Breaking News

Beauty

ຂໍ້ຫ້າມໃນການສີດໂບທ໋ອກ (Botox) ມີຢູ່ 5 ຂໍ້

  ຂໍ້ຫ້າມໃນການສີດໂບທ໋ອກ (Botox) ມີຢູ່ 5 ຂໍ້ຄື: ມີປະຫວັດເກີດພູມແພ້ຢ່າງຮຸ່ນແຮງຕໍ່ ໂບທູລິນຼາມ ທ໋ອກຊິນ (Botulinum toxin). ຜູ້ຍິງທີ່ຖືພາ ຫຼື ກໍາລັງໃຫ້ນົມລູກ. ມີຄວາມຜິດປົກກະຕິຂອງພະຍາດກ້າມເນື້ອອ່ອນແຮງ. ມີບັນຫາເລືອດອອກງ່າຍຜິດປົກກະຕິ ຫຼື ກໍາລັງກິນຢາທີ່ມີຜົນເຮັດໃຫ້ເລືອດອອກແລ້ວຢຸດຍາກ. ກໍາລັງປິ່ນປົວດ້ວຍຢາບາງຊະນິດເຊິ່ງມີຜົນຕໍ່ການອອກລິດຂອງໂບທ໋ອກ (Botox).    

Read More »

ປັບຮໍໂມນເພດຍິງ ຕ້ອງກິນ 7 ອາຫານທີ່ມີເອດໂຕຣເຈນສູງ

ປັບຮໍໂມນເພດຍິງ ຕ້ອງກິນ 7 ອາຫານທີ່ມີເອດໂຕຣເຈນສູງ ອາຫານທີ່ມີຮໍໂມນເພດຍິງ ຫຼື ອາຫານທີ່ມີເອດໂຕຣເຈນ (estrogen) ສູງ ເໝາະສົມກັບສຸຂະພາບຜູ້ຍິງທີ່ຕ້ອງການປັບຮໍໂມນເພດຍິງໃຫ້ຢູ່ໃນລະດັບດຸ່ນດ່ຽງກັບຮ່າງກາຍ ຄືນຄວາມງາມ, ຄວາມສົດໃສ ແລະ ສຸຂະພາບທີ່ດີທີ່ຜູ້ຍິງຄູ່ຄວນ ແລະ ມື້ນີ້ ວາລະສານຂັວນໃຈ ກໍ່ມີວິທີໃນການປັບຮໍໂມນເພດຍິງມາແນະນຳດັ່ງນີ້: ນ້ຳໝາກພ້າວ ນ້ຳໝາກພ້າວມີຮໍໂມນເອດໂຕຣເຈນ (estrogen) ເຊິ່ງເປັນສ່ວນສຳຄັນຕໍ່ການສ້າງຄໍລາເຈນ(collagen) ຊ່ວຍເຮັດໃຫ້ຜິວພັນເຕັ່ງຕຶງ, ມີຄວາມຊຸ່ມຊື່ນ ແລະ ຍັງມີສັບພະຄຸນໃນການຂັບໄລ່ປັດສະວະ, ຂັບໄລ່ຂອງເສຍ ຫຼື ສານພິດອອກຈາກຮ່າງກາຍ ຈຶ່ງຊ່ວຍເຮັດໃຫ້ຜິວຂາວໃສ, ຍັງຊ່ວຍປັບຄວາມດຸ່ນດ່ຽງຂອງຮ່າງກາຍ, ເຮັດໃຫ້ການເຮັດວຽກຂອງລະບົບພາຍໃນຮ່າງກາຍເປັນປົກກະຕິ. ຖົ່ວຊະນິດຕ່າງໆ ໂຟໂຕເອດໂຕຣເຈນ (fire estrogen) ຄືສານທີ່ເຮົາຫາໄດ້ຈາກຖົ່ວຫຼາຍໆຊະນິດ ເຊິ່ງເວົ້າໄດ້ວ່າຖ້າຢາກກິນອາຫານເພື່ອປັບຄວາມດຸ່ນດ່ຽງຂອງຮໍໂມນເພດຍິງ ຖົ່ວຍັງເຕັມໄປດ້ວຍໂປຣຕິນ ແລະ ໄຟເບີສູງບໍ່ວ່າຈະເປັນຖົ່ວຊະນິດຝັກ, ຖົ່ວດິນ, ຖົ່ວດຳ, ຖົ່ວລັນເຕົາ,ຖົ່ວແດງ ແລະ ຖົ່ວປະເພດອື່ນໆ ຫຼື ແມ່ນແຕ່ທັງຖົ່ວງອກ. ເຕົ້າຫູ້ ເຕົ້າຫູ່ມີໄອໂຊຟຣາໂວນ …

Read More »

ຜົນຂ້າງຄຽງທີ່ເຫັນເປັນປະຈຳໃນກຸ່ມຂອງຄົນທີ່ນິຍົມຢາຂາວ!!!

ຜົນຂ້າງຄຽງທີ່ເຫັນເປັນປະຈຳໃນກຸ່ມຂອງຄົນທີ່ນິຍົມຢາຂາວ ອາການແພ້ຫຼາຍຄົນສາມາດເກີດປະຕິກິລິຍາຂຶ້ນໄດ້ ແລະ ສະແດງຜົນຂຶ້ນກັບບາງພາກສ່ວນຂອງຮ່າງກາຍໃນລັກສະນະຂອງຜື່ນຄັນເທິງຜິວໜັງ ຫຼື ອາການບວມເປັນຕົ້ນ ຖ້າຫາກທ່ານເລີ່ມມີອາການເຫຼົ່ານີ້ຫຼັງຈາກການກິນຢາຂາວຄວນຢຸດກິນທັນທີ ແລ້ວນໍາຜະລິດຕະພັນດັ່ງກ່າວໄປພົບແພດເພື່ອຂໍຄໍາປຶກສາໂດຍທັນທີ. ມະເຮັງທີ່ອາດຈະແຝງມາກັບສ່ວນປະກອບບາງຊະນິດ ຖ້າຫາກຢາຂາວຂອງທ່ານມີສ່ວນປະກອບຂອງ Hydroquinone ໃຫ້ຫຼີກໂດຍທັນທີຈາກການສຶກສາພົບວ່າສ່ວນປະກອບດັ່ງກ່າວເປັນປັດໄຈທີ່ກໍ່ໃຫ້ເກີດພະຍາດມະເຮັງຂຶ້ນ ເຊິ່ງໃນຫຼາຍປະເທດໄດ້ມີການປະກາດໃຫ້ສານດັ່ງກ່າວກາຍເປັນສານຕ້ອງຫ້າມແລ້ວ. ເກີດຄວາມຜິດປົກກະຕິຂອງຂະບວນການເຮັດວຽກງານຂອງຜິວພັນບາງພາກສ່ວນ ເນື່ອງຈາກສ່ວນປະກອບຂອງຢາຂາວບາງຊະນິດຈະເຂົ້າໄປຂັດຂວາງຂະບວນການຜະລິດເມັດສີເມລານິນ ແລະ ອາດຍັງສົ່ງຜົນຕໍ່ລະດັບຮໍໂມນໃນຮ່າງກາຍອີກດ້ວຍ.

Read More »

ເຄື່ອງສໍາອາງສາມາດເກັບໄດ້ດົນປານໃດ?

  ເຄື່ອງສໍາອາງສາມາດເກັບໄດ້ດົນປານໃດ ຜະລິດຕະພັນອ້ອມໜ່ວຍຕາ ໂດຍສະເພາະ Mascara, Eyeshadow, ສໍແຕ້ມຄິ້ວ ແລະ ຂອບຕາ ບໍ່ສາມາດໃຊ້ໄດ້ດົນໆເທົ່າກັບຊະນິດອື່ນໆເພາະໂອກາດໃນການປົນເປື້ອນຂອງເຊື້ອຈຸລິນຊີລະຫວ່າງການໃຊ້ງານມີສູງຫຼາຍ ອາດເຮັດໃຫ້ເກີດອັກເສບຂອງຈຸລັງໜ່ວຍຕາໄດ້ ຜູ້ຊ່ຽວຊານທາງເຄື່ອງສໍາອາງແນະນໍາໃຫ້ປ່ຽນຜະລິດຕະພັນເຫຼົ່ານີ້ຖີ້ມທຸກໆ 3 ເດືອນພາຍຫຼັງຈາກການເປີດໃຊ້ງານ ຜະລິດຕະພັນປະເພດສະໝຸນໄພ ຫຼື ຊະນິດທີ່ມີອົງປະກອບຈາກທໍາມະຊາດມັກຈະເກັບໄວ້ບໍ່ດົນຜູ້ໃຊ້ຄວນໝັ່ນສັງເກດກາານປ່ຽນແປງທີ່ຜິດປົກກະຕິເຊັ່ນ: ສີ, ກິ່ນ ແລະ ຄວາມໜຽວຂອງເນື້ອຄຣີມເພາະທັງສີ, ກິ່ນ ແລະ ຄວາມໜຽວທີ່ປ່ຽນໄປສະແດງເຖິງການສະລາຍຕົວຂອງຜະລິດຕະພັນອັນອາດມີສາເຫດຈາກການປົນເປື້ອນຂອງເຊື້ອຈຸລິນຊີໄດ້ ເນື່ອງຈາກສານສະກັດຈາກທໍາມະຊາດມັກຈະບໍ່ມີສານກັນບູດ ຖ້າຫາກພົບການປ່ຽນແປງແບບນັ້ນໃຫ້ຢຸດໃຊ້ ແລະ ຖີ້ມໄປທັນທີບໍ່ຕ້ອງເສຍດາຍ, ນອກຈາກນັ້ນການເກັບຜະລິດຕະພັນຕ້ອງມ້ຽນຕາມຄໍາແນະນໍາເທິງສະຫຼາກເຊັ່ນ: ຫຼີກເວັ້ນຄວາມຮ້ອນ ແລະ ແສງແດດ ຖ້າຫາກມ້ຽນບໍ່ໄດ້ຕາມຄໍາແນະນໍາອາຍຸຂອງຜະລິດຕະພັນຈະສັ້ນກວ່າວັນໝົດອາຍຸທີ່ກໍານົດໄວ້ເທິງປ້າຍສະຫຼາກນັ້ນເອງ.

Read More »

ເຮັດແນວໃດດີເມື່ອເລັບຈີກຕະຫຼອດ?

ເຮັດແນວໃດດີເມື່ອເລັບຈີກຕະຫຼອດ ເມື່ອເລັບຈີກ ໃຜວ່າເປັນເລື່ອງເລັກນ້ອຍ ນອກຈາກເລັບຈະບໍ່ງາມແລ້ວຍັງໝາຍຄວາມວ່າ ຮ່າງກາຍກໍາລັງບອກເຮົາວ່າສຸຂະພາບຂອງເຮົາກໍາລັງຂາດສານອາຫານປະເພດວິຕາມິນ ແລະ ທາດເຫຼັກຢູ່ ແຕ່ວິທີການຟື້ນຟູເລັບງາມໆ, ເບິ່ງແຍງສຸຂະພາບດີກໍບໍ່ໄດ້ຖືວ່າເປັນເລື່ອງຍາກຈົນເກີນໄປ ສາວໆສາມາດເລີ່ມຕົ້ນເຮັດເອງໄດ້ຢ່າງງ່າຍໆໂດຍບໍ່ຕ້ອງເສຍເງິນເຂົ້າຮ້ານເຮັດເລັບໃຫ້ສິ້ນເປືອງເງິນເລີຍ. ສິ່ງທໍາເຮັດອິດ ແລະ ສິ່ງທີ່ສໍາຄັນສໍາລັບຂັ້ນຕອນການຟື້ນຟູເລັບງາມໆນັ້ນງ່າຍໆຄື ຕ້ອງເລີ່ມຈາກການຮັບປະທານອາຫານທີ່ມີປະໂຫຍດກ່ອນເພື່ອທີ່ຈະຊ່ວຍເສີມສ້າງເລັບງາມໆເຊັ່ນ: ຜັກ, ໝາກໄມ້, ປະເພດຖົ່ວ ແລະ ພືດຊະນິດຕ່າງໆ ຊີ້ນສັດທີ່ບໍ່ມີນໍ້າມັນລວມໄປເຖິງໄຂ່, ຫອຍ, ໝາກອະໂວຄາໂດ ເພາະອຸດົມໄປດ້ວຍແຮ່ທາດສານອາຫານ ແລະ ວິຕາມິນທີ່ເປັນປະໂຫຍດຕໍ່ເລັບ ຈໍາພວກໄບໂອຕິນ, ວິຕາມິນ B7, ວິຕາມິນH ເຮັດໃຫ້ເລັບແຂງແຮງຂຶ້ນເອງໂດຍອັດຕະໂນມັດ ເມື່ອເກາະໃສກໍຈະບໍ່ຈີກຂາດງ່າຍ. ອັນດັບຕໍ່ມາສາວໆນ່າຈະມັກເປັນພິເສດຄືການເລືອກໃຊ້ຄີມບໍາລຸງເລັບມື ແລະ ເລັບຕີນໂດຍສະເພາະໝັ່ນທາເປັນປະຈໍາເຊົ້າແລງ ຈະຊ່ວຍໃຫ້ເລັບແຂງແຮງ, ເກີດຄວາມຢືດຢຸ່ນບໍ່ແຫ້ງດ້ານ ນອກຈາກນີ້ສາວໆຄວນຮັກສາຄວາມສະອາດຂອງເລັບຢູ່ເປັນປະຈໍາເພື່ອປ້ອງກັນເຊື້ອພະຍາດ ຄວນຕັດເລັບໃຫ້ສັ້ນພໍເໝາະສົມ ການຈົ່ງເລັບຍາວ ຫຼື ຕົບແຕ່ງເລັບຫຼາຍເກີນໄປນັ້ນອາດຈະງາມສໍາລັບທ່ານ ແຕ່ກໍສ່ຽງທີ່ເລັບທ່ານຈະເສຍຫາຍຈາກອຸບັດຕິເຫດຕ່າງໆໄດ້ ລວມທັງການໃຊ້ຢາທາເລັບບາງຊະນິດທີ່ມີສານເຄມີເຊິ່ງຈະເຮັດໃຫ້ເກີດປະຕິກິລິຍາຕໍ່ເລັບ, ສົ່ງຜົນໃຫ້ເລັບເຫຼືອງ, ມີຄວາມເປາະບາງ ແລະ ຈີກຢູ່ຕະຫຼອດ ຄວນຢຸດທາເລັບ ຫຼື ເຄືອບເລັບຈັກໄລຍະເພື່ອເປັນການພັກຜ່ອນສຸຂະພາບເລັບ …

Read More »