Breaking News

Beauty

ງາມຫຼາຍ! ຟ້າໃສ ຈິນນາລີ ໃສ່ຊຸດໄໝລາວທ່ຽວບຸນພ້ອມເຊີນຊວນໃຫ້ທ່ຽວ ບຸນນະມັດສະການພຣະທາດຫຼວງ!!!

ຫຼັງຈາກທີ່ເດີນທາງກັບຈາກປະເທດ ຫວຽດນາມ ເພາະໄປເປັນຕົວແທນສາວລາວໃນການປະກວດ Miss Grand International 2017, ຫຼ້າສຸດ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ 2017 ກໍໄດ້ໃສ່ຊຸດໄໝລາວທ່ຽວບຸນພ້ອມເຊີນຊວນໃຫ້ພໍ່ແມ່ພີ່ນ້ອງຊາວລາວ ແລະ ຊາວຕ່າງຊາດໃຫ້ໄປທ່ຽວໃນງານ ບຸນນະມັດສະການພຣະທາດຫຼວງ ໃນເຟສບຸກສ່ວນຕົວວ່າ: “ໄປໄປ ຫຼິ້ນບຸນພຣະທາດຫຼວງ ປີນີ້ຊອກເດີ່ນຈອດລົດບໍ່ຍາກ ອາກາດດີ ມີແດດແຕ່ມີລົມເຢັນ ບໍ່ແອອັດ ໄປໄຫວ້ທາດ ໄຫວ້ເຈົ້າ ໄປເບິ່ງສວນເຮືອນລາວ ໃນນັ້ນມີຕະຫຼາດນຳ ເພິ່ນນຸ່ງເຄື່ອງສະໄໝແຕ່ກີ້ ມັກບັນຍາກາດ ອາຫານແຊບອີກ (ມັກປີ້ງກ້ວຍເປັນພິເສດ) ໄປຖ່າຍຮູບຫຼິ້ນກະງາມເດີ້. ບຸນທາດຫຼວງເປັນບຸນທີ່ທັງຜູ້ນ້ອຍ ຜູ້ໃຫຍ່ ຄົນລາວ ຄົນຕ່າງຊາດໃຫ້ຄວາມສົນໃຈ ຊຸກຍູ້ການທ່ອງທ່ຽວລາວ. ທີ່ຟ້າມັກເປັນສ່ວນຕົວອີກຢ່າງແມ່ນ ພໍໄຫວ້ແລ້ວ ທາງນອກມີຮ້ານອາຫານເຄື່ອງດື່ມໄວລຸ້ນ ເຊິ່ງຄິດວ່າເປັນການດຶງດູດໄດ້ຫຼາຍກຸ່ມຄົນດີ (ດຽວໆ ຫຼືວ່າເຮົາເປັນຄົນມັກກິນ… ກັບຊັດປຸມເປົ້ານິ). ບາດເມືອລະຊື້ເຂົ້າຫຼາມມາຕ້ອນແນ່ເດີ້” “That Luang (or …

Read More »

ໃຜໆກໍຢາກງາມ! ແຕ່ກ່ອນທີ່ຈະຕັດສິນໃຈເຮັດສັນຍະກຳຄວນສຶກສາໃຫ້ດີໆ ຮູ້ຫຼືບໍ່ວ່າການເສີມດັງມີຈັກວິທີ?

ການເສີມດັງແບບປິດ (Closed Rhinoplasty) ການເສີມດັງດ້ວຍຊິລິໂຄນເຕັກນິກແບບ Closed Rhinoplasty ເປັນວິທີທີ່ໄດ້ຮັບຄວາມນິຍົມຫຼາຍ ເພາະມີຄວາມສະດວກປອດໄພ, ຮອຍບາດນ້ອຍ ແລະ ບາດກໍເບິ່ງບໍ່ເຫັນຈາກພາຍນອກ ເປັນວິທີທີ່ແພດສ່ວນຫຼາຍຄຸ້ນເຄີຍ ແລະ ໃຊ້ຈົນເຖິງປັດຈຸບັນ. ໂດຍວິທີນີ້ໝໍຈະຜ່າຕັດບາດນ້ອຍໆພາຍໃນຮູດັງ ແລະ ໃສ່ວັດສະດຸທີ່ຕ້ອງການເສີມເຂົ້າໄປຕາມຮອຍຜ່າຕັດນ້ອຍໆພາຍໃນຮູດັງ ສະດວກໃຊ້ເວລາຜ່າຕັດບໍ່ດົນ ເໝາະສົມກັບສາວຄົນທີ່ມີຮູບດັງເກົ່າທີ່ພໍໃຊ້ໄດ້ຢູ່ແລ້ວລະດັບໜຶ່ງ ແຕ່ວິທີນີ້ຈະມີຂໍ້ຈໍາກັດໃນຜູ້ທີ່ມີດັງສັ້ນຫຼາຍ ເພາະການຜ່າຕັດຈະໃຊ້ຕົວເສີມດັ່ງນີ້: ຊິລິໂຄນ medical grade ທີ່ໝໍໄດ້ເຫຼົາຈົນໄດ້ຮູບຊົງທີ່ເໝາະສົມກັບຄົນໄຂ້ແຕ່ລະຄົນ ເສີມດັງດ້ວຍຊິລິໂຄນ ແລະ ກະດູກອ່ອນຫຼັງໃບຫູ, ການເສີມດັງດ້ວຍການໃຊ້ກະດູກອ່ອນຫຼັງໃບຫູຄືການເອົາກະດູກອ່ອນຫຼັງໃບຫູມາຮອງຕໍາແໜ่ງປາຍດັງຂອງສາວໆເອົາໄວ້ ໃນຜູ້ທີ່ມີບັນຫາປາຍດັງບາງ ສ່ວນຄ່າໃຊ້ຈ່າຍສູງກວ່າການໃຊ້ຊິລິໂຄນຢ່າງດຽວ.      ຂໍ້ດີຂອງການເສີມດັງແບບປິດ (Closed Rhinoplasty) ບາດນ້ອຍ ແລະ ຢູ່ໃນຮູດັງ ຈະເບິ່ງບໍ່ເຫັນຮອຍບາດຍົກເວັ້ນໄປສ່ອງເບິ່ງໃນຮູດັງ ລາຄາບໍ່ສູງເທົ່າການເສີມດັງແບບເປີດ ສະດວກ, ປອດໄພ ບາດບໍ່ບວມຫຼາຍ ຂໍ້ເສຍຂອງການເສີມດັງແບບປິດ (Closed Rhinoplasty) ຜູ້ທີ່ມີຮູບດັງຜິດປົກກະຕິເຊັ່ນ: ສັ້ນຫຼາຍ, ໃຫຍ່ຫຼາຍ ຫຼືຍາວເກີນໄປ …

Read More »

“Fat Grafting” ປ່ຽນຮູບໜ້າໃຫ້ງາມ ດ້ວຍໄຂມັນເຮົາເອງ!!!

“ສີດໄຂມັນໃສ່ໜ້າຜາກ ຊ່ວຍໃຫ້ໜ້າຜາກສວດ ແລະ ງາມມີມິຕິ ເບິ່ງໜ້າຮັກແບບເດັກນ້ອຍ ສີດໄຂມັນໃສ່ແກ້ມ ປ່ຽນຈາກແກ້ມຈ່ອຍ ໃຫ້ເຕັມຂຶ້ນ ສາມາດຊ່ວຍໃຫ້ສາວໆເບິ່ງຄືອາຍຸນ້ອຍລົງ ແລະ ສຸຂະພາບດີ” ຮູບໜ້າຕາມກໍາມະພັນຂອງສາວໆອາຊີສ່ວນຫຼາຍແມ່ນ ແບນ ໃຫຍ່ ມົນ ບໍ່ມີມິຕິເຊິ່ງຖືວ່າຍັງຫ່າງໄກຈາກ ຮູບໜ້າໃນອຸດົມຄະຕິ ໃນຍຸກນີ້ຢ່າງຫຼວງຫຼາຍ ຫຼືເພິ່ນເອີ້ນວ່າ Beauty In Trend ທີ່ສາວໆຕ້ອງມີໃບໜ້າຮູບໄຂ່ ໜ້ານ້ອຍໜ້າຜາກສວດ ຄາງສວດມີໂໜກແກ້ມ ຕາໃຫຍ່ ດັງໂມ ແລະ ຮີມສົບນ້ອຍບາງ ແຕ່ຕ້ອງຕຶ່ງອີກໃດ ໂອ້ຍ ວິນເດ້ ແລ້ວຈະແກ້ໄຂແນວໃດລະບາດນີ້?  ທີມງານຂັວນໃຈ ຮູ້ໃຈສາວໆດີຢູ່ແລ້ວຈຶ່ງໄດ້ນໍາເອົາຂໍ້ມູນຄວາມງາມຫຼ້າສຸດ ກ່ຽວກັບການໃຊ້ໄຂມັນຕົນເອງ ສີດເພື່ອປັບປ່ຽນຮູບໜ້າຂອງສາວໆໃຫ້ງາມຂຶ້ນມາຕ້ອນ ເຊິ່ງເອີ້ນວ່າ: Fat Grafting ນັ້ນເອງ .. ຕື່ນເຕັ້ນລະແມ່ນບໍ່? ເຮົາໄປອ່ານພ້ອມໆກັນເລີຍເນາະ ການສີດໄຂມັນສາມາດປັບຮູບໜ້າໄດ້ເຊັ່ນ: ສີດໄຂມັນໃສ່ແກ້ມ ປ່ຽນຈາກແກ້ມຈ່ອຍ ໃຫ້ເຕັມຂຶ້ນ ສາມາດຊ່ວຍໃຫ້ສາວໆເບິ່ງຄືອາຍຸນ້ອຍລົງ ແລະ …

Read More »

ສຸດຍອດ! ປະກາດຢ່າງເປັນທາງການແລ້ວ ຟ້າໃສ ຈິນນາລີ ມິສແກຣນລາວ ຕິດ Top3 ໄດ້ຮັບສິດເຕັ້ນເປີດຕົວແຖວໜ້າໃນມື້ Final show!!!

ເປັນຂ່າວດີຂອງຄົນລາວເຮົາສຸດໆເລີຍ ຫຼັງຈາກທີ່ລຸ້ນທີ່ເຊຍ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ ທີ່ເດີນທາງໄປເປັນຕົວແທນສາວງາມຈາກລາວເພື່ອປະກວດໃນເວທີລະດັບສາກົນ Miss Grand International 2017 ທີ່ປະເທດ ຫວຽດນາມ , ຫຼ້າສຸດໃນວັນທີ 22 ຕຸລາ 2017 ທາງເພສຕົ້ນສັງກັດຢ່າງ Miss Grand International ກໍໄດ້ອອກມາປະກາດຢ່າງເປັນທາງການແລ້ວວ່າ: ບັນດາສາວງາມທີ່ຕິດ  Top3  ຈາກຜົນໂຫວດຂອງຄົນທົ່ວໂລກ ທີ່ຈະໄດ້ຮັບສິດເຕັ້ນເທິງແຖວໜ້າໃນມື້ Final show ໃນວັນທີ 25 ຕຸລາ 2017 ເຊິ່ງເປັນມື້ປະກວດແທ້ນັ້ນມີທັງໝົດ 3 ປະເທດຄື: 1. ຫວຽດນາມ, 2. ລາວ ແລະ 3. ກຳປູເຈັຍ ເຊິ່ງໜຶ່ງໃນນັ້ນກໍມີ ນ້ອງ ຟ້າໃສ ຈິນນາລີ ຂວັນໃຈຂອງຄົນລາວເຮົາອີກດ້ວຍ. ສຳລັບໃນມື້ Final show ຂອງ Miss Grand International 2017 ໃນວັນທີ 25 ຕຸລາ …

Read More »

ງາດໍາເປັນສະໝຸນໄພທີ່ບໍາລຸງຜິວໜ້າໃຫ້ຂາວ ງາມ ສົດໃສນຳອີກໃດຮູ້ບໍ

ສະບາຍດີສາວໆ ມືນີ້ເຮົາຈະມາເວົ້າເລື່ອງງາດຳ ກັບຄວາມງາມ!!!. ເພາະງາດໍານອກຈາກເປັນອາຫານເພື່ອສຸຂະພາບແລ້ວ ງາດໍາຍັງຈັດເປັນສະໝຸນໄພທີ່ບໍາລຸງຜິວໜ້າໃຫ້ຂາວ ງາມ ສົດໃສນຳອີກໃດຮູ້ບໍ່ ເຊິ່ງສູດລັບກໍງ່າຍໆດັ່ງນີ້: ສ່ວນປະສົມ: ງາດໍາຂົ້ວ ແລະ ເຂົ້າໜຽວ ຊະນິດລະ 1 ບ່ວງກາເຟ, ຫົວສີໄຄແຫ້ງ, ຂິງແຫ້ງ ແລະ ຫົວຫອມແຫ້ງ ຊະນິດລະ 1/2 ບ່ວງກາເຟ ເກືອໜ້ອຍໜຶ່ງ ຜ້າແພຝ້າຍສີຂາວ ຂະໜາດກວ້າງ ແລະ ຍາວ 30 ຊັງຕີແມັດ ເຊືອກສໍາລໍາມັດ ວິທີເຮັດ: ເອົາສ່ວນປະສົມທຸກຢ່າງມາປະສົມກັນ ແລ້ວເອົາມາໃສ່ຜ້າຂາວບາງ ເອົາແຈຜ້າຝ້າຍທັງ 4 ມາມັດໃສ່ກັນ ແລ້ວປັ້ນຢາໃຫ້ເປັນກ້ອນ ແລ້ວເອົາເຊືອກມັດໃຫ້ແໜ້ນ (ຕາມຮູບ) ວິທີໃຊ້: ເອົາໜ່ວຍປະຄົບມາຈຸ່່ມນໍ້າທີ່ສະອາດ ຈາກນັ້ນເອົາໄປໜຶ້ງບຶດໜຶ່ງ ແລ້ວເອົາອອກປະໄວ້ໃຫ້ອຸ່ນຈຶ່ງເອົາມາປະຄົບໃບໜ້າ ວິຕາມິນ ແລະ ສານຕ້ານອະນຸມູນອິດສະຫຼະໃນງາດໍາ ຈະຊຶມເຂົ້າໄປບໍາລຸງຜິວໜັງເຮົາໃຫ້ຊຸ່ມ ແລະ ຂາວໃສ ແຕ່ມີຂໍ້ຄວນລະວັງຄື …

Read More »