Breaking News

Fashion

ມາສ່ອງ! ແຟຊັ່ນສຸດອະລັງການຂອງເຫຼົ່າຄົນດັງໃນງານ “MET GALA 2019” (ບອກເລີຍຫຼຸດໂລກໄປອີກ!!!)

Hi, How are you today? ທັກທາຍສະບາຍດີແຟນໆ ມື້ນີ້ມາແບບອິນເຕີໆກັນແດ່ຈັກໜ້ອຍ ເພາະຫຼ້າສຸດຈະພາໄປສ່ອງແຟຊັ່ນຂອງຄົນດັງຝັ່ງ Hollywood ໃນງານ MET GALA 2019 ແບບວ່າປີນີ້ຂໍບອກເລີຍເດີ້ວ່າມີຄວາມອະລັງການງານສ້າງ ເຫຼົ່າດາລາ ເຊເລັບ ນັກຮ້ອງ ນັກສະແດງທັງຫຼາຍ ກໍບໍ່ມີໃຜຍອມໃຜ ເບິ່ງອອກໄດ້ເລີຍຈາກການແຕ່ງກາຍຂອງແຕ່ລະຄົນໃນປີນີ້ ມີຄວາມເວີ້ວັງອະລັງການແບບສຸດໆ… (ລອງມາເບິ່ງ ຂໍບອກແຕ່ລະຄົນຈັດເຕັມ!!!) ໂອ້ຍຍຍ!!! ເຫັນແລ້ວບໍ່ຮູ້ຈະໂຫວດໃຫ້ຄະແນນໃຜເປັນຄົນທີ່ເດັ່ນທີ່ສຸດໃນງານເລີຍວ່າບໍ່ ງານນີ້ສະເໜີກັນແທ້ໆ… ແບບວ່າຈັດເຕັມອີ່ຫລີ ມີຄວາມອະລັງການ ຫຼຸດໂລກໄດ້ອີກ!!! (ຂໍຂອບໃຈຮູບພາບ)

Read More »

ອາຍຸເປັນພຽງໂຕເລກ! Lyn Slater ໄວອາຍຸ 64 ປີ ກາຍເປັນແຮງບັນດານໃຈໃຫ້ສາວໆທົ່ວໂລກ!!!

ເຊື່ອວ່າແຟນຫຼາຍໆທ່ານຄົງຈະເຫັນຮູບຂອງ Lyn Slater ອາຍຸ 64 ປີ ແຟຼຊັ່ນນິດຕ້າ (fashionista) ແລະ ເປັນ ບ໋ອກເກີ້ (blogger) ຄົນດັງ  ເຜີຍແຜ່ໄປທົ່ວໂລກອອນລາຍໃນເວລານີ້ ແລະ ດ້ວຍການແຕ່ງໂຕທີ່ສຸດແຊບ ແລະ ມີສະໄຕຣເປັນຂອງຕົວເອງເຮັດໃຫ້ເພິ່ນໂດ່ງດັງ ແລະ ເປັນແຮງບັນດານໃຈໃນດ້ານການແຕ່ງຕົວໃຫ້ສາວໆທົ່ວໂລກ ເອີ້ນໄດ້ວ່າ ອະຍຸເປັນພຽງໂຕເລກແທ້ໆ!!! ສຳລັບ Lyn Slater ຫຼາຍຄົນຄົງຢາກຮູ້ຈັກ ເພິ່ນເປັນເຖິງສາດສະດາຈານທີ່ມະຫາວິທະຍາໄລ Fordham University ທີ່ ນິວຍອກ ແລະ ຍັງເປັນບ໋ອກເກີ້ລຸ້ນເກົ໋າ ເຈົ້າຂອງເວັບໄຊ້ accidentalicon.com  ເບິ່ງຈາກການແຕ່ງຕົວແລ້ວບໍ່ຍາກຈະເຊື່ອເລີຍແມ່ນບໍ່ວ່າຄົນ ອາຍຸ 64 ປີ ຈະແຕ່ງໂຕໄດ້ເຜັດ ແຊບ ຂະໜາດນີ້ ນາງຖືກຍົກໃຫ້ເປັນກູລູດ້ານແຟຼຊັ່ນອັນດັບຕົ້ນໆ ດ້ວຍສະໄຕຣການແຕ່ງໂຕທີ່ສາວໆແບບເຮົາໆຍັງຕ້ອງອາຍ ແຕ່ຖາມວ່າໂດ່ງດັງໄດ້ແນວໃດນັ້ນ ປັດຈຸບັນນີ້  Lyn Slater  ເອງກໍຍັງຕອບບໍ່ໄດ້ ເພາະທຸກຢ່າງເກີດຂຶ້ນໄວ ແລະ ເປັນຄວາມເຂົ້າໃຈຜິດ ມີມື້ໜຶ່ງນາງກຳລັງຍືນຖ້າໝູ່ໃກ້ໆກັບງານອີເວັ້ນທີ່ມີການເດີນແຟຼຊັ່ນໂຊ …

Read More »

ມາເບິ່ງ! ຄົນດັງທີ່ຊົງອິດທິພົນດ້ານ Fashion ທີ່ສຸດໃນໂລກ ປະຈຳປີ 2018 ໄດ້ແກ່…

ຄຳວ່າ Fashion ເປັນຫຍັງທີ່ນິຍາມບໍ່ໄດ້ ແລະ ບໍ່ມີຂອບເຂດຈຳກັດ ແຕ່ລະຄົນກໍລ້ວນມີ Slyle ເປັນຂອງຕົວເອງ, ໃນມື້ນີ້ ຂວັນໃຈ ເຮົາຈະພາແຟນໆມາອັບເດດບັນດາເຫຼົ່າເຈົ້າແມ່ແຟຊັ່ນທີ່ໄດ້ຖຶກຈັດລຳດັບວ່າເປັນ ແມ່ຍິງທີ່ຊົງອິດທິພົນດ້ານ Fashion ທີ່ສຸດໃນໂລກ 20 ອັນດັບ ປະຈຳປີ 2018 ຈາກການຈັດລຳດັບຂອງ Lyst ກູລູຊື່ດັງຈາກການຈັດລຳດັບດ້ານແຟຊັ່ນ, ເຊິ່ງປີນີ້ອັນດັບທີ 1 ໄດ້ແກ່ Kylie Jenner ຂໍບອກວ່າເພິ່ນມາແຮງ ແຊງທຸກຄົນແທ້ໆ!!! ລອງມາເບິ່ງ 20 ອັນດັບ ແມ່ຍິງທີ່ຊົງອິດທິພົນດ້ານ Fashion ທີ່ສຸດໃນໂລກ ປະຈຳປີ 2018 ໄດ້ແກ່: 1.Kylie Jenner 2.Kim Kardashian 3.Meghan Markle 4.Cardi B 5.Beyoncé 6.Serena Williams 7.Chiara Ferragni 8.Blake Lively 9.Rihanna …

Read More »

ງາມຫຼາຍໆ! ມີມີ່ ພູນຊັບ ໃນງານ Lao Fashion Week 2018 (ໃຜເຫັນເປັນຕ້ອງແນມ)

ມີມີ່ ພູນຊັບ ພົນໂຍທາ  Miss International Laos 2017 ແລະ ຍັງເປັນ Brand Ambassador ຂອງງານແຟຊັ່ນໂຊລະດັບປະເທດ Lao Fashion Week 2018 , ມີມີ່ ພູນຊັບ  ກໍໄດ້ຮ່ວມງານດັ່ງກ່າວ ເຊິ່ງຂໍບອກວ່ານາງຈັດເຕັມ ແຖມແຕ່ລະລຸກ ແຕ່ລະຊຸດຂອງນາງນັ້ນ ເອີ້ນໄດ້ວ່າກິນຂາດ ເບິ່ງແລ້ວສະຫງ່າງາມຫຼາຍໆ. ມີພາບບັນຍາກາດໃນງານທີ່ ສາວ ມິມີ່ ພູນຊັບ ເພິ່ນໄດ້ໄປມາຝາກແຟນໆ…ເວົ້າໄປຫຼາຍດຽວຈະຫາວ່າ ຊະນີIndy ຍ້ອງເກີນເຫດ… ໂດຍເບື້ອງຫຼັງຄວາມງາມຂອງ ສາວ ມິມີ່ ພູນຊັບ ກໍ່ແມ່ນໄດ້ຊ່າງແຕ່ງໜ້າຄິວທອງຫຼາຍທ່ານ ຂອງບ້ານເຮົາມາເປັນຄົນເນລະມິດຄວາມງາມໃຫ້ໃນເທື່ອນີ້ນັ້ນເອງ. ເອົ້າ!!! ໃຜທີ່ເປັນແຟນຄລັບຂອງ ມິມີ່ ພູນຊັບ ພົນໂຍທາ ກໍ່ຢ່າລືມໄລ້ ແຊຣ ລົວໆເປັນກຳລັງໃຈໃຫ້ນາງກັນແດ່ ເພາະຕ້ອງຍອມເລີຍວ່າ ນາງມີຄວາມງາມເລີດໆໆໆ ແຕ່ລະລຸກຂອງນາງກິນຂາດ ໃຜເຫັນກໍເປັນອັນວ່າຕ້ອງແນມ!!! ຂໍຂອບໃຈສຳລັບຮູບພາບຈາກ: FB/Miss …

Read More »

ບໍ່ຕ້ອງລົງທຶນ ບໍ່ຕ້ອງມີອຸປະກອນ ພຽງແຕ່ເຮັດແບບນີ້…ກໍ່ຈ່ອຍໄດ້!!!

“ເຜົາຜານໄຂມັນດ້ວຍການຍ່າງ” ຄົນເຮົາເມື່ອອາຍຸຫຼາຍຂຶ້ນ ການເຮັດວຽກຂອງລະບົບເຜົາຜານກໍເລີ່ມຕໍ່າລົງ ເຮັດໃຫ້ງ່າຍທີ່ຈະມີນໍ້າໜັກຕົວທີ່ເພີ່ມຂຶ້ນ ດັ່ງນັ້ນເລີຍຢາກຊວນສາວໆມາອອກກຳລັງກາຍຫຼຸດນໍ້າໜັກກັນຢ່າງຖືກວິທີ ຫຼືຫາກໃຜທີ່ບໍ່ມີເວລາອອກກຳລັງກາຍ ເຮົາກໍມີເຄັດລັບທີ່ຈະເຮັດໃຫ້ລະບົບເຜົາຜານໄດ້ຢ່າງເຕັມທີ່ດ້ວຍການຍ່າງນັ້ນເອງ… ການຍ່າງ ຖືເປັນການອອກກຳລັງກາຍທີ່ເຮັດໄດ້ຢ່າງງ່າຍດາຍ ບໍ່ຕ້ອງລົງທຶນ ແຖມບໍ່ຕ້ອງມີອຸປະກອນຫຍັງອີກດ້ວຍ ພຽງໝັ່ນຫາເວລາຍ່າງໃຫ້ຫຼາຍໆ ບໍ່ວ່າຈະເປັນການຍ່າງຂຶ້ນຂັ້ນໄດແທນລິບ ຍ່າງໄປກິນເຂົ້າແທນການນັ່ງລົດ ເພາະການຍ່າງຈະຊ່ວຍໃຫ້ກ້າມເນື້ອສ່ວນຫຼັກໆຂອງຮ່າງກາຍເຮັດວຽກໄດ້ຢ່່າງເຕັມທີ່ ຮັບຮອງການຍ່າງຈະຊ່ວຍໃນດ້ານການເຜົາຜານໄຂມັນ ແລະ ການຫຼຸດນໍ້າໜັກທີ່ເຮົາຕັ້ງໃຈໄວ້ກໍຈະປະສົບຜົນສຳເລັດໄດ້ເປັນຢ່າງດີ. ທີ່ມາ: ວາລະສານ ຂວັນໃຈ ຮູບພາບ: google

Read More »