Breaking News

Beauty

ຂຶ້ນແທ່ນສາວເຊັກຊີ່ ຈີ່ຈີ່ ພອຍໄພລິນ ເນັດໄອດໍ້ຕະຫຼອດການ!!!

ມາອັບເດດອີກໜຶ່ງສາວລາວຄົນງາມ ຈີ່ຈີ່ ພອຍໄພລິນ ສີວິໄລ ທີ່ນັບມື້ນາງກໍຍິ່ງງາມ ແລະ ມີຄວາມເຊັກຊີ່ຂຶ້ນເປັນກອງ ແຟນໆຫຼາຍຄົນອາດຈະເຄີຍຕິດຕາມສາວ ຈີ່ຈີ່ ຕັ້ງແຕ່ຕອນຮຽນ ມັດທະຍົມ ຈົນຫຼ້າສຸດນາງບິນໂກອິນເຕີໄປສຶກສາຕໍ່ທີ່ເມືອງຜູ້ດີ ປະເທດ ອັງກິດ ແຕ່ນາງກໍຍັງມີແຟນຄລິບຕິດຕາມນາງຢ່າງໜຽວແໜ້ນ. ຈະສັງເກດໄດ້ເລີຍວ່າ ຈີ່ຈີ່ ພອຍໄພລິນ ນັບມື້ຍິ່ງງາມ ປ່ຽນລຸກກາຍເປັນສາວໃຫ່ຍເຕັມໄວ ຂຶ້ນແທ່ນກາຍເປັນສາວເຊັກຊີ່ອີກໜຶ່ງຄົນຂອງວົງການໄປແລ້ວ!!! ຮູບພາບ: chichisvl

Read More »

ອັບເດດ! ແຟຼຊັ່ນເທຣນສີຜົມປີ 2018 ບອກເລີຍປີນີຕ້ອງສີປະມານນີ້ເລີຍ!!!

ປີໃໝ່ນີ້ສາວໆທີ່ຢາກປ່ຽນແປງຕົວເອງ ລອງເລີ່ມຈາກການປ່ຽນສີຜົມຮັບຮອງວ່າຕ້ອງງາມ ເດັ່ນ ຈົນໝູ່ຄູ່ທ້ວງພຸ້ນລະ ສຳລັບແຟຼຊັ່ນເທຣນສີຜົມໃນປີ 2018 ກໍຈັດວ່າຈະມີຫຼາກຫຼາຍໂທນສີທີ່ຮິດ ແລະ ຕິດກະແສ ມີໃຫ້ເລືອກຫຼາຍສີເລີຍເຊັ່ນ: ບອນ, ນໍ້າຕານ, ສີແດງ ແລະ ອື່ນໆ ດັ່ງນັ້ນລອງມາເບິ່ງເທຣນສີຜົມຂອງປີ 2018 ນີ້ ຮັບຮອງຖືກໃຈໝູ່ເພື່ອນແນ່ນອນ!!! 1.Golden Ombré ສີຜົມ Ombre (ອອມເບຣ) ເປັນການໄລ່ສີຜົມຈາກອ່ອນໄປເຂັ້ມ ເຊິ່ງໂທນສີທອງສາວໆກໍສາມາດໄລ່ຈາກໂຄນຜົມສີນໍ້າຕານເຂັ້ມໄປທີ່ປາຍຜົມສີທອງ ສາວໆຄົນໃດທີ່ເຮັດຜົມສີນີ້ກໍຈະຊ່ວຍໃຫ້ໜ້າຂອງເຮົາເບິ່ງສົດໃສຂຶ້ນ 2.Salt and Pepper ໂທນສີຂາວ ເທົາ ດຳ ພໍໄລ່ສີອອກມາກໍຈະກາຍເປັນໂທນສີໃໝ່ບໍ່ຊໍ້າກັບໃຜແນ່ນອນ 3.Burnt Orange ຜົມສີສົ້ມເຂັ້ມໆ ອົມສີແດງເລັກໜ້ອຍ ສີຜົມຄ້າຍກັບເຈົ້າຍິງ ເມີຣິດາ ໃນກາຕູນເລື່ອງ Brave  ເລີຍໄດ໋ ງາມໆເນາະ 4.Bleach-Toned ໂທນສີຂາວ ໃຜທີ່ຢາກເຮັດສີຜົມສີນີ້ບອກໄວ້ກ່ອນເລີຍວ່າມັນຂ້ອນຂ້າງເບິ່ງແຍງ ແລະ ຈັດຊົງຍາກແດ່ ແຕ່ກໍບໍ່ເປັນຫຍັງຖ້າສາວໆຄົນໃດມັກກໍຈັດເລີຍ… …

Read More »

10 ເຫດຜົນ!!! ເປັນຫຍັງຜູ້ຊາຍຈຶ່ງມັກແມ່ຍິງ “ອວບ” ສະເໜ່ແຮງແບບບໍ່ຕ້ອງຫຼຸດນໍ້າໜັກ!!!

ໝົດຍຸກຂອງສາວຈ່ອຍບາງ ຍຸກນີ້ສາວອວບຂໍຄອບຄອງພື້ນທີ່ ໃນປັດຈຸບັນທີສັງຄົມໃຫ້ຄວາມສໍາຄັນກັບຄວາມຫຼາກຫຼາຍຂອງມວນມະນຸດຫຼາຍຂຶ້ນ ເຮັດໃຫ້ນິຍາມຂອງຄໍາວ່າ ຄວາມງາມ ມີການເປີດກວ້າງ ແລະຫຼາກຫຼາຍເພິ່ມຂຶ້ນ ເຫັນໄດ້ຈາກວ່າໃນເມື່ອກ່ອນທີ່ນາງແບບຈະມີແຕ່ຄົນ ຫຸ່ນບາງຈ່ອຍປານໄມ້ສຽບປີ້ງເອັນ ແຕ່ມາຮອດປັດຈຸບັນນີ້ບັນດານາງແບບທັງໃນ ແລະຕ່າງປະເທດກໍເລີ່ມມີນໍ້າມີນວນຂຶ້ນ ເຖິງຂັ້ນມີນາງແບບ Plus Size ໂດຍສະເພາະກັນເລີຍ! ດັ່ງນັ້ນສາວໆ ທີ່ກໍາລັງກັງວົນເລື່ອງຫຸ່ນ ຫຼືເລື່ອງນໍ້າໜັກຢູ່ບໍ່ຕ້ອງກັງວົນໄປຈ່າ! ຄວາມຈິງແລ້ວໜຸ່ມໆກໍບໍ່ໄດ້ຕ້ອງການແຟນສາວທີ່ບອບບາງຂະໜາດນັ້ນດອກ ແລະຄວາມຈິງເລິກໆແລ້ວຜູ້ຊາຍເກືອບ 90% ຍັງບອກວ່າມັກສາວແບບອວບໆມີນໍ້າມີນວນດ້ວຍຊໍ້າ! ເອ໊ະ!! ແລ້ວແມ່ນຫຍັງທີ່ເຮັດໃຫ້ພວກເຂົາຄິດແບບນັ້ນ? ຖ້າຢາກຮູ້ກໍນໍາມາເບິ່ງກັນເລີຍ!!! ແມ່ຍິງອວບຈະມີຄວາມເຂັ້ມແຂງ ເບິ່ງແຍງຕົວເອງໄດ້ ຜູ້ຊາຍບາງຄົນຮູ້ສຶກລໍາຄານເວລາໄປເດດກັບແມ່ຍິງບອບບາງ ເພາະຕ້ອງຄອຍເບິ່ງແຍງ, ປົກປ້ອງ, ເທັກແຄຕະຫຼອດເວລາ ແຕ່ສາວໆອວບນັ້ນຈະມັກເປັນສາວແກ່ງທັງທາງດ້ານຈິດໃຈ ແລະຮ່າງກາຍ ມີຄວາມສາມາດໃນການເບິ່ງແຍງຕົວເອງໄດ້. Enjoy eating ບໍ່ຕ້ອງກັງວົນກັບການນັບແຄລໍລີ່ທີ່ກິນໃນແຕ່ລະຄາບ ສາວໆທີ່ຮັກສາຫຸ່ນກໍມັກຈະກັງວົນເລື່ອງການກິນອາຫານຢູ່ຕະຫຼອດເວລາ ອັນນັ້ນກໍບໍ່ໄດ້ ອັນນີ້ມັນຫ້າມກິນ ເຮັດໃຫ້ຜູ້ຊາຍລໍາຄານ ແລະໝົດຄວາມມ່ວນໄປເລີຍ ໄປໃສໄປກັນ ກິນຫຍັງກໍໄດ້ງ່າຍໆ ຈາກການກິນງ່າຍຢູ່ງ່າຍເຮັດໃຫ້ສາວອວບບໍ່ເປັນຄົນຫຼາຍເລື່ອງໃນການກິນອາຫານ ຂໍແຕ່ແຊບ, ສະອາດຖືກຫຼັກອານາໄມກໍໂອເຄແລ້ວ. ເອິກຕູ໋ມ ການທີ່ໄຂມັນເພິ່ມຂຶ້ນມານັ້ນມັນເຮັດໃຫ້ໜ້າເອິກໃຫຍ່ໄປນໍາ ໜຸ່ມຫຼາຍຄົນກໍມັກທີ່ຈະໃຫ້ແຟນສາວຂອງຕົວເອງມີຊວດຊົງ …

Read More »

ແມ່ຍິງສະໄໝນີ້ຕ້ອງ Strong ບໍ່ຕ້ອງງໍ້ໃຜ ໝົດຍຸກດຣາມ່າກັນແລ້ວ… 5 ວິທີປ່ຽນເຈົ້າໃຫ້ກາຍເປັນສາວ Strong!!!

5 ວິທີປ່ຽນເຈົ້າໃຫ້ກາຍເປັນສາວ Strong ສະບາຍດີສາວໆ ຂວັນໃຈ ທຸກຄົນ ໝົດເວລາແມ່ຍິງຍຸກເກົ່າ ປ່ຽນມາເປັນແມ່ຍິງຍຸກໃໝ່ກັນດີກວ່າແບບວ່າສາຍ Strong ສຸດໆ ແມ່ນຫຍັງກໍເຮັດໄດ້ດ້ວຍຕົນເອງ ບໍ່ຕ້ອງງໍ້ໃຜໃຫ້ເຮັດໃຫ້ ບໍ່ຕ້ອງໄປໃສ່ໃຈກັບເລື່ອງບໍ່ເປັນເລື່ອງ ຫຼືຕົນເປັນທີ່ເພິ່ງແຫ່ງຕົນນັ້ນເອງ ເຮັດໄດ້ບໍ່ຍາກເລີຍສາວໆ ພ້ອມທີ່ຈະປ່ຽນແປງຕົວເອງແລ້ວ ຫຼືຍັງ… ຖ້າພ້ອມແລ້ວມາເບິ່ງກັນເລີຍ ແມ່ຍິງສາຍ Strong ເຂົາເຮັດແນວໃດແດ່??? ບໍ່ງໍ້ໃຜ… ໝັ້ນໃຈລຸຍເອງ ເຊື່ອວ່າຫຼາຍໆຄົນຖ້າມີແຟນແລ້ວ ກໍຢາກໃຫ້ແຟນເອົາໃຈເປັນທໍາມະດາ… ຢາກໄດ້ຫຍັງກໍອອດອ້ອນຈັກໜ້ອຍເຂົາກໍຕາມໃຈແລ້ວ ກັບໝູ່ເພື່ອນກໍຄືກັນ ເວລາຈະນັດກັນໄປໃສກໍຕ້ອງຖ້າໃຫ້ຄົບແກ໋ງຈຶ່ງໄດ້ໄປ. ເບື່ອແມ່ນບໍ່ສວໆ ຖ້າບໍ່ຢາກເກີດຄວາມຮູ້ສຶກແບບນີ້ຕະຫຼອດ ກໍຕ້ອງ… ຢ່າໄປສົນໃຈ ຢ່າໄປ Care ຄົນອື່ນໃຫ້ຫຼາຍເກີນໄປ Care ຕົວເຮົາເອງດີກວ່າ ແບບວ່າເຮັດຫຍັງກໍເຮັດດ້ວຍຕົວເອງໄປເລີຍ ເຊື່ອເທາະວ່າມັນຈະດີກວ່າຫຼາຍເລີຍ ປາກກັບໃຈຕົງກັນ ສາວໆຈະມົວເສຍເວລາຢູ່ກັບສິ່ງທີ່ອຶດອັດ ຫຼືສິ່ງຕົວເອງບໍ່ມັກຢູ່ເຮັດຫຍັງ… ແບບວ່າ “ຈະບໍ່ທົນກັບມັນອີກຕໍ່ໄປ” ນັ້ນແຫຼະ ລະເບີດອອກໄປເລີຍ ບາດນີ້ລະໃຜຈະກ້າກໍໃຫ້ມັນຮູ້ໄປ… ວ່າບາງຄັ້ງການກະທໍາຂອງໃຜບາງຄົນນັ້ນ ເຮົາກໍບໍ່ໄດ້ຍິນດີນໍາພໍເທົ່າໃດ… ມີຫຍັງກໍເວົ້າຕົງໆກັນໄປເລີຍສາວໆ …

Read More »

Update ຄວາມເຈົ້າຊູ້ຂອງອາຈານ ຫຼົງ (ພັດທະນາຂຶ້ນ ຫຼືຄົງຄວາມເຈົ້າຊູ້ບໍ່ປ່ຽນແປງ) ບອກໃຫ້ອາຈານໃຫ້ຮູ້ນໍາເດີ່ນ້ອງໆ!!!

ສາວໆ ຈື່ໄດ້ບໍ່? ເມື່ອບໍ່ດົນມານີ້ທີ່ຂວັນໃຈ ໄດ້ນໍາເອົາຮູບພາບຂອງໜຸ່ມເຈົ້າຊູ້ຄົນໜຶ່ງທີ່ຖ່າຍຮູບໃນຊຸດຄູມາໂພສລົງໃນ Page kuanjai Magazine ຫຼາຍຄົນກໍເລີຍໃຫ້ຄວາມສົນໃຈວ່າ ແມ່ນອາຈານແທ້ ຫຼືເປັນພຽງການຖ່າຍແບບເທົ່ານັ້ນ ເພາະເບິ່ງຈາກໜ້າຕາ, ຫຸ່ນຕ່າງໆ ລວມແລ້ວແລ້ວກໍເຊື່ອວ່າເປັນນາຍແບບອີ່ຫຼີ! ແຕ່ມີແຟນຄັບ kuanjai ຫຼາຍຄົນກໍໄດ້ອອກມາໃຫ້ສະແດງຄວາມຄິດເຫັນວ່າ ຄົນໃນຮູບແມ່ນເປັນອາຈານແທ້ໆ ແລະເຄີຍສອນຕົວເອງມານໍາຫຼາຍຄົນເອີ້ນວ່າ ອາຈານຫຼົງ ສອນຢູ່ ວິທະຍາໄລແຫ່ງໜຶ່ງຂອງ ແຂວງ ຫຼວງພະບາງ… ພໍຮູ້ວ່າເປັນອາຈານຕົວຈິງເທົ່ານັ້ນແຫຼະ! ທັງສາວແທ້ ສາວທຽມ… ກໍພາກັນແຫ່ເຂົ້າມາຄອມເມັ້ນວ່າຢາກຈະກັບໄປຮຽນອີກຄັ້ງເພື່ອທີ່ຈະໄດ້ຮຽນນໍາອາຈານຫຼົງຄົນນີ້… ແລະມື້ນີ້ແອັດກໍເລີຍຢາກຈະມາ Update ຄວາມຫຼໍ່, ເຈົ້າຊູ້ຂອງອາຈານ ຫຼົງ ໃຫ້ສາວແທ້ ສາວທຽມ ໄດ້ຟີນກັນອີກຮອບໜຶ່ງ ເຊິ່ງຖ້າໃຜທີ່ເປັນ FC ຂອງອາຈານທ່ານນີ້ຢູ່ແລ້ວກໍຄົງຈະໄດ້ເຫັນຄວາມເຈົ້າຊູ້ຂອງເພິ່ນຜ່ານທາງ Facebook ສ່ວນຕົວ Gabriel Along Kirivong ຢູ່ເປັນປະຈໍາ ແຕ່ສໍາລັບໃຜທີ່ບໍ່ໄດ້ເປັນ FC ຂອງເພິ່ນ ກໍສາມາດຕິດຕາມກັນໄດ້ທາງ Page Kuanjai …

Read More »