Breaking News

Beauty

ວິທີບໍາລຸງມືໃຫ້ນຽນນຸ້ມຊຸ່ມຊື່ນ

ວິທີບໍາລຸງມືໃຫ້ນຽນນຸ້ມຊຸ່ມຊື່ນ ສາວໆແຕ່ລະຄົນໄດ້ເຄີຍລອງສັງເກດເບິ່ງມືຂອງຕົນເອງບໍ່ວ່າຄວາມປ່ຽນແປງຂອງມືເປັນຢ່າງໃດ? ໂດຍໃຫ້ສັງເກດເລັບ ຖ້າເລັບເລີ່ມມີສີເຫຼືອງ ແລະ ມີດອກເລັບຂຶ້ນມາ ກໍ່ສະແດງວ່າສຸຂະພາບມື ແລະ ເລັບຂອງທ່ານນັ້ນບໍ່ຄ່ອຍດີປານໃດ ດັ່ງນັ້ນ ວາສະສານ ຂັວນໃຈ ຈຶ່ງໄດ້ຫາສູດກະຊັບ ບໍາລຸງມືມາຝາກ ຖ້າສາວໆທ່ານໃດທີ່ມີອາການດັ່ງກ່າວທີ່ເວົ້າມາລອງເອົາສູດນີ້ໄປນໍາໃຊ້ແລ້ວຈະໄດ້ມືທີ່ນຽນນຸ້ມ ດັ່ງນີ້: ປະສົມນໍ້າຕານຊາຍກັບ Baby Oil ແລ້ວເອົາທາຖູມື ນວດຄ່ອຍໆນວດເປັນວົງມົນ 2-3 ນາທີ ແລ້ວລ້າງອອກດ້ວຍນໍ້າທໍາມະດາ ແລະ ເຊັດມືໃຫ້ແຫ້ງ. ປະສົມນໍ້າຕານຊາຍ 1/2 ຖ້ວຍກັບໂຍເກີດ 1 ຈອກ ແລະ ເປືອກໝາກນາວຊອຍບາງໆ 1/2 ຖ້ວຍ ແລ້ວນໍາມາປະສົມໃຫ້ເຂົ້າກັນແລ້ວນໍາມາຖູຄ່ອຍໆ. ທາມືດ້ວຍໂຍເກີດລົດທໍາມາະຊາດ ປະໄວ້ປະມານ 20 ນາທີ ເຮັດອາທິດລະ 2 ເທື່ອ. ປະສົມນໍ້າຕານ, ນໍ້າໝາກນາວ ແລະ ຄຣີມສົດ ແນວລະ 1 ບ່ວງແກງ …

Read More »

ແຕ່ງໜ້າໃຫ້ຖ່າຍຮູບພາບງາມ

    ແຕ່ງໜ້າໃຫ້ຖ່າຍຮູບພາບງາມ ປັດຈຸບັນນີ້ ເຮົາຢູ່ໃນໂລກຂອງການຖ່າຍຮູບພາບບໍ່ວ່າຈະໄປໃສ ຫຼື ເຮັດຫຍັງເຮົາກໍຖ່າຍຮູບພາບເຖິງແມ່ນວ່າເຮົາບໍ່ຖ່າຍໝູ່ເພື່ອນກໍຖ່າຍແຕ່ເມື່ອຖ່າຍອອກມາແລ້ວມັນອາດຈະບໍ່ງາມ ແລະ ມື້ນີ້ເວັບໄຊ້ ວາລະສານ ຂັວນໃຈ ໄດ້ນໍາເອົາວິທີໃນການແຕ່ງໜ້າແນວໃດເພື່ອເວລາຖ່າຍຮູບພາບອອກມາແລ້ວງາມມາຝາກ. ເຮັດໃຫ້ດວງຕາສົດໃສ: ການເຮັດໃຫ້ດວງຕາສົດໃສ ບໍ່ອິດເມື່ອຍ ຫຼື ດວງຕາຂຸ້ນມົວ ເປັນຫົວໃຈສໍາຄັນຂອງການຖ່າຍຮູບພາບ ເພາະຖ້າດວງຕາສົດໃສພາກສ່ວນອື່ນໆຂອງໃບໜ້າກໍງາມຄືກັນ ວິທີສ້າງຄວາມສົດໃສໃຫ້ດວງຕາກໍຄື ຢອດນໍ້າຢາຢອດຕາເຢັນໆລົງໄປປະມານຢອດໜຶ່ງສອງຢອດກ່ອນເລີ່ມແຕ່ງໜ້າ. ກຽມຜິວພັນໃຫ້ນຸ້ມນຽນ ບໍ່ແຫ້ງ: ດ້ວຍການລ້າງໜ້າໃຫ້ສະອາດ ແລະ ມາດສ໌ໜ້າປະມານ 10-15 ນາທີ ເພື່ອຄວາມພ້ອມ ຫຼື ອາດຈະໃຊ້ຄີມບໍາລຸງຜິວພັນເພີ່ມຄວາມຊຸ່ມໃຫ້ກັບໃບໜ້າກໍ່ໄດ້. ເລືອກຮອງພື້ນໃຫ້ເໝາະສົມກັບສະພາບຜິວພັນ ແລະ ສີຜິວພັນ: ຢ່າໃຊ້ສີທີ່ຈາງເກີນໄປ ແລະ ບໍ່ເຂັ້ມຈົນເກີນໄປເລືອກສູດທີ່ເໝາະສົມກັບສະພາບຜິວພັນຢ່າໃຫ້ມັນ ຫຼື ສະທ້ອນແສງຫຼາຍເກີນໄປ. ທາຄອນຊີເລີ (Concealer) ໃນຈຸດທີ່ຕ້ອງການເນັ້ນໃຫ້ເດັ່ນ: ໃຊ້ໃນປະລິມານພຽງເລັກໜ້ອຍກໍ່ພໍ ແລະ ຕ້ອງໃຫ້ເຂົ້າກັບສີຜິວທໍາມະຊາດ ທາໃຫ້ສະໝໍ່າສະເໝີຢ່າໃຫ້ເຫັນເປັນຈຸດ. Highlights ໃນຈຸດສໍາຄັນ ເຊັ່ນ: ບໍລິເວນແກ້ມ, …

Read More »

5 ທ່າໂຍຄະຫຼຸດໄຂມັນໃຫ້ໝົດໄປ

5 ທ່າໂຍຄະຫຼຸດໄຂມັນໃຫ້ໝົດໄປ ທ່າກົງລໍ້ (Chakrasana – Wheel pose). ທ່າກົງລໍ້ເປັນທ່າໂຍຄະທີ່ຊ່ວຍເສີມສ້າງການເຮັດວຽກຂອງຕັບ ເຊິ່ງຕັບທີ່ເຮັດວຽກງານໄດ້ເຕັມປະສິດທິພາບຈະຜະລິດຄໍເລດເຕີຣອນຊະນິດທີ່ດີຂຶ້ນມາກໍາຈັດຄໍເລດເຕີຣອນຊະນິດທີ່ບໍ່ດີໄດ້ຫຼາຍຂຶ້ນ. ວິທີເຝິກ: ເລີ່ມຕົ້ນດ້ວຍທ່ານອນຫງາຍຕັ້ງເຂົ່າຂຶ້ນ ແລ້ວຍົກມືວາງໄວ້ຂ້າງຫູ ຫຼັງມືປິ່ນອອກໄປທາງດ້ານເໜືອຫົວ ( ດັ່ງໃນຮູບພາບ) ຍົກສະໂພກຂຶ້ນ ແລ້ວຄ່ອຍໆຍົກເອິກຂຶ້ນຕາມ ໂດຍທີ່ແຂນຍັງງໍ ແລະ ຫົວປິ່ນລົງທາງລຸ່ມ ຄ່ອຍໆແອ່ນລໍາຕົວຂຶ້ນຈົນສຸດໃຫ້ແຂນເຄັ່ງ ຖີ້ມນໍ້າໜັກລົງທີ່ຝາມືທັງສອງຂ້າງ ແລະ ສາມາດວາງຕີນໄວ້ກັບພື້ນໄດ້ ຄ້າງທ່ານີ້ໄວ້ 5 ລົມຫາຍໃຈແລ້ວກັບສູ່ທ່າເລີ່ມຕົ້ນ ທ່າບິດຕົວ (ArdhaMatsyendrasana – Sitting Half Spinal Twist). ຮ່າງກາຍທີ່ຜ່ອນຄາຍຈະຊ່ວຍໃຫ້ສານຜິດຕ່າງໆທີ່ສະສົມຢູ່ພາຍໃນຮ່າງກາຍຖືກກໍາຈັດໄດ້ງ່າຍຂຶ້ນ ທ່າບິດຕົວນອກຈາກຈະຊ່ວຍຢືດເສັ້ນສາຍແລ້ວກໍຍັງໄປກະຕຸ້ນການເຮັດວຽກຂອງລະບົບອະໄວຍະວະຕ່າງໆ. ວິທີເຝິກ: ເລີ່ມຕົ້ນດ້ວຍທ່ານັ່ງ ຢຽດຕີນຊ້າຍຕັ້ງພື້ນຕີນຂຶ້ນ ຕີນຂວາວາງໄຂ່ວເຂົ່າຊ້າຍ ຢຽດຫຼັງໃຫ້ຊື່ ຍົກແຂນຊ້າຍຂຶ້ນເໜືອຫົວ ແຂ້ວຍົກແຂນຊ້າຍຂັດເຂົ່າຂວາ ອ້ອມມືມາຈັບພື້ນຕີນດ້ານນອກ ຫາກຈັບບໍ່ເຖິງໃຫ້ໃຊ້ມືຊ້າຍ ກອດເຂົ່າຂວາແນບເອິກ ຍົກແຂນຂວາມາດ້ານໜ້າແລ້ວບິດຕົວໄປດ້ານຂວາ ຍົກມືຂວາວາງດ້ານຫຼັງ ບິດແອວໃຫ້ໄດ້ຫຼາຍທີ່ສຸດໂດຍໃຫ້ຫຼັງຊື່ສາຍຕາເບິ່ງຂ້າມບ່າໄຫຼ່ ຄ້າງທ່ານີ້ໄວ້ປະມານ …

Read More »

ອາຫານຕ້ານພະຍາດມະເຮັງ

ອາຫານຕ້ານພະຍາດມະເຮັງ ການເລືອກກິນອາຫານກໍເປັນໜຶ່ງໃນທາງອອກສໍາລັບຄົນທີ່ບໍ່ຢາກເປັນພະຍາດມະເຮັງ ໂດຍສະຖາບັນວິໄຈມະເຮັງແຫ່ງສະຫະລັດອາເມລິກາໄດ້ອອກມາແນະນໍາສຸດຍອດອາຫານທີ່ມີສານຕ້ານມະເຮັງດັ່ງນີ້: ກຸ່ມອາຫານທີ່ມີສານຕ້ານມະເຮັງສູງສຸດເຊັ່ນ: ຫົວຜັກທຽມ, ຜັກກະຫຼໍ່າປີ, ຖົ່ວເຫຼືອງ, ຂີງ, ກະຣົດ ແລະ ຜັກເຊີນາລີ (Celery). ກຸ່ມອາຫານທີ່ມີສານຕ້ານມະເຮັງລະດັບກາງເຊັ່ນ: ເຕົາຮູ້, ໝາກກ້ຽງ, ເລມອນ, ໝາກເລັ່ນ. ກຸ່ມອາຫານທີ່ມີສານຕ້ານມະເຮັງລະດັບຕໍ່າເຊັ່ນ: ໝາກແຕງເມລອນ, ມັນຝຣັ່ງ, ໝາກໄມ້ຕະກຸນເບີຣີ່.          

Read More »

8 ວິທີແກ້ໄຂບັນຫາ ໜັງຫົວມັນຢ່າງງ່າຍໆ

8 ວິທີແກ້ໄຂບັນຫາ ໜັງຫົວມັນຢ່າງງ່າຍໆ ຫຼັກການງ່າຍໆໃນການແກ້ໄຂບັນຫາປ້ອງກັນໜັງຫົວມັນ ຫຼື ເສັ້ນຜົມມັນໃຫ້ປະຕິບັດດັ່ງລຸ່ມນີ້. ເລືອກໃຊ້ຢາສະຜົມສໍາລັບຜົມມັນ ຫຼີກລ້ຽງຢາສະຜົມທີ່ຂຽນສັບພະຄຸນວ່າ 2 in 1 ແລະ ຄວນສະຜົມທຸກມື້ຢ່າງນ້ອຍມື້ລະ 1 ເທື່ອ ຄໍາແນະນໍາໃນການສະຜົມນັ້ນເວລາສະຜົມຄວນປະຢາສະຜົມໄວ້ປະມານ 5 ນາທີກ່ອນລ້າງອອກ. ບໍ່ຄວນໃຊ້ນໍ້າຮ້ອນສະຜົມ ຄວນສະຜົມດ້ວຍນໍ້າອຸນຫະພູມປົກກະຕິ. ບໍ່ຄວນໃຊ້ຄີມນວດຜົມ ຫຼື ຖ້າຫາກມີຜົມແຫ້ງແຕກປາຍຄວນໃຊ້ຄີມນວດທີ່ບໍລິເວນປາຍຜົມເທົ່ານັ້ນ. ຫຼີກລ່ຽງການຫວີຜົມເລື່ອຍໆ ເພາະການຫວີຜົມຈະກະຕຸ້ນໃຫ້ໜັງຫົວຜະລິດນໍ້າມັນອອກມາຫຼາຍຂຶ້ນ. ຫຼີກລ້ຽງຜະລິດຕະພັນທີ່ເຮັດໃຫ້ຜົມມັນຫຼາຍຂຶ້ນເຊັ່ນ: ເຈວແຕ່ງຜົມ ຫຼື ຜະລິດຕະພັນທີ່ເພີ່ມຄວາມເປັນປະກາຍໃຫ້ກັບເສັ້ນຜົມ. ຫຼີກລ່ຽງການເຂົ້າໄປຢູ່ໃນສິ່ງແວດລ້ອມທີ່ມີພູມອາກາດປ່ຽນແປງເລື່ອຍໆ ໂດຍສະເພາະອາດຮ້ອນ ເພາະຈະເຮັດໃຫ້ຜົມມັນຫຼາຍຂຶ້ນ. ຫຼຸດຄວາມຕຶງຄຽດຫາເວລາພັກຜ່ອນ ແລະ ຜ່ອນຄາຍ ເພາະຄວາມຕຶງຄຽດຈະສົ່ງຜົນໂດຍລວມຕໍ່ສຸຂະພາບ ແລະ ຫຼຸດປະລິມານເລືອດໄປລ້ຽງໜັງຫົວ. ກິນອາຫານໃຫ້ຖືກສ່ວນ ຫຼຸດການກິນອາຫານທີ່ທີຄວາມມັນຫຼາຍຈົນເກີນໄປ ເພີ່ມການກິນອາຫານພວກວິຕາມິນບີ, ເກືອແຮ່ເຊັ່ນ: ຜັກໃບຂຽວ, ໝາກໄມ້, ນົມຖົ່ວເຫຼືອງເປັນຕົ້ນ.    

Read More »