Breaking News

Beauty

ສາວໆ ທີ່ຫຼົງໄຫຼ ຫຼື ມັກສະສົມເກີບ Fashions ງາມໆມາທາງນີ້…

ສາວໆ ທີ່ຫຼົງໄຫຼ ຫຼື ມັກສະສົມເກີບ Fashions ງາມໆທັງຫຼາຍມາທາງນີ້… ເກີບ ກັບຜູ້ຍິງເປັນອີກສິ່ງໜຶ່ງທີ່ແຍກອອກຈາກກັນໄດ້ຍາກ ເພາະວ່າເກີບ ເປັນສິ່ງທີ່ເຂົ້າກັນໄດ້ດີກັບຜູ້ຍິງໂດຍສະເພາະສາວໆຄົນໃດທີ່ມີສັດສ່ວນບໍ່ຄ່ອຍສູງ (ເອີ້ນອີກຢ່າງວ່າເຕ້ຍ) ຍິ່ງປາສະຈາກບໍ່ໄດ້ເລີຍກັບເກີບສົ້ນສູງ (ບ້ານເຮົາເອີ້ນອີ່ຢ່ອງນັ້ນລະ) ເຊິ່ງບາງຄົນນັ້ນກໍມີຄວາມຄັ້ງໄຄ້ໃນບັນດາເກີບສົ້ນທີ່ແສນຈະສູງເຫຼົ່ານັ້ນຫຼາຍໆ ແລະ ບັນດານັກອອກແບບເກີບ Fashion ທັງຫຼາຍກໍຮູ້ໃຈນາງເປັນພິເສດຈຶ່ງໄດ້ຜະລິດເກີບສົ້ນສູງທີ່ມີຫຼາຍຮູບແບບມາໃຫ້ຊະນີຕົວເຕ້ຍ ເອີ້ຍ ຕົວບໍ່ສູງໄດ້ຄັ່ງໄຄ່ກັນຕະຫຼອດ ສ່ວນສາໆທີ່ສູງແລ້ວທີ່ມັກໃນເກີບ Fashion ກໍຫຼາຍ ແລະ ມື້ນີ້ Beauty Guru ກໍໄດ້ເອົາບາງຕົວຢ່າງມາໃຫ້ສາວໆໄດ້ຄັ່ງໄຄ້ກັບຄວາມງາມຂອງເກີບ Fashion ທີ່ເຫຼົ່ານັກອອກແບບໄດ້ Design ມາດ້ວຍຄວາມສວຍງາມ ວ່າແລ້ວເຮົາໄປເບິ່ງພ້ອມກັນເລີຍ!!! By: Beauty Guru

Read More »

ມາເບີ່ງ…ພິທີການແຕ່ງດອງແບບ ລາວໆ!

ມາເບີ່ງ…ພິທີການແຕ່ງດອງແບບ ລາວໆ! ການແຕ່ງດອງ… ເປັນສິ່ງທີ່ຜູ້ຍິງເຮົາສ່ວນຫຼາຍ (ລວມທັງ Beauty Guru) ຕ່າງກໍໄຝ່ຝັນ ແລະ ຢາກມີໃນຄັ້ງໜຶ່ງຂອງຊີວິດທີ່ເກີດມາ ເຊິ່ງພິທິການແຕ່ງດອງນັ້ນກໍເປັນພິທີມຸງຄຸນອີກອັນໜຶ່ງທີ່ປະຊາຊົນລາວເຮົາປະຕິບັດກັນມາແຕ່ສະໄໝບູຮານນະການແລ້ວ ແລະ ພິທີດັ່ງກ່າວກໍຈະມີລັກສະນະທີ່ເປັນເອກະລັກ ທີ່ບົ່ງບອກເຖິງຄວາມເປັນລາວຢ່າງຊັດເຈນ ຈົນມາຮອດປັດຈຸບັນພິທີດັ່ງກ່າວ ກໍຍັງຄົງສືບຕໍ່ປະຕິບັດກັນມາໂດຍຕະຫຼອດ ແຕ່ຈະການພັດທະນາຂຶ້ນມາເພຶ່ອໃຫ້ໄດ້ຄວາມສວຍງາມທີ່ເຂົ້າກັບຍຸກສະໄໝແຕ່ກໍຍັງຄົງຄວາມເປັນລາວຢູ່ເຊັ່ນ: ເຈົ້າສາວໃສ່ເສຶ້ອໄໝ, ສິ້ນໄໝ, ເກົ້າຜົມບ່ຽງແພ, ເຈົ້າບ່າວແມ່ນໃສ່ ເສຶ້ອໄໝ ຫຼື ເສຶ້ອສຸພາບ ນຸ່ງຜ້າສະໂລ້ງ ຖືດາບ ສ່ວນວ່າວິທີການອື່ນໆນັ້ນແມ່ນບໍ່ໄດ້ມີການປ່ຽນແປງຫຍັງເລີຍເຊັ່ນ: ພິທີການແຫ່ເຂີຍ, ການຕົກລົງຄ່າດອງທັງສອງກໍ້າສອງຝ່າຍ, ການເຂົ້າພາຂວັນແບບທີ່ເອີ້ນກັນວ່າ: ມືຂວາປ້ອນໄຂ່ອ້າຍ ມືຊ້າຍປ່ອນໄຂ່ນາງ (ເວົ້າມາຮອດນີ້ Beauty Guru ລະຕົວລອຍຢາກມີມື້ນັ້ນນໍາເຂົາ) ການຝ້ອນລໍາວົງລາວຕ່າງໆ. ເຊິ່ງມື້ນີ້ Beauty Guru ກໍໄດ້ຊອກຄົ້ນເອົາຮູບງາມໆຈາກງານດອງຕ່າງໆ ມາໃຫ້ສາວໆ ຫຼື ໜຸ່ມໆທີ່ກໍາລັງຄິດຢາກເຂົ້າພິທີວິວາ (ແຕ່ງດອງ) ໄດ້ເບິ່ງວ່າການແຕ່ງດອງແບບລາວນັ້ນເຂົາມີຂັ້ນຕອນແນວໃດແດ່? ວ່າແລ້ວເຮົາໄປເບີ່ງພ້ອມກັນເລີຍ! By: Beauty Guru …

Read More »

ຄົນພິການສູ້ຊີວິດ!

ຄົນພິການສູ້ຊີວິດ! ຊະນີIndy ມີໂອກາດໄດ້ໄປເລາະຫຼິ້ນສວນເຈົ້າອານຸວົງ (ແຄມຂອງ) ແຕ່ບັງເອີນເຫຼືອບຕາໄປເຫັນອ້າຍພິການຄົນໜຶ່ງລາວນັ່ງຂາຍເຄື່ອງເປັນປະເພດແຟ໋ບ ແລະ ນ້ຳຢາລ້າງຖວ້ຍລ້າງຈານຈົນຕົກໃຈ ແລະ ມານັ່ງຄິດວ່າຄົນທີ່ເຂົາພິການກໍຍັງມີກຳລັງໃຈໃນການຫາຢູ່ຫາກິນລ້ຽງຕົວເອງນໍ ແລະ ຊະນີIndy ເອງກໍຍັງໄດ້ມີໂອກາດໄດ້ເຂົ້າໄປເວົ້າໄປລົມກັບລາວຖາມລາວວ່າຂາຍດີບໍ່? (ແຕ່ຄຳຕອບທີ່ໄດ້ມາກໍຍອມຮັບວ່າຟັງບໍ່ຮູ້ເລື່ອງປານໃດ) ແຕ່ກໍຂໍຍົກຍ້ອງຊົມເຊີຍອ້າຍຄົນພິການທີ່ມີຈິດໃຈສູ້ຊີວິດຜູ້ນີ້ເດີ້ທີ່ຍັງມີຄວາມຕັ້ງໃຈທີ່ຈະຫາຢູ່ຫາກິນໂດຍທີ່ບໍ່ບຽດບຽນ ຫຼື ແບມືຂໍເງິນຄົນອື່ນໂດຍການເປັນຂໍທານ, ແລະ ຢາກຝາກເຖິງພວກບັນດາຂີ້ລັກມັກສົກທັງຫຼາຍທີ່ເຫັນໂພສນີ້ແລ້ວຄວນເບິ່ງຕົວເອງຄືນໃໝ່ ແລະ ຄວນອາຍຄົນພິການແດ່ເດີ້ ເພາະເຂົາຍັງຮູ້ຈັກທຳມາຫາກິນດ້ວຍອາຊີບທີ່ຊື່ສັດ. ຢ່າລືມກົດໄລ້-ກົດແຊຣໃຫ້ຄົນທີ່ທຳມາຫາກິນສູ້ຊີວິດແບບນີ້! (ຖ້າໃຜໄດ້ໄປຫຼິ້ນແຄມຂອງຖ້າເຫັນອ້າຍພິການຜູ້ນີ້ແລ້ວ ຊື້ຊ່ວຍລາວແດ່ ເພາະລາວໜ້າສົງສານແທ້ໆ)

Read More »

ຂ່າວລື! ວ່າສາວຜູ້ນີ້ເປັນ…

ຂ່າວລື! ວ່າສາວຜູ້ນີ້ເປັນ… ມາອີກແລ້ວ ຊະນີIndy ຂີ້ຝອຍມາແລ້ວ ມື້ນີ້ຈະມາອັບເດດສື່ສັງຄົມອອນລາຍໃຫ້ເພື່ອນໆໄດ້ຮູ້ກັນ, ຈະມາເວົ້າເລື່ອງສາວຄົນໜຶ່ງມີຊື່ວ່າ ເບລານ ທີ່ເຂົາວ່າກັນວ່າເປັນສາວທະນາຄານຊື່ດັງ ແລະ ຄົນກໍເມົ້າມອຍວ່ານາງເປັນສາວທະນາຄານທີ່ງາມທີ່ສຸດໃນຕອນນິວ່າຊັ້ນ (ໃຜເວົ້າກໍບໍ່ຮູ້ຄືກັນເດີ້) ແຕ່ຫຼັງຈາກທີ່ ຊະນີIndy ໄດ້ໃຊ້ສາຍຕາອັນແຫຼມຄົມເຂົ້າໄປສ່ອງ Profile ແລ້ວນາງກໍມີຄວາມງາມ ແລະ ໜ້າຮັກແທ້ໆ ແຕ່ຖ້າເພື່ອນໆບໍ່ເຊື່ອລອງມາເບິ່ງເລີຍວ່າຈະງາມສົມທີ່ວ່າເປັນສາວທະນາຄານທີ່ງາມທີ່ສຸດໃນຕອນນີ້ແທ້ຫຼືບໍ່? ຢ່າລືມກົດໄລ້-ກົດແຊຣ ຫຼື ຄອມເມັ້ນບອກກັນແດ່ເດີ້ວ່າງາມແທ້ບໍ່? ຂໍຂອບໃຈຮູບພາບຈາກ: Belan sounisa

Read More »

ຫຸ່ນທີ່ສຸດແຊ໋ບໃຜເຫັນແລ້ວຕ້ອງນໍ້າລາຍໄຫຼ!

  ໂອ້ ວ້າວ!!! Beauty Guru ຂໍບອກວ່າສຸດຍອດສໍາລັບສາວຄົນນີ້ ສາວ ມີນາ (ວັນມີນາ ພັນທະວົງ) ກັບຫຸ່ນທີ່ສຸດແຊ໋ບຂອງນາງທີ່ໃຜເຫັນແລ້ວຕ້ອງນໍ້າລາຍໄຫຼເປັນທາງຍາວດ້ວຍຄວາມອິດສາ ໃນຮູບຮ່າງທີ່ແສນພຽວບາງ ແລະ Six Pack ທີ່ແສນຈະ Sexy ໂອ໋ຍ!!! ເວົ້າໄປແຫ່ງອິດສາ ແລ້ວໆໆໆ…ສາວໆຢາກຮູ້ບໍ່ວ່າທີ່ສາວ ມີນາ ມີຫຸ່ນດີ Sexy ແບບນີ້ ຍ້ອນຫຍັງ (ຖາມໃຜລະ) ຄໍາຕອບກໍຄື: ເພາະວ່າ…ວ່ານາງອອກກໍາລັງກາຍເປັນປະຈໍານັ້ນເອງ (ມັນຄືສັດຕູຕົວຫຼັກຂອງເຮົາສາວໆທັງຫຼາຍ) ມີນາ ມີເຄັດລັບການອອກກໍາລັງກາຍງ່າຍໆແບບບໍ່ຕ້ອງບັງຄັບຕົວເອງມາຝາກສາວໆວ່າ: ການອອກກໍາລັງກາຍບໍ່ຕ້ອງຫວັງແຕ່ຢາກຈ່ອຍ ຫຸ່ນດີຢ່າງດຽວເຮົາຕ້ອງຄິດວ່າ ອອກກໍາລັງກາຍເພຶ່ອສຸຂະພາບທີ່ດີ ແລະ ອອກໄປເລຶ້ອຍໆເພຶ່ອສຸຂະພາບ ແລະ ສຸຂະພາບນັ້ນລະທີ່ຈໍາມາສູ່ການມີ Six Pack ເອງ ໂອ້!! ພະສົງ ມັນຈະມາແທ້ບໍ່ສາວໆກະລອງເອົາຄໍາແນະນໍາຈາກສາວທີ່ມີ Six Pack ມາແລ້ວໄປປະຕິບັດກັນເບິ່ງນ໋ະຈ໋ະ. ແຕ່ກ່ອນຈະໄປປະຕິບັດຫຍັງກໍ່ຕາມ Beauty Guru …

Read More »