Breaking News

ເບິ່ງດວງລາຍວັນ

ດວງປະຈໍາວັນທີ 5 ກັນຍາ 2016

ດວງປະຈໍາວັນທີ 5 ກັນຍາ 2016 ວັນຈັນ. ການເງິນ: ການເງິນຍັງບໍ່ຄ່ອຍດີ ຕ້ອງເສຍເງິນຄໍາກັບລາຍຈ່າຍທີ່ບໍ່ໜ້າຈະຈ່າຍ. ວຽກງານ: ມີຄວາມກ້າວໜ້າ ເຮັດຫຍັງກໍ່ປະສົບຄວາມສໍາເລັດ ແລະ ຄົນອ້ອມຂ້າງໃຫ້ການສະໜັບສະໜູນ. ຄວາມຮັກ: ການມີເຫດຜົນ ແລະ ເອົາໃຈເຂົາມາໃສ່ໃຈເຮົາຈະເຮັດໃຫ້ຄວາມສໍາພັນທີ່ມີຕໍ່ກັນດີຂຶ້ນ ແລະ ບັນຫາຫຼຸດລົງ. ວັນອັງຄານ. ການເງິນ: ຈະມີແນວຄິດຫາເງິນຫຼາຍຂຶ້ນ ເຮັດໃຫ້ການເງິນຈະຂະຫຍາຍມີຖານະດີຂຶ້ນ. ວຽກງານ: ຈະໄດ້ຮັບຂ່າວທີ່ບໍ່ຄ່ອຍດີກັບວຽກທີ່ໄປສະໝັກ ຫຼື ຜູ້ທີ່ກໍາລັງລໍຖ້າອະນຸມັດໂຄງການ, ການປະກວດແຂ່ງຂັນຕ່າງໆຍັງບໍ່ຄ່ອຍຈະເປັນໄປຕາມທີ່ຄາດຫວັງໄວ້. ຄວາມຮັກ: ຈະເສຍໃຈທີ່ຄົນຮັກເຮັດໃຫ້ຜິດຫວັງຍ້ອນເລື່ອງເລັກນ້ອຍ ດັ່ງນັ້ນທ່ານຄວນເຮັດໃຈໃຫ້ກວ້າງຈຶ່ງບໍ່ໄດ້ຜິດຖຽງກັນ ສ່ວນຄົນໂສດ ອາດຈະມີຄົນເຂົ້າມາຈີບ. ວັນພຸດ. ການເງິນ: ຈະໄດ້ຮັບໂຊກ, ມີລາຍໄດ້, ຄ່າຕອບແທນເຂົ້າມາເລື່ອຍໆ. ວຽກງານ: ໃຫ້ລະວັງການເຮັດວຽກທີ່ຜິດພາດ ໃຫ້ທ່ານເຮັດຢ່າງຮອບຄອບພິຈາລະນາໃຫ້ດີ. ຄວາມຮັກ: ລະວັງຄວາມເອົາແຕ່ໃຈຂອງຕົນເອງຈະເຮັດໃຫ້ແຟນທ່ານເບື່ອໜ່າຍ ແລະ ກາຍເປັນເຫດຜົນໃຫ້ຄົນອື່ນເຂົ້າມາແຊກໄດ້ງ່າຍ. ວັນພະຫັດ. ການເງິນ: ເດັ່ນຫຼາຍ ກາານເງິນຊ່ວງນີ້ຈະມີເງິນເຂົ້າມາເລື່ອຍໆ. ວຽກງານ: …

Read More »

ດວງປະຈໍາ ວັນທີ 2 ກັນຍາ 2016.

ດວງປະຈໍາ ວັນທີ 2 ກັນຍາ 2016. ວັນຈັນ. ການເງິນ: ຍັງບໍ່ຄ່ອຍດີປານໃດ ຊ່ວງນີ້ລາຍໄດ້ຂອງທ່ານຈະຫຼຸດນ້ອຍລົງ. ວຽກງານ: ວຽກງານມື້ນີ້ເດັ່ນເປັນພິເສດ ທ່ານຈະໄດ້ຮັບການຊ່ວຍເຫຼືອອຸປະຖໍາຈາກຜູ້ໃຫຍ່ ຜູ້ທີ່ຈະໃຫ້ຄໍາແນະນໍາ, ປຶກສາທີ່ດີ. ຄວາມຮັກ: ບັນຫາຮັກທີ່ເຄີຍມີຈະສາມາດຜ່ານໄປໄດ້ ເພາະທ່ານກັບຄົນຮັກພະຍາຍາມປັບຕົວເຂົ້າຫາກັນ. ວັນອັງຄານ. ການເງິນ: ອາດຈະໄດ້ໂຊກລາບຈາກການສ່ຽງໂຊກ ຫຼື ມີໂຊກລາບເປັນຂອງຂັວນທີ່ມີຄ່າ. ວຽກງານ: ຈະໄດ້ເຮັດວຽກກຸ່ມໃໝ່ໆຮ່ວມກັບຄົນອ້ອມຂ້າງ ໂດຍມີທ່ານເປັນກໍາລັງສໍາຄັນຂອງກຸ່ມເຮັດໃຫ້ທ່ານມີພະລັງໃຈເຮັດວຽກຫຼາຍຂຶ້ນ. ຄວາມຮັກ: ຄົນໂສດອາດຈະມີຄົນມາເຂົ້າມາຈີບ ຫຼື ມາຂໍເບີ້ໂທຕິດຕໍ່ ແຕ່ທ່ານຍັງບໍ່ກ້າທີ່ຈະຮັກໃຫ້ລອງຂ້າມຜ່ານຄວາມຢ້ານໄປແລ້ວທ່ານອາດຈະພົບວ່າຜູ້ຊາຍຄົນນີ້ກໍມີດີຄືກັນ. ວັນພຸດ. ການເງິນ: ຄົນທີ່ເດືອດຮ້ອນເລື່ອງການເງິນຈະໄດ້ຮັບຄວາມຊ່ວຍເຫຼືອຈາກຍາດພີ່ນ້ອງ. ວຽກງານ: ຄົນທີ່ເປັນລູກຈ້າງລະວັງຫົວໜ້າບັງຄັບໃຫ້ເຮັດໃນສິ່ງທີ່ທ່ານບໍ່ຢາກເຮັດ ຫຼື ຖືກຄົນຢູ່ໃນບ່ອນເຮັດວຽກເອົາປຽບ. ຄວາມຮັກ: ລະວັງຖືກຄົນອ້ອມຂ້າງໃສ່ຮ້າຍປ້າຍສີໃຫ້ແຟນທ່ານບໍ່ໄວ້ໃຈທ່ານ ຈົນກາຍເປັນເລື່ອງຜິດຖຽງກັນ. ວັນພະຫັດ. ການເງິນ: ມື້ື້ນີ້ທ່ານອາດຈະໄດ້ໂຊກລາບ ຫຼື ສິ່ງຂອງທີ່ມີລາຄາ. ວຽກງານ: ລະວັງການເຈລະຈາ ການເຮັດຂໍ້ຕົກລົງຫຍັງກໍຕາມໃຫ້ພິຈາລະນາໃຫ້ຮອບດ້ານຮອບຄອບບໍ່ດັ່ງນັ້ນທ່ານອາດເປັນຝ່າຍເສຍປຽບ. ຄວາມຮັກ: ລະວັງຈະເປັນໂສດແບບບໍ່ທັນຕັ້ງຕົວ …

Read More »

ດວງປະຈໍາວັນທີ 25 ສິງຫາ 2016

ດວງປະຈໍາວັນທີ 25 ສິງຫາ 2016 ວັນຈັນ. ການເງິນ: ມີວາງແຜນການໃຊ້ຈ່າຍໃນເລື່ອງຂອງເງິນຄໍາດີ ມີຄວາມໝັ້ນຄົງທາງດ້ານການເງິນດີ. ວຽກງານ: ສາມາດເຮັດວຽກໄດ້ດ້ວຍຄວາມສ້າງສັນ ຈະເຮັດຫຍັງໃນຊ່ວງນີ້ກໍຈະປະສົບຄວາມສໍາເລັດເປັນເງິນເປັນຄໍາໄປໝົດທຸກຢ່າງເກີນຄວາມຄາດຝັນ. ຄວາມຮັກ: ໄດ້ພົບຄົນທີ່ມີລັກສະນະມີຄວາມເປັນຜູ້ນໍາ, ສະຫຼາດ, ເປັນຄົນເກັ່ງ, ມີຄວາມສາມາດທີ່ຈະເຂົ້າມາໃນຊີວິດຂອງທ່ານ. ວັນອັງຄານ. ການເງິນ: ພໍ່ແມ່ພີ່ນ້ອງຈະຊ່ວຍເຫຼືອໃຫ້ທ່ານຜ່ານພົ້ນໄປໄດ້ ດວງຜູ້ໃຫຍ່ອຸປະຖໍາ. ວຽກງານ: ມີຄວາມເຄັ່ງຄຽດທາງດ້ານວຽກງານເນື່ອງຈາກອຸປະສັກຍັງມີຫຼາຍຈຶ່ງຕ້ອງຄ່ອຍໆແກ້ບັນຫາໄປເທື່ອລະເລື່ອງ. ຄວາມຮັກ: ຄູ່ຮັກຫວານຊື່ນ ອາດໄດ້ອອກໄປທ່ຽວດ້ວຍກັນ ສ່ວນຄົນໂສດ ຈະມີຜູ້ຊາຍເຂົ້າມາຈີບ. ວັນພຸດ. ການເງິນ: ໝຸນເງິນບໍ່ຄ່ອຍທັນ ໂຊກຍັງດີທີ່ພໍມີຄົນອ້ອມຂ້າງໃຫ້ຄວາມຊ່ວຍເຫຼືອເຮັດໃຫ້ການເງິນດີຂຶ້ນ. ວຽກງານ: ອິດເມື່ອຍ ເພາະຫົວໜ້າອາດຈະມອບໝາຍໃຫ້ທ່ານເຮັດວຽກສໍາຄັນ ແຕ່ທ່ານກໍມີຄວາມສຸກທີ່ໄດ້ສະແດງສີມື. ຄວາມຮັກ: ຄົນໂສດເນື້ອຫອມ ອາດຈະມີຄົນມາຈີບຫຼາຍຈົນເກືອບຈະລົດໄຟຕໍາກັນ ລະວັງພົບຄົນມີແຟນແລ້ວມາຕວະໃຫ້ທ່ານຫຼົງຮັກ. ວັນພະຫັດ. ການເງິນ: ຍັງພົບກັບສະພາບຄວາມເຄັ່ງຄຽດ ລາຍຮັບບໍ່ພໍກັບລາຍຈ່າຍຕ້ອງອາໄສເງິນທີ່ທ້ອນໄວ້ໄປກ່ອນ. ວຽກງານ: ຈະມີອຸປະສັກເຂົ້າມາ ຈົນເໝືອນວ່າຈະໝົດຫົນທາງແກ້ໄຂ ແຕ່ໂຊກຍັງດີຍັງມີຜູ້ທີ່ໃຫ້ຄວາມຊ່ວຍເຫຼືອ ເຮັດໃຫ້ຈາກໜັກກາຍເປັນເບົາ. ຄວາມຮັກ: ຄົນມີຄູ່ແລ້ວ …

Read More »

ດວງປະຈໍາວັນທີ 19 ສິງຫາ 2016

ດວງປະຈໍາວັນທີ 19 ສິງຫາ 2016 ວັນຈັນ. ການເງິນ: ມີໂຊກໃນມື້ນີ້ ແຕ່ກໍມີເລື່ອງທີ່ຕ້ອງອອກໄປໄປກ່ອນແລ້ວຈຶ່ງຈະໄດ້ເຂົ້າມາເພິ່ມ ມີທັງລາຍຮັບ ແລະ ລາຍຈ່າຍໃນຊ່ວງນີ້. ວຽກງານ: ການຕັດສິນໃຈວາງແຜນຕ່າງໆ ຫຼື ການເຈລະຈາຕໍ່ລອງກັບຫຸ້ນສ່ວນເປັນໄປໄດ້ດ້ວຍດີ. ຄວາມຮັກ: ຄົນມີຄູ່ແລ້ວຈະຜິດຖຽງກັນແຕ່ເລື່ອງເກົ່າໆ ໃຫ້ລະວັງຮັກຊ້ອນ ສ່ວນຄົນໂສດຈະມີເລື່ອງເກົ່າໆ ຄົນຮັກເກົ່າໃຫ້ຄົ້ນຄິດ. ວັນອັງຄານ. ການເງິນ: ດີຂຶ້ນຫຼາຍ ຈະມີໂຊກຢ່າງບໍ່ຄາດຝັນ, ມີຄົນນໍາເງິນມາໃຫ້, ໜີ້ທີ່ຄິດວ່າຈະສູນເສຍໄປຈະໄດ້ຄືນ. ວຽກງານ: ມື້ນີ້ໃຫ້ລະວັງການເຮັດວຽກຜິດພາດ ໂດຍສະເພາະກ່ຽວກັບການສື່ສານ ອາດຈະມີການເຈລະຈາແລ້ວເຂົ້າໃຈຜິດໄດ້. ຄວາມຮັກ: ຄົນມີຄູ່ ໄປໄດ້ດີ ຈະມີການປັບຕົວເຂົ້າຫາກັນຫຼາຍຂຶ້ນ ເຮັດໃຫ້ຄວາມສໍາພັນກັບແຟນດີຂຶ້ນ, ແຟນຈະເອົາໃຈເປັນພິເສດ ສ່ວນຄົນໂສດ ທ່ານຍັງບໍ່ໝັ້ນໃຈໃນຕົວຂອງຄົນທີ່ເຂົ້າມາຈີບວ່າເຂົາຕ້ອງການຫຍັງກັນແທ້. ວັນພຸດ. ການເງິນ: ຫາເງິນເຂົ້າມາຫຼາຍກໍຕ້ອງຈ່າຍອອກໄປຫຼາຍເຊັ່ນກັນ ແຕ່ກໍຈະຫາໄດ້ເຂົ້າມາເລື່ອຍໆ. ວຽກງານ: ຄວາມດຸໝັ່ນ ແລະ ການເຮັດວຽກໃຫ້ຖືກເວລາຈະເຮັດໃຫ້ຕົນເອງກ້າວໜ້າຂຶ້ນ. ຄວາມຮັກ: ຄົນມີຄູ່ສຸກສົມຫວັງກັບເລື່ອງຄວາມຮັກ ຊີວິດຮັກຊ່ວງນີ້ດີຫຼາຍ ຄົນໂສດ …

Read More »

ດວງປະຈໍາວັນທີ 18 ສິງຫາ 2016

ດວງປະຈໍາວັນທີ 18 ສິງຫາ 2016 ວັນຈັນ. ການເງິນ: ຍັງພົບກັບບັນຫາເລື່ອງເງິນ ຖ້າຫາເງິນມາໄດ້ກໍຕ້ອງມີເລື່ອງໃຫ້ຈ່າຍອອກໄປ. ວຽກງານ: ຊ່ວງນີ້ສະຖານະການດ້ານວຽກງານຕ້ອງຢຸດລໍຖ້າ ເພາະມີຄວາມເຄັ່ງຄຽດຈາກບັນຫາທີ່ຍັງບໍ່ໄດ້ຮັບການແກ້ໄຂ. ຄວາມຮັກ: ຄົນມີຄູ່ແລ້ວຈະໄດ້ໃຊ້ເວລາເວົ້າຈາ ເຮັດຄວາມຮູ້ຈັກຄົນຮັກໃຫ້ຫຼາຍກວ່າເກົ່າ ທ່ານອາດຈະເຫັນຄົນຮັກໃນອີກມຸມໜຶ່ງທີ່ທ່ານບໍ່ເຄີຍຮູ້ ຫຼື ສັງເກດມາກ່ອນ. ວັນອັງຄານ. ການເງິນ: ອາດຈະຕ້ອງເສຍເງິນເພື່ອຮັກສາໜ້າຕາຂອງຕົນເອງ ລວມໄປເຖິງອຸປະຖໍາຄົນອ້ອມຂ້າງ. ວຽກງານ: ມີແຜນການເຮັດວຽກຫຼາຍຈົນທ່ານອາດຈະເຮັດບໍ່ໄດ້ ຫຼື ອາດຈະເວົ້າໄດ້ວ່າທ່ານຈິນຕະນາການໄປເອງ. ຄວາມຮັກ: ຄົນມີຄູ່ ດີຫຼາຍຄົນຮັກເອົາໃຈເປັນພິເສດ ສ່ວນຄົນໂສດຫາກຍັງສົງໄສວ່າທ່ານມີເນື້ອຄູ່ກັບເຂົາບໍ ບໍ່ຕ້ອງເປັນຫ່ວງທ່ານຈະມີໂອກາດພົບໃນງານສັງຄົມໃໝ່ໆ. ວັນພຸດ. ການເງິນ: ມີທັງຮັບທັງຈ່າຍໃນຊ່ວງນີ້ ຫາເຂົ້າມາໄດ້ກໍຕ້ອງຈ່າຍອອກໄປຄືກັນ ເປັນລັກສະນະເງິນໝຸນ. ວຽກງານ: ຈະເຮັດຫຍັງໃນຊ່ວງນີ້ຕ້ອງຟ້າວເຮັດ ອຸປະສັກທີ່ແກ້ໄຂບໍ່ໄດ້ກໍຍັງມີ ແລະ ບາງເລື່ອງກໍສາມາດແກ້ໄຂໄດ້ດ້ວຍຄວາມສາມາດຂອງຕົນເອງ. ຄວາມຮັກ: ຄົນມີຄູ່ ທ່ານອາດຍັງຜິດຫວັງເສຍໃຈກັບຄວາມຮັກ ແລະ ຄົນຮັກ ໃຫ້ທ່ານເຂັ້ມແຂງແລ້ວເບິ່ງໄປທາງໜ້າຈະດີກວ່າ ສ່ວນຄົນໂສດ ມີຄວາມສຸກລົງຕົວເພາະໄດ້ພົບຮັກແທ້ ກັບຄູ່ແທ້ມີໂອກາດພົບໃນຊ່ວງນີ້ນັ້ນເອງ. ວັນພະຫັດ. …

Read More »