Breaking News

Beauty

“ຮີດສິບສອງຄອງສິບສີ່” (ມີຄໍາຕອບ)

“ຮີດສິບສອງຄອງສິບສີ່” (ມີຄໍາຕອບ) ສາວໆທັງຫຼາຍອາດຈະເຄີຍໄດ້ຍິນຄຳວ່າ “ຮີດ ແລະ ຄອງ” ແຕ່ສາວໆຮູ້ຄວາມໝາຍຂອງມັນດີແລ້ວບໍ່ ແລະ ຍ້ອນຫຍັງຈຶ່ງໃສ່ຊື່ວ່າ “ຮິດຄອງ” ຖ້າຍັງບໍ່ຮູ້ກໍເຂົ້າມາຮູ້ກັນຈັກພ້ອມກັນເລີຍເຊິ່ງ “ຮີດຄອງ” ມີຄວາມໝາຍວ່າ: “ແນວທາງການປະພຶດປະຕິບັດທີ່ສືບທອດກັນມາເປັນເວລາດົນນານ”. ສ່ວນ “ຮີດສິບສອງຄອງສິບສີ່” ແມ່ນແນວທາງການປະພຶດປະຕິບັດ ທີ່ເຈົ້າຟ້າງຸ່ມມະຫາລາດ ໄດ້ກຳນົດຂຶ້ນ ພາຍຫຼັງທີ່ທ້ອນໂຮມບັນດາຫົວເມືອງລາວເຂົ້າເປັນອານາຈັກລ້ານຊ້າງ. ຈຸດປະສົງກໍແມ່ນເພື່ອໃຫ້ປະຊາຊົນທີ່ເຊື່ອຖືຜີສາງນາງໄມ້ທີ່ ງົມງວາຍ ໃຫ້ມານັບຖືສາສະໜາພຸດ ໂດຍມີແນວທາງປະຕິບັດຄື ຮີດສິບສອງຄອງສິບສີ່ແທນ. ເຊິ່ງມື້ນີ້ BeautyGuru ຈະເອົາຄໍາວ່າ “ຮີດສິບສອງ” ມາຕ້ອນກັນກ່ອນຄຳວ່າ “ຮີດ” ແມ່ນໝາຍເຖິງສິ່ງທີ່ໄດ້ປະພຶດປະຕິບັດກັນມາເປັນເວລາດົນນານ ຮີດສິບສອງ: ໃນແຕ່ລະເດືອນຂອງປີໜຶ່ງ ຈະມີການເຮັດບຸນປະເພນີຂອງພຸດທະສາສະນິກະຊົນທີ່ແຕກຕ່າງກັນໄປ ເຊິ່ງສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຕໍ່ສິ່ງສັກສິດ ທີ່ຊ່ວຍໃຫ້ຕົນເອງມີຊີວິດການເປັນຢູ່ທີ່ດີ. ຮີດສິບສອງປະກອບມີ: 1. ເດືອນຈຽງ (ເດືອນໜຶ່ງ) ບຸນນິມົນພະສົງເຂົ້າກຳ 2. ເດືອນຍີ່ (ເດືອນສອງ) ເຮັດບຸນລານເຂົ້າ ຫຼືບຸນຄຸນເຂົ້າ, ບາງທ້ອງຖິ່ນເອີ້ນວ່າ “ບຸນກອງເຂົ້າ” ກໍມີ. …

Read More »

ກິຕ້າ ໄດ້ຄູ່ສົມໃຈແລ້ວ! (ມີຄຮິບ)

ສາວລາວຄົນທໍາອິດທີ່ສາມາດໄປຮ່ວມໃນລາຍການເລືອກຄູ່ຊື່ດັງຂອງປະເທດເພື່ອນບ້ານ “Take me out Thailand” ພັດທະສອນ ມະນີດາລັດ (ກິຕ້າ), ຊະນີIndy ຢາກຈະບອກວ່ານາງໄດ້ຄູ່ເດດສົມໃຈນາງແລ້ວເດີ້ແຖມເປັນ oppa ເກົາຫລີ ຊື່ວ່າ Jae Min Lee, ໂອ້ຍ ອີ່ຫຍັງຈະເລີດເລີເພີເຟັກຫຍັງປານນີ້ ເບິ່ງແລ້ວດູດີເໝາະສົມກັນແບບສຸດໆ ແຖມເຟັກບຸກສ່ວນຕົວຂອງທັງສອງຄົນຍັງດຸໝັ່ນໂພສຮູບຄູ່ຫວານເວີ້ ຈົນມີແຟນໆເຂົ້າໄປກົດໄລ້ແບບລົວໆ.     ທ່ານສາມາດເບິ່ງຄຣິບລາຍການໄດ້ເລີຍ       ຂໍຂອບໃຈຮູບພາບຈາກ: Jae Min Lee ແລະ Kitar Phatthasone Manydalath

Read More »

ສຸດຍອດ! ສາວຄົນນີ້ແມ່ນໃຜນໍ?

  ຊະນີIndy ຂີ້ຝອຍມາແລ້ວໆ ມື້ນີ້ຈະມາເວົ້າເລື່ອງສາວງາມຄົນໜຶ່ງທີ່ມັກໂພສຮູບງາມໆ ເຊັກຊີ່ໆ ແລະ ນາງກໍມີແຟນໆຕິດຕາມນາງຫຼາຍພໍສົມຄວນ ເປັນທີ່ສະດຸດຕາເຂົ້າແບບຈັງໆເທົ່າທີ່ ຊະນີIndy ໄດ້ໄປສອດສ່ອງ Profile ຂອງສາວຄົນນີ້ມາເລີຍໄດ້ຮູ້ຊື່ສຽງຮຽງນາມຂອງເພິ່ນມາວ່າຊື່ ນາງ ອະລິວັນດາ ສິຣິພົງ (ອາລີ) ແລະ Life style ຂອງນາງກໍຈະເປັນສາວສາຍ Party ອອກງານຕະຫຼອດ ແຖມນາງຍັງເປັນສາວສາຍມັກສວຍມັກງາມ ແບບວ່າໝໍເກັ່ງໆນາງຈະຮູ້ໝົດ (ມື້ໜ້າແນະນຳ ຊະນີIndy ແດ່), ສ່ວນວ່າໜຸ່ມໆຕ້ອງອົດທົນເດີ້ເພາະວ່າສາວຄົນນີ້ນາງມີຫວານໃຈແລ້ວຈ້າ…ຮີ້ວໆໆໆ ກົດໄລ້ ກົດແຊຣໄປໃຫ້ໂລກຮູ້ວ່າສາວລາວງາມເລີດສຸດໆ…! ຂໍຂອບໃຈທີ່ມາຮູບພາບຈາກ: Alee Alivanhda Siliphong

Read More »

Fashion ຊຸດກີ່ເພົ້າງາມໆ ສໍາລັບເທສະການ…

Fashion ຊຸດກີ່ເພົ້າງາມໆ ສໍາລັບເທສະການບຸນປີໃໝ່ຂອງຊາວຈີນ  ຊຸດກີ່ເພົ້າເປັນຊຸດປະຈໍາຊາດຂອງປະເທດຈີນ ແຕ່ໃນປະເທດເຮົາກໍນິຍົມກັນໃສ່ຫຼາຍໃນໄລຍະເທສະການບຸນປີໃໝ່ຂອງຊາວຈີນ (ກຸດຈີນ) ເພາະວ່າໃນປະເທດເຮົາກໍມີຄົນຈີນອາໄສຢູ່ບໍ່ໜ້ອຍກໍເລີຍເຮັດໃຫ້ປະເທດເຮົານິຍົມເອົາມາໃສ່ເພຶ່ອເປັນການສະເຫຼີມສະຫຼອງບຸນປີໃໝ່ຂອງປະເທດຈີນນີ້ ແລ້ວສາວໆແຟນຂວັນໃຈເດ້ມີຊຸດກີ່ເພົ້າທີ່ຕົນເອງມັກແລ້ວບໍ່? ຖ້າຍັງບໍ່ມີມື້ນີ້ BeautyGuru ໄດ້ນໍາເອົາ Fashion ແບບຊຸດກີ່ເພົ້າງາມໆມາຝາກ ຫຼື ສາວໆຄົນໃດທີ່ຍັງບໍ່ເຄີຍໃສ່ກໍສາມາດຊອກຊື້ມາໃສ່ກັນດ່ວນ ດຽວຊິຕົກເທຼນເດີ້!!! By: BeautyGuru ເຄຼດິດຮູບຈາກ: Taobaoshop

Read More »

Fashoin ຊຸຸຸດອ້ຽມສຳລັບສາວໆ…

ສາວໆ ໄວທີນມາທາງນີ້ ສໍາລັບສາວໆຄົນໃດທີ່ມັກການແຕ່ງຕົວ Style ຫວານແບບໜ້າຮັກ ມື້ນີ້ BeautyGru ໄດ້ລວມເອົາ Fashion ຊຸດອ້ຽມງາມໆມາຕ້ອນສາວໆ ການແຕ່ງຕົວ Style ນີ້ເອີ້ນໄດ້ວ່າກໍາລັງ Hit ກັນຫຼາຍໃນບ້ານເຮົາເພາະ ຊຸດອ້ຽມນັ້ນສາມາດໃສ່ກັບເສຶ້ອແບບໃດກໍໄດ້ແລ້ວແຕ່ຄົນມັກ (ຍົກເວັ້ນເສຶ້ອໄໝນ໋ະຈ໋ະຮ່ະຮ່ະຮ່ະ) ການແຕ່ງຕົວ Style ນີ້ຈະເຮັດໃຫ້ເຮົາເບິ່ງສົດໃສ, ໜ້າຮັກແບບເບິ່ງບໍ່ເບຶ່ອນັ້ນເອງສາວໆ ຍິ່ງໄດ້ໃສ່ຊຸ້ມອ້ຽມງາມໆ ກັບ ເສຶ້ອຢືດ ຫຼື ເສື້ອຟອງທີ່ຕົວເອງມັກ ແຖມກະເປົານ້ອຍໆຈັກໜ່ວຍ, ໝວກງາມໆຈັກໃບ (ໃສ່ບໍ່ໃສ່ກະເອົາໄວ້ທໍາທ່າ) ແລະ ເກີບຜ້າໄບນໍາອີກ ສາວໆເອີ໋ຍ!!! ອີ່ຫຍັງຈະລົງຕົວ ແລະ ເປ໋ະຂະໜາດນີ້ ສາວໆລອງແຕ່ງ Style ນີ້ອອກໄປຍ່າງຫຼິ້ນຊິວໆໃນວັນພັກຜ່ອນສະບາຍສະບາຍ BeautyGuru ຮັບປະກັນໄດ້ເລີຍສະເໜບໍ່ມີຕົກ ບໍ່ວ່າບ່າວນ້ອຍບ່າວໃຫຍ່ຕ້ອງເບິ່ງນໍາກົ້ນເປັນແຖວຍາວໆໆເລີຍລະ… By: BeautyGuru By: BeautyGuru ເຄຼດິດຮູບຈາກ: ຊຸດອ້ຽມຢີນ (ພາສາໄທ)

Read More »