Breaking News

Horoscope

ດວງປະຈຳວັນ ຈັນ, ວັນທີ 28 ພຶດສະພາ 2018

• ວັນອາທິດ ການເງິນ: ເມື່ອມີເລື່ອງຕ້ອງຈ່າຍອອກໄປ ກໍສາມາດຊອກເຂົ້າມາໄດ້ທຸກເທື່ອ ຫຼືຈະມີຜູ້ໃຫຍ່ຊ່ວຍເຫຼືອອຸປະຖໍາດ້ານການເງິນແກ່ເຈົ້າຂອງຊະຕາ ວຽກງານ: ລະມັດລະວັງກ່ຽວກັບການລົງທຶນໃນໄລຍະນີ້ ຄວນມີທີ່ປຶກສາທີ່ດີ ຫຼືຢ່າຟ້າວຮີບຮ້ອນໃນການລົງທຶນ ຄວນສຶກສາໃຫ້ດີກ່ອນ ຄວາມຮັກ: ຍັງບໍ່ລົງຕົວທາງດ້ານຄວາມສໍາພັນ ທາງດ້ານຄວາມຮັກ ເພາະຈະມີຄວາມຂັດແຍ່ງຈາກພາວະຮັກຊ້ອນ ຫຼືຄວາມຮັກທີ່ບໍ່ເປີດເຜີຍ • ວັນຈັນ ການເງິນ: ມີເລື່ອງຕ້ອງຈ່າຍຢ່າງເລັ່ງດ່ວນແບບບໍ່ຄາດຄິດໃນໄລຍະນີ້ ຫຼືເສຍເງິນໄປກັບການສ້ອມແປງເຄື່ອງມື ອຸປະກອນທີ່ເພ ຫຼືຕ້ອງຊື້ໃໝ່ ວຽກງານ: ອິດເມື່ອຍກ່ຽວກັບເລື່ອງຂອງວຽກ ແລະລະວັງຈະມີການຂັດແຍ່ງກັບບໍລິວານ, ຜູ້ຮ່ວມງານ ຫຼືຫຸ້ນສ່ວນ ຄວາມຮັກ: ໂດຍລວມແລ້ວຍັງມີຄວາມສຸກດີ ແຕ່ກໍມີເລື່ອງກວນໃຈຢູ່ແນ່ ຫຼືມີໂອກາດພົບຄົນທີ່ຖືກໃຈ ເປັນຄົນມີສະເໜ່ ອາລົມດີ • ວັນອັງຄານ ການເງິນ: ມີໂຊກ ແລະມີຄວາມສໍາເລັດກ່ຽວກັບເລື່ອງການເງິນທີ່ເຮັດໃຫ້ເຈົ້າຊະຕາມີຄວາມສຸກຂຶ້ນມາໄດ້ແນ່ ວຽກງານ: ລະມັດລະວັງເລື່ອງຂອງການເຮັດວຽກໃຫ້ດີ ໃນໄລຍະນີ້ຕ້ອງສຸຂຸມຮອບຄອບໃນການເຮັດວຽກ ຫຼືກ່ອນຈະຕັດສະນໃຈຫຍັງລົງໄປ ຄວາມຮັກ: ມີໂອກາດສົມຫວັງໃນເລື່ອງຂອງຄວາມຮັກ ແລະຄວາມສຸກ ພົບຄົນທີ່ຖືກໃຈລົມກັນໄດ້ທຸກເລື່ອງ • ວັນພຸດ ການເງິນ: …

Read More »

ດວງປະຈໍາວັນ ສຸກ, ວັນທີ 25 ພຶດສະພາ 2018

• ວັນອາທິດ. ການເງິນ: ຈະມີໂອກາດການເງິນທີ່ດີເຂົ້າມາ ຈຶ່ງເຮັດໃຫ້ມີເງິນທ້ອນ ວຽກງານ: ມີດວງຈະໄດ້ຍ້າຍໜ້າທີ່ ຫຼື ສະຖານທີ່ເຮັດວຽກ ຄວາມຮັກ: ຄົນໂສດ ລະວັງຜິດຖຽງກັບຄົນທີ່ທ່ານມັກ ຈຶ່ງເຮັດໃຫ້ຄວາມສໍາພັນຫ່າງໄກອອກໄປ ສ່ວນຄົນມີຄູ່ ມີດວງຜິດຖຽງກັບຄົນຮັກເພາະຄວາມຫຶງຫວງ ບໍ່ເຊື່ອໃຈກັນ • ວັນຈັນ. ການເງິນ: ການທວງໜີ້ ຫຼື ເຈລະຈາດ້ານການເງິນ ຈະບໍ່ຄ່ອຍປະສົບຄວາມສໍາເລັດ ວຽກງານ: ວຽກຫຼາຍ ເພາະຕ້ອງເຮັດໂປຼເຈັກໃໝ່ໆ ໂດຍທີ່ຫາຄົນຊ່ວຍເຫຼືອຍາກ ຄວາມຮັກ: ຄົນໂສດ ຍັງບໍ່ມີວີ່ແວວຂອງເລື່ອງຄວາມຮັກເລີຍ ສ່ວນຄົນມີຄູ່ ມີດວງຜິດຫວັງ ຫຼື ເລີກກັບແຟນສູງ ແບບບໍ່ທັນຕັ້ງຕົວ • ວັນອັງຄານ. ການເງິນ: ດີເປັນພິເສດ ຈະໄດ້ໂຊກ ຫຼື ເງິນຈາກຄົນທີ່ບໍ່ເຄີຍຄິດມາກ່ອນ ວຽກງານ: ຈະຮັບໂອກາດດີໆດ້ານວຽກງານ ຫຼື ໄດ້ຄວາມຄິດເລີ່ມຢາກເຮັດທຸລະກິດໃໝ່ໆ ຄວາມຮັກ: ຄົນໂສດ ຈະພົບຮັກກັບຄົນຕ່າງໄວ ກາຍເປັນຄວາມຮັກທີ່ຫວານຊຶ້ງ …

Read More »

ດວງປະຈໍາວັນ ພະຫັດ, ວັນທີ 24 ພຶດສະພາ 2018.

• ວັນອາທິດ. ການເງິນ: ລະວັງພົບຄົນອື່ນເອົາປຽບເລື່ອງການເງິນ ວຽກງານ: ວຽກຫຼາຍ ແລະ ມີເກນພົບຄູ່ແຂ່ງ ທ່ານເລີຍຕ້ອງສ້າງຜົນງານເຂົ້າສູ້ ຄວາມຮັກ: ຄົນໂສດ ມີເກນພົບຄົນບໍ່ຈິງໃຈ ດັ່ງນັ້ນກ່ອນຈະຮັກໃຜຄວນພິຈາລະນາໃຫ້ດີໆ ສ່ວນຄົນມີຄູ່ ເໝືອນລີ້ນກັບແຂ້ວຢູ່ໃກ້ກັນເທື່ອໃດຜິດຖຽງກັນເທື່ອນັ້ນ • ວັນຈັນ. ການເງິນ: ຈະມີເລື່ອງດີໆເຂົ້າມາເຊັ່ນ: ມີລາຍໄດ້ຫຼາຍຂຶ້ນ, ມີໂຊກຈາກຜູ້ໃຫຍ່ ວຽກງານ: ອຸປະສັກທີ່ມີຈະຄ່ອຍໆຫາຍໄປ ຮູ້ສຶກວ່າເຮັດວຽກຢ່າງມີຄວາມສຸກຫຼາຍຂຶ້ນ ຄວາມຮັກ: ຄົນໂສດ ມີເກນວ່າຈະຖືກຕົວະ ຄົນທີ່ເຂົ້າມາລົມເຂົາຫວັງສິ່ງອື່ນຫຼາຍກວ່າຄວາມຮັກ ສ່ວນຄົນມີຄູ່ ແຟນປ່ຽນໄປ ຈົນທ່ານສົງໄສວ່າເຂົາຈະມີຄົນອື່ນແຕ່ກໍຈັບບໍ່ໄດ້ຈັກເທື່ອ • ວັນອັງຄານ. ການເງິນ: ບໍ່ຄ່ອຍດີ ມີເກນເສຍເງິນຍ້ອນເລື່ອງບໍ່ເປັນເລື່ອງ ວຽກງານ: ມີພາລະວຽກຫຼາຍຂຶ້ນ ແລະ ເຈົ້ານາຍຍັງມອບວຽກໃຫ້ຫຼາຍເປັນພິເສດ ຄວາມຮັກ: ຄົນໂສດ ມີເກນພົບຮັກສາມເສົ້າ ເພາະໄປເປັນກິກກັບຄົນມີເຈົ້າຂອງແລ້ວ ສ່ວນຄົນມີຄູ່ ແມ່ນວ່າຈະຮັກແຟນ ແຕ່ກໍແອບຫວັ່ນໄຫວໄປກັບຄົນອື່ນ • ວັນພຸດ. ການເງິນ: …

Read More »

ດວງປະຈໍາວັນ ພຸດ, ວັນທີ 23 ພຶດສະພາ 2018

• ວັນອາທິດ. ການເງິນ: ບໍ່ໂດດເດັ່ນປານໃດ ແຕ່ກໍພໍມີລາຍໄດ້ເຂົ້າມາເລັກນ້ອຍ ວຽກງານ: ມັກຜິດໃຈກັບໝູ່ຮ່ວມວຽກຢູ່ເລື້ອຍໆ ຈຶ່ງເຮັດໃຫ້ວຽກບໍ່ຄືບໜ້າ ຄວາມຮັກ: ຄົນໂສດ ມີຄົນມາລົມ ແຕ່ບໍ່ຄ່ອຍຖືກໃຈ ສ່ວນຄົນມີຄູ່ ມີຄວາມສຸກ ເພາະແຟນເອົາໃຈໃສ່ ມີການປັບຕົວເຂົ້າຫາກັນ • ວັນຈັນ. ການເງິນ: ມີໂຊກເຊັ່ນ: ໄດ້ຂອງຂວັນ, ໄດ້ສິ່ງຂອງທີ່ມີຄ່າ, ເງິນເດືອນຂຶ້ນ ວຽກງານ: ມີການປ່ຽນແປງໄປໃນທາງທີ່ດີຂຶ້ນ ເພາະມີໂອກາດໃນການເຮັດວຽກທີ່ຈະໄດ້ສະແດງຝີມືຢ່າງເຕັມທີ່ ຄວາມຮັກ: ຄົນໂສດ ລະວັງໄປຫຼົງມັກຄົນມີເຈົ້າຂອງໂດຍບໍ່ຮູ້ຕົວ ສ່ວນຄົນມີຄູ່ ແມ່ນວ່າຈະມີແຟນແລ້ວແຕ່ກໍຍັງໄປແອບມັກຄົນອື່ນຢູ່ ຈົນເຮັດໃຫ້ຜິດຖຽງກັບແຟນ • ວັນອັງຄານ. ການເງິນ: ຈະມີໂຊກເຂົ້າມາ ຫຼື ໄດ້ສິ່ງຂອງທີ່ມີຄ່າ ວຽກງານ: ວຽກຂ້ອນຂ້າງໜັກ ມີເກນໃຈຮ້າຍກັບຄົນອ້ອມຂ້າງທີ່ ເຂົ້າມາວຸ້ນວາຍເລື່ອງວຽກຂອງທ່ານ ຄວາມຮັກ: ຄົນໂສດ ຄວາມຮັກບໍ່ຄ່ອຍໂດດເດັ່ນປານໃດ ມັກໃຜກໍ່ໄດ້ແຕ່ມັກເຂົາຢູ່ຝ່າຍດຽວ ສ່ວນຄົນມີຄູ່ ລະວັງຜິດຖຽງກັນຍ້ອນເລື່ອງຫຶງຫວງ • ວັນພຸດ. …

Read More »

ດວງປະຈຳວັນ ອັງຄານ, ວັນທີ 22 ພຶດສະພາ 2018

• ວັນອາທິດ ການເງິນ: ບໍ່ມີບັນຫາໃດໆ ແລະ ຍັງສາມາດຊອກເງິນເຂົ້າມາໄດ້ເພີ່ມຕຶ່ມ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ດວງຊະຕາດ້ານການເງິນຢູ່ໃນເກນທີ່ໂຊກດີຫຼາຍ ວຽກງານ: ຈະເຮັດວຽກໃດໃນໄລຍະນີ້ຖືເປັນໂຊກດີ ຊື່ສຽງຈະຖືກເວົ້າເຖິງໃນທາງທີ່ດີ ສົ່ງຜົນຕໍ່ຄວາມຈະເລີນ ແລະ ຄວາມກ້າວໜ້າຫຼາຍ ຄວາມຮັກ: ຍັງເບິ່ງໆກັນໄປກ່ອນ ແລະ ພິຈາລະນາຢູ່ຫຼາຍກວ່າ ເພາະທີ່ມີໃຫ້ກັນຍັງບໍ່ຫຼາຍພໍ ຕ້ອງທຸ່ມເທເວລາໃຫ້ກັນຫຼາຍກວ່ານີ້ຈຶ່ງຈະສົມຫວັງໃນເລື່ອງຄວາມຮັກໄດ້ນັ້ນເອງ • ວັນຈັນ ການເງິນ: ສະຖານະການຢູ່ສະພາບຊົງຕົວ ວາງແຜນການໃຊ້ຈ່າຍໄດ້ຢ່າງຮອບຄອບຄືທີ່ຜ່ານມາຈະສົ່ງຜົນຕໍ່ການສ້າງຄວາມສົມດຸນໃນເລື່ອງລາຍຮັບ ແລະລາຍຈ່າຍ ວຽກງານ: ຈະເຮັດທຸລະກິດວຽກງານສິ່ງໃດໃນໄລຍະນີ້ຈະປະສົບຄວາມສໍາເລັດດີໄປທຸກຢ່າງ ດວງຊະຕາພົບຄວາມຈະເລີນຮຸ່ງເຮືອງດ້ານວຽກດີຂຶ້ນກວ່າແຕ່ກ່ອນ ຄວາມຮັກ: ວຽກມີໂອກາດນໍາພາໄປໃຫ້ພົບໃຜບາງຄົນ ແຕ່ຍັງບໍ່ຕັດສິນໃຈຕ້ອງເບິ່ງໆກັນໄປດກ່ອນ ເພາະຢາກສຶກສາເບິ່ງໃຈກັນຢູ່ • ວັນອັງຄານ ການເງິນ: ໃນໄລຍະນີ້ຈະມີສະພາວະກົດດັນໃນເລື່ອງການເງິນ ຕ້ອງມີຄວາມລະມັດລະວັງໃນການໃຊ້ຈ່າຍ ເພາະບັນຫາເຫຼົ່ານີ້ຈະມີເຂົ້າມາເລື້ອຍໆ ວຽກງານ: ລະວັງຄວາມຮີບຮ້ອນຈະເຮັດໃຫ້ເຮັດວຽກຜິດພາດ ເມື່ອຕ້ອງແກ້ໄຂຍິ່ງໃຊ້ເວລາຫຼາຍກວ່າເກົ່າ ຈົນເຮັດໃຫ້ພາດໂອກາດໄດ້ ຈຶ່ງຕ້ອງມີຄວາມສຸຂຸມຮອບຄອບໃຫ້ຫຼາຍທີ່ສຸດ ຄວາມຮັກ: ຢາກຈະປະຕິເສດໃນເລື່ອງຄວາມສໍາພັນດ້ານຄວາມຮັກກັບຄົນທີ່ເຂົ້າມາໃນໄລຍະນີ້ ຫຼື ຢາກຈະເລີ່ມຕົ້ນໃໝ່ກໍບໍ່ຄ່ອຍແນ່ໃຈ ຍັງຄົງສອງຈິດສອງໃຈ ຕັດສິນໃຈບໍ່ໄດ້ນັ້ນເອງ …

Read More »