Breaking News

ຂວັນໃຈສາວໆ

ຫຼາຍປະເທດ!!!ກຽມປັບການເຮັດວຽກ 4 ມື້ຕໍ່ອາທິດ…

ໃນປັດຈຸບັນຫຼາຍໆຄົນຄົງຈະຮູ້ວ່າຫຼາຍໆປະເທດຍັງໄດ້ມີການເຮັດວຽກໃຊ້ເວລາ 5-6 ມື້ຕໍ່ອາທິດ ແລະ ອີງຕາມນະໂຍບາຍຂອງແຕ່ລະອົງກອນ. ຫຼ້າສຸດເມື່ອບໍ່ດົນ!!! ມີບາງປະເທດ!!! ກຽມທົດລອງໃຫ້ມີການເຮັດວຽກ 4 ມື້ຕໍ່ອາທິດ ຄາດວ່າຈະເຮັດໃຫວຽກນອອກມາໄດ້ປະສິດທິພາບຫຼາຍກວ່າການເຮັດວຽກເຕັມ 5 ມື້ຕໍ່ອາທິດ ປະເທດສະເປນໄດ້ເລີ່ມມີການທົດລອງແລ້ວ ແລະ ບໍ່ມີການຫັກລາຍໄດ້ ຊຶ່ງຍັງຊ່ວຍໃຫ້ການເຮັດວຽກມີປະສິດທິພາບຂຶ້ນອີກດ້ວຍ. ໃນປະເທດຍີ່ປຸ່ນ,​ນິວຊີແລນ ແລະ ຟິນແລນ ກໍຕ່າງພາກັນຜັກດັນໃຫ້ໃຊ້ແນວທາງນີ້ໃນການເຮັດວຽກ ແລະ ຍັງສະໜັບສະໜູນໃຫ້ຫຼຸດເວລາໃນການເຮັດວຽກລົງເຫຼືອພຽງວັນລະ 6 ຊົ່ວໂມງ.​ ໃຜທີ່ສົງໄສວ່າການເຮັດວຽກແບບນີ້ດີແທ້ ຫຼືບໍ່?​Microsoft​ japan ໄດ້ທົດທອງຢຸດວຽກທຸກໆວັນສຸກໃນເວລາ 1 ເດືອນ ປະກົດວ່າການ້ຮັດວຽກເຮັດໃຫ້ໄດ້ປະສິດທິພາບຫຼາຍຂຶ້ນເຖິງ 40% Kate Soper ສາດສະດາຈານວິທະຍາໄລ London Metropolitan ໄດ້ກ່າວວ່າ ການຜິດຖຽງກັນໃນເລື່ອງການຫຼຸດເວລາການເຮັດວຽກລົງຕໍ່ອາທິດຈະຢູ່ຍາວນານ ແລະ ອາດຈະນໍາມາໃຊ້ໃນເຕັກໂນໂລຊີແບບອໍໂຕ້ມາຮອງຮັບກໍເປັນໄດ້. ການເຮັດວຽກແບບນີ້ອາດຈະສົ່ງຜົນດີຕໍ່ກັບທຸກຝ່າຍ ທັງເລື່ອງສຸຂະພາບ-ຄວາມສຸກຂອງພະນັກງານ… ແລະ ທີ່ສໍາຄັນການໃຊ້ລະບົບນີ້ເຮັດໃຫ້ເສດຖະກິດ,​ການທ່ອງທ່ຽວ ແລະ ສິ່ງແວດລ້ອມດີຂຶ້ນອີກດ້ວຍ.​ ແອັດຫວັງວ່າປະເທດລາວກໍໜ້າຈະມີຄືກັນເນາະ…

Read More »

ຈັດໄປ! 7 ເຫດຜົນທີ່ສາວໆຄວນກິນໂຢເກິດ (Yoghurt) ດີຕໍ່ໃຈ-ລໍາໄສບໍ່ປ່ວຍ

ໂຢເກິດ(Yoghurt) ກໍຈັດວ່າເປັນອີກໜຶ່ງອາຫານທີ່ໄດ້ຮັບຄວາມນິຍົມຈາກສາວໆທີ່ກໍາລັງຄຸມນໍ້າໜັກ ແຕ່ບາງທີກັບສາວໆບາງຄົນກໍອາດຈະຮູ້ສຶກວ່າບໍ່ຄ່ອຍຈະຖືກປາກປານໃດ ເພາະລົດຊາດກະເປັນປະແລ່ມ! ປະແລ່ມ! ແດ່ຈັກໜ້ອຍ ວ່າບໍ່? ແຕ່ວ່າ….ໂຢເກິດນັ້ນພັດເປັນໜຶ່ງໃນອາຫານທີ່ມີປະໂຫຍດທີ່ສຸດເດີສາວໆ ແລະ ແນ່ນອນ Kuanjai ຈະພາມາຮູ້ຈັກກັບ 7 ເຫດຜົນທີ່ດີຕໍ່ໃຈ-ລໍາໄສບໍ່ປ່ວຍ! ແລ້ວລອງພາກັນເປິດໃຈດວງນ້ອຍໆ…ໃຫ້ກວ້າງໆ….ມາກິນລອງເບິ່ງເດີ…. 1 ເປັນແຫຼ່ງໂປຣຕິນຊັ້ນດີ ເຊິ່ງວ່າໂຢເກິດນັ້ນມີໂປຣຕິນຫຼາຍກວ່ານົມເຖິງ 20% ເພາະໂຢເກິດ 200 ກຣາມ ແມ່ນໃຫ້ໂປຣຕິນສູງເຖິງ 12 ກຣາມ ແລະ ໂປຣຕິນຈາກໂຢເກິດບໍ່ໄດ້ເຮັດໃຫ້ທ້ອງອືດຄືໂປຣຕິນທີ່ໄດ້ຈາກນົມອື່ນໆອີກ. 2. ເພີ່ມພູມຄຸ້ມກັນໃຫ້ຮ່າງກາຍ ສໍາຫຼັບໃຜທີ່ປ່ວຍງ່າຍແນະນໍາໃຫ້ກິນໂຢເກິດທຸກໆມື້ລອງເບິ່ງ ໂພຣໄບໂອຕິກສໃນໂຢເກິດຈະຊ່ວຍປ້ອງກັນການຕິດເຊື້ອໄດ້ ແລະ ມີຜົນວິໄຈພົບວ່າ ໂພຣໄບໂອຕິກສໃນໂຢເກິດຍັງຊ່ວຍໃຫ້ອາການເປັນຫວັດດີໄວຂຶ້ນອີກ. ນອກຈາກນີ້ ໂຢເກິດຍັງອຸດົມໄປດ້ວຍແຫ່ທາດຕ່າງໆ ເຊັ່ນວ່າ: ເມັກນີຊຽມ, ຊີຣີນຽມ ແລະ ຊິງ ທີ່ມີສ່ວນຊ່ວຍກະຕຸ້ນພູມຄຸ້ມກັນໄດ້ເປັນຢ່າງດີ. 3. ດີຕໍ່ໃຈ ໂຢເກິດອຸດົມໄປດ້ວຍໄຂມັນ HDL ທີ່ຊ່ວຍຫຼຸດໄຂມັນທີ່ບໍ່ດີ, ໄຂມັນທີ່ອຸດຕັນໃນເສັ້ນເລືອດ ແລະ ຍັງຊ່ວຍຫຼຸດຄວາມສ່ຽງທີ່ຈະເກີດໂລກຫົວໃຈໄດ້ເປັນຢ່າງດີ. …

Read More »

ລັດດາພອນ Miss Crystal Angel International 2019 ນາງງາມໃຈບຸນຮ່ວມບໍລິຈາກ ແລະ ຊ່ວຍເຫຼືອສັງຄົມ

ລັດດາພອນ ຫຼືລັດ ນາງງາມທີ່ສ້າງປະຫວັດສາດໃຫ້ກັບປະເທດລາວ ກັບການຄວ້າມຸງກຸດຈາກນາງງາມໂລກ ເປັນມຸງກຸດທໍາອິດຂອງລາວໃນການປະກວດ Miss Crystal Angel International 2019 ໃນເວທີ ຕ້ານ ແລະ ສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ທີ່ຈັດຂຶ້ນໃນປະເທດມຽນມາ ສາວລັດ ເປັນອີກໜຶ່ງສາວງາມທີ່ງາມທັງກາຍ ແລະ ງາມທັງໃຈອິຫລີ, ຖ້າໃຜທີ່ຕິດຕາມສາວລັດຄົນນີ້ ກໍຈະຮູ້ດີວ່າຊ່ວງນີ້ແມ່ນລັດຈະເດີນໜ້າຊ່ວຍເຫຼືອສັງຄົມແບບຖີ່ໆກັນເລີຍ! ໂດຍຫຼ້າສຸດ ມື້ວານນີ້ (29 ຕຸລາ) ສາວລັດ ກໍໄດ້ໄປບໍລິຈາກເລືອດເພື່ອເປັນການຊ່ວຍເຫຼືອ, ຕໍ່ຊີວິດໃຫ້ຄົນອື່ນ ແລະ ກໍໄດ້ໂພສເຟສບຸກສ່ວນຕົວເປັນຄໍາເວົ້າສັ້ນໆແຕ່ມີຄວາມໝາຍວ່າ “ມີຄວາມສຸກ ທຸກເທື່ອທີ່ໄດ້ແບ່ງປັນ” ນອກຈາກ ຈະບໍລິຈາກເລືອດມື້ວານນີ້ແລ້ວ ມາມື້ນີ້ (30 ຕຸລາ) ສາວລັດ ກໍໄດ້ຮ່ວມບໍລິຈາກສົມທົບທຶນສ່ວນຕົວຊ່ວຍເຫຼືອພີ່ນ້ອງຊາວເຊໂປນຜູ້ປະສົບໄພນໍ້າຖວມນໍາອີກ ໂດຍເຈົ້າໂຕກໍໄດ້ອັບເດດທາງເຟສສ່ວນຕົວວ່າ “ສົມທົບທຶນສ່ວນຕົວ ບໍລິຈາກເຂົ້າສານ 100 ຖົງໃຫ້ແກ່ປະຊາຊົນເມືອງເຊໂປນ ຂໍໃຫ້ທຸກຄົນຜ່ານພົ້ນວິກິດຄັ້ງນີ້ໄປດ້ວຍດີ ມື້ອື່ນພົບກັນ ສະຫວັນນະເຂດ ເມືອງເຊໂປນ” …

Read More »

ດຣ ກຣິດຕິກາ ຜູ້ກໍ່ຕັ້ງໂຮງໝໍປົວສັດ 24 ຊົ່ວໂມງ ຈາກຫ້ອງແຖວສູ່ທຸລະກິດ 700 ລ້ານ

ມື້ນີ້ Kuanjai ຈະພາມາຮູ້ຈັກກັບອີກໜຶ່ງແມ່ຍິງນັກຖຸລະກິດຂອງປະເທດໄທ ທີ່ປະສໍາຜົນສໍາເລັດໃນການສ້າງທຸລະກິດ ຈາກການສ້າງໂຮງໝໍປົວສັດໃນຫ້ອງແຖວສູ່ໂຮງໝໍປົວສັດ 700 ລ້ານບາດ ໄປອ່ານນໍາກັນເລີຍ…. ດຣ ກຣິດຕິກາ ໄຊສຸພັດທະນາກຸນ (Krittika Chaisupattakun) ເປັນຄົນໄທ ອາຍຸ 59 ປີ ເປັນ ປະທານ, ຜູ້ບໍລິຫານ ແລະ ຜູ້ກໍຕັ້ງ ໂຮງໝໍສັດທອງຫລໍ່ ຈໍາກັດ. ດຣ ກຣິດຕິກາ ຈົບປະລິນຍາຕີ ຈາກຄະນະສັດຕະວະແພດ, ມະຫາວິທະຍາໄລຈຸລາລົງກອນ ເຊິ່ງຫຼັງຈາກເຝິກງານຢູ່ໂຮງຫມໍຈຸລາລົງກອນເປັນເວລາ 2 ປີ ກໍໄດ້ປ່ຽນວຽກມາຢູ່ພະແນກພັດທະນາຜະລິດຕະພັນການຢາ ເຊິ່ງປັດຈຸບັນນີ້ເປັນບໍລິສັດ Novartis (Thailand) Co. , Ltd ແລະ ການເຮັດວຽກຢູ່ນີ້ນັ້ນເອງທີ່ເຮັດໃຫ້ ດຣ ກຣິດຕິກາ ຮູ້ຈັກການເຮັດຖຸລະກິດ, ທີ່ສໍາຄັນແມ່ນໄດ້ປະສົບການຈາກຄໍາເວົ້າຂອງຫົວໜ້າຄົນຟຣັ່ງ ວ່າ: “ປະເທດໄທຂາດໂຮງໝໍປົວສັດທີ່ເປິດບໍລິການ 24 ຊົ່ວໂມງ ເຮັດໃຫ້ໝາ …