Breaking News

Beauty

ວິທີບໍາລຸງມື ແລະ ຕີນ

ວິທີບໍາລຸງມື ແລະ ຕີນ ມື ແລະ ຕີນເປັນອະໄວຍະວະສ່ວນສໍາຄັນຂອງຮ່າງກາຍ ຕີນເຮັດໜ້າທີ່ຮັບນໍ້າໜັກ ແລະ ມີການເຄື່ອນໄຫວຢູ່ຕະຫຼອດເວລາ ສ່ວນມືກໍ່ໃຊ້ເຮັດກິດຈະກໍາຕ່າງໆຕະຫຼອດມື້ ແຕ່ອະໄວຍະວະທັງສອງພາກສ່ວນນີ້ພັດໄດ້ຮັບການເບິ່ງແຍງໜ້ອຍກວ່າອະໄວຍະວະສ່ວນອື່ນໆ, ໃນມື້ນີ້ເວັບໄຊ້ ວາລະສານ ຂັວນໃຈ ໄດ້ນໍາເອົາສູດບໍາລຸງມື ແລະ ຕີນ ດ້ວຍໝາກນັດ ແລະ ໄຂ່ແດງມາຝາກເຊິ່ງໝາກນັດ ແລະ ໄຂ່ແດງມີຄຸນສົມບັດທີ່ຊ່ວຍໃຫ້ມື ແລະ ຕີນນຽນນຸ້ມ ບໍ່ແຫ້ງ ເບິ່ງແລ້ວມີສຸຂະພາບດີ ເຊິ່ງສູດນີ້ບໍ່ພຽງແຕ່ບໍາລຸງມື ແລະ ຕີນເທົ່ານັ້ນຍັງບໍາລຸງເລັບ ແລະ ຜິວໜັງອ້ອມໆເລັບໃຫ້ມີຄວາມນຽນນຸ້ມ ເປັນເງົາງາມມີຄວາມແຂງແຮງ. ສ່ວນປະສົມໃນການບຳລຸງມີດັ່ງນີ້: ໝາກນັດ 1/4 ໜ່ວຍ. ໄຂ່ໄກ່ 1 ໜ່ວຍ. ຂັ້ນຕອນ ແລະ ວິທີເຮັດ: ແຍກໄຂ່ແດງອອກຈາກໄຂ່ຂາວ ຈາກນັ້ນນໍາມາຕີໃຫ້ຟູ. ນໍາເອົາໝາກນັດມາຄັ້ນເອົາແຕ່ນໍ້າ. ເອົານໍ້າໝາກນັດມາປະສົມກັບໄຂ່ແດງຄົນໃຫ້ເຂົ້າເປັນເນື້ອອັນດຽວ. ຖອກນໍ້າໝາກນັດ ແລະ ໄຂ່ແດງທີ່ປະສົມໄວ້ລົງໄປ ໃຊ້ສໍາລີຈຸ່ມນໍ້າໝາກນັດທີ່ປະສົມໄວ້ທາໃຫ້ທົ່ວຕີນທັງສອງຂ້າງຕັ້ງແຕ່ບໍລິເວນ …

Read More »

ວິທີແຕ່ງຕາສີ Rose Gold

ວິທີແຕ່ງຕາສີ Rose Gold ໂທນສີຍອດຮິດທີ່ແຕ່ງແລ້ວງາມຫຼາຍ ຖ້າເວົ້າເຖິງໂທນສີງາມໆ ທີ່ກໍາລັງຮິດຢູ່ໃນຕອນນີ້ ກໍ່ຄົງຈະລືມເທນສ໌ສີ Rose Gold ໄປບໍ່ໄດ້ເພາະເປັນໂທນສີຍອດຮິດທີ່ບໍ່ວ່າຈະເອົາມາແຕ່ງເປັນເສື້ອຜ້າ, ທາເລັບ ຫຼື ແມ່ນແຕ່ແຕ່ງໜ້າ ກໍ່ກາຍເປັນແບບງາມໆ. ສາວໆທ່ານໃດທີ່ຢາກລອງແຕ່ງໜ້າໂທນສີ  Rose Gold ມື້ນີ້ເຮົາເລີຍໄປຊອກຫາ Idea ແຕ່ງຕາໂທນນີ້ມາໃຫ້ລອງແຕ່ງກັນເບິ່ງ ມີການທີ່ເລືອກໃຊ້ສີທີ່ແຕກຕ່າງກັນໄປ ແຕ່ອອກມາໃນແບບ Rose Gold ແຕ່ງໄປໃສກໍ່ເຣີດແນ່ນອນ.                                   Pic from: ladyissue.com

Read More »

ສູດເດັດຫຼຸດນໍ້າໜັກ 3 ກິໂລພາຍໃນ 7 ມື້

ສູດຫຼຸດນໍ້າໜັກ 3 ກິໂລພາຍໃນ 7 ມື້ ປັດຈຸບັນມີຫຼາຍໆຄົນທີ່ຢາກຈະຫຼຸດຄວາມຕຸ້ຍແບບຮີບດ່ວນ ເລີຍມັກໄປເພິ່ງພາອາໄສຢາຫຼຸດຄວາມຕຸ້ຍ, ອາຫານເສີມຫຼຸດນໍ້າໜັກ, ຢາກໍາຈັດໄຂມັນ ແລະ ຢາຕ່າງໆ, ແຕ່ຖ້າຢາກຈ່ອຍແທ້ມັນມີເງື່ອນໄຂຢູ່ 2 ຢ່າງຄື: ການຄວບຄຸມອາຫານ ແລະ ການອອກກໍາລັງກາຍ ຖ້າເຮັດໄດ້ເທົ່ານີ້ກໍສາມາດຈ່ອຍໄດ້ ບໍ່ຈໍາເປັນຕ້ອງໄປເສຍເງິນກັບຢາຫຼຸດຄວາມຕຸ້ຍຕ່າງໆທັງສ່ຽງຕໍ່ສຸຂະພາບ, ມື້ນີ້ເວັບໄຊ້ ວາລະສານ ຂັວນໃຈ ຈະມາບອກສູດໃນການຄວບຄຸມອາຫານໃຫ້ສາວໆຮູ້ກັນວ່າ: ວິທີຫຼຸດຄວາມຕຸ້ຍ 3 ໂລພາຍໃນ 7 ມື້ນັ້ນມີຢ່າງໄດແດ່ ຮີບເບິ່ງດ່ວນເລີຍ.   ມື້ທີໜຶ່ງ. ຕອນເຊົ້າ: ນໍ້າຊາ ຫຼື ການເຟບໍ່ໃສ່ນໍ້າຕານ. ຕອນສວາຍ: ໄຂ່ຕົ້ມ 2 ໜ່ວຍ ແລະ ຜັກຕົ້ມບໍ່ຈໍາກັດຈໍານວນ ໃສ່ເກືອນ້ອຍໆ. ຕອນແລງ: ສະເຕັກໝູ ຫຼືປາ ຜັກ – ໝາກໄມ້ສົດ. ມື້ທີສອງ. ຕອນເຊົ້າ: …

Read More »

ວິທີກິນທີ່ຈະເຮັດໃຫ້ຮ່າງກາຍມີສຸຂະພາບດີ

ວິທີກິນທີ່ຈະເຮັດໃຫ້ຮ່າງກາຍມີສຸຂະພາບດີ ກ່ອນຈະກິນທຸກເທື່ອທ່ານຄວນຄຳນຶງເຖິງຄຸນຄ່າທາງໂພຊະນາການຂອງອາຫານແຕ່ລະຊະນິດ ຫຼັກການງ່າຍໆເລີຍກໍຄືຄວນກິນອາຫານໃຫ້ຄົບຫ້າໝູ່ເພື່ອທີ່ຮ່າງກາຍຈະໄດ້ນໍາໄປໃຊ້ພະລັງງານຢ່າງເຕັມທີ່ ແລະ ສາມາດເວົ້າໄດ້ວ່າສານອາຫານທັງຫ້າໝູ່ນີ້ຄວນກິນໃຫ້ມີປະລິມານທີ່ເໝາະສົມບໍ່ຫຼາຍ ຫຼື ບໍ່ໜ້ອຍເກີນໄປເຊິ່ງຈະດີຕໍ່ສຸຂະພາບຫຼາຍ.   ກິນໝາກໄມ້ສົດເປັນອາຫານຫວ່າງ ຫຼາຍຄົນທີ່ມັກກິນເຂົ້າໜົມຈຸກຈິກລະຫວ່າງມື້ ຖ້າບໍ່ຢາກຕຸ້ຍ ຫຼື ມີພະຍາດເພາະເຂົ້າໜົມຫວານເຫຼົ່ານີ້ ຄວນປ່ຽນມາເປັນການກິນໝາກໄມ້ສົດແທນ ເຮັດໃຫ້ໄດ້ປະໂຫຍດທັງໃຍອາຫານ ແລະ ວິຕາມິນສູງແຕ່ລະວັງໄວ້ວ່າບໍ່ຄວນກິນໝາກໄມ້ທີ່ມີລົດຊາດຫວານຫຼາຍ ຖ້າບໍ່ຢ່າງນັ້ນອາດໄດ້ຄວາມອ້ວນມາແທນທີ່ຄວາມຫຸ່ນດີ.     ຖ້າຫາກວ່າອົດໃຈບໍ່ໄດ້ທີ່ຢາກຈະກິນຂອງຫວ່າງຈໍາພວກ Bakery ອາດຈະອະນຸຍາດໄດ້ດ້ວຍການກິນເຂົ້າໜົມປັງທີ່ເຮັດມາຈາກແປ້ງເຂົ້າສາລີ ເພາະຈະມີທັນຍາພືດທີ່ເປັນປະໂຫຍດຕໍ່ຮ່າງກາຍ ແລະ ຄວນຫຼີກລ່ຽງເຂົ້າໜົມລົດຊາດຫວານປະເພດຄຸກກີ້ ເປັນຕົ້ນ.     ການເລືອກເຄື່ອງດື່ມທາງທີ່ດີທີ່ສຸດຄວນດື່ມນໍ້າດດື່ມບໍລິສຸດ ເພາະຈະເຮັດໃຫ້ຜິວພັນສົດໃສຊຸ່ມຊື່ນ ແລະ ບໍ່ມີອັນຕະລາຍຕໍ່ຮ່າງກາຍ ແຕ່ຖ້າຫາກວ່າຢາກຈະດື່ມເຄື່ອງດື່ມທີ່ສົດຊື່ນຈັກໜ້ອຍກໍ່ສາມາດເລືອກດື່ມນໍ້າໝາກໄມ້ສົດຊະນິດຕ່າງໆ ບໍ່ແນະນໍານໍ້າໝາກໄມ້ສໍາເລັດຮູບ ແລະ ນໍ້າອັດລົມປະເພດຕ່າງໆເພາະວ່າມີສ່ວນຜະສົມຂອງນໍ້າຕານ ເຊິ່ງເມື່ອດື່ມເປັນປະຈໍາອາດເຮັດໃຫ້ສຸຂະພາບບໍ່ດີ, ຜິວພັນໝອງຄໍ້າ ແລະ ຕຸ້ຍຂຶ້ນອີກດ້ວຍ.     ເລື່ອງຄວາມສະອາດ ແລະ ປອດໄພຂອງອາຫານກໍ່ເປັນສິ່ງທີ່ສໍາຄັນທີ່ສຸດ ໂດຍທ່ານຄວນເລືອກຊື້ຂອງທີ່ສົດໃໝ່ ແລະ ມີແຫຼ່ງຜະລິດທີ່ໜ້າເຊື່ອຖືໄດ້ ແລະ …

Read More »

ສຸດຍອດເຄື່ອງດື່ມເພື່ອສຸຂະພາບຜິວທີ່ດີ

ສຸດຍອດເຄື່ອງດື່ມເພື່ອສຸຂະພາບຜິວທີ່ດີ ນໍ້າໝາກພ້າວ ເມື່ອທຽບກັບເຄື່ອງດື່ມເກືອແຮ່ແລ້ວຖືວ່ານໍ້າໝາກພ້າວນັ້ນດີຕໍ່ສຸຂະພາບຫຼາຍກວ່າ ເນື່ອງຈາກນໍ້າໝາກພ້າວຈະມີລົດຊາດຫວານຕາມທໍາມະຊາດ ແລະ ບໍ່ມີສານໃຫ້ຄວາມຫວານທຽມອີກດ້ວຍ ນອກຈາກນີ້ຍັງເປັນແຫຼ່ງ potassium ເຊິ່ງຄົນສ່ວນຫຼາຍມັກຈະຂາດເຊິ່ງເກີດຈາກການກິນຜັກ ແລະ ໝາກໄມ້ບໍ່ພຽງພໍ  ເຖິງຢ່າງໃດກໍ່ຕາມຂໍ້ດີຂອງນໍ້າໝາກພ້າວທີ່ມີຕໍ່ຜິວ ອຸດົມໄປດ້ວຍສານຕ້ານອະນຸມູນອິດສະລະເຊິ່ງຈະຊ່ວຍຂະບວນການທີ່ເຮັດໃຫ້ຜິວນານແກ່ກ່ອນໄວ ຫຼ້າສຸດໄດ້ມີການຄົ້ນພົບສານອາຫານໃນນໍ້າໝາກພ້າວທີ່ມີປະໂຫຍດໃນທາງການແພດເຊັ່ນ: Fire growth hormone ຫຼື hormone ພືດ ແລະ ໜຶ່ງໃນນັ້ນມີຊື່ວ່າ hormone ເຊິ່ງມີຄຸນສົມບັດຕໍ່ຕ້ານຮິ້ວຮອຍ ແລະ ຊ່ວຍຮັກສາຄວາມອ່ອນເຍົາ.   ຊາຂຽວ ເນື່ອງຈາກຄາເຟອິນເຮັດໃຫ້ຮ່າງກາຍຂາດນໍ້າເຮົາຈຶ່ງງຄວນຈໍາກັດປະລິມານການບໍລິໂພກກາເຟ ແຕ່ຊາຂຽວບໍ່ໄດ້ໃຫ້ຜົນລັບແບບນັ້ນ ແລະ ຍັງອຸດົມໄປດ້ວຍ Poly-phenols ເຊິ່ງເປັນສານຕ້ານອະນຸມູນອິດສະລະທີ່ມີສັບພະຄຸນຕ້ານການອັກເສບ ແລະ ຕ້ານມະເຮັງ, ສານ EGCG ໃນໃບຊາຂຽວຈະຊ່ວຍປິ່ນປົວພະຍາດຜິວໜັງບາງຊະນິດໄດ້ເຊັ່ນ: ພະຍາດສະເກັດເງິນ, ພະຍາດສິວໜ້າແດງ ແລະ ແມ່ນແຕ່ຮິ້ວຮອຍ. ນອກຈາກນີ້ສານ Poly-phenols ຍັງມີຄຸນສົມບັດປ້ອງກັນອັນຕະລາຍ ແລະ ສ້ອມແປງພາກສ່ວນທີ່ເສຍຫາຍຈາກແສງ ແລະ ການດື່ມຊາຂຽວກໍ່ຊ່ວຍປ້ອງກັນຄວາມເສຍຫາຍຈາກແສງແດດໄດ້ຢ່າງມີປະສິດທິພາບອີກດ້ວຍ …

Read More »