ມາເບິ່ງການທົດລອງບາງຢ່າງໃນຫົວຂໍ້ “ເຈົ້າງາມ…ກວ່າທີ່ເຈົ້າຄິດ” (You’re more beautiful than you think) ມີການທົດລອງກ່ຽວກັບແມ່ຍິງ ແລະ ໃຫ້ແມ່ຍິງເວົ້າກັບຕົວເອງ ໃຫ້ເວົ້າໃນສິ່ງທີ່ແມ່ຍິງບໍ່ມັກ ແລະ ບໍ່ພໍໃຈກ່ຽວກັບໜ້າຕາຂອງຕົວເອງ (ໂຈດກໍຄືວ່າໃຫ້ບັນລະຍາຍໃບໜ້າຂອງຕົວເອງ) ແຕ່ເມື່ອໃຫ້ຄົນອື່ນທີ່ພົບເຫັນມາບັນຍາຍໜ້າຕາຄືນແລ້ວ ຄົນອື່ນຈະເວົ້າເຖິງແຕ່ສິ່ງດີໆ ແລະ ຈື່ຈຳໃນໜ້າຕາຂອງແມ່ຍິງຄົນນັ້ນແທນ. #ເລື່ອງເກົ່າເລົ່າໃໝ່ ສາວໆສາມາດເບິ່ງຄຣິບ
Read More »Beauty
ຢາກມີຄູ່ຄອງທີ່ດີ!!! ຄວນເຮັດແນວໃດ?
ຄຳວ່າ: “ຄູ່ຄອງ” ຟັງແນວຮູ້ສຶກມີຄວາມໝາຍຫຼາຍແມ່ນບໍ່ສາວໆ ແລະ ເຊຶ່ອວ່າຫຼາຍຄົນກໍຄົງໄຟ່ຝັນຢາກຈະມີ ແຕ່ສາວໆຮູ້ບໍ່ວ່າການທີ່ເຮົາມີຄູ່ນັ້ນບໍ່ແມ່ນວ່າເຮົາຈະມີຄວາມສຸກ, ສົມຫວັງໄປໝົດທຸກຢ່າງ ການທີ່ສອງຄົນຕ້ອງມາຢູ່ຮ່ວມກັນໂດຍທີ່ຕ່າງຄົນຕ່າງພໍ່ຕ່າງແມ່ ບາງຄົນກໍຕ່າງສະຖານທີ່, ຕ່າງຫຼາຍໆຢ່າງເວລາຢູ່ຮ່ວມກັນຈຶ່ງອາດຈະເຮັດໃຫ້ມີການກະທົບກັນ ແລະ ມີບັນຫາບໍ່ລົງຕົວກັນໃນບາງເລຶ່ອງ, ບາງຄູ່ເຖິງຂັ້ນໄປກັນບໍ່ໄດ້ຕ້ອງປະຕ້ອງຮ້າງກັນກໍມີຫຼາຍ ແຕ່ຖ້າສາວໆຄິດຈະມີຄູ່ຄອງແລ້ວຄອງຮັກກັນຢ່າງມີຄວາມສຸກເຈົ້າຕ້ອງໄດ້ຮູ້ຈັກກັບປະໂຫຍກນີ້: “ຄຸນສົມບັດຂອງຄູ່ຄອງທີ່ດີ” ທີ່ BeautyGuru ໄດ້ຮິບໂຮມມາຕ້ອນສາວໆກັນໃນມື້ນີ້: – ຊື່ສັດສຸຈະລິດ – ບໍ່ປົກປິດຄວາມລັບ – ຮູ້ລະງັບອາລົມ – ຊື່ນຊົມໃຫ້ກໍາລັງໃຈ – ໂປ່ງໃສທຸກສະຖານະການ – ບໍ່ກຽດຄ້ານໃນໜ້າທີ່ – ມີມານະອົດທົນ – ສູ້ຊົນໄປພ້ອມກັນ – ຝ່າຟັນອຸປະສັກ – ຮັກດຽວໃຈດຽວ – ກົມກຽວເລື່ອງຄວາມຄິດ – ບໍ່ເກາະຜິດຈັບຖຽງ – ສຸກທຸກຮ່ວມຄຽງ – ບໍ່ຂຶ້ນສຽງຍາມຈາ – ໄປມາບອກຄອບ – …
Read More »ມາຮູ້ຈັກກັບ “ຄອງສິບສີ່”
ສາວໆຄົນໃດທີ່ໄດ້ອ່ານໄປວານນີ້ແລ້ວກ່ຽວກັບ “ຮີດສິບສອງ” ຄົງຈະຮູ້ກັນໄປແລ້ວເນາະ ແລະ ມື້ນີ້ BeautyGuru ມາຕາມສັນຍາຈະມາສະເໜີກ່ຽວກັບ “ຄອງສິບສີ່” ໃຫ້ສາວໆໄດ້ຮູ້ກັນຕື່ມ ເຊິ່ງວ່າ “ຄອງສິບສີ່” ນີ້ໝາຍເຖິງຂໍ້ກຳນົດ 14 ຂໍ້ ທີ່ປະຊາຊົນລາວເຮົາ ຖືເປັນທຳນຽມປະຕິບັດມາຕັ້ງແຕ່ດົນນານ ແລະ ໃນປັດຈຸບັນກໍຍັງເຊື່ອຖືຢູ່ ແຕ່ອາດຈະບໍ່ເຂັ້ມງວດ ຫຼືບາງຂໍ້ ໃນບາງທ້ອງຖິ່ນກໍປ່ອຍວາງໄປແລ້ວ. “ຄອງສິບສີ່” ມີຄື: 1. ຢ່າຢຽບເງົາຂອງພະສົງ ຫຼືຜູ້ມີສິນບໍລິສຸດ 2. ຢ່າເອົາອາຫານເຫຼືອ ຫຼືເງື່ອນ ໄປໃຫ້ພະສົງສັນ 3. ຢ່າເສບກາມະຄຸນໃນມື້ວັນສິນ, ວັນເຂົ້າພັນສາ, ວັນມາຄະບູຊາ, ວັນວິສາຂະບູຊາ ແລະວັນກຸດສົງການຢ່າງເດັດຂາດ. 4. ເມື່ອພະສົງກາຍມາໃຫ້ນັ່ງລົງ, ນົບມືໄຫວ້ ແລ້ວຈຶ່ງຄ່ອຍຍ່າງກາຍ ຫຼືຈຶ່ງຄ່ອຍລົມນຳເພິ່ນ. 5. ມື້ພະສົງເຂົ້າກຳ ໃຫ້ມີດອກໄມ້ທູບທຽນ ແລະເຄື່ອງບໍລິຂານໄປທານຮ່ວມເພິ່ນ. 6. ກ່ອນຈະເຂົ້ານອນໃຫ້ອາບນໍ້າຫຼືລ້າງຕີນເສຍກ່ອນ 7. ເມື່ອເຖິງວັນສິນດັບ-ສິນເພັງ ໃຫ້ເຮັດບຸນໃສ່ບາດ …
Read More »ອໍ້າ ພັດຊະຣາພາ ຂອບໃຈແຟນໆ ແລະ ຍ້ອງວ່າຄົນລາວທຸກຄົນໜ້າຮັກ! (ມີຄຣິບ)
ດາລານັກສະແດງເບີ 1 ຂອງປະເທດເພື່ອນບ້ານ ອໍ້າ ພັດຊະຣາພາ ໄຊເຊື້ອ ໄດ້ໂພສຄຣິບວີດີໂອໃນ ອິນສະຕາແກຼມ ສ່ວນຕົວຕອນມາຮ່ວມງານ Mistine+KAONA ທີ່ຫ້າງວຽງຈັນເຊັນເຕີ້ໃນວັນທີ 28 ມັງກອນ 2017 ວ່ານາງມີຄວາມດີໃຈທີ່ໄດ້ມີໂອກາດມາທີ່ ສປປ.ລາວ ພ້ອມທັງຂໍຂອບໃຈສຳລັບການຕ້ອນຮັບຢ່າງອົບອຸ່ນ ແຖມຍັງບອກວ່າຄົນລາວທຸກຄົນໜ້າຮັກຫຼາຍ ແລະ ຈະກັບມາເຈິກັບທຸກຄົນອີກ, ກຣີດໆໆໆ…ໜ້າຮັກແຖມອ່ອນນ້ອມຖ່ອມຕົນແບບນີ້ບໍ່ໃຫ້ແຟນໆຊາວລາວຮັກໄດ້ຢ່າງໄດວ່າບໍ່ໝູ່ເພື່ອນທຸກຄົນ. ຢ່າລືມກົດໄລ້ ກົດແຊຣໄປໃຫ້ເອື້ອຍອໍ້າເພິ່ນເຫັນແດ່ ນາງຈະໄດ້ກັບມາຫາແຟນໆຊາວລາວອີກ…! ເພື່ອນໆສາມາດເບິ່ງຄຣິບທີ່ເອື້ອຍ ອ້ຳ ໂພສໄດ້ເລີຍ: ดีใจที่ได้มีโอกาสไป สปป.ลาวค่ะ ขอบคุณสำหรับการต้อนรับอย่างอบอุ่น ทุกคนน่ารักมากจริงๆค่ะ ครั้งหน้าจะกลับไปเจอทุกคนอีกนะคะ?❤️ A post shared by aum_patchrapa (@aum_patchrapa) on Jan 29, 2017 at 9:47pm PST ຂໍຂອບໃຈຮູບພາບ ແລະ ຄຣິບຈາກ: aum_patchrapa
Read More »ສາວງາມຈາກປະເທດ ຝຣັ່ງ ຄວ້າມົງກຸດ Miss Universe ໄປຄອງ! (ມີຄຣິບ)
ປະກາດຜົນໄປແລ້ວສຳລັບເວທີການປະກວດສາວງາມລະດັບໂລກຢ່າງ Miss Universe ເຊິ່ງສາວງາມຕິດອັນດັບ 1 ໃນ 3 ກໍຄື: HAITI, FRANCE ແລະ COLOMBIA ເຊິ່ງສາວງາມທີ່ໄດ້ຕຳແໜ່ງ Miss Universe 2016 ໄປຄອງກໍຄືສາວງາມຈາກປະເທດ ຝຣັງ ຊື່ວ່າ ໄອຣິດ ມິດຕອງນາແອຣ (Iris Mittenaere) ອາຍຸ 23 ປີ ເຊິ່ງນາງສາວງາມຄົນນີ້ກໍຢູ່ໃນທ໋ອບຂອງຜົນໂຫວດມາຕະຫຼອດ, ສ່ວນຮອງອັນດັບໜຶ່ງໄດ້ແກ່ສາວງາມຈາກປະເທດ HAITI ແລະ ຮອງອັນດັບສອງກໍເປັນສາວງາມຈາກປະເທດ COLOMBIA. ທ່ານສາມາດເບິ່ງຄຣິບວິນາທີຕື່ນເຕັ້ນຕອນປະກາດຜົນ… 65th Miss Universe: Miss Universe France Beauty, grace, confidence, intelligence. Those are the qualities embodied by your 65th #MissUniverse, …
Read More »