Breaking News

Fashion

ຄໍ່າຄືນແຫ່ງແຟຊັ່ນ!!! ສ່ອງບັນຍາກາດ LAO FASHION WEEK 2020

ເພື່ອສົ່ງເສີມວົງການແຟຊັ່ນຂອງລາວໃຫ້ໄດ້ຮັບການພັດທະນາ ແລະ ມີບາດກ້າວສໍາຄັນສາມາດເຊື່ອມຕໍ່ກັບເວທີແຟຊັ່ນລະດັບສາກົນ ພ້ອມທັງສະເຫຼີມສະຫຼອງໂອກາດຄົບຮອບ 7 ປີ ຂອງລາວແຟຊັ່ນວີກ ໃນວັນທີ 5 ທັນວາ 2020 ໄດ້ຈັດງານ LAO FASHION WEEK 2020 ຄໍ່າຄືນແຫ່ງແຟຊັ່ນເປັນງານສະແດງອາພອນທີ່ຍິງໃຫຍ່ ແລະ ມີຄວາມສໍາຄັນຫຼາຍທີ່ສຸດຂອງລາວ ໂດຍມີການສະແດງແບບຈາກ 20 ນັກອອກແບບໃນລາວ ລວມມີ 5 ຫ້ອງເສື້ອຊື່ດັງ ແລະ 15 ນັກອອກແບບໝຸ່ມທີ່ກໍາລັງມາແຮງ ຈາກໂຄງການສົ່ງເສີມນັກອອກແບບໝຸ່ມນ້ອຍຂອງລາວ. ງານ LAO FASHION WEEK 2020 ນີ້ ຂວັນໃຈຈະພາທຸກຄົນໄປເບິ່ງພາບບັນຍາກາດຂອງງານ ພ້ອມທັງບັນດາເຫຼົ່າດາລາເຊເລບຄົນດັງລະດັບປະເທດ, ນາງແບບ-ນາຍແບບຊື່ດັງຂອງລາວຮ່ວມເດີນ Fashion Show ໃນຄັ້ງນີ້ຈະສຸດອະລັງການ ແລະ ຍິ່ງໃຫຍ່ ເຮົາໄປເບິ່ງນໍາກັນເລີຍວ່າ… ຄຽງຄູ່ກັບການສະແດງອາພອນ ຍັງມີການວາງສະແດງຮູບພາບ ຈາກຊ່າງຖ່າຍພາບຊາວຝຣັ່ງ – ຝຣັງຊົວ ເຮວີ້ …

Read More »

ຮ່ວມສົ່ງເສີມວັດທະນະທໍາ ງານມະຫາກໍາ ສີມືຫັດຖະກຳລາວ

ສືບທອດຕາມຮອຍປູ່ຍ່າຕາຍາຍ ແລະ ຮ່ວມຮັກສາວັດທະນະທໍາລາວ ມື້ນີ້ຂວັນໃຈຈະພາທຸກຄົນໄປເບິ່ງພາບບັນຍາກາດການເດີນແບບຂອງສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໂດຍຈັດຂຶ້ນທີ່ງານມະຫາກຳສີມື ຫັດຖະກຳລາວ ທີ່ສູນການຄ້າລາວ-ໄອເຕັກ ໃນວັນທີ 13 ຕຸລາ 2020 ທີ່ຜ່ານມາ. ໂດຍການເປັນປະທານຂອງທ່ານ ຈັນທະຈອນ ວົງໄຊ ປະທານ ສທຍ, ມີບັນດາສະມາຊິກນັກທຸລະກິດແມ່ຍິງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ການຈັດງານໃນຄັ້ງນີ້ ເພື່ອເປັນການສົ່ງເສີມວັດທະນະທໍາ, ສີມືຫັດຖະກຳລາວ ທີ່ສືບທອດກັນມາແຕ່ດົນນານ ພ້ອມທັງສົ່ງເສີມຜະລິດຕະພັນລາວເພື່ອຮັກສາພູມປັນຍາຂອງຄົນລາວໃຫ້ຍືນຍົງຕະຫຼອດໄປ. ເຊິ່ງພາຍໃນງານມີຜູ້ຮ່ວມເດີນແບບມາຈາກຫຼາຍພາກສ່ວນ ໂດຍແຕ່ລະຄົນຈະສວມໃສ່ຊຸດແຕ່ລະຊົນເຜົ່າທີ່ແຕກຕ່າງກັນ ທີ່ສະແດງໃຫ້ເຫັນເຖິງເອກະລັກ, ວັດທະນະທໍາຂອງຄວາມເປັນລາວ. ເຮົາມາເບິ່ງນໍາກັນວ່າແຕ່ລະຊຸດຈະໂດດເດັ່ນ ແລະ ງົດງາມຫຼາຍປານໃດ !!! ເຮົາໄປເບິ່ງນໍາກັນເລີຍ… ເວົ້າໄດ້ເລີຍວ່າ ແຕ່ລະຊຸດແມ່ນມີຄວາມງາມ ແລະ ຄວາມໂດດເດັ່ນທີ່ເປັນເອກະລັກຂອງແຕ່ລະຊົນເຜົ່າທີ່ແຕກຕ່າງກັນ.

Read More »

Fashion ທີ່ສາວໆຕ້ອງມັກ!! ກັບງານເປີດໂຕຄໍເລັກຊັ້ນໃຫມ່ຂອງແບຣນ MINISTRY OF SILK

ໃນວັນທີ 09 ຕຸລາ 2020 ຜ່ານມາ ທີ່ຮ້ານ MINISTRY OF SILK ນໍ້າພຸ ນະຄອນຫລວງວຽງຈັນ.MINISTRY OF SILK ແບຣນເສື້ອຜ້າລະດັບສາກົນທຳອິດຂອງປະເທດລາວທີ່ໄດ້ຈົດທະບຽນການຄ້າພາຍໃຕ້ກົດຫມາຍປົກປ້ອງຊັບສິນທາງປັນຍາຂອງປະເທດອັງກິດໄດ້ຈັດງານເປີດຕົວຄໍເລັກຊັ້ນໃຫມ່ ທີ່ມີຊື່ວ່າ ນິວ ນອມ ເຊິ່ງຄໍເລັກຊັ້ນໃຫມ່ນີ້ໄດ້ຮັບການອອກແບບໂດຍ 2 ນັກອອກແບບຮຸ້ນໃໝ່ມາແຮງນັ້ນກໍຄື ນາງ ມະນີວອນ ວັນສະຫວັດ ແລະ ກີ້ ເພຍຄຳໂງ່ນ ຜູ້ທີ່ມີຄວາມໂດດເດັ່ນຈາກໂຄງການສົ່ງເສີມນັກອອກແບບຫນຸ່ມນ້ອຍຂອງລາວ. ຄໍເລັກຊັ້ນໃຫມ່ນີ້ໄດ້ຮັບການອອກແບບໃຫ້ເຂົ້າກັບວິຖີຊີວິດໃຫມ່ຂອງເຮົາ ພາຍຫລັງໄດ້ຖືກກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ19, ເຊິ່ງໄດ້ເນັ້ນໃສ່ຄວາມຮຽບງ່າຍ ສວມໃສ່ສະບາຍ ແລະ ລາຄາບໍ່ແພງ ແຕ່ຍັງຄົງຮັກສາຄວາມເປັນເອກະລັກຂອງແບຣນ MINISTRY OF SILK ເຊິ່ງເນັ້ນເລື່ອງຄວາມຫລູຫລາ ແລະ ສະຫງ່າງາມ. ການເປີດຕົວຄໍເລັກຊັ້ນໃຫ່ມໃນຄັ້ງນີ້ ແມ່ນເພື່ອຊຸກຍູ້ວົງການແຟຊັ້ນຂອງລາວໃຫ້ຜ່ານຜ່າວິກິດໃນປັດຈຸບັນ ພ້ອມທັງສ້າງວຽກເຮັດ ແລະ ລາຍຮັບໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງກັບການຜະລິດ ແລະ ເພື່ອສືບຕໍ່ສົ່ງເສີມພັດທະນາວົງການແຟຊັ້ນໃນ ສປປ ລາວ. ມື້ນີ້ມາເອົາໃຈສາວໆຂວັນໃຈ …

Read More »

ແຕ່ງໂຕແນວໃດ? ໃຫ້ Smart & Chic

ມາເບິ່ງການແຕ່ງໂຕແບບ Smart & Chic ທີ່ງ່າຍໆ, ແຕ່ງໄດ້ທຸກມື້ບໍ່ມີເບື່ອ ມີແບບໃດແດ່ມາເບິ່ງນຳກັນເລີຍ!!! 1 ໂສ້ງຂາຍາວເກ໋ກັບເສື້ອຢືດ ແລະ ກະເປົາຄາດແອວ ເທ່ສຸດໆ 2 ໃສ່ເປັນຊຸດອ້ຽງ ຫຼືໂສ້ງແພບາງ, ເກີບໜັງ, ແລະ ຖົງຕີນຍາວສີລາຍ ກໍກິນຂາດແລ້ວ! 3 ໂສ້ງຢີນຂາບານ ແລະ ເສື້ອກ້າມເຄິ່ງໂຕ ເອົາຢູ່ທຸກສະຖານະການ 4 ເສື້ອຢືດ Oversize ກັບໂສ້ງຂາບານ, ແວ່ນ ແລະ ໝວກ ເທ່ແບບຫ້າວໆ 5 ແຈັກເກັດທີ່ບໍ່ເຄີຍຕົກຍຸກ, ໂສ້ງຂາຍາວ ບວກກັບກະເປົາພາຍ ແລະ ເກີບຜ້າ ເບິ່ງແນວໃດກໍເທ່ 6 ເທ່ແບບວິນເທຈ ກັບເສື້ອຢືດ Oversize ແລະ ໂສ້ງຂາບານ ເທ່ແບບສະບາຍໆ 7 ເສື້ອເຊີດເກ໋ໆ ແລະ ໂສ້ງຂາຍາວສີດຳ …

Read More »

ພາບບັນຍາກາດ ງານເດີນແບບການກຸສົນ FashionShow Charity 2020 ຮ່ວມປັນຮັກ Better Together

ພາບບັນຍາກາດ ງານເດີນແບບການກຸສົນ FashionShow Charityo 2020 ຮ່ວມປັນຮັກ Better Togetherເພື່ອສົມທົບທືນສ້າງໂຮງຮຽນໃນເຂດເມືອງກາສີ ຈັດຂຶ້ນໃນ ວັນທີ 29 -30 ສິງຫາ 2020 ທີ່ໂຮງແຮມ Laotel Hotel & Resort Vientiane ໂດຍມີທ່ານເຈົ້າເມືອງກາສີ, ແຂກຮັບເຊີນຈາກຫຼາຍພາກສ່ວນ, ນັກທຸລະກິດ, ຫ້ອງເສື້ອຜ້າໄໝລາວ, ດາລານັກສະແດງ, ສື່ມວນຊົນ ແລະ ບັນດາພໍ່ແມ່ປະຊາຊົນເຂົ້າຮ່ວມ.

Read More »