Breaking News

Fashion

ພາມາສ່ອງ!!! Fashion ເທ່ໆ ເກ໋ໆ ຂອງຫຼິງຫຼິງ ປິຍະດາ ເຈົ້າແມ່ແຟຊັ່ນນິສຕ່າ ແຫ່ງປະເທດລາວ…

ພາມາສ່ອງ!!! Fashion ເທ່ໆ ເກ໋ໆ ຂອງຫຼິງຫຼິງ ປິຍະດາ ເຈົ້າແມ່ແຟຊັ່ນນິສຕ່າ ແຫ່ງປະເທດລາວ… ຖ້າເວົ້າເຖິງ ຫຼິງຫຼິງ ປິຍະດາ ຫຼາຍຄົນຄົງຮູ້ຈັກກັນດີ ເພາະນາງນັ້ນເປັນສາວປະເພດສອງທີ່ມີໜ້າຕາງົດງາມ ຈົນຜູ້ຍິງຍັງບໍ່ສູ້ ທີ່ເຄີຍໂດ່ງດັງໃນໂລກ Online ເມື່ອ 2-3 ປີທີ່ຜ່ານມາ ແລະ ປັດຈຸບັນ ສາວຫຼິງຫຼິງ ກໍຍັງຄົງໄດ້ຮັບຄວາມສົນໃຈຈາກແຟນຄຣັບພໍສົມຄວນຈົນມີຍອດຜູ້ຕິດຕາມໃນ Facebook  ແລະ IG ເປັນຈໍານວນຫຼວງຫຼາຍ ແລະ ຖ້າໃຜທີ່ຍັງຕິດຕາມຫຼິງຫຼິງຢູ່ ກໍຈະຮູ້ວ່ານາງນັ້ນໄດ້ຜັນຕົວເອງມາເປັນເຈົ້າແມ່ແຟຊັ່ນ ສາຍນິສຕ້າ (Fashionista) ຢ່າງເຕັມຕົວ ບໍ່ວ່າຈະເປັນເສື້ອຜ້າ, ໜ້າຜົມ ຈະຕ້ອງຈັດເຕັມທຸກມື້ (Fashionista ໝາຍເຖິງ ການແຕ່ງຕົວຂອງບຸກຄົນໃດໜຶ່ງ ທີ່ມີຄວາມມັກຮັກໃນການແຕ່ງຕົວຈົນເປັນແຟຊັ່ນ ແຕ່ມີຄວາມເປັນເອກະລັກ, ເປັນຕົວຂອງຕົວເອງສູງ) ເຊິ່ງວ່າ Fashionista ຂອງ ຫຼິງຫຼິງ ຈະເທ່, ຈະເກ໋, ຈະງາມ ຂະໜາດໃດນັ້ນ ມື້ນີ້ ຂວັນໃຈກໍໄດ້ນໍາເອົາຮູບພາບມາຕ້ອນສາວໆກັນນໍາ!!! ຖ້າໃຜທີ່ເປັນສາຍ Fashion …

Read More »

ສື່ຕ່າງປະເທດຈັບຕາ! MISS UNIVERSE LAOS ປ່ອຍຂອງກ່ອນເດີນທາງໄປປະກວດເວທີນາງງາມໂລກ ບອກເລີຍວ່າ ແຊ໊ບແຮງ!!!

ສື່ຕ່າງປະເທດຈັບຕາ! MISS UNIVERSE LAOS ປ່ອຍຂອງກ່ອນເດີນທາງໄປປະກວດເວທີນາງງາມໂລກ ບອກເລີຍວ່າ ແຊ໊ບແຮງ!!! ນັບຖອຍຫຼັງກັນແລ້ວສໍາລັບການປະກວດຮອບຕັດສິນ Miss Universe 2019 ທີ່ຈະຈັດຂຶ້ນຢູ່ທີ່ ປະເທດ ສະຫະລັດ ອາເມຣິກາ ເວທີທີ່ມີນາງງາມເຂົ້າຮ່ວມຫຼາຍກວ່າ 100 ປະເທດ. ສໍາລັບນາງງາມຕົວແທນປະເທດລາວເຮົາກໍຄືດັ່ງທີ່ແຟນໆຮູ້ກັນດີແລ້ວວ່າ ແມ່ນ ສາວເມ ວິຈິດຕາ ພອນວິໄລ ຜູ້ທີ່ຄອງຕໍາແໜ່ງ Miss Universe Laos 2019 ນັ້ນເອງ ເຊິ່ງ ສາວເມ ກໍໄດ້ເດີນທາງໄປປະກວດໃນມື້ນີ້ແລ້ວ ແລະ ປີນີ້ທາງກອງປະກວດເພິ່ນໝັ້ນໃຈແຮງ ໃນຄວາມງາມທີ່ມາໃນ Look Inter ຂອງສາວເມ ບວກກັບຄວາມສາມາດ ແລະ ທັກສະດ້ານພາສາອັງກິດທີ່ມາແບບແໜ້ນແຮງ ຈຶ່ງຄາດວ່າ ສາວເມ ຂອງເຮົາຕ້ອງຄວ້າຈັກລາງວັນໃດລາງວັນໜຶ່ງມາຕ້ອນມາຝາກຄົນລາວກັນຢ່າງແນ່ນອນ… ແລະ ກ່ອນທີ່ຈະເດີນທາງໄປປະກວດ ສາວເມ ກໍໄດ້ປ່ອຍຂອງລອງທາງ ຖ່າຍຮູບກັບຊຸດລອຍນໍ້າສຸດເຊັກຊີ່ ອວດຮູບຮ່າງທີ່ໄດ້ສັດສ່ວນ (ໃນການປະກວດຕ້ອງໄດ້ເດີນແບບຊຸດລອຍນໍ້າ) …

Read More »

ສະແດງຄວາມຍິນດີນໍາ! ຄູ່ຮັກດາລາ ຄຣິສຕີນ່າ-ວິນລີ່ ຄວ້າລາງວັນ Asian International Super Model Contest 2019 ທີ່ມາເກົ໊າ.

ສະແດງຄວາມຍິນດີນໍາ! ຄູ່ຮັກດາລາ ຄຣິສຕີນ່າ-ວິນລີ່ ຄວ້າລາງວັນ Asian International Super Model Contest 2019 ທີ່ມາເກົ໊າ. ຖືວ່າເປັນຄູ່ຮັກດາລາ ລະດັບແຖວໜ້າຂອງລາວທີ່ເໝາະສົມກັນທັງຄວາມສາມາດ, ຄວາມຫຼໍ່-ຄວາມງາມອີ່ຫຼີສໍາລັບຄູ່ຂອງ ໜຸ່ມ ວິນລີ່ ແລະ ສາວ ຄຣິສຕີນ່າ ແຖມຍັງເປັນຄູ່ຮັກທີ່ຫຼາຍໆຄົນກໍາລັງອິດສາຕາຮ້ອນຢູ່ໃນໄລຍະນີ້ ເພາະມີຮູບໂຊຄວາມຫວານອອກມາໃຫ້ແຟນຄຣັບໄດ້ຟີນກັນເປັນໄລຍະໄລຍະ ຈົນຫຼາຍຄົນລຸ້ນວ່າມື້ໃດຈະມີຂ່າວດີຈັກເທື່ອ… ແຕ່ກ່ອນທີ່ຈະມີຂ່າວດີຄື ການເຂົ້າສູ່ປະຕູວິວານັ້ນ ທັງສອງກໍໄດ້ມີຂ່າວດີກ່ອນນັ້ນມາໃຫ້ຄົນລາວ ແລະ ວົງການບັນເທີງລາວກ້າວຂຶ້ນໄປອີກຂຶ້ນຄື ທັງສອງໄດ້ໄປຄວ້າລາງວັນຈາກການເດີນແບບໃນງານ Silk Road International Fashion Week 2019 ທີ່ຈັດຂຶ້ນຢູ່ທີ່ປະເທດ ມາເກົ໊າ ໃນທ້າຍອາທິດທີ່ຜ່ານມານີ້ເອງ… ເຊິ່ງດ້ານຂອງ ສາວ ຄຣິສຕີນ່າ ແມ່ນໄດ້ຮັບລາງວັນ Excellent Model ຫຼື ລາງວັນນາງແບບດີເດັ່ນ ສ່ວນດ້ານ ໜຸ່ມວິນລີ່ ແຟນໜຸ່ມຂອງນາງກໍບໍ່ໄດ້ນ້ອຍໜ້າ ສາມາດຍາດລາງວັນ ນາຍແບບອັນດັບຕົ້ນໆຂອງ Asian …

Read More »

ຊາວເນັດຈັບຕາເບິ່ງເປັນພິເສດ! ຈຽບ ມະນີພອນ ສາວງາມຕົວແທນຈາກ ແຂວງ ອຸດົມໄຊ ໃນເວທີການປະກວດ MISS LAOS 2019…

ຊາວເນັດຈັບຕາເບິ່ງເປັນພິເສດ! ຈຽບ ມະນີພອນ ສາວງາມຕົວແທນຈາກ ແຂວງ ອຸດົມໄຊ ໃນເວທີການປະກວດ MISS LAOS 2019… ງານນີ້ມີລຸ້ນມົງລົງຢູ່ເດີ້!!! ສຽງເຊຍກໍາລັງເຂັ້ມຂຸ້ນແຮງສໍາລັບເວທີການປະກວດ MISS LAOS 2019 ທີ່ປັດຈຸບັນກໍາລັງຢູ່ໃນຂັ້ນຕອນເກັບຕົວຂອງສາວງາມທັງ 40 ຄົນສຸດທ້າຍ ເພື່ອຖ້າຮອບຕັດສິນທີ່ໃກ້ຈະມາຮອດນີ້… ແຕ່ແນ່ນອນວ່າໃນທຸກໆເວທີການປະກວດຍ່ອມມີຕົວເດັ່ນກວ່າໝູ່ ເຊິ່ງຈະເປັນຄົນທີ່ໄດ້ຮັບສຽງໂຫວດ ແລະ ສຽງເຊຍຈາກມວນຊົນຫຼາຍກວ່າໝູ່ນັ້ນເອງ ສໍາລັບເວທີການປະກວດ MISS LAOS 2019 ນີ້ ກໍເຊັ່ນດຽວກັນເຊິ່ງສາວງາມຄົນທີ່ຊາວເນັດຈັບຕາເບິ່ງ ແລະ ເຊຍເປັນພິເສດນັ້ນກໍຄື ສາວ ຈຽບ ມະນີພອນ ໝາຍເລກ ML 26 ສາວງາມຕົວແທນຈາກ ແຂວງ ອຸດົມໄຊນັ້ນເອງ ແລະ ຍ້ອນຫຍັງ ຈຽບ ຈຶ່ງເປັນທີ່ຈັບຕາເປັນພິເສດ ເຮົາລອງມາທໍາຄວາມຮູ້ຈັກກັບນາງກັນຕຶ່ມດີບໍ່? ຊື່: ຈຽບ ຫຼື ມະນີພອນ ສິງຫາໄຊຍະແສງ ອາຍຸ 24 …

Read More »

ຮ່ວມສົ່ງກຳລັງໃຈ! ເຊຍນາງງາມລາວ ນິ້ງ ປາວີນາ ເດີນທາງໄປປະກວດ Miss Tourism International 2019 ທີ່ປະເທດ ມາເລເຊຍ.

ຮ່ວມສົ່ງກຳລັງໃຈ! ເຊຍນາງງາມລາວ ນິ້ງ ປາວີນາ ເດີນທາງໄປປະກວດ Miss Tourism International 2019 ທີ່ປະເທດ ມາເລເຊຍ. ນິ້ງ ປາວິນາ ຍົງວົງສິດທິ Miss Tourism International Laos ໄດ້ອອກເດີນທາງ ໄປປະຕິບັດພາລະກິດ ຕາງໜ້າໃຫ້ແກ່ປະເທດລາວ ເພື່ອສົ່ງເສີມການທ່ອງທ່ຽວໃຫ້ກັບສາກົນໄດ້ຮັບຮູ້ ໃນເວທີປະກວດ  Miss Tourism International 2019 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 22 ຕຸລາ – 11 ພະຈິກ 2019 ທີ່ນະຄອນຫລວງກົວລາລໍາເປີດ ປະເທດມາເລເຊຍ… ສະນັ້ນ ຈຶ່ງຂໍແຮງເຊຍແຮງໃຈຈາກແຟນໆນາງງາມ ແລະ ແຟນໆຂວັນໃຈ ຮ່ວມສົ່ງກໍາລັງໃຈໃຫ້ກັບສາວ ນິ້ງ ຕົວແທນປະເທດລາວ ໃນເວທີສາກົນ ໃຫ້ປະຕິບັດໜ້າທີ່ຂອງຕົນເອງຢ່າງສຸດຄວາມສາມາດ ແລະ ຍາດໄດ້ລາງວັນກັບມາໃຫ້ຄົນລາວທັງປະເທດໄດ້ພູມໃຈ!!! ປະຫວັດສ່ວນຕົວ: ຊື່: ນ. ປາວີນາ ຍົງວົງສິດທິ ຫຼື ນິ້ງ …

Read More »