Breaking News

Beauty

ທ່າອອກກໍາລັງກາຍຫຼຸດໜ້າທ້ອງ 5 ນາທີ

 ທ່າອອກກໍາລັງກາຍຫຼຸດໜ້າທ້ອງ 5 ນາທີ ທ່າອອກກໍາລັງກາຍເພື່ອຫຼຸດໜ້າທ້ອງທ່ານສາມາດເຮັດໄດ້ງ່າຍໆ ແລະ ແຕ່ລະທ່າອອກກໍາລັງກາຍພຽງ 50 ວິນາທີ ອີກ 10 ວິນາທີ ໃຫ້ພັກຜ່ອນແລ້ວຈຶ່ງເລີ່ມທ່າຕໍ່ໄປ. ທ່າທີ່ 1. ນອນຢຽດຊື່ ຢຽດແຂນຢູ່ເທິງຫົວ ອອກແຮງຢັນໂຕຂຶ້ນມາກອດເຂົ່າ ຢຽດໂຕລົງນອນສູ່ທ່າເລີ່ມຕົ້ນ ແລະ ຢັນຂຶ້ນມາກອດເຂົ່າອີກເທື່ອຈົນຄົບ 50 ວິນາທີ ພັກ 10 ວິນາທີ ທ່າທີ່ 2. ນອນລຽບລົງກັບຕຽງ ແຂນວາງຂ້າງລໍາຕົວ ເກ໋ງລໍາຕົວສ່ວນໜ້າທ້ອງ ຍົກຂາຂຶ້ນແລ້ວເອົາຂາໄຂ່ວໄປມາດັ່ງໃນຮູບ ສະລັບໄຂ່ວຂາຕໍ່ໄປຈົນຄົບ 50 ວິນາທີ ພັກຜ່ອນ 10 ວິນາທີ ທ່າທີ່ 3. ນອນອ້າຂາຢຽດຊື່ ດັນໂຕຂຶ້ນມາເອົາມືແຕະປາຍຕີນຂ້າງຊ້າຍ ລົ້ມຕົວລົງນອນສູ່ທ່າເລີ່ມຕົ້ນ ດັນຕົວຂຶ້ນມາເອົາມືແຕະປາຍຕີນຂ້າງຂວາ ສະລັບປ່ຽນໄປມາດັ່ງໃນຮູບຈົນຄົບ 50 ວິນາທີ ແລ້ວພັກຜ່ອນ 10 ວິນາທີ ທ່າທີ່ 4. …

Read More »

4 ວິທີກິນເພື່ອບຳລຸງສາຍດວງຕາ

4 ວິທີກິນເພື່ອບຳລຸງສາຍດວງຕາ ທ່ານໃດທີ່ມັກຫຼິ້ນໂທລະສັບມື້ໜຶ່ງຫຼາຍຊົ່ວໂມງເຮົາມີ 4 ອາຫານເພື່ອຮັກສາສາຍບໍ່ໃຫ້ເສື່ອມໄວມາແນະນໍາດັ່ງນີ້: ກິນຜັກ. ເລືອກຜັກທີ່ອຸດົມສົມບູນໄປດ້ວຍ Lutein ແລະ Zeaxanthin ສານທັງສອງຊະນິດນີ້ເຮັດໜ້າທີ່ປົກປ້ອງດວງຕາຈາກ Pre radical ພົບຫຼາຍໃນໝາກສາລີ ແລະ ໝາກກ້ຽງ. ກິນ Carbohydrate. ນັກວິໄຈໃນສະຫະລັດອາເມລິກາພົບວ່າເມັດຖົ່ວແຫ້ງ, ເຂົ້າກ້ອງ ແລະ Carbohydrate ຊະນິດອື່ນໆທີ່ເຮັດໃຫ້ລະດັບນໍ້າຕານໃນເລືອດເປັນປົກກະຕິຈຶ່ງຊ່ວຍໃຫ້ເລືອດ ແລະ ອົກແຊນໄຫຼວຽນໄປລ້ຽງດວງຕາໄດ້ດີຂຶ້ນ. ກິນປາ. ງານວິໄຈຊະນິດໜຶ່ງໂດຍວິທະຍາໄລການແພດ Harvard ພົບວ່າ ການກິນປາອາທິດລະ 2 ເທື່ອເພື່ອຊ່ວຍຫຼຸດໂອກາດການເກີດຈໍປະສາດຕາເສື່ອມໄດ້ຮ້ອຍລະ 60 ນັ້ນເປັນເພາະກົດໂອເມກ້າ 3 ໃນຊີ້ນປາຊ່ວຍໄຫຼວຽນເລືອດໃນດວງຕາ ແລະ ຫຼຸດອາການອັກເສບໄດ້. ຄວບຄຸມນໍ້າໜັກ. ງານວິໄຈໜຶ່ງພົບວ່າ ການຫຼຸດນໍ້າໜັກດ້ວຍການອອກກໍາລັງກາຍສົ່ງຜົນດີຕໍ່ດວງຕາໂດຍສະເພາະຜູ້ທີ່ມີຈໍປະສາດຕາເສື່ອມໄລຍະທໍາອິດ ຄວນຮອອກກໍາລັງກາຍເທື່ອລະ 30 ນາທີ ອາທິດລະ 3 ເທື່ອເພື່ອປ້ອງກັນການເກີດພະຍາດໄດ້.

Read More »

5 ເຄັດລັບເພື່ອຜິວພັນທີ່ງາມໃນລະດູໜາວ

5 ເຄັດລັບເພື່ອຜິວພັນທີ່ງາມໃນລະດູໜາວ ໃກ້ຈະຮອດລະດູໜາວແລ້ວ ການເບິ່ງແຍງຜິວພັນຂອງສາວໆຖືວ່າເປັນເລື່ອງທີ່ສຳຄັນທີ່ສຸດ ເພາະແຕ່ລະຄົນອາດຈະມີສະພາບຜິວທີ່ແຕກຕ່າງກັນ ແຕ່ສ່ວນຫຼາຍພໍຮອດລະດູໜາວຈະເຮັດໃຫ້ຜິວພັນຂອງສາວໆແຫ້ງ ແລະ ແຕກເປັນຂຸຍ, ດັ່ງນັ້ນໃນມື້ນີ້ເວັບໄຊ້ ວາລະສານ ຂັວນໃຈ ຈຶ່ງບໍ່ລໍຖ້າທີ່ຈະນຳເອົາເຄັດລັບການເບິ່ງແຍງຜິວເພື່ອໃຫ້ມີສຸຂະພາບດີໃນຊ່ວງລະດູໜາວມາຝາກທຸກໆຄົນ ມາເບິ່ງກັນເລີຍ: ສູດໜ້ານຸ້ມ. ສໍາລັບສາວໆທີ່ມັກມາສ໌ໜ້າດ້ວຍຜະລິດຕະພັນຈາກທໍາມະຊາດ ໃນຊ່ວງລະດູໜາວນີ້ແນະນໍາໃຫ້ໃຊ້ ນົມສົດ 1/2 ບ່ວງກາເຟ, ນໍ້າເຜິ້ງ 1/2 ບ່ວງກາເຟ ນໍາມາປະສົມໃຫ້ເຂົ້າກັນແລ້ວເອົາມາທາໃບໜ້າປະໄວ້ປະມານ 8-10 ນາທີຈຶ່ງລ້າງອອກດ້ວຍນໍ້າສະອາດ. ທາຄຣີມບໍາລຸງຜິວພັນ. ຫຼັງຈາກອາບນໍ້າແລ້ວໃຫ້ເຊັດຕົນໂຕແບບໃຫ້ຜິວພັນປຽກໝາດໆແລ້ວທາຄຣີມບໍາລຸງຜິວພັນເລີຍ ບໍ່ຄວນເຊັດໃຫ້ແຫ້ງຈົນເກີນໄປ ວິທີນີ້ຈະເຮັດໃຫ້ມອຍສ໌ເຈີໄຣເຊີຊ່ວຍທ້ອນນໍ້າໃຫ້ໄດ້ຫຼາຍຂຶ້ນ ແລະ ໃຫ້ເນັ້ນທາຄຣີມທີ່ບໍລິເວນຂາທັງໝົດ ເພາະເປັນພາກສ່ວນທີ່ແຫ້ງໄດ້ງ່າຍ. ເຄັດລັບເບິ່ງແຍງຜິວໜ້າໃນລະດູໜາວ. ລ້າງໜ້າດ້ວຍນໍ້າເຢັນດີກວ່ານໍ້າອຸ່ນ ເພາະຖ້າໃຊ້ນໍ້າອຸ່ນລ້າງໜ້າກໍຈະແຫ້ງ ແລະ ຄັນຄາຍຫຼາຍຂຶ້ນ. ດື່ມນໍ້າອຸ່ນປະສົມໝາກນາວ. ດື່ມນໍ້າອຸ່ນປະສົມໝາກນາວຈະຊ່ວຍໃຫ້ຮ່າງກາຍຟອກເລືອດໄດ້ໄວຂຶ້ນ ກໍາຈັດສິ່ງເສດເຫຼືອພາຍໃນຮ່າງກາຍໄປໃນຕົວ ເຊິ່ງມັນຈະຊ່ວຍໃຫ້ຜິວພັນຂາວໄສຫຼາຍຂຶ້ນ. ກິນໃຫ້ຜິວພັນງາມ. ກິນໝາກອະໂວຄາໂດອາທິດລະເທື່ອ ກົດໄຂມັນຂອງໝາກອາໂວຄາໂດຈະຊ່ວຍໃຫ້ຜິວພັນງາມ.  

Read More »

5 ວິທີປິ່ນປົວຜົມຫຼົ່ນແບບທໍາມະຊາດ ແລະ ຊ່ວຍບໍາລຸງເສັ້ນຜົມໃຫ້ແຂງແຮງ

5 ວິທີປິ່ນປົວຜົມຫຼົ່ນແບບທໍາມະຊາດ ແລະ ຊ່ວຍບໍາລຸງເສັ້ນຜົມໃຫ້ແຂງແຮງ ວ່ານຫາງແຂ້ ວ່ານຫາງແຂ້ ນອກຈາກໃຊ້ໃນການບໍາລຸງຜິວພັນແລ້ວຍັງຊ່ວຍປິ່ນປົວອາການຄັນໜັງຫົວທີ່ເກີດຈາກຂີ້ຫົວ ແລະ ບັນຫາຜົມຫຼົ່ນໄດ້ຢ່າງດີ ວິທີໃຊ້ກໍງ່າຍໆເລີ່ມຈາກນໍາເອົາເຈວຂອງວ່ານຫາງແຂ້ທາເທິງໜັງຫົວຈົນທົ່ວແລ້ວປະໄວ້ 2 – 3 ຊົ່ວໂມງ ແລ້ວລ້າງອອກດ້ວຍນໍ້າອຸ່ນ ຄວນເຮັດຢ່າງນ້ອຍອາທິດລະ 3-4 ເທື່ອ ຮັບຮອງວ່າບັນຫາຂີ້ຫົວຈະໝົດໄປ. ນໍ້າເຜິ້ງປະສົມໄຂ່ແດງ. ເປັນວິທີທີ່ງ່າຍທີ່ສຸດໃນການປິ່ນປົວບັນຫາຜົມຫຼົ່ນ ພຽງແຕ່ປະສົມນໍ້າເຜິ້ງກັບໄຂ່ແດງໃຫ້ເຂົ້າກັນແລ້ວນໍາເອົາໄປນວດໜັງຫົວຄ່ອຍໆໃຫ້ທົ່ວ ປະໄວ້ປະມານ 30 ນາທີແລ້ວລ້າງອອກດ້ວຍການສະຜົມຕາມປົກກະຕິ ນໍ້າເຜິ້ງມີຄຸນສົມບັດຊ່ວຍຫຼຸດບັນຫາຜົມຂາດຫຼົ່ນໄດ້ ແລະ ໄຂ່ແດງຈະໄປກະຕຸ້ນການຈະເລີນເຕີບໃຫຍ່ຂອງເສັ້ນຜົມ.   ໃບໝາກສີດາ. ໃບໝາກສີດາມີສັບພະຄຸນຊ່ວຍບໍາລຸງສຸຂະພາບຜົມໃຫ້ແຂງແຮງ ພຽງແຕ່ເອົາໃບໝາກສີດາໄປຕົ້ມໃຫ້ຈົນນໍ້າກາຍເປັນສີດໍາ ແລ້ວປະໄວ້ໃຫ້ພໍດີອຸ່ນແລ້ວນໍາເອົາສໍາລີຈຸ່ມນໍ້າຕົ້ມໃບໝາກສີທາໃຫ້ທົ່ວໜັງຫົວແລ້ວປະໄວ້ 1-2 ຊົ່ວໂມງ ແລ້ວໃຊ້ນໍ້າອຸ່ນລ້າງອອກອາທິດໜຶ່ງຄວນເຮັດ 2-3 ເທື່ອ. ໄຂ່ຂາວ. ເລີ່ມຕົ້ນດ້ວຍການປະສົມໄຂ່ຂາວກັບນໍ້າມັນໝາກກອກ 1 ບ່ວງແກງ ຈາກນັ້ນນໍາສ່ວນປະສົມທີ່ໄດ້ມາທາໃຫ້ທົ່ວໜັງຫົວແລ້ວປະໄວ້ປະມານ 15-20 ນາທີ ກ່ອນໃຊ້ນໍ້າເຢັນລ້າງອອກ ຈາກນັ້ນກໍສະຜົມຕາມປົກກະຕິກໍສາມາດຊ່ວຍບໍາລຸງສຸຂະພາບຜົມໄປພ້ອມໆກັບຫຼຸດບັນຫາຜົມຫຼົ່ນໄດ້ອີກ. ຫົວຜັກທຽມ. ຫົວຜັກທຽມເປັນສະໝຸນໄພອີກໜຶ່ງຊະນິດທີ່ຊ່ວຍຫຼຸດບັນຫາຜົມຫຼົ່ນໄດ້ ເພາະມີຊູນຟູລິກໃນປະລິມານທີ່ສູງ …

Read More »

ວິທີເລືອກຊື້ ແລະ ໃຊ້ເຄື່ອງສໍາອາງຢ່າງປອດໄພ

ວິທີເລືອກຊື້ ແລະ ໃຊ້ເຄື່ອງສໍາອາງຢ່າງປອດໄພ ການເລືອກຊື້ເຄື່ອງສໍາອາງເປັນວິທີດີທີ່ສຸດ ແລະ ໃຊ້ຢ່າງປອດໄພ ຖ້າຫາກສາວໆທ່ານໃດທີ່ເຄີຍຊື້ເຄື່ອງສໍາອາງໂດຍທີ່ບໍ່ເລືອກ, ບໍ່ສັງເກດໃຫ້ດີລະວັງມັນຈະເປັນອັນຕະລາຍໄດ້ ດັ່ງນັ້ນ ມື້ນີ້ວາລະສານ ຂັວນໃຈ ມີວີທີໃນເລືອກຊື້ເຄື່ອງສໍາອາງແນວໃດ ແລະ ໃຊ້ແນວໃດໃຫ້ປອດໄພມາແນະນໍາດັ່ງນີ້: ຄວນເລືອກຊື້ເຄື່ອງສໍາອາງຕາມຄວາມເໝາະສົມກັບຕົນເອງ ຢ່າຊື້ຕາມຄົນອື່ນ ຫຼື ຊື້ຍ້ອນໝູ່ແນະນໍາ ເພາະໝູ່ໃຊ້ແລ້ວບໍ່ແພ້ແຕ່ເຮົາອາດໃຊ້ແລ້ວສິວຂຶ້ນເຕັມໜ້າກໍ່ໄດ້. ເລືອກຊື້ເຄື່ອງສໍາອາງຈາກຮ້ານທີ່ໜ້າເຊື່ອຖື ບໍ່ຄວນຊື້ເຄື່ອງສໍາອາງແບບແບ່ງຂາຍ ຫຼື ຊື້ຍ້ອນພຽງສີງາມ ລາຄາຖືກ. ເລືອກຊື້ເຄື່ອງສໍາອາງທີ່ມີປ້າຍຂໍ້ຄວາມຄົບຖ້ວນ ມີລາຍລະອຽດ, ຊື່, ຊະນິດເຄື່ອງສໍາອາງ, ຊື່ຜູ້ຜະລິດ ຫຼື ຜູ້ນໍາເຂົ້າ, ສະຖານທີ່ຜະລິດ, ວັນທີ່ຜະລິດ, ວັນໝົດອາຍຸ, ວິທີໃຊ້, ປະລິມານ, ສ່ວນປະກອບ, ຂໍ້ແນະນໍາ, ຄໍາເຕືອນ ລວມໄປເຖິງການຮັບຮອງມາດຕະຖານທີ່ຖືກຕ້ອງ. ກວດເບິ່ງພາຊະນະທີ່ບັນຈຸເຄື່ອງສໍາອາງ ຕ້ອງຢູ່ໃນສະພາບສົມບູນ, ບໍ່ຈີກຂາດ ຫຼື ແຕກເພາະອາດມີສິ່ງເປິະເປື້ອນໄດ້. ບໍ່ຄວນຊື້ເຄື່ອງສໍາອາງເທື່ອລະຫຼາຍໆ ເພື່ອເກັບໄວ້ໃຊ້ດົນໆ ເພາະອາດຈະໝົດອາຍຸກ່ອນກໍ່ໄດ້. ຖ້າເຄື່ອງສໍາອາງນັ້ນມີສ່ວນປະກອບຂອງນໍ້າຫອມ ຫຼື …

Read More »