Breaking News

Beauty

12 ນິໄສຂອງໝູ່ທີ່ບໍ່ຄວນຄົບ!!! ເລີກກ່ອນຈະຖືກຫັກຫຼັງ!!!

12 ນິໄສຂອງໝູ່ທີ່ບໍ່ຄວນຄົບ!!! ເລີກກ່ອນຈະຖືກແທງທາງຫຼັງ!!! ໝູ່ ເປັນຄວາມສໍາພັນທີ່ມະຫັດສະຈັນ ເພາະຕ່າງຄົນຕ່າງມາຈາກຄົນລງ!ະຄອບຄົວ ແລະບໍ່ໄດ້ກ່ຽວພັນກັນທາງສາຍເລືອດເລີຍ ແຕ່ພັດມາຄົບກັນ ມາຮັກກັນ ການມີໝູ່ທີ່ດີຈຶ່ງປຽບດັ່ງການມີສົມບັດອັນລໍ້າຄ່າ ແຕ່ຖ້າເຈົ້າກໍາລັງຮູ້ສຶກອຶດອັດກັບການຄົບໝູ່ຈັກຄົນຢູ່ ເຈົ້າອາດຈະຕ້ອງລອງທົບທວນອີກຄັ້ງວ່າ ຄົນໆນັ້ນເຈົ້າສາມາດເອີ້ນວ່າໝູ່ໄດ້ ຫຼືບໍ່? ເພາະມື້ນີ້ Kuanjai ຈະມາບອກໃຫ້ຮູ້ຈັກກັບ 12 ລັກສະນະຂອງໝູ່ທີ່ບໍ່ຄວນຄົບມາໃຫ້ເຊັກກັນ! ຟ້າວໄປເຊັກໝູ່ຕົວເອງດ່ວນຈ່າ!!! ໝູ່ມັກຈົ່ມຂວັນ ໝູ່ທີ່ເຫັນໜ້າກັນຍາມໃດກໍເວົ້າແຕ່ເລື່ອງຂອງຄົນອື່ນໃຫ້ຟັງທຸກເທື່ອ ຍິ່ງເລື່ອງເສຍໆຫາຍໆ ຍິ່ງຈະເວົ້າເປັນພິເສດ ໝູ່ແບບນີ້ຄ້ອນຂ້າງເປັນຕາຢ້ານໃດ໋ ເພາະນອກຈາກຈະເຮັດໃຫ້ເຈົ້າເສຍສຸຂະພາບຈິດທີ່ຕ້ອງມານັ່ງຟັງເລື່ອງບໍ່ດີຂອງໃຜກໍບໍ່ຮູ້ຢູ່ໝົດມື້ ແລ້ວຍັງຄາດເດົາບໍ່ໄດ້ອີກວ່າ ໝູ່ຄົນນີ້ຈະເອົາເລື່ອງຂອງເຈົ້າໄປເວົ້າໃຫ້ໃຜຟັງອີກມື້ໃດ… ຢືມເງິນແລ້ວບໍ່ໃຊ້ຄືນ ເມື່ອເດືອດຮ້ອນມາຂໍຢືມເງິນ ແຕ່ຫຼັງຈາກນັ້ນກໍເຮັດທໍາທ່າເປັນບໍ່ມີຫຍັງເກີດຂຶ້ນ ເຖິງຈະເປັນເງິນເລັກໆນ້ອຍໆກໍຕາມ ບາງຄົນຖືກຕະຫຼອດກໍຍິ້ມບໍ່ອອກຄືກັນເດີ່! ເພາະນອກຈາກຕົວເຮົາຈະເດືອດຮ້ອນແລ້ວຍັງເສຍຄວາມຮູ້ສຶກນໍາອີກ ເພາະການທີ່ເຮົາໃຫ້ໃຜຈັກຄົນໜຶ່ງຢືມເງິນເຮົາໃຫ້ດ້ວຍຄວາມໄວ້ໃຈທັງນັ້ນ ສະໜັບສະໜູນໃຫ້ເຮົາເຮັດສິ່ງບໍ່ດີ ໝູ່ທີ່ດີຈະຕ້ອງຄອຍເຕືອນເມື່ອເຮົາເຮັດຜິດ ບໍ່ແມ່ນອີ່ຫຍັງກໍໄດ້ໝົດບໍ່ພໍຍັງຍຸແຍ່ໃຫ້ເຮົາເຮັດແນວບໍ່ດີເຊັ່ນ: ໝູ່ລົມຄົນທີ່ມີຄອບຄົວຢູ່ແລ້ວກໍສະໜັບສະໜູນໃຫ້ຍາດມາເລີຍ ຫຼືບອກວ່າດ້າມເທື່ອສອງເທື່ອບໍ່ເປັນຫຍັງດອກ! ໝູ່ແບບນີ້ຖ້າຄົບໄປດົນໆກໍຈະພາເຮົາເຮັດແຕ່ສິ່ງບໍ່ດີນັ້ນເອງ ເກັບຄວາມລັບບໍ່ຢູ່ ຄວາມໄວ້ໃຈເປັນສິ່ງສໍາຄັນ ເມື່ອເຮົາມອບໃຫ້ໃຜແລ້ວສະແດງວ່າຄົນໆນັ້ນມີຄວາມສໍາຄັນກັບເຮົາຫຼາຍ ຖ້າໝູ່ຂອງເຈົ້າມັກເອົາຄວາມລັບທີ່ເຈົ້າອຸດສາເລົ່າໃຫ້ຟັງໄປເວົ້າໃຫ້ຄົນອື່ນຟັງຕໍ່ ນີ້ຖືເປັນການທໍາລາຍຄວາມເຊື່ອໃຈທີ່ເຈົ້າມອບໃຫ້ ດັ່ງນັ້ນ ຖ້າມີໝູ່ທີ່ເກັບຄວາມລັບບໍ່ຢູ່ແບບນີ້ກໍຄວນຢູ່ຫ່າງໆໄວ້ຈະດີກວ່າ ມັກວະຈານທຸກໆຢ່າງໃນຕົວເຈົ້າ ໝູ່ແບບນີ້ຈະມີພະລັງງານລົບໃນຕົວຄ້ອນຂ້າງສູງຫຼາຍ …

Read More »

ປະທັບໃຈແທນ!!! ເມື່ອກັບຕັນເຊີໄພ້ຜູ້ໂດຍສານທີ່ເປັນຄອບຄົວຂອງຕົນເອງໃນວັນ Christmas

ຊຶ້ງໃຈແທນ!!! ເມື່ອກັບຕັນເຊີໄພ້ຜູ້ໂດຍສານທີ່ເປັນຄອບຄົວຂອງຕົນເອງໃນວັນ Christmas ຊາວເນັດແຫ່ຊື່ນຊົມ ແລະປະທັບໃຈແທນເມື່ອກັບຕັນແຫ່ງສາຍການບິນ Philippine Airline ໄດ້ໂພສຄຼີບເຊີໄພຜູ້ໂດຍສານທີ່ເປັນຄອບຄົວຂອງຕົນເອງ ດ້ວຍຊໍ່ດອກກຸຫຼາບສີແດງສຸດພິເສດໃຫ້ແກ່ແມ່ ພ້ອມທັງກອຢ່າງອົບອຸ່ນ (ເຫດການນີ້ເກີດຂຶ້ນໃນວັນຈັນທີ 18 ທັນວາ 2017 ທີ່ຜ່ານມາ) ໂດຍຄຼິບດັ່ງກ່າວແມ່ນ ກັບຕັນ “Juan Paulo Fermin” ໄດ້ໂພສລົງໃນ Facebook ສ່ວນຕົວທີ່ຊື່ວ່າ “Juan Paulo Fermin” ແລະໄດ້ຂຽນຂໍ້ຄວາມເທິງຄຼິບທີ່ມີຄວາມໝາຍວ່າ “ຂ້ອຍພາກພູມໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງໃນການພາຜູ້ໂດຍສານກັບບ້ານໃນວັນ Christmas ນີ້, ປີນີ້ເປັນປີທີ່ວິເສດຫຼາຍສໍາລັບຂ້ອຍ ເປັນປີທີ່ຄວາມຝັນໄດ້ປ່ຽນເປັນຄວາມຈິງ ຂໍຂອບໃຈສາຍການບິນ ຟິລິບປີນ ສໍາລັບໂອກາດອັນປະທັບໃຈນີ້”   ເຊິ່ງຫຼັງຈາກໂພສດັ່ງກ່າວໄດ້ຖືກເຜີຍແຜ່ອອກໄປ ກໍມີຊາວເນັດແຫ່ຊື່ນຊົມ ແລະກົດໄລ້ ແຊຣ ເປັນຈໍານວນຫຼວງຫຼາຍ!!! ສ່ວນວ່າຈະໜ້າປະທັບໃຈຂະໜາດໃດນັ້ນ ເຮົາໄປເບິ່ງພ້ອມກັນເລີຍ It’s interesting how dreams take form – …

Read More »

ເອົາໃຈຄົນຂີ້ຄ້ານອາບນໍ້າສຸດໆ! 6 ຂໍ້ດີທີ່ນັກວິທະຍາສາດບອກ “ບໍ່ຕ້ອງອາບນໍ້າ” ທຸກມື້ກໍໄດ້!!! ໃຜບອກສົກກະປົກ… ຖຽງສຸດໃຈຈ່າ!

ເອົາໃຈຄົນຂີ້ຄ້ານອາບນໍ້າສຸດໆ! 6 ຂໍ້ດີທີ່ນັກວິທະຍາສາດບອກ “ບໍ່ຕ້ອງອາບນໍ້າ” ທຸກມື້ກໍໄດ້!!! ໃຜບອກສົກກະປົກ… ຖຽງສຸດໃຈຈ່າ! ການອາບນໍ້າດຸໆອາດຈະສົ່ງຜົນເສຍຫຼາຍກວ່າຜົນດີ ມາເບິ່ງກັນວ່າ 6 ຂໍ້ດີຂອງການບໍ່ອາຍນໍ້າທຸກມື້ມີຫຍັງແດ່? ເລື່ອງ ການອາບນໍ້າ ຫຼາຍຄົນອາດເບິ່ງວ່າເປັນເລື່ອງຂອງການຮັກສາຄວາມສະອາດ ໃຜທີ່ບໍ່ມັກອາບນໍ້າຈະຖືກເບິ່ງວ່າເປັນພວກສົກກະປົກ ໂດຍສະເພາະແມ່ຍິງຢ່າງເຮົາໆ ທີ່ຈະຖືກຕັດສິນໄປນໍາວ່າບໍ່ຮູ້ຈັກເບິ່ງແຍງຕົວເອງ… ແຕ່ມື້ນີ້ Kuanjai ມີຂໍ້ມູນເດັດໆ ມາໃຫ້ສໍາລັບສາວໆທີ່ບໍ່ມັກອາບນໍ້າໂດຍສະເພາະ ເພາະວ່າຄວາມຈິງແລ້ວນັກວິທະຍາສາດເຂົາບອກມາວ່າ ອາບນໍ້າດຸກໍບໍ່ໄດ້ດີສະເໝີໄປ!! ລອງອ່ານເບິ່ງເດີ່ ຈະໄດ້ເອົາໄປໂຕ້ກັບຄົນອື່ນເວລາທີ່ໃຜມາບອກວ່າເຮົາສົກກະປົກ ບອກເລີຍວ່າ ບໍ່ແມ່ນຄວາມຈິງເລີຍ!!!! ອາບນໍ້າຕະຫຼອດເຮັດໃຫ້ຜິວແຫ້ງເສຍ ສໍາລັບສາວໆທີ່ມັກອາບນໍ້າອຸ່ນເປັນຊີວິດຈິດໃຈ ບອກເລີຍເດີ່ວ່າພາດຫຼາຍ ເພາະເຈົ້າກໍາລັງຈະເຮັດສິ່ງທີ່ທໍາຮ້າຍຜິວຢ່າງຮຸນແຮງ ການອາບນໍ້າຕະຫຼອດເຮັດໃຫ້ຄວາມຊຸ່ມຊື່ນຂອງຜິວໜັງເຮົາຫາຍໄປ ເມື່ອດົນໄປຈະເຮັດໃຫ້ຜິວແຫ້ງເສຍ ຫຍາບກະດ້າງ  ແລະຍັງເຮັດໃຫ້ຜິວຂອງສາວໆແຫ່ວລົງກ່ອນໄວອັນຄວນນໍາອີກ ເພາະສະນັ້ນ ມື້ໃດທີ່ບໍ່ໄດ້ອອກຈາກເຮືອນໄປໃສກບໍ່ຕ້ອງອາບນໍ້າກໍໄດ້ ຖືວ່າເປັນການເກັບຄວາມຊຸ່ມຊື່ນໃຫ້ກັບຜິວກະແລ້ວກັນເນາະ!!! ເຮັດໃຫ້ຜິວມັນແບບຖາວອນ ການອາບນໍ້າເປັນການຊໍາລະລ້າງສິ່ງສົົກກະປົກຕ່າງໆອອກໄປຈາກຮ່າງກາຍຂອງເຮົາ ເຊິ່ງລວມໄປເຖິງຄວາມມັນຕ່າງໆທີ່ຢູ່ເທິງຕົວເຮົານໍາອີກ ຫຼັງຈາກອາບນໍ້າເຮົາຈະຮູ້ສຶກສະບາຍຕົວຂຶ້ນເພາະຜິວໃປາສະຈາກຄາບໄຂມັນເກາະຕິດ ເຮັດໃຫ້ຮູ້ສຶກບໍ່ໜຽວ ແຕ່ສາວໆຮູ້ບໍ່ວ່າຍິ່ງເຮົາອາບນໍ້າດຸເທົ່າໃດ ໄຂມັນຍິ່ງຖືກຜະລິດອອກມາຫຼາຍເທົ່ານັ້ນ ໝາຍຄວາມວ່າ ຍິ່ງເຮົາອາບນໍ້າຫຼາຍ ຜິວຂອງເຮົາກໍຈະຍິ່ງມັນງ່າຍຂຶ້ນ ເຮັດໃຫ້ເຮົາຕ້ອງອາບນໍ້າຕະຫຼອດເພາະອາບໄປໜ້ອຍດຽງກໍມັນອີກແລ້ວ ກາຍເປັນສິ່ງທີ່ບໍ່ສິ້ນສຸດ …

Read More »

ດີເກີນໄປກໍບໍ່ດີ!!! 8 ເລື່ອງທີ່ບົ່ງບອກວ່າ ເຈົ້າເປັນຄົນດີເກີນໄປ

ດີເກີນໄປກໍບໍ່ດີ!!! 8 ເລື່ອງທີ່ບົ່ງບອກວ່າ ເຈົ້າເປັນຄົນດີເກີນໄປ ຟັງຫົວຂໍ້ແລ້ວອາດຈະຟັງແປກໆເນາະສາວໆ ແຕ່ການທີ່ເປັນຄົນດີເກີນໄປ ຜົນຕອບຮັບມັນກໍບໍ່ໄດ້ດີຄືທີ່ເຮົາຄິດໄວ້ສະເໝີໄປ ການກະທໍາບາງຢ່າງອາດຈະເຮັດໃຫ້ເຈົ້າເປັນທຸກໂດຍບໍ່ຮູ້ຕົວ!!!​ ແລະນີ້ຄື 8 ເລື່ອງທີ່ບົ່ງບອກວ່າເຈົ້າເປັນຄົນດີເກີນໄປ… ເຈົ້າຂໍໂທດໄວ ຫຼາຍໆໆໆ ເຈົ້າ!!! ຮັບຜິດທຸກຢ່າງ ແມ່ນແຕ່ຄໍາຫຍາບຄາຍ ແລະຄວາມຜິດຂອງຄົນອື່ນ ເຖິງວ່າການກະທໍານັ້ນເຈົ້າບໍ່ໄດ້ເປັນຄົນຜິດກໍຕາມື ແຕ່ເຈົ້າຈະແຄຄວາມຮູ້ສຶກຂອງອີກຝ່າຍຫຼາຍ ຈົນຍອມຮັບຜິດທຸກຢ່າງເອງ ເຈົ້າ! ອ່ອນໄຫວກັບຄວາມຮູ້ສຶກຂອງຄົນອື່ນ ຫຼາຍເກີນໄປ ຄົນເອີ້ນຊື່ເຈົ້າຜິດ ຫຼືເສີບອາຫານຜິດເມນູ ເຈົ້າຈະບໍ່ແກ້ໄຂ ຫຼືຂໍປ່ຽນຈານ ເພາະຢ້ານວ່າຈະທໍາຮ້າຍຄວາມຮູ້ສຶກພວກເຂົາ ອັນນີ້ກໍດີເກີນໄປເດີ້ສາວໆ ເຈົ້າ! ສົນແຕ່ວ່າຄົນອື່ນຈະມີຄວາມສຸກ ຫຼືບໍ່? ເຈົ້າຍອມທີ່ຈະກົ້ມລ້າງຈານໃນເຮືອນຄົວທັ້ງທີ່ເປັນງານ Party ຂອງຕົວເອງ ຫຼືບໍ່ກະແລ່ນເສີບນໍ້າ ເສີບອາຫານໃຫ້ແຂກຢ່າງວຸ່ນວາຍຈົນຕົວເອງບໍ່ໄດ້ມີເວລາມ່ວນເລີຍ ນັ້ນຄືເຮົາສົນໃຈແຕ່ວ່າຄົນອື່ນຈະມີຄວາມສຸກ ຫຼືບໍ່ ຈົນລືມຖາມຕົວເອງວ່າເຈົ້າມີຄວາມສຸກ ຫຼືບໍ່? ເຈົ້າ! ຫຼົງເຊື່ອພວກ “ຕໍແຫຼ” ງ່າຍໆ ເຈົ້າ! ເຫັນຄວາມດີຂອງຄົນອື່ນງ່າຍ ແຕ່ບໍ່ເຄີຍເຫັນຄວາມຊົ່ວໃນຕົວເຂົາເລີຍ ໃຫ້ມາບີບນໍ້າຕາໃຫ້ເຫັນໜ້ອຍໜຶ່ງກໍເຊື່ອເຂົາໄປໝົດແລ້ວ ບໍ່ມີໃຜຜິດໃນສາຍຕາເຈົ້າ …

Read More »

Oh my got!! ເຜີຍ! ລາຍໄດ້ ແລະສະຫວັດດີການຂອງ 10 ສາຍການບິນດັງທົ່ວໂລກ… ບໍ່ແປກໃຈເລີຍທີ່ໃຜໆກໍຢາກເປັນແອ!!!

Oh my got!! Update ລາຍໄດ້ ແລະສະຫວັດດີການຂອງ 10 ສາຍການບິນດັງທົ່ວໂລກ!!! ບໍ່ແປກໃຈເລີຍທີ່ໃຜໆກໍຢາກເປັນແອ!!! ແອຮ໋ອດສະເຕດ ສະຈ໋ວດ ຄົງເປັນວຽກໃນຝັນຂອງໃຜຫຼາຍໆຄົນ ເພາະເປັນວຽກທີ່ງ່າຍ ຄ່າຕອບແທນສູງ ວ່າແຕ່ວ່າຄ່າຕອບແທນສູງທີ່ວ່ານັ້ນມັນເທົ່າໃດກັນນ່າ!!! ຖ້າຢາກຮູ້ຕ້ອງມາເບິ່ງກັນເລີຍ!!! ສາຍການບິນ ອາມິເຣດ ແອລາຍ (Emirate Airline) ສາຍການບິນ ອາມິເຣດ ແອລາຍ (Emirate Airline) ເປັນສາຍການບິນຈາກປະເທດສະຫະລັດອາຣັບອາມິເຣດ ໃຫ້ບໍລິການໄປຍັງ 87 ຈຸດໝາຍປາຍທາງໃນ 59 ປະເທດທົ່ວໂລກ ແລະຍັງໃຫ້ບໍລິການຂົນສົ່ງສິນຄ້າພາຍໃຕ້ຊື່ ອາມິເຣດ ສະກາຍຄາໂກ ໂດຍໃຫ້ບໍລິການຢູ່ທີ່ ມະໜາມບິນນານາຊາດ ດູໄບ້ ເຄື່ອງບິນຂອງ ອາມິເຣດແອລາຍ ເປັນເຄື່ອງບິນທີ່ຄ້ອນຂ້າງໃໝ່ ພະນັກງານໃຫ້ບໍລິການລູກຄ້າໄດ້ດີຫຼາຍ ບໍລິການຕ່າງໆເທິງເຄື່ອງບິນຄ້ອນຂ້າງດີ ສ່ວນເລື່ອງລາຄາປີ້ນັ້ນຄ້ອນຂ້າງຖືກ ເມື່ອທຽບກັບສາຍການບິນອື່ນໆ ແລະພະນັກງານຍັງສາມາດເວົ້າໄດ້ຫຼາຍພາສານໍາອີກ!!! ລາຍໄດ້ຕໍ່ເດືອນຂອງພະນັກງານຕ້ອນຮັບເທິງເຄື່ອງບິນຢູ່ທີ່ 20.000.000-27.500.000 ກີບ ຫຼື …

Read More »