Breaking News

Beauty

ຂໍ້ຄວນຮູ້ອາຫານເສີມຜິວພັນຂາວ ຫຼື ຜະລິດຕະພັນເສີມອາຫານ

ຂໍ້ຄວນຮູ້ອາຫານເສີມຜິວພັນຂາວ ຫຼື ຜະລິດຕະພັນເສີມອາຫານ ອາຫານເສີມຜິວພັນຂາວ: ຈາກທີ່ເຮົາໄດ້ຍິນຂ່າວເລື່ອງຄ່ານິຍົມຂອງຄົນສະໄໝນີ້ມັກຈະນິຍົມມັກຄົນຜິວພັນຂາວ ເຮັດໃຫ້ຄົນທີ່ຜິວພັນບໍ່ຂາວໃສຕ້ອງການທີ່ຈະມີຜິວພັນທີ່ຂາວໃສເພື່ອໃຫ້ສັງຄົມຍອມຮັບວ່າໂຕເອງງາມ ຜູ້ຜະລິດອາຫານເສີມຈຶ່ງມີການຜະລິດຄິດຄົ້ນອາຫານເສີມທີ່ຊ່ວຍໃຫ້ຜິວພັນຂາວຫຼາຍຂຶ້ນ ກໍາລັງເປັນທີ່ນິຍົມກັນຢູ່ຕອນນີ້ກໍ່ຈະເປັນພວກ Glutathione ແມ່ນວ່າສານນີ້ຈະມີຢູ່ຕາມປົກກະຕິຂອງຮ່າງກາຍແຕ່ກໍຢູ່ໃນສະພາບສົມດູນ ການທີ່ເຮົາໄປເພີ່ມໂດຍຂາດຄວາມລະມັດລະວັງອາດຈະເຮັດໃຫ້ຄວາມສົມດຸນໃນຮ່າງກາຍສູນເສຍໄດ້ອີກທັງຍັງມີຜົນຂ້າງຄຽງອີກ ທາງທີ່ດີຖ້າຈະງາມຄວນງາມຢ່າງປອດໄພໂດຍເລືອກອາຫານເສີມທີ່ມີຄຸນນະພາບ, ມີສະຖານທີ່ຜະລິດ, ມີມາດຕະຖານຄວາມປອດໄພດີກວ່າ ແມ່ນວ່າອາດຈະບໍ່ສາມາດຂາວໄດ້ເທົ່າທີ່ຕ້ອງການແຕ່ຄວາມປອດໄພກໍເປັນສິ່ງສໍາຄັນທີ່ສຸດ ດັ່ງນັ້ນສານສະກັດຈາກເປືອກຕົ້ນແປກກໍເປັນອີກທາງເລືອກທີ່ໜ້າສົນໃຈ ປອດໄພໂດຍບໍລິສັດ Asian Life ໄດ້ມີການນໍາ Glutathione ສານສະກັດຈາກເປືອກຕົ້ນແປກ ແລະ ສານສະກັດຈາກຖົ່ວເຫຼືອງມາລວມກັນເພື່ອຜິວພັນສົດໃສຢ່າງປອດໄພ ບໍ່ມີຜົນຂ້າງຄຽງ.  

Read More »

ວິທີເຮັດໃຫ້ເລັບຍາວໄວ

ວິທີເຮັດໃຫ້ເລັບຍາວໄວ ວິທີເຮັດໃຫ້ເລັບຍາວໄວດ້ວຍການແຊ່ນໍ້າ ການແຊ່ເລັບໃນນໍ້າລ້າ, ນໍ້າໝາກກ້ຽງ, ນໍ້າໝາກນາວ ຫຼື ນໍ້າໝາກຂີ້ຫູດກໍໄດ້ ສາມາດຊ່ວຍເຮັດໃຫ້ເລັບຂອງເຮົາຍາວໄວຂຶ້ນໄດ້ ຫຼັງຈາກແຊ່ນໍ້າ 10 ນາທີ ຢ່າຟ້າວໄປເຮັດກິດຈະກໍາຫຍັງທີ່ໜັກເພາະຈະເຮັດໃຫ້ເລັບຫັກໄດ້ ເພາະຫຼັງຈາກແຊ່ນໍ້າມາໃໝ່ໆເລັບຂອງເຮົາຈະອ່ອນເຮັດໃຫ້ຈີກ ຫຼື ຫັກໄດ້ງ່າຍ. ວິທີເຮັດໃຫ້ເລັບຍາວໄວດ້ວຍການເຮັດຄວາມສະອາດ ແລະ ຄວາມຊຸ່ມ ເຮັດຄວາມສະອາດເລັບຢ່າງສະໝໍ່າສະເໝີ ແລະ ຄວນທາໂລຊັ່ນທີ່ມີສານສະກັດທໍາມະຊາດທີ່ອ່ອນໂຍນຕໍ່ນິ້ວ ແລະ ເລັບຂອງທ່ານ. ວິທີເຮັດໃຫ້ເລັບຍາວໄວດ້ວຍການຮັບປະທານອາຫານໃຫ້ຄົບ 5 ໝູ່ແລ້ວເຮົາກໍ່ຄວນຮັບປະທານວິຕາມິນເພື່ອຊ່ວຍໃນການຈະເລີນເຕີບໃຫຍ່ຂອງຮ່າງກາຍ ແລະ ເລັບອີກທັງຄວນດື່ມນໍ້າມື້ລະ 6-8 ຈອກຕໍ່ມື້. ວິທີເຮັດໃຫ້ເລັບຍາວໄວດ້ວຍການອອກກໍາລັງກາຍນິ້ວເຊັ່ນ: ການເນັ້ນຄີບອດ, ການຫຼິ້ນເຄື່ອງດົນຕີເຊັ່ນ: Piano ຈະເຮັດໃຫ້ເລືອດໄຫຼວຽນມານິ້ວມືເຮັດໃຫ້ເລັບມືຍາວໄວຂຶ້ນ.    

Read More »

ຂໍ້ເສຍຂອງການສີດຜິວຂາວ

ຂໍ້ເສຍຂອງການສີດຜິວຂາວ ຄ່າໃຊ້ຈ່າຍແພງເພາະຕ້ອງສີດຜິວພັນໃຫ້ຂາວເປັນປະຈໍາ ເມື່ອຢຸດສີດຜິວພັນທີ່ຂາວຈະກັບໄປເປັນຄືເກົ່າ. ຜິວພັນຈະແຫ້ງງ່າຍສ່ຽງຕໍ່ການເປັນມະເຮັງຜິວໜັງ ເພາະການສີດສານກລູຕ້າໄຮໂອນຈະເຮັດໃຫ້ເມັດເມລານິນຈາງລົງເຊິ່ງເມັດເມລານິນທີ່ຈາງລົງເປັນສ່ວນທີ່ປ້ອງກັນຈາກລັງສີ ຫຼື ສິ່ງເປິະເປື້ອນຕ່າງໆ ເຮັດໃຫ້ຜິວໜັງໄດ້ຮັບແສງແດດຫຼາຍຂຶ້ນຈົນເຮັດໃຫ້ເກີດມະເຮັງຜິວໜັງໄດ້. ຄວາມສ່ຽງຕ່າງໆລະຫວ່າງການສີດຜິວພັນໃຫ້ຂາວເຊັ່ນ: ສານທີ່ເຮັດໃຫ້ຜິວພັນຂາວນັ້ນເມື່ອສີດເຂົ້າໄປສູ່ຮ່າງກາຍບໍ່ມີຄຸນນະພາບ ຜູ້ທີ່ສີດສານບໍ່ແມ່ນແພດທີ່ຊໍານານເຊິ່ງອາດຈະພາໃຫ້ເກີດອັນຕະລາຍແກ່ຮ່າງກາຍໄດ້.

Read More »

ຂໍ້ຄວນຮູ້ກ່ຽວກັບອາຫານເສີມ-ເສີມອາຫານ

ຂໍ້ຄວນຮູ້ກ່ຽວກັບອາຫານເສີມ-ເສີມອາຫານ ຄວາມໝາຍຂອງອາຫານເສີມ ຫຼື ເສີມອາຫານ. ອາຫານເສີມຕາມທໍາມະຊາດ ເຫັນໄດ້ຕັ້ງແຕ່ຕອນເປັນເດັກນ້ອຍຕ້ອງມີອາຫານເສີມໃຫ້ທານຄູ່ກັບນົມແມ່ເພື່ອໃຫ້ຮ່າງກາຍແຂງແຮງ ແລະ ຈະເລີນເຕີບໃຫຍ່ເຊັ່ນ: ໝາກກ້ວຍບົດ, ຜັກບົດ ຫຼື ນົມຝຸ່ນເພື່ອໃຫ້ໄດ້ຮັບສານອາຫານຄົນຖ້ວນ. ອາຫານເສີມເມື່ອຮ່າງກາຍມີສາອາຫານບໍ່ຄົບ ຫຼື ບໍ່ພຽງພໍ ອາດຈະເປັນຍ້ອນເງື່ອນໄຂຫຼາຍໆຢ່າງເຮັດໃຫ້ເກີດສະພາບຂາດສານອາຫານ. ຜະລິດຕະພັນອາຫານຕ່າງໆທີ່ເສີມຈາກອາຫານຫຼັກທີ່ເຮົາກິນປົກກະຕິ. ຕ້ອງການອາຫານເສີມເພື່ອບໍາລຸງສຸຂະພາບ: ເມື່ອຕ້ອງການບໍາລຸງຮ່າງກາຍ ແລະ ເສີມສ້າງສຸຂະພາບຈຶ່ງມີການເພີ່ມອາຫານເສີມໃຫ້ຮ່າງກາຍ ຖ້າໄດ້ຮັບສານອາຫານບໍ່ຄົບຈຶ່ງຕ້ອງຫາຜະລິດຕະພັນເສີມອາຫານໃຫ້ຮ່າງກາຍເພື່ອໃຫ້ສຸຂະພາບດີ ທັງເພື່ອບໍາລຸງສະໝອງ, ບໍາລຸງເສັ້ນຜົມ, ບໍາລຸງສາຍຕາ, ບໍາລຸງກະດູກເຊັ່ນ: ວິຕາມິນ, Calcium, ຄໍລາເຈນ ແລ້ວແຕ່ຜູ້ບໍລິໂພກຕ້ອງການອາຫານເສີມ ຫຼື ຕ້ອງການບໍາລຸງໃນດ້ານໃດໃຫ້ກັບຮ່າງກາຍ. ປ້ອງກັນພະຍາດດ້ວຍອາຫານເສີມ: ອາຫານເສີມເປັນອີກທາງເລືອກທີ່ສໍາຄັນ ເຊິ່ງເຮົາຕ່າງຮູ້ວ່າການປ້ອງກັນດີກວ່າການແກ້ໄຂ ເພາະຖ້າເກີດພະຍາດ ຫຼື ເຈັບປ່ວຍຂຶ້ນມາແລ້ວຕ້ອງເຮັດການປິ່ນປົວຈະເຮັດໃຫ້ເກີດຜົນເສຍຫຼາຍກວ່າ ບໍ່ວ່າສຸຂະພາບຈະຊຸດໂຊມລົງ, ເສຍເວລາ, ມີຄ່າໃຊ້ຈ່າຍຫຼາຍ ເມື່ອຄົນເຮົາເກີດຄວາມຢ້ານວ່າຈະເປັນພະຍາດນັ້ນພະຍາດນີ້ ຖ້າສາມາດປ້ອງກັນ ຫຼື ຫຼີກໄດ້ກໍຕ້ອງຫາສານອາຫານເສີມຕ່າງໆມາບໍລິໂພກປ້ອງກັນໄວ້ກ່ອນ. ອາຫານເສີມເພື່ອການປິ່ນປົວ ແລະ ແກ້ໄຂຈຸດບົກພ່ອງ: ຖ້າຮ່າງກາຍເກີດສະພາບອ່ອນແອເປັນພະຍາດ, ເຈັບໄຂ້ຂຶ້ນມາບໍ່ວ່າຫຍັງທີ່ວ່າດີທີ່ສາມາດປິ່ນປົວອາການເຈັບປ່ວຍ …

Read More »

7 ນິໄສເລື່ອງຄວາມງາມ ທີ່ຫ້າມເຮັດເດັດຂາດ!!!

7 ນິໄສເລື່ອງຄວາມງາມ ທີ່ຫ້າມເຮັດເດັດຂາດ!!! ໃຊ້ຄວາມຮ້ອນກັບເສັ້ນຜົມຕອນເສັ້ນຜົມປຽກ. ບາງທ່ານຢາກຫຼຸດເວລາທີ່ຈະເຮັດໃຫ້ເສັ້ນຜົມແຫ້ງໄວຂຶ້ນໂດຍການໃຊ້ເຄື່ອງລີດຜົມ, ໄດລີດຜົມເພື່ອຫວັງວ່າຄວາມຮ້ອນຈະຊ່ວຍໃຫ້ເສັ້ນຜົມແຫ້ງໄດ້ໄວຂຶ້ນ ແລະ ຈັດຊົງໄປໃນຕົວ ແຕ່ທ່ານຮູ້ບໍ່ວ່າເສັ້ນຜົມຂອງເຮົານັ້ນອ່ອນແອທີ່ສຸດໃນເວລາທີ່ມັນກໍາລັງປຽກ ແລະ ຖ້ານໍາເອົາຄວາມຮ້ອນໄປກະທົບໃສ່ກັບໂມເລກຸນຂອງນໍ້າຈະເຮັດໃຫ້ນໍ້າຮ້ອນຂຶ້ນລະເຫີຍອອກໄປ ແລະ ນໍາພາຄວາມຊຸ່ມຊື່ນອອກຈາກເສັ້ນຜົມໄປນໍາເສັ້ນຜົມຈຶ່ງແຫ້ງເສຍແຕກປາຍງ່າຍຂຶ້ນ. ແຖຂົນເທິງໃບໜ້າ. ໃຜທີ່ຄິດຈະແຖຂົນໜ້າຕົນເອງດ້ວຍການໃຊ້ມີດແຖນັ້ນໃຫ້ຢຸດຄິດໄດ້ເລີຍ ແມ່ນຢູ່ວ່າການໃຊ້ມີດແຖຂົນນັ້ນມັນອາດຈະໄວ ແລະ ສະດວກສະບາຍແຕ່ໃຫ້ຍົກເວັ້ນການແຖຂົນໃບໜ້າການແຖຂົນເທິງໃບໜ້າຈະເຮັດໃຫ້ຂົນທີ່ຂຶ້ນມາໃໝ່ກາຍເປັນສ້ຽນນ້ອຍໆ ແລະ ສ່ຽງຕໍ່ການເປັນບາດແຜເພາະຖືກມີດແຖບາດ. ບີບສິວ. ຖ້າທ່ານໃດຄິດທີ່ຈະກໍາຈັດສິວດ້ວຍການບີບມັນອອກມາ ທ່ານຮູ້ບໍວ່າຈະເຮັດໃຫ້ເກີດຮອຍດຳ ແລະ ຮອຍແຜເປັນທີ່ປິ່ນປົວໄດ້ຍາກກວ່າເກົ່າ. ບໍ່ເຮັດຄວາມສະອາດອຸປະກອນແຕ່ງໜ້າ. ທ່ານຮູ້ບໍວ່າຖ້າຫາກທ່ານບໍ່ເຮັດຄວາມສະອາດອຸປະກອນແຕ່ງໜ້າເລີຍນັ້ນມັນຈະກາຍເປັນແຫຼ່ງຕົກຄ້າງຂອງເຄື່ອງສໍາອາງເມື່ອປະສົມກັບຄວາມມັນ ແລະ ເຊວຜິວໜັງທີ່ຕາຍແລ້ວຈາກຜິວໜ້າຈະຖືກສະສົມຢູ່ເທິງອຸປະກອນແຕ່ງໜ້າມັນອາດຈະກາຍເປັນແຫຼ່ງສະສົມຂອງເຊື້ອພະຍາດ ແລະ ອາດເປັນສາເຫດໜຶ່ງທີ່ເຮັດໃຫ້ສິວເກີດຂຶ້ນໄດ້. ນອນທັງທີ່ຍັງແຕ່ງໜ້າ. ບາງຄົນຫຼັງຈາກໄປທ່ຽວກັບມາກໍເຂົ້ານອນເລີຍໂດຍທີ່ບໍ່ໄດ້ລ້າງເຄື່ອງສໍາອາງອອກ ເພາະອາດຈະຄິດວ່າການໄດ້ພັກຜ່ອນໃຫ້ພຽງພໍນອນຫຼັບໃຫ້ເຕັມອີ່ມພຽງເທົ່ານີ້ກໍຈະເຮັດໃຫ້ຜິວໜ້າສົດໃສໜ້າຕາສົດຊື່ນໄດ້ແລ້ວ ແຕ່ທ່ານຮູ້ບໍ່ວ່າການລ້າງເຄື່ອງສໍາອາງນີ້ກໍເປັນເລື່ອງທີ່ສໍາຄັນເຖິງແມ່ນວ່າທ່ານຈະໄດ້ພັກຜ່ອນໄດ້ນອນເຕັມອີ່ມປານໃດ  ແຕ່ຖ້ານອນຫຼັບທັງທີ່ມີເຄື່ອງສໍາອາງຢູ່ນັ້ນມັນມີໂອກາດທີ່ຈະເຮັດໃຫ້ຜິວໜ້າໝອງຄໍ້າ ແລະ ສິວກໍອາດຈະເກີດຂຶ້ນມາອີກດ້ວຍ. ແຕ່ງໜ້າທັບລົງໃບໜ້າທີ່ມີ Make-up ຢູ່ແລ້ວ. ການແຕ່ງໜ້າທັບລົງໃບໜ້າທີ່ມີ Make-up ຢູ່ແລ້ວນັ້ນໃຊ້ໄດ້ຖ້າເປັນການແຕ່ງແບບເພີ່ມເລັກໆນ້ອຍໆເຊັ່ນ: ການເພີ່ມສີໜ້າ, ເພີ່ມຄິ້ວ, ເພີ່ມສີປາກ, ເພີ່ມສີຂອບຕາ ແຕ່ຖ້າເປັນການແຕ່ງແບບທາຄຣີມຮອງພື້ນ, ທາແປ້ງເພີ່ມນັ້ນຈະເຮັດໃຫ້ຜິວໜ້າຂອງທ່ານນັ້ນໝອງຄໍ້າ …

Read More »