນນາງງາມ ໄດ້ຮັບຕຳແໜ່ງຮອງອັນດັບ 1 ມິສລາວເວີ 2018 (Miss Laos World 2018) ພ້ອມຖືກແຕ່ງຕັ້ງຈາກກອງປະກວດໃຫ້ໄດ້ຮັບຕຳແໜ່ງ  Miss Supranational Laos 2018 ແລະ ຍັງຈະໄດ້ເປັນຕົວແທນແມ່ຍິງລາວໄປປະກວດໃນເວທີລະດັບສາກົນ Miss …

Read More »

ງາມຫຼາຍໆ! ມີມີ່ ພູນຊັບ ໃນງານ Lao Fashion Week 2018 (ໃຜເຫັນເປັນຕ້ອງແນມ)

ມີມີ່ ພູນຊັບ ພົນໂຍທາ  Miss International Laos 2017 ແລະ ຍັງເປັນ Brand Ambassador ຂອງງານແຟຊັ່ນໂຊລະດັບປະເທດ Lao Fashion Week 2018 , ມີມີ່ ພູນຊັບ  ກໍໄດ້ຮ່ວມງານດັ່ງກ່າວ ເຊິ່ງຂໍບອກວ່ານາງຈັດເຕັມ ແຖມແຕ່ລະລຸກ ແຕ່ລະຊຸດຂອງນາງນັ້ນ ເອີ້ນໄດ້ວ່າກິນຂາດ ເບິ່ງແລ້ວສະຫງ່າງາມຫຼາຍໆ. ມີພາບບັນຍາກາດໃນງານທີ່ ສາວ ມິມີ່ ພູນຊັບ ເພິ່ນໄດ້ໄປມາຝາກແຟນໆ…ເວົ້າໄປຫຼາຍດຽວຈະຫາວ່າ ຊະນີIndy ຍ້ອງເກີນເຫດ… ໂດຍເບື້ອງຫຼັງຄວາມງາມຂອງ ສາວ ມິມີ່ ພູນຊັບ ກໍ່ແມ່ນໄດ້ຊ່າງແຕ່ງໜ້າຄິວທອງຫຼາຍທ່ານ ຂອງບ້ານເຮົາມາເປັນຄົນເນລະມິດຄວາມງາມໃຫ້ໃນເທື່ອນີ້ນັ້ນເອງ. ເອົ້າ!!! ໃຜທີ່ເປັນແຟນຄລັບຂອງ ມິມີ່ ພູນຊັບ ພົນໂຍທາ ກໍ່ຢ່າລືມໄລ້ ແຊຣ ລົວໆເປັນກຳລັງໃຈໃຫ້ນາງກັນແດ່ ເພາະຕ້ອງຍອມເລີຍວ່າ ນາງມີຄວາມງາມເລີດໆໆໆ ແຕ່ລະລຸກຂອງນາງກິນຂາດ ໃຜເຫັນກໍເປັນອັນວ່າຕ້ອງແນມ!!! ຂໍຂອບໃຈສຳລັບຮູບພາບຈາກ: FB/Miss …

Read More »

ຫຼີກໄປຄົນມີມົງ 2018 ມາແລ້ວ… ລວມນາງງາມລາວ ທີ່ຈະກ້າວສູ່ເວທີໂລກ!!! (ໃຜແດ່ມາເບິ່ງ?)

Hello…ມື້ນີ້ມາທັກທາຍແຟນໆແບບ Inter ກັນແດ່ໜ້ອຍໜຶ່ງ ເພາະ ຊະນີIndy ກຳລັງຊ້ອມໄວ້ເພື່ອຈະໄດ້ເວົ້າກັບຜູ້ຄົນຊາວຕ່າງຊາດ ທີ່ເວົ້າມາແບບນີ້ກໍ່ບໍ່ແມ່ນຫຍັງໄດ໋… ເພາະມື້ນີ້ຈະມາອັບເດດຂ່າວສານແວດວົງ ນາງງາມ ບ້ານເຮົາ, ສຳເລັດໄປຫຼາຍເວທີການປະກວດ ແລະ ເຮົາກໍ່ໄດ້ມາແລ້ວສາວງາມທີ່ມີຄວາມເໝາະສົມ ທີ່ຈະເປັນຕົວແທນແມ່ຍິງລາວໄປປະກວດໃນເວທີລະດັບໂລກທີ່ຈະຈັດຂຶ້ນໃນຊ່ວງທ້າຍໆປີ 2018 ນີ້ ບໍ່ວ່າຈະເປັນ ອອນອະນົງ ຫອມສົມບັດ Miss Universe Laos 2018, ນົບພະລັດ ສີໄກພັກ Miss Grand Laos 2018, ກະດຸມເພັດ ໄຊຍະວົງ Miss Laos World 2018, ສັນທະນີ ໄຊມະນີວັນ Miss Supranational Laos 2018, ແສງສະຫວັນ ສີຫາລາດ Miss Tourism Queen of the Year Laos 2018, ສຸນິຕາ ໄຊຊະນະ Miss Tourism …

Read More »