ປັດຈຸບັນນີ້ຜູ້ຍິງແມ່ນເປິດກວ້າງດ້ານທາງເລືອກໃຫ້ຕົນຂຶ້ນຫຼາຍ ຈາກແຕ່ກ່ອນທີ່ເປັນດັ່ງຊ້າງເທົ້າຫຼັງ ແຕ່ດຽວນີ້ແມ່ນສາມາດເປັນຊ້າງເທົ້າໜ້າໃຫ້ຕົວເອງໄດ້ ໂດຍການເບິ່ງເຫັນຄວາມສາມາດຕົນເອງຫຼາຍຂຶ້ນ, ສ້າງຄວາມສຸກໃຫ້ຕົນເອງໄດ້ ໂດຍບໍ່ເອົາຄວາມສຸກໄປຂຶ້ນກັບຄົນຄົນອື່ນ, ຮູ້ຮັກ ແລະ ຮູ້ຫາເງິນເພື່ອສິ່ງທີ່ຕົນເອງຢາກໄດ້ຢາກມີ ເຊິ່ງສິ່ງໃດທີ່ຫາມາໄດ້ດ້ວຍຕົນເອງແມ່ນຈະເຮັດໃຫ້ເຮົາມີຄວາມພູມໃຈ ແລະ ມີຄວາມສຸກກັບມັນ ປຽບດັ່ງກັບຄໍາວ່າ “ຢືນຢູ່ໃສກໍບໍ່ມີຄວາມສຸກເທົ່າຢືນດ້ວຍຂາຂອງຕົວເອງ” ເຊິ່ງຖ້າເອີ່ຍຄໍານີ້ຂຶ້ນມາກໍຈະອົດຄຶດເຖິງສາວຄົນນີ້ບໍ່ໄດ້ເລີຍ ນັ້ນຄື…. ກາລະແມ ພັດຊະລະສີ ເບນຈະມາດ ເປັນສາວໝັ້ນທີ່ເຕັມໄປດ້ວຍຄວາມສາມາດ ທັງເປັນພິທິກອນດັງລະດັບແຖວໜ້າຂອງເມືອງໄທ ທີ່ຕອນນີ້ກໍຍັງມີຄວາມພໍໃຈໃນຊີວິດໂສດ ຂໍມີຄວາມສຸກກັບເງິນ 100 ດີກວ່າ ເຊິ່ງສາວກາລະແມໄດ້ໃຫ້ສໍາພາດກັບລາຍການດັງ Club friday show ວ່າ ຕອນນີ້ຊີວິດໂສດແມ່ນແຮບປີ້ຫຼາຍ ບໍ່ໄດ້ໄຂວ່ຄວ້າຫາແຟນ ດ້ວຍເຫດຜົນທີ່ເປັນຄົນມັກເລືອກ ຢາກໄດ້ຄົນທີ່ແມ່ນ ແລະ ເຂົ້າໃຈ ຖ້າຊອກບໍ່ໄດ້ກໍບໍ່ຕ້ອງມີດີກວ່າ ເຊິ່ງບໍ່ໄດ້ຢ້ານທີ່ຈະຂຶ້ນຄານ ຖ້າຢູ່ຄານແລ້ວມີເງິນ 100 ລ້ານ ກໍບໍ່ຕ້ອງມີຜົວກໍໄດ້ ສາມາດຢູ່ຄົນດຽວໄດ້ຢ່າງມີຄວາມສຸກເຊັ່ນກັນ. ການທີ່ບໍ່ມີແຟນບໍ່ໄດ້ໝາຍຄວາມວ່າເຮົາບໍ່ມີກັນລະຍານິມິດ ແຕ່ເຮົາຍັງມີໝູ່ຄູ່ທີ່ດີ, ມີຄົນອ້ອມຂ້າງ ແລະ ແທ້ທີ່ສຸດແລ້ວເຮົາກໍຍັງມີຕົວເຮົາທີ່ບໍ່ຖີ້ມເຮົາໄປໃສແນ່ນອນ ດັ່ງນັ້ນ ຖ້າມີຄູ່ແລ້ວຊີວິດເຮົາບໍ່ດີຂຶ້ນ …
Read More »ຂວັນໃຈສາວໆ
ເສດຖີອາຍຸນ້ອຍທີ່ສຸດໃນໂລກ ສາວນ້ອຍຜູ້ສ້າງລາຍຮັບກວ່າ 50 ຕື້ກີບ ຈາກTikTok
ໃນຍຸກ 5 ຈີ ເປັນຍຸກແຫ່ງເຕັກໂນໂລຊີທີ່ບໍ່ມີພົມແດນທຸກໆຄົນສາມາດເຂົ້າເຖິງກັນໄດ້ ພຽງແຕ່ມີອິນເຕີເນັດທຸກຢ່າງກໍສາມາດເກີດຂຶ້ນໄດ້ ຈາກໂລກໜ່ວຍບັກໃຫຍ່ໆກໍກາຍເປັນນ້ອຍລົງ ບໍ່ວ່າເຮົາຢູ່ມຸມໃດຂອງໂລກກໍຫຼຽວເຫັນກັນໄດ້ ຈາກຄົນບໍ່ເຄີຍຮູ້ຈັກກໍກາຍເປັນຮູ້ຈັກ. ເອີ້ນໄດ້ວ່າເປັນການພັດທະນາໃຫມ່ທີ່ດີ ລວມໄປເຖິງການສັ່ງເຄື່ອງທາງໂລກອອນລາຍ ພຽງແຕ່ໃຊ້ປາຍນີ້ວຈີ້ມທີ່ຈໍກໍໄດ້ໃນສິ່ງທີ່ຕ້ອງການແລ້ວ ເຮັດໃຫ້ແມ່ຄ້າ-ພໍ່ຄ້າທັງຫຼາຍພາກັນຫັນມາສ້າງການຄ້າທາງອອນລາຍຫຼາຍຂຶ້ນທຸກມື້ ເຊິ່ງມັນສາມາດສ້າງລາຍໄດ້ ແລະ ຫຼາຍຄົນກໍກາຍເປັນເສດຖີໄປແລ້ວ!! ມື້ນີ້ຂວັນໃຈຈະພາມາຮູ້ຈັກສາວນ້ອຍຄົນໜຶ່ງທີ່ຫລີ້ນTikTok ຈົນລວຍ! ແມ່ນແລ້ວອ່ານບໍ່ຜິດ TikTok ຈົນລວຍ ເຊິ່ງລາວເຮັດແນວໃດນັ້ນ ໄປອ່ານນໍາກັນເລີຍ!! Addison Rae Easterling ເປັນຄົນ American ເກີດປີ 2000 ປັດຈຸບັນອາຍຸ 20 ປີ ເປັນເຊເລບທີ່ມີຜູ້ຕິດຕາມເຖິງ 63 ລ້ານຄົນ ໃນຄະນະທີ່ເປັນນັກສຶກສາຢູ່ປີ 1 ທີ່ມະຫາວິທະຍາໄລຫຼຸຍເຊຍນ່າ. Rae ເປັນສາວນ້ອຍທີ່ເຕີບໃຫຍ່ມາກັບການເຕັ້ນ ແລະ ເປັນອີກຄົນໜຶ່ງທີ່ມັກຫຼີ້ນແອັບ TikTok ເປັນຊີວິດຈິດໃຈ ແລະ ມີຄົນຕິດຕາມຫຼາຍເປັນອັນດັບຕົ້ນໆຂອງໂລກ ປັດຈຸບັນນີ້ Rae ມີລາຍໄດ້ຈາກຊ່ອງທາງຕ່າງສູງເຖິງປີລະກວ່າ 5 …
Read More »ແຮງບັນດານໃຈດີໆຈາກ Alice Pang ນາງແບບທີ່ມີອາຍຸແກ່ທີ່ສຸດໃນອາຊີ
ຍັງມີເລື່ອງລາວນາງແບບໄວແກ່ມາໃຫ້ທຸກໆຄົນໄດ້ເບິ່ງເປັນແຮງບັນດານໃຈເລື້ອຍໆ ເຊື່ອວ່າສິ່ງທີ່ແມ່ຍິງຫຼາຍຄົນຢ້ານທີ່ສຸດກໍຄືອາຍຸທີ່ເພີ່ມຂຶ້ນ ເພາະມັນຈະມາພ້ອມຮອຍຕີນກາ ແລະ ຜົມທີ່ຫງອກ, ໝົດຄວາມງາມ ມື້ນີ້ຂວັນໃຈຈະພາມາປ່ຽນຄວາມຄິດແບບເກົ່າໆ ທີ່ວ່າເມື່ອຄົນອາຍຸເພີ່ມຂຶ້ນແລ້ວ ກໍຈະເຖົ້າໄປຕາມການເວລາ No no no!!! ເດີ້ ລອງມາເບິ່ງມາຮູ້ຈັກກັບນາງແບບຊາວຮ່ອງກົງ Alice Pang ເຊິ່ງເປັນນາງແບບທີ່ອາຍຸຫຼາຍທີ່ສຸດໃນອາຊີ ມາພ້ອມກັບຄວາມແຊບ ແລະ ສະໄຕຣທີ່ໂດດເດັ່ນ ໃນໄວອາຍຸ 97 ປີ ຜູ້ທີ່ບໍ່ເຄີຍຢ້ານໃນຄວາມເຖົ້າ ຫຼື ຄິດຈະປິດບັງອາຍຸເມື່ອມີໃຜຖາມ ແລະ ປັດຈຸບັນເພິ່ນໄດ້ກາຍເປັນແຮງບັນດານໃຈໃຫ້ແມ່ຍິງຍຸກໃໝ່ໄດ້ລຸກຂຶ້ນມາເບິ່ງແຍງຕົວເອງ Alice Pang ອາຍຸ 97 ປີ ຈາກ ຮ່ອງກົງ ມີສາຍາວ່າ “ນາງແບບຜົມເງິນ” ເພິ່ນເປັນຄົນມີສະໄຕຣ ແລະ ເບິ່ງແຕກຕ່າງຈາກຄົນອື່ນຢ່າງຈະແຈ້ງ ສ່ວນໜຶ່ງຄືການລຸກຂຶ້ນມາເບິ່ງແຍງຕົວເອງເຊັ່ນ ການໃສ່ເສື້ອຜ້າແຟຊັ່ນທີ່ທັນສະໄໝ ໂດຍບໍ່ມີເລື່ອງອາຍຸເຂົ້າມາກ່ຽວຂ້ອງ ແລະ ມີທັດສະນະຄະຕິທີ່ດີໃນການດຳລົງຊີວິດ ຈຶ່ງບໍ່ໜ້າແປກເລີຍທີ່ ແມ່ຕູ້ Alice ຈະໄດ້ເປັນນາງແບບໃຫ້ກັບແບຣນທີ່ມີຊື່ສຽງຫຼາຍແບຣນເຊັ່ນ Gucci, Valentino ແລະ …

Read More »ນາຍົກເຢຍລະມັນໃຊ້ຊີວິດງ່າຍໆແບບປະຊາຊົນຄົນທົ່ວໄປ
ແອັງເຈີລາ ດໍຣາເທຍ ແມເຄີລ (Angela Dorothea Merkel) ນາຍົກລັດຖະມົນຕີເຢຍລະມັນ ແລະ ເປັນຜູ້ຍິງທີ່ມີອິດທິພົນສູງສຸດຂອງໂລກ ຫຼືທີ່ຮູ້ຈັກກັນໃນນາມ “ຜູ້ນໍາແຫ່ງໂລກເສລີ” ເປັນກະແສທີ່ໂດ່ງດັງໃນໂລກອອນລາຍ ໃນເອີຣົບ ເມື່ອມີຄົນຖ່າຍຮູບ ທ່ານນາຍົກຍິງແຫ່ງປະເທດເຢຍລະມັນ ທ່ານ ນາງ Angela Dorothea Merke ອອກໄປຊື້ອາຫານການກິນແບບປະຊາຊົນຄົນທໍາມະດາທົ່ວໄປ ໂດຍທີ່ບໍ່ມີເຈົ້າໜ້າທີ່ປ້ອງກັນຮັກສາ ແລະ ຜູ້ທີ່ພາໄປກໍເປັນພຽງຍາມຄົນທໍາມະດາເທົ່ານັ້ນເອງ. ເປັນພາບທີ່ເຫັນແລ້ວກໍໜ້າປະທັບໃຈແທ້ໆ ສົມເປັນແມ່ຍິງຂວັນໃຈຂອງຊາວໂລກອີ່ຫລີ!! ຂອບໃຈຂໍ້ມູນຈາກ: Lao Youth Radio Lao Youth Radio FM 90.0 Mhz
Read More »