Breaking News

Beauty

ສາວຫຼວງພະບາງຊ່າງມາງາມແທ້ໆໂອະ! ຕານ້ອຍ ພອນສຸດາ ສາວທີ່ໄດ້ຮັບສາຍາວ່າໜ້າຄ້າຍຄືກັບດາລາດັງຫຼາຍປະເທດ

ສາວຫຼວງພະບາງຊ່າງມາງາມແທ້ໆໂອະ! ຕານ້ອຍ ພອນສຸດາ ສີສົມບັດ ນາງແບບໜ້າໃໝ່ ອາຍຸ 22 ປີ ສາວງາມໜ້າຫວານ ຄີງບາງຮ່າງນ້ອຍ ຈາກເມືອງມໍລະດົກໂລກ ສາວທີ່ຖືກຕັ້ງສາຍາຈາກຄົນໃນວົງການວ່າມີໜ້າຕາຄ້າຍຄືກັບດາລາດັງຫຼາຍປະເທດ ເບິ່ງມຸມໜຶ່ງດັນໄປຄ້າຍຄືກັບ ໃໝ່ ດາວິກາ ໂຮ່ເນ່ (ດາລາດັງປະເທດໄທ) ແລະ ເບິ່ງອີກມຸມໜຶ່ງຄືກັບ ຟ່ານປິງປິງ (ດາລາດັງປະເທດຈີນ) ສຳລັບ ຕານ້ອຍ ພອນສຸດາ ສີສົມບັດ  ຜ່ານມາແມ່ນມີຜົນງານ ປະກວດ Miss Laos 2012, ຖ່າຍແບບວາລະສານດັງ, ເດີນແບບ, ພີເຊັນເຕີ້ ແລະ ປັດຈຸບັນ ສາວ ຕານ້ອຍ ກໍກຳລັງມີຜົນງານກັບ ວາລະສານ ຂວັນໃຈ , ຢ່າລືມຕິດຕາມເປັນກຳລັງໃຈໃຫ້ສາວຄົນນີ້ໄດ້ຜ່ານ ວາລະສານ ຂວັນໃຈ ເຮົານຳແດ່ເດີ້!!! ສາມາດຕິດຕາມສາວຄົນນີ້ໄດ້ທີ່: Phonesuda Sisombath

Read More »

Who care?? 10 ເລື່ອງທີ່ ຄົນມັກຢູ່ຄົນດຽວບໍ່ເຄີຍຄິດຫຼາຍ! ງາມໆໂສດໆ No ສົນ No Care!!!

Who care?? 10 ເລື່ອງທີ່ ຄົນມັກຢູ່ຄົນດຽວບໍ່ເຄີຍຄິດຫຼາຍ! ມາເບິ່ງກັນວ່າມີເລື່ອງຫຍັງແດ່ ທີ່ຄົນມັກຢູ່ຄົນດຽວບໍ່ເຄີຍຄິດຫຼາຍກັບມັນເລີຍ! ງາມໆໂສດໆ No ສົນ No Care! She ຈ໋າ ນີ້ມັນປີ 2018 ແລ້ວໃດ໋! ຢ່າຄິດວ່າຊີວິດນີ້ຈະຕ້ອງເພິ່ງພາຄົນອື່ນຕະຫຼອດເວລາ ແລະ ຢ່າຄິດວ່າການຢູ່ຄົນດຽວເປັນເລື່ອງເປັນຕາຢ້ານ ເພາະການຢູ່ຄົນດຽວຈະເຮັດໃຫ້ເຮົາໄດ້ສຶກສາໃຫ້ຮູ້ຄວາມຕ້ອງການ ໄດ້ເຮັດໃນສິ່ງທີ່ຕົນເອງມັກຢ່າງເຕັມທີ່ ແລະ ໄດ້ໃຊ້ເວລາເພື່ອພັດທະນາຕົວເອງ! ສໍາລັບໃຜທີ່ບໍ່ມັກຢູ່ຄົນດຽວ ຄວນເຝິກໄວ້ເດີ່ ແລ້ວຈະຮູ້ວ່າ ຄວາມສຸກທີ່ແທ້ຈິງນັ້ນເປັນແນວໃດ? ອ່າວ! ຖ້າຍັງບໍ່ເຊື່ອກໍລອງມາອ່ານ 10 ເລື່ອງ ທີ່ຄົນມັກຢູ່ຄົນດຽວທີ່ເຮັດໃຫ້ເຂົາບໍ່ຄິດຫຼາຍ!!! ໄປອ່ານເບິ່ງ! ບໍ່ຕ້ອງກັງວົນວ່າຈະເປັນແນວໃດໃນສາຍຕາຄົນອື່ນ: ນະຈຸດນີ້ ນາງໆຈະບໍ່ສົນວ່າໃຜຈະເບິ່ງແນວໃດ ຈະຖືກວິພາກວິຈານແນວໃດກ່ຽວກັບຮູບລັກສະນະ ຫຼືການກະທໍາ ຂອງຕົວເອງ ແຕ່ຟ້າວກ່ອນ! ອັນນີ້ບໍ່ໄດ້ໝາຍຄວາມວ່າຈະຕ້ອງຫຼຸດໂລກ ບໍ່ມີກາລະເທສະເລີຍເດີ່… ແຕ່ພວກນາງຈະເຮັດໃນສິ່ງທີ່ມັກຢ່າງເຕັມທີ່ໂດຍບໍ່ສົນໃຈຄໍາວິພາກວິຈານໃນແງ່ລົບມາຄິດ ນັ້ນເອງ. ບໍ່ຈໍາເປັນຕ້ອງເປັນທີ່ຍອມຮັບໃນສັງຄົມ: ພວກນາງບໍ່ຈະບໍ່ຈໍາເປັນຕ້ອງປ່ຽນແປງຕົວເອງ ຫຼືຊຸກຍູ້ຕົວເອງເພື່ອໃຫ້ເປັນທີ່ຍອມຮັບໃນສັງຄົມ ເນື່ອງຈາກພວກນາງມີຄວາມເປັນຕົວຂອງຕົວເອງສູງຄື ເຮັດຫຍັງແລ້ວມີຄວາມສຸກກໍຈະຢູ່ກັບສິ່ງນັ້ນ …

Read More »

ຈັນປະສິດ ຄົນລາວຜູ້ສ້າງປະຫວັດສາດໃຫ້ກັບວົງການ ກ໊ອຟ ດ້ວຍການຄວ້າແຊັມ ກ໊ອຟ FLC Group ທີ່ປະເທດຫວຽດນາມ!!!

ຈັນປະສິດ ຄົນລາວສ້າງປະຫວັດສາດໃຫ້ກັບວົງການກ໊ອຟ ຄວ້າແຊັມ ກ໊ອຟ FLC Group ທີ່ປະເທດຫວຽດນາມ!!! ເລື່ອງທີ່ຢາກຈະນໍາສະເໜີໃນມື້ນີ້ ກໍເປັນເລື່ອງດີໆທີ່ອາດຈະເຮັດໃຫ້ແຟນໆຂວັນໃຈ ແລະຄົນລາວທຸກຄົນໄດ້ພາກພູມໃຈໃນຄວາມເປັນລາວເພີ່ມຍິ່ງຂຶ້ນ ເພາະວ່າສິ່ງທີ່ຈະນໍາສະເໜີຕໍ່ໄປນີ້ເປັນອີກສິ່ງໜຶ່ງທີ່ກາລັນຕີຢັ້ງຢືນໄດ້ວ່າ ຄົນລາວເຮົາເກັ່ງບໍ່ໄດ້ດ້ອຍກວ່າປະເທດໃດເລີຍ!!! ເອົາເທາະຕອນນີ້ເຮົາໄປເຂົ້າເລື່ອງກັນເລີຍດີກວ່າ!!! ວົງການວິລາບ້ານເຮົານັບມື້ນັບກວ້າງອອກ ແລະຖືກຍອມຮັບຈາກສາກົນຫຼາຍຂຶ້ນ ແລະເມື່ອບໍ່ດົນມານີ້ລາວເຮົາໄດ້ສົ່ງນັກກິລາ ນັ້ນກໍຄື ທ້າວ ຈັນປະສິດ ອຸນາພົມ ນັກກ໊ອຟທີມຊາດລາວ ທີ່ເປັນຕົວແທນໃຫ້ກັບຄົນທັງປະເທດເຂົ້າຮ່ວມແຂ່ງຂັນ ກ໊ອຟ ຄັ້ງທີ 7 ຢູ່ທີ່ສະໜາມ Som son Golf & Resort ປະເທດ ສສ ຫວຽດນາມ ລະຫວ່າງວັນທີ 1-3 ມັງກອນ 2018 ທີ່ຜ່ານມາ ເຊິ່ງຜົນການແຂ່ງຂັນປາກົດວ່າ ຈັນທະພອນ ນັກກິລາທີມຊາດລາວເຮົາ ສາມາດສ້າງຊື່ສຽງໃຫ້ກັບປະເທດໄດ້ດ້ວຍການ ຄວ້າແຊັມກ໊ອຟໃນລາຍການ FLC Group ໄດ້ ຈາກນັກກິລາທີ່ເຂົ້າຮ່ວມທັງໝົດ 1.500 ຄົນ …

Read More »

ມາຮູ້ຈັກກັບ! 10 ຍອດຍິງທີ່ສ້າງວີລະກໍາແຫ່ງປະຫວັດສາດ… ເຊິ່ງສົ່ງຜົນມາຈົນຮອດປັດຈຸບັນ!!!

ມາຮູ້ຈັກກັບ!!! 10 ຍອດຍິງທີ່ສ້າງວີລະກໍາແຫ່ງປະຫວັດສາດ… ສາວໆແມ່ຍິງນັ້ນກໍເກັ່ງບໍ່ໄດ້ນ້ອຍໜ້າຜູ້ຊາຍເລີຍບໍ່ວ່າຈະຍຸກ ຫຼືສະໄໝໃດ ແມ່ນບໍ່? ມື້ນີ້ແອັດມິນຢາກຈະມານໍາສະເໜີສາວໆໃຫ້ຮູ້ຈັກກັບ ເລື່ອງລາວຂອງແມ່ຍິງໃນສະໄໝກ່ອນ ທີ່ເກັ່ງຈົນສາມາດສ້າງເລື່ອງລາວທີ່ເປັນປະຫວັດສາດໄວ້ໃຫ້ຄົນລຸ້ນຫຼັງໄດ້ລໍາລຶກເຖິງບໍ່ວ່າຈະເປັນ ນັກຂຽນ ນັກເຄື່ອນໄຫວເພື່ອສິດທິແມ່ຍິງ ແລະອື່ນໆ ເຊິ່ງສົ່ງຜົນມາເຖິງປັດຈຸບັນ ເວົ້າມາຂະໜາດນີ້ແລ້ວເຮົາກໍມາຮູ້ຈັກພວກນາງກັນເລີຍ!!! Lucy Stone (1818-1893) ລູຊີ່ ສະໂຕນ ນັກເຄື່ອນໄຫວເພື່ອສິດທິສະຕຼີ ແລະການຍົກເລີກທາດ ນາງເປັນແມ່ຍິງຄົນທໍາອິດທີ່ຈົບການສຶກສາໃນລະດັບມະຫາວິທະຍາໄລໃນ ແມັດຊາຊູເຊດ ທັງຍັງມີຄວາມສາມາດດ້ານນັກຂຽນ ນັກໜັງສືພິມ ແລະນັກປາໄສທີ່ປະສົບຜົນສໍາເລັດ ນອກຈາກນີ້ ຍັງເປັນແມ່ຍິງຄົນທໍາອິດທີ່ນຸ່ງສົ້ງ ເຊິ່ງຖືກເບິ່ງວ່າເປັນເລື່ອງຜິດປົກກະຕິໃນຍຸກ 1800 ນໍາອີກ Zenobia (ສັດຕະວັດທີ 3) ຣາຊີນີແຫ່ງຈັກກະພັດ ພານໄມຣີນ ຫຼືປະເທດເຊີເບຍໃນປັດຈຸບັນ ພະອົງເປັນທັງນັກຮົບ ນັກສະໜັບສະໜູນສິດທິສະຕຼີ ແລະນັກການທູດທີ່ສາມາດເວົ້າໄດ້ຢ່າງໜ້ອຍ 4 ພາສາ ພະອົງຂຽນໜັງສືປະຫວັດສາອາຊີດ້ວຍພະອົງເອງ ນອກນັ້ນຍັງສາມາດບຸກຍຶດດິນແດນເອຢິບ ແລະສາຖານປະນາຕົນເປັນ ຣາຊີນີແຫ່ງໂລກຕາເວັນອອກ Mary Mcleod Bethune (1875-1955) …

Read More »

ມາຮູ້ຈັກກັບ! 10 ຍອດຍິງທີ່ສ້າງວີລະກໍາແຫ່ງປະຫວັດສາດ… ເຊິ່ງສົ່ງຜົນມາຈົນມາເຖິງປັດຈຸບັນ!!!