Breaking News

Fashion

ສີເຫຼືອງມາແຮງ! ມິກ ແອນ ແມັດແຟຊັ່ນໂທນເຫຼືອງ (Yellow Street Style)

Hello ໝູ່ເພື່ອນ ມາອັບເດດ Trend Fashion ໃນຊ່ວງນີ້ກັນແດ່ ຊ່ວງນີ້ເລື່ອນໄປໃສໃນໜ້າຈໍມືຖືຂອງເຮົາກໍ່ຈະເຫັນໂທນເສື້ອຜ້າສີເຫຼືອງເຕັມໄປໝົດ ຊະນີIndy ກໍ່ບໍ່ລໍຊ້າໄດ້ຊອກເອົາ ແນວ Style ການແຕ່ງໂຕໃນຄອນເສັບ Yellow Style ມາຝາກໝູ່ເພື່ອນເຊັ່ນດຽວກັນ ແຕ່ຈະເປັນອອກເປັນແນວ Street ແດ່ ເພື່ອໃຫ້ໝູ່ເພື່ອນໃສ່ ແລະ ມິກ ແອນ ແມັດ ເສື້ອຜ້າໃຫ້ໃສ່ໄດ້ໃນທຸກໆມື້ ລອງມາເບິ່ງໄອເດຍຈາກເຫຼົ່າເນັດໄອດໍ້ ສາວໆຝຣັ່ງກັນເບິ່ງເດີ້ ໃຜໃສ່ໂທນສີນີ້ມັນກໍ່ຈະນຳເທຼນສຸດໆໆໆ ເຫັນໂທນສີເຫຼືອງແລ້ວເຂົ້າກັບແສງແດດບ້ານເຮົາຂະໜາດວ່າບໍ່ໝູ່ເພື່ອນ ໃຜທີ່ໃສ່ໂທນສີນີ້ ຊ່ວງນີ້ ຂໍບອກວ່ານອກຈາກຈະເດັ່ນແລ້ວ ຍັງຖ່າຍຮູບຂຶ້ນອີກນຳເດີ້ ໃຜບໍ່ແຕ່ງໂທນສີນີ້ ຊ່ວງນີ້ ລະວັງ ເອົ້າກະແສ ບໍ່ທັນເທຼນແຟຊັນກັບໝູ່ເດີ້!!! Via: IG/americanstyle

Read More »

(ແຈ້ງເກີດສະບາຍໆພຽງແຕ່ຖ່າຍຮູບເປັນ) ມາເບິ່ງແນວຮູບພາບສຸດ Art ທີ່ໃຜເຫັນແລ້ວຕ້ອງກົດໄລ້!!!

 (ມາເບິ່ງແນວຮູບພາບສຸດ Art ຂອງ Fashion Stylist ສຸດແນວ Alin Show) ມາເບິ່ງແນວຮູບພາບສຸດ Art ຂອງ ອາລິນ ໝື່ນສຸພັນ ຫຼື ຊື່ໃນວົງການບັນເທີງຂອງເພິ່ນກໍຄື  “Alin Show” ເຊິ່ງເພິ່ນເປັນ Fashion Stylist ສຸດແນວຢູ່ໃນວົງການມາກໍຫຼາຍປີ ມີເອກະລັກໂດດເດັ່ນບໍ່ຄືໃຜແລະບໍ່ມີໃຜຄື ແຖມເພິ່ນຍັງເປັນຄົນທີ່ມີພອນສະຫວັນທາງດ້ານການຖ່າຍຮູບ ເຊິ່ງບອກກ່ອນເລີຍວ່າ ອາລິນ ບໍ່ໄດ້ເປັນຊ່າງຖ່າຍພາບມືອາຊີບ ຫຼື ໄປຮຽນດ້ານການຖ່າຍຮູບມາແຕ່ຢ່າງໃດ ແຕ່ດ້ວຍພອນສະຫວັນບວກກັບພອນສະແຫວງຈຶ່ງເຮັດໃຫ້ Stylist ສຸດແນວຄົນນີ້ແຈ້ງເກີດໃນສິລະປະທາງດ້ານການຖ່າຍຮູບແນວອາສໄດ້ແບບສະບາຍໆ.   ໃນປັດຈຸບັນໂລກເຮົາກໍໄດ້ໝູນວຽນໄປຕາມຍຸກຕາມສະໄໝ ການຖ່າຍຮູບກໍເຊັ່ນກັນ ໃນຊ່ວງປີກ່ອນໆແມ່ນເຮົາຈະຮິດເຖິງຮິດທີ່ສຸດແມ່ນການຖ່າຍຮູບແນວເຊວຟີ່ ຫຼື ເອີ້ນງ່າຍໆວ່າແມ່ນການຖ່າຍຮູບໃຫ້ເຫັນໜ້າຕາຕົວເອງຫຼາຍທີ່ສຸດ ແຕ່ມາຮອດປີນີ້ເທຼນການເຊວຟີ່ກໍໄດ້ເລີ່ມໝົດໄປ ສະຕາຍຖ່າຍຮູບແນວອາສໆກໍໄດ້ເລີ່ມເຂົ້າມາ ແລະ ໜຶ່ງໃນນັ້ນກໍແມ່ນ ອາລິນ ທີ່ມີການຖ່າຍຮູບໄດ້ເປັນເອກະລັກ ງາມ ແລະ ໄດ້ອາລົມຂອງຮູບພາບນັ້ນໆແບບສຸດໆ ຈົນເຮັດໃຫ້ມີຄົນຕິດຕາມເປັນ Fc ເພິ່ນຈຳນວນຫຼວງຫຼາຍ. ລອງມາເບິ່ງຮູບພາບງາມໆ ອາສໆສີມືຂອງ Stylist ສຸດແນວຄົນນີ້ກັນເບິ່ງເນາະ!!! ສາມາດຕິດຕາມໄດ້ທີ່: …

Read More »

Update! ແຟຼຊັ່ນໜ້າຮ້ອນ ແຕ່ງໂຕແບບນີ້ເລີຍ… ຮັບຮອງເກີດ!!!

ເລີ່ມເຂົ້າລະດູຮ້ອນແລ້ວ ມາ Update! ແຟຼຊັ່ນໜ້າຮ້ອນ ໜ້າຮ້ອນນີ້ແຕ່ງໂຕແບບໃດໃຫ້ເລີດ ໃຫ້ແຈ້ງເກີດ ແບບບໍ່ມີຕົກກະແສ… ເຊິ່ງຊີຊັ່ນນີ້ຈະມີເສື້ອຜ້າໜ້າຮ້ອນແບບໃດນຳເທຼນກັນແດ່ ລອງມາອັບເດດກັນເລີຍ!!! ເດສສາຍດ່ຽວນຸ່ງແມັດກັບເສື້ອຍືດທາງໃນ ພ້ອມກັບເກີບຜ້າໃບສີຂາວ ເບິ່ງແລ້ວລຽບ ຫຼູ ລາສີເດັກລວຍຈັບແທ້ໆໄດ໋… ເສື້ອຮາວາຍ ເກ໋ໆ ຮ້ອນນີ້ອິນເທນທີ່ສຸດໄປເລີຍ!!! ເສື້ອສາຍດ່ຽວ ສົ້້ງຍີນ ແຟຼຊັ່ນປະຈຳໜ້າຮ້ອນທີ່ສາວໆບໍ່ຄວນພາດ ເສື້ອໂຊບ່າ ແບບສາວທັນສະໄໝ ແອບເຊັກຊີ່ ເບິ່ງແລ້ວມີສະເໜ່ບໍ່ເບື່ອ ເສື້ອລາຍດອກເກ໋ໆ ແນ່ນອນໃຜບໍ່ມີຖືວ່າຍັງບໍ່ເຂົ້າເຖິງຊ່ວງຊໍາເມີເດີ້ ມິກ ແອນ ແມສ ເສື້ອສາຍດ່ຽວ ຫຼື ເກາະເອິກ ສົ້ງຂາສັ້ນ ແລະ ເສື້ອຄຸມບ່າທາງນອກ ເສື້ອຍືດຊີທູ ສົ້ງຍີນ ເຊັກຊີ່ໆຮັບໜ້າຮ້ອນ ເສື້ອແຂນສັ້ນ ສົ້ງຂາສັ້ນ ໜ້າຮ້ອນນີ້ແລະຕ້ອງຈັດ… ໜ້າຮ້ອນນີ້ຢູ່ຕູ້ເສື້ອຜ້າຕ້ອງມີເສື້ອສີສົດໆ ສີສັນສົດໃສກັນເແດ່ ຊຸດເດສລາຍດອກໄມ້ ໃຜບໍ່ໃສ່ຖືວ່າໂຄດເຊີຍ ຊຸດເດສເປີດບ່າ ອີກໜຶ່ງຊຸດທີ່ມາແຮງໃນຊ່ວງນີ້ ເສື້ອແຂນກຸດ ສົ້ງຂາສັ້ນ ເກີບຜ້າໃບ ທີ່ໃສ່ອອກຈາກບ້ານຍາມໃດກໍໝັ້ນໃຈ …

Read More »

His Mind ຈະພາສາວໆມາເຈາະໃຈ “ເປ່ເລ້” ອາຈານສອນເທຄວັນໂດ້ ແລະນາຍແບບສຸດເຈົ້າຊູ້… “ແມ່ຍິງທີ່ບໍ່ແຕ່ງຫຼາຍເກີນໄປ, ມີຄວາມເປັນທໍາມະຊາດ ຈະເຮັດໃຫ້ເຮົາຮູ້ເຖິງຕົວຕົນຂອງເຂົາໄດ້ງ່າຍກວ່າ”

ຄໍລໍາ: His Mind ສະບັບສົ່ງທ້າຍປີເກົ່າ 2017 ຕ້ອນຮັບປີໃໝ່ 2018 ນີ້ ຈະພາສາວໆມາເຈາະໃຈອາຈານສອນ ເທຄວັນໂດ້ ແລະນາຍແບບສຸດເຈົ້າຊູ້! ດວງສີວິໄລ ພິມມະສອນ (ເປ່ເລ້) ທີ່ບອກວ່າ “ແມ່ຍິງທີ່ບໍ່ແຕ່ງຫຼາຍເກີນໄປ, ມີຄວາມເປັນທໍາມະຊາດ ຈະເຮັດໃຫ້ເຮົາຮູ້ເຖິງຕົວຕົນຂອງເຂົາໄດ້ງ່າຍກວ່າ” ເປ່ເລ້ ເປັນຄົນທີ່ ມັກຮັກໃນການຫຼິ້ນກິລາຫຼາຍ ໂດຍສະເພາະກິລາ ເທຄວັນໂດ້ ຈາກຄວາມມັກກໍກ້າວຂຶ້ນມາເປັນນັກກິລາ ເທຄວັນໂດ້ ທີມຊາດ ແລະປັດຈຸບັນກໍໄດ້ຜັນຕົວມາເປັນອາຈານສອນ ເທຄວັນໂດ້ ອາຊີບແລ້ວ ພ້ອມທັງເປັນນາຍແບບຄວບຄູ່ໄປນໍາ ແລະທີ່ສໍາຄັນເພິ່ນຍັງບອກມາອີກວ່າ ສະຖານະພາບຕອນນີ້ແມ່ນ ໂສດສະນິດ ອ້າວ… ແບບນີ້ກໍເຂົ້າທາງສາວໆແລ້ວແຫຼະ! ສໍາລັບສາວໆທີ່ສົນໃຈຢາກຮູ້ຈັກກັບໜຸ່ມຄົນນີ້ເພິ່ມຕຶ່ມ ສາມາດຊອກມາທໍາຄວາມຮູ້ຈັກກັນໄດ້ໃນ ວາລະສານຂັວນໃຈ ສະບັບເດືອນທັນວາ (125) 2017 ຕາມ U Express M Point Mart ແລະ Jeffy Mart …

Read More »

ອັບເດດ! ແຟຼຊັ່ນເທຣນສີຜົມປີ 2018 ບອກເລີຍປີນີຕ້ອງສີປະມານນີ້ເລີຍ!!!

ປີໃໝ່ນີ້ສາວໆທີ່ຢາກປ່ຽນແປງຕົວເອງ ລອງເລີ່ມຈາກການປ່ຽນສີຜົມຮັບຮອງວ່າຕ້ອງງາມ ເດັ່ນ ຈົນໝູ່ຄູ່ທ້ວງພຸ້ນລະ ສຳລັບແຟຼຊັ່ນເທຣນສີຜົມໃນປີ 2018 ກໍຈັດວ່າຈະມີຫຼາກຫຼາຍໂທນສີທີ່ຮິດ ແລະ ຕິດກະແສ ມີໃຫ້ເລືອກຫຼາຍສີເລີຍເຊັ່ນ: ບອນ, ນໍ້າຕານ, ສີແດງ ແລະ ອື່ນໆ ດັ່ງນັ້ນລອງມາເບິ່ງເທຣນສີຜົມຂອງປີ 2018 ນີ້ ຮັບຮອງຖືກໃຈໝູ່ເພື່ອນແນ່ນອນ!!! 1.Golden Ombré ສີຜົມ Ombre (ອອມເບຣ) ເປັນການໄລ່ສີຜົມຈາກອ່ອນໄປເຂັ້ມ ເຊິ່ງໂທນສີທອງສາວໆກໍສາມາດໄລ່ຈາກໂຄນຜົມສີນໍ້າຕານເຂັ້ມໄປທີ່ປາຍຜົມສີທອງ ສາວໆຄົນໃດທີ່ເຮັດຜົມສີນີ້ກໍຈະຊ່ວຍໃຫ້ໜ້າຂອງເຮົາເບິ່ງສົດໃສຂຶ້ນ 2.Salt and Pepper ໂທນສີຂາວ ເທົາ ດຳ ພໍໄລ່ສີອອກມາກໍຈະກາຍເປັນໂທນສີໃໝ່ບໍ່ຊໍ້າກັບໃຜແນ່ນອນ 3.Burnt Orange ຜົມສີສົ້ມເຂັ້ມໆ ອົມສີແດງເລັກໜ້ອຍ ສີຜົມຄ້າຍກັບເຈົ້າຍິງ ເມີຣິດາ ໃນກາຕູນເລື່ອງ Brave  ເລີຍໄດ໋ ງາມໆເນາະ 4.Bleach-Toned ໂທນສີຂາວ ໃຜທີ່ຢາກເຮັດສີຜົມສີນີ້ບອກໄວ້ກ່ອນເລີຍວ່າມັນຂ້ອນຂ້າງເບິ່ງແຍງ ແລະ ຈັດຊົງຍາກແດ່ ແຕ່ກໍບໍ່ເປັນຫຍັງຖ້າສາວໆຄົນໃດມັກກໍຈັດເລີຍ… …

Read More »