Breaking News

Beauty

ຄຸນປະໂຫຍດຂອງ Vaseline ທີ່ທ່ານຕ້ອງຮູ້!!!

ສາລະພັດປະໂຫຍດຈາກ  Vaseline…!       ສາວໆເຄີຍຮູ້ບໍ່ວ່າ ວາສະລິນ (Vaseline) ນອກຈາກຈະໃຊ້ບໍາລຸງຜິວພັນ, ບໍາລຸງປາກແລ້ວນັ້ນ ຍັງມີປະໂຫຍດອີກຫຼາຍຢ່າງ ທີ່ສາວໆບໍ່ເຄີຍຮູ້ມາກ່ອນເຊິ່ງມື້ນີ້ ວາລະສານຂັວນ ໄດ້ນໍາເອົາປະໂຫຍດຂອງວາສະລິນມາແນະນໍາດັ່ງນີ້: ປະສົມເປັນສະລິບຕິກ ຖືວ່າເປັນເລື່ອງທີ່ດີ ເພາະວ່າວາສະລິນສາມາດນໍາໄປປະສົມກັບ Eyeshadow ສີທີ່ສາວໆມັກ ສ່ວນວິທີເຮັດກໍ່ງ່າຍໆພຽງແຕ່ຂູດ Eyeshadow ທີ່ມັກແລ້ວນໍາມັກປະສົມລວມກັບວາສະລີນແລ້ວຄົນໃຫ້ເຂົ້າເປັນເນື້ອດຽວກັນພຽງເທົ່ານີ້ສາວໆກໍ່ຈະໄດ້ສະລິບຕິກທີ່ຊ່ວຍເພິ່ມຄວາມຊຸມຊື່ນໃຫ້ກັບຮີບປາກຂອງເຮົາໄດ້ຢ່າງຍາວນານເພິ່ມຫຼາຍຂຶ້ນອີກດ້ວຍ.   ຈະເຮັດສີຜົມ ຫຼື ທາເລັບກໍ່ບໍ່ເປື້ອນ ຂໍ້ນີ້ກໍ່ເປັນອີກໜຶ່ງເຕັກນິກງ່າຍໆແບບໃກ້ຕົວ ສໍາລັບສາວໆທີ່ມັກໃນການປ່ຽນສີຜົມດ້ວຍຕົວເອງ ຫຼື ທາສີເລັບຕະຫຼອດ ພຽງແຕ່ໃຊ້ວາສະລິນທາບໍລິເວນຜິວໜັງອ້ອມເລັບ ຫຼື ບໍລິເວນຮອບໜ້າ ແລະ ຫຼັງຫູເວລາຍ້ອມຜົມກໍ່ຈະຊ່ວຍໃຫ້ສີບໍ່ເປື້ອນບໍລິເວນທີ່ເຮົາທາວາສະລິນໄວ້.   ຈັດແຕ່ງຄິ້ວ ຫຼື ເພິ່ມຄວາມດົກງາມໃຫ້ຂົນຕາ ວາສະລິນສາມາດຈັດແຕ່ງຄິ້ວຂອງຄົນເຮົາໃຫ້ເຂົ້າຮູບທີ່ເປັນລະບຽບໄດ້ ແລະ ຍັງສາມາດເພິ່ມລູກຫຼິ້ນໃຫ້ກັບໜ່ວຍຕາເຮົາໄດ້ດີ ພຽງແຕ່ໃຊ້ວາສະລິນທາລົງທີ່ໄມ້ມາດຄາຣ່າ (Mascara) ແລ້ວປັດຂົນຕາກໍ່ຈະຊ່ວຍເພິ່ມຄວາມໜາ ແລະ ຄວາມຍາວຂອງຂົນຕາໄດ້ອີກດ້ວຍ.   ກໍາຈັດຮອຍລິບສະຕິກ ສາວໆຄົນໃດທີ່ເຄີຍພົບກັບບັນຫາລິບສະຕິກເປື້ອນເສື້ອ …

Read More »

4 ທ່າຢືດຢຽດແກ້ເຈັບຫຼັງພາກສ່ວນລຸ່ມ ພະນັກງານ Office ນັ່ງດົນໆຕ້ອງ!!!

  4 ທ່າຢືດຢຽດແກ້ເຈັບຫຼັງພາກສ່ວນລຸ່ມ ພະນັກງານ Office ນັ່ງດົນໆຕ້ອງລອງ ໃຜທີ່ເປັນບ່າວສາວ Office ທີ່ນັ່ງດົນໆແລ້ວມີອາການເຈັບຫຼັງ ລອງນໍາເອົາເຄັດລັບນີ້ລອງໄປນໍາໃຊ້ ແລະ ວິທີກໍ່ງ່າຍໆດັ່ງນີ້: ທ່າຂົວໂຄ້ງ ນອນຫງາຍ ຕັ້ງເຂົ່າທັງສອງຂ້າງຂຶ້ນ ມືທັງສອງວາງຂ້າງລໍາຕົວ ຍົກຕົວໃຫ້ກົ້ນລອຍພົ້ນພື້ນ ເກັງທ່າຄ້າງໄວ້ ນັບ 1-10 ແລ້ວຄ່ອຍໆກັບສູ່ທ່າເກົ່າ ເຮັດຊໍ້າປະມານ 2-3 ເທື່ອ   ທ່າຢືນກົ້ມຕົວ ຢືນຊື່ ຕີນແປະກັນ ປາຍຕີນຂະໜານກັບບ່າໄຫຼ່ ຄ່ອຍໆກົ້ມຕົວໄປດ້ານໜ້າ, ເຂົ່າເຄັ່ງ ແລ້ວຢຽດແຂນໄປແຕະປາຍຕີນ ( ຫາກແຕະບໍ່ເຖິງໃຫ້ກົ້ມຫຼາຍສຸດເທົ່າທີ່ຈະເຮັດໄດ້ ) ຄ້າງທ່າໄວ້ 10 ວິນາທີ ຈາກນັ້ນກັບສູ່ທ່າຢືນປົກກະຕິ ເຮັດຊໍ້າອີກປະມານ 5-10 ເທື່ອ     ທ່ານັ່ງພື້ນ ກົ້ມຕົວ ນັ່ງຫຼັງຊື່ ອ້າຂາອອກເປັນວົງແຫວນໃຫ້ພື້ນຕີນເຂົ້າຫາກັນ ກົ້ມຕົວໄປດ້ານໜ້າ ໃຫ້ຫົວກົ້ມລົງຕິດພື້ນຫຼາຍທີ່ສຸດ …

Read More »

ເຕັກນິກໃນການກິນອາຫານໃຫ້ສຸຂະພາບດີ!!!

ເຕັກນິກໃນການກິນອາຫານໃຫ້ສຸຂະພາບດີ ຄຳວ່າ “ ອາຫານ ”ກັບ “ສຸຂະພາບ ”ເປັນສິ່ງທີ່ຄູ່ກັນບໍ່ວ່າໃຜໆກໍຢາກມີສຸຂະພາບທີ່ດີ ການກິນເພື່ອສຸຂະພາບຄືສິ່ງທີ່ຈຳເປັນທີ່ຈະຕ້ອງໃຫ້ຄວາມສົນໃຈ ເພາະການກິນບໍ່ແມ່ນການສະໜອງຄວາມຕ້ອງການຫຼືໃຫ້ອີ່ມທ້ອງເທົ່ານັ້ນຍັງຕ້ອງຄິດເຖິງຜົນທີ່ມີຕໍ່ສຸຂະພາບອີກດ້ວຍມື້ນີ້ ວາລະສານ ຂັວນໃຈ ກໍ່ມີເຄັດລັບໃນການກິນເພື່ອໃຫ້ໄດ້ສຸຂະພາບທີ່ດີມາຝາກ: ກິນເຂົ້າເຊົ້າເປັນປະຈຳ ເພາະເຂົ້າໃນຕອນເຊົ້າສຳຄັນທີ່ສຸດ ແລະ ຄວນກິນໃຫ້ຄົບ 5 ໝູ່ໃນປະລິມານທີ່ເໝາະສົມ ເພາະນອກຈາກຈະຊ່ວຍເພິ່ມເຕີມພະລັງໃຫ້ຮ່າງກາຍ ແລະ ສະໝອງແລ້ວຍັງຊ່ວຍຫຼຸດລະດັບຄໍເລດເຕີຣໍ (cholesterol) ໃນເສັ້ນເລືອດຊ່ວຍໃຫ້ການເຜົາຜານພະລັງງານໄດ້ດີ. ເລືອກອາຫານຈາກທຳມະຊາດເຊັ່ນ: ເຂົ້າກ່ອງ, ເຂົ້າບາເລຼ່, ຖົ່ວ, ສາລີເປັນຕົ້ນ ເຊິ່ງອາຫານເຫຼົ່ານີ້ມີຄຸນຄ່າທາງໂພຊະນາການສູງເປັນແຫຼ່ງລວມຂອງແຮ່ທາດ, ວິຕາມິນ, ໂປຣຕີນທີ່ບໍ່ມີຄໍເລດເຕີຣອນ (cholesterol) ແລະ ຄາໂບໄຮເດດ (Carbohydrate), ຊ່ວຍຫຼຸດຄວາມສ່ຽງພະຍາດຫົວໃຈ, ຫຼຸດຄໍເລດເຕີຣອນ (cholesterol) ແລະ ຄວາມດັນເລືອດໄດ້ ຫຼື ອາດເລືອກອາຫານທີ່ມີສ່ວນປະກອບຂອງພືດເປັນຕົ້ນ. ກິນຜັກ, ໝາກໄມ້ ແລະ ອາຫານ ກິນເປັນປະຈຳເພື່ອເພິ່ມວິຕາມິນ, ເກືອແຮ່ ແລະ ສານອື່ນໆທີ່ຈຳເປັນຕໍ່ຮ່າງກາຍ, …

Read More »

ເຮັດແບບນີ້ອາດເຖົ້າແບບບໍ່ຮູ້ຕົວ

       ເຮັດແບບນີ້ອາດເຖົ້າແບບບໍ່ຮູ້ຕົວ                         ມີຕົວການຫຼາຍຢ່າງທີ່ທໍາຮ້າຍຜິວພັນຂອງຜູ້ຍິງເຮົາ ແລະ ໜຶ່ງໃນນັ້ນການສະແດງອາລົມລວມໄປເຖິງການເຮັດພຶດຕິກໍາບາງຢ່າງທີ່ເຮັດໃຫ້ຜິວພັນແຫ່ວ ແລະ ເຖົ້າແບບບໍ່ຮູ້ຕົວ. ພຶດຕິກໍາບາງຢ່າງອາດທໍາຮ້າຍຜິວພັນໃຫ້ຊຸດໂຊມໂດຍທີ່ທ່ານບໍ່ຮູ້ຕົວໄດ້ ສະນັ້ນຕ້ອງລະວັງສິ່ງຕໍ່ໄປນີ້: ໃຊ້ Cleanser ຜິດ: ຖ້າທ່ານຮູ້ສຶກຜິວແຫ້ງຜິວເຄັ່ງທຸກຄັ້ງຫຼັງຈາກລ້າງໜ້າ Cleanser ທີ່ທ່ານໃຊ້ຢູ່ອາດທໍາລາຍນໍ້າມັນຫຼໍ່ລ້ຽງຜິວຕາມທໍາມະຊາດ ເຊິ່ງເມື່ອປ່ອຍໃຫ້ຜິວແຫ້ງໄປດົນໆກໍຈະເຮັດໃຫ້ມີຮິ້ວຮອຍຂຶ້ນມາໄດ້.      ນອນສະແຄງ: ການກົດໃບໜ້າເຂົ້າກັບໝອນຈົນເກີດຮອຍຊໍ້າແລ້ວຊໍ້າອີກ ຈະເຮັດໃຫ້ຮິ້ວຮອຍເຫຼົ່ານັ້ນຕິດຢູ່ເທິງໃບໜ້າແບບຖາວອນໄດ້ ຖ້າຢຸດການນອນສະແຄງບໍ່ໄດ້ແທ້ໆກໍ່ປ່ຽນສົບໝອນເປັນແບບຜ້າໄໝມື່ນໆແທນກໍອາດຈະຊ່ວຍຫຼຸດຜ່ອນໄດ້. ສະແດງອາລົມ: ຖ້າທ່ານມັກສະແດງອາລົມເທິງໃບໜ້າຫຼາຍໆບໍ່ວ່າຈະເຮັດໜ້າຍີ້ມ ຫຼື ໜ້າຮ້າຍການກະທໍາຕ່າງໆກໍ່ລ້ວນແລ້ວແຕ່ຈະເຮັດໃຫ້ເກີດຮິ້ວຮອຍທີ່ກາຍເປັນຮິ້ວຮອຍຖາວອນໄດ້. ສະນັ້ນຢ່າສະແດງອາລົມຫຼາຍເກີນໄປ ແລະ ຊອກຫາແວ່ນກັນແດດມາໃສ່ເວລາອອກທາງນອກ.  

Read More »

ວິທີບໍາລຸງຜົມເສຍແຕກປາຍໃຫ້ມີສຸຂະພາບດີ

ວິທີບໍາລຸງຜົມເສຍແຕກປາຍໃຫ້ມີສຸຂະພາບດີ ວິທີບໍາລຸງຜົມເສຍຫຼາຍ ຖືວ່າເປັນເຄັດລັບຄວາມງາມທີ່ຈໍາເປັນຕໍ່ສາວໆທີ່ມີບັນຫາເສັ້ນຜົມແຫ້ງເສຍຫຼາຍ ແລະ ມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາວິທີການບໍາລຸງຜົມໃຫ້ມີສຸຂະພາບດີມາຝາກທ່ານດັ່ງຕໍ່ໄປນີ້: ເລືອກໃຊ້ຜະລິດຕະພັນເບິ່ງແຍງເສັ້ນຜົມແຫ້ງເສຍເປັນພິເສດ ບໍ່ວ່າຈະເປັນແຊມພູສະຜົມ, ຄຣີມນວດຜົມ, ວິຕາມິນເບິ່ງແຍງເສັ້ນຜົມ ສາວໆຄວນເລືອກໃຊ້ແຊມພູ, ຄຣີມນວດ ແລະ Treatment ທີ່ມີສ່ວນປະສົມຂອງສານ Moyseriser, ວິຕາມິນລວມເຖິງຄ່າ pH balance ທີ່ມີຄວາມດຸ່ນດ່ຽງເພື່ອຊ່ວຍເຮັດຄວາມສະອາດ ແລະ ບໍາລຸງຜົມໃຫ້ງາມໄດ້ຢ່າງຄົບຖ້ວນ ທີ່ສໍາຄັນຄວນໃຊ້ເຊຣໍາບໍາລຸງຜົມສູດເຂັ້ມຂົ້ນທຸກເທື່ອຫຼັງສະ. ບໍາລຸງຜົມແບບຈັດໜັກ ດ້ວຍນໍ້າມັນສະກັດຈາກທໍາມະຊາດໄດ້ແກ່ ນໍ້າມັນໝາກພ້າວ, ນໍ້າມັນໝາກກອກ ມານວດບໍາລຸງເສັ້ນຜົມໃຫ້ທົ່ວໂດຍໃຊ້ປາຍນິ້ວມືນວດບໍລິເວນໜັງຫົວປະມານ 2 ນາທີແລ້ວປະໄວ້ 20 ນາທີກ່ອນສະຜົມ ເຮັດອາທິດລະ 3 ເທື່ອຈະຊ່ວຍຟື້ນຟູໃຫ້ຜົມເສຍກັບມາມີຊີວິດຊີວາ ແລະ ເງົາງາມໄດ້ໄວຂຶ້ນ. ອົບອາຍນໍ້າເສັ້ນຜົມແບບລະຫວ່າງມື້ ເພື່ອເປັນການເປີດເກັດຜົມໃຫ້ໄດ້ຮັບສານອາຫານ ແລະ ວິຕາມິນໄປບໍາລຸງຜົມຢ່າງເຕັມທີ່ ໃຫ້ໃຊ້ໄຂ່ແດງ 1 ໜ່ວຍ + ໂຍເກິດລົດທໍາມະຊາດ 1 ຈອກ ປະສົມໃຫ້ເຂົ້າກັນ …

Read More »