Breaking News

Home

ຄວນອ່ານ! ຈັດການກັບນັກເລງຄີບອດ ໃນສື່ສັງຄົມ online ດ້ວຍກົດໝາຍ

“ຫາກນັກເລງໃນສື່ສັງຄົມ online ໄດ້ໃສ່ຮ້າຍປ້າຍສີ ຫຼືປ້ອຍດ່າ ດ້ວຍວາຈາ ການຂຽນ ຫຼືກະທໍາແນວຫຍາບຊ້າໃສ່ຜູ້ອື່ນ ເພື່ອໃຫ້ເຊື່ອມເສຍກຽດສັກສີຢ່າງຮ້າຍແຮງ ຖືວ່າຂັດຕໍ່ ມາດຕາ 94 & 95 ຂອງກົດໝາຍວ່າດ້ວຍອາຍາ ຈະຖືກລົງໂທດຕັດອິດສະຫຼະພາບ ຫຼືປັບໃໝ” ໃນຍຸກ Digital ທີ່ຜູ້ຄົນທົ່ວໂລກເສບຕິດສື່ອອນລາຍຢ່າງໜັກໜ່ວງ ບໍ່ວ່າຈະເຮັດຫຍັງກໍຕ້ອງ update ວ່າງຍາມໃດ ກໍຕ້ອງຈັບມືຖືຂຶ້ນມາຖ່າຍຮູບຕົນເອງ ອາຫານ ສະຖານທີ່ ແລະກິດຈະກຳຕ່າງໆ post ລົງສື່ສັງຄົມ online ແບບເອີ້ນໄດ້ວ່າ update ທຸກລົມຫາຍໃຈກັນເລີຍ (ບາດຍາມເຮັດວຽກ ຄືບໍ່ໝັ່ນແບບນີ້ແດ່ນໍ້) ແນ່ນອນວ່າ ການທີ່ມີຍຸກນີ້ Internet ມີສື່ສັງຄົມ online ເກີດຂຶ້ນມາເທິງໂລກຂອງເຮົາ ມັນເຮັດໃຫ້ໂລກທີ່ເຄີຍກວ້າງໃຫຍ່ໄພສານ ແຄບລົງທັນທີ ຜູ້ຄົນກໍຮູ້ຈັກກັນງ່າຍຂຶ້ນ ໃກ້ຊິດກັນຫຼາຍຂຶ້ນ ຊີວິດກໍສະດວກສະບາຍຂຶ້ນ ຂໍ້ມູນຂ່າວສານ ຄວາມຮູ້ຕ່າງໆ ກໍເຂົ້າເຖິງໄດ້ງ່າຍ ແລະວ່ອງໄວທັນໃຈ ພຽງສ້ຽວວິນາທີເທົ່ານັ້ນເອງ …

Read More »

ສົ່ງກຳລັງໃຈໃຫ້ທີມ Graphic Design ຈາກລາວຮ່ວມງານແຂ່ງຂັນ “World Skills ASEAN Bangkok 2018”

ສີມືຄົນລາວບໍ່ແພ້ຊາດໃດໃນໂລກ!!! ມາຮ່ວມສົ່ງກຳລັງໃຈໃຫ້ທີມ Graphic Design ຈາກປະເທດລາວເຮົາທີ່ເດີນທາງໄປຮ່ວມງານແຂ່ງຂັນ “World Skills ASEAN Bangkok 2018” ງານແຂ່ງຂັນສີມືແຮງງານ, ເຊິ່ງໃນປີນີ້ລາວເຮົາມີສາຂາ “Graphic Design” ເຂົ້າຮ່ວມແຂ່ງຂັນ ແລະ ໃນວັນທີ 31 ສິງຫາ 2018 ກໍຈະເປັນມື້ແຂ່ງຂັນມື້ທຳອິດ. ຢ່າງໃດຄົນລາວເຮົາກໍຢ່າລືມຊ່ວຍເຊຍນັກ Graphic Design ທີມລາວ. #ຮັກລາວເຊຍລາວ #ລາວສູ້ໆ ທີ່ມາ: Graphic JipJip

Read More »

ທ່ອງທ່ຽວ ໂອກິນາວ່າ 5 ອັນດັບ! ສຸດຍອດຫາດຊາຍຍີ່ປຸ່ນປະຈໍາປີ 2018

ຖ້າໃຫ້ແຜນໄປທ່ຽວຍີ່ປຸ່ນ ຫຼາຍຄົນກໍຄົງເລືອກທີ່ຈະໄປເບິ່ງດອກສະກຸລະບານ ຫຼື ໄປປັ້ນຫິມະທີ່ ຮ໊ອກໄກໂດ ມີໜ້ອຍຄົນທີ່ຢາກຈະໄປທະເລຍີ່ປຸ່ນ ແຕ່ມື້ນີ້ຂວັນໃຈ ຈະມາພາໄປພົບກັບທະເລງາມໆ ແລະ ຫາດຊາຍຂາວໆທີ່ຕິດທ໊ອບ 5 ຂອງສຸດຍອດຫາດຊາຍຍີ່ປຸ່ນ ປະຈໍາປີ 2018 ໄປເບິ່ງກັນເລີຍ… 1. Furuzamami Beach ຫາດຊາຍຟູຣຸຊາມານິ ເກາະເຄົາມະ ຫາດຊາຍຟູຣຸຊາມານິ ຖືກຈັດອັນດັບໃຫ້ໄດ້ຮັບ 2 ດາວຈາກມິເຊລລີນກລີນໄກ້ ຍ້ອນມີຫາດຊາຍສີຂາວທີ່ຍາວຢຽດກວ່າ 1 ກິໂລແມັດ ແລະ ນໍ້າທະເລທີ່ໃສເບິ່ງເຫັນຜືນຊາຍຂາວໃຕ້ທະເລ ເຕັມໄປດ້ວຍຝູງປາ ລອຍອ້ອມປະກາລັງຈໍານວນຫຼາຍ. 2. Yonaha Maehama Beach ຫາດຊາຍໂຍນາຮະ ມາເອຮາມະ ເກາະມິຍາໂກະ ຫາດຊາຍໂຍນາຮະ ຈັດວ່າເປັນຫາດຊາຍທີ່ດີທີ່ສຸດຂອງຍີ່ປຸ່ນ ທີ່ມີຄວາມຍາວ 7 ກິໂລແມັດ ເໝາະແກ່ການລອຍນໍ້າ ແລະ ຫຼິ້ນກິລາທາງນໍ້າຕ່າງໆ ນອກຈາກນີ້ຍັງເປັນຈຸດຊົມຕາເວັນຕົກທີ່ງາມຫຼາຍນໍາອີກ 3. Nishihama Beach …

Read More »

ໜ້າຮັກ! ວົງ BNK48 ເຈົ້າຂອງບົດເພງ “ຄຸກກີ້ສ່ຽງທາຍ” ໂພສຮູບເຊັກອິນໃນລາວ!!!

(ແອບມອງເທີຢູ່ນະຈະ ເທີໄມ່ລູ້ບ້າງເລີຍ) ເປີດຫົວມາກັບທ່ອນຮຸກຂອງບົດເພງດັງຈາກວົງ BNK48 ເຈົ້າຂອງບົດເພງ “ຄຸກກີ້ສ່ຽງທາຍ” ທີ່ຫຼ້າສຸດເດີນທາງມາໂຊມິນິຄອນເສີດໃຫ້ເຫຼົ່າ fc ໄດ້ກຣີດກັນສະໜັ່ນຫວັ່ນໄຫວ ເທື່ອນີ້ກໍ່ເປັນເທື່ອທີ 2 ແລ້ວ, ແຕ່ຍັງບໍ່ໝົດ ເພາະສາວໆວົງນີ້ຍັງໄດ້ມີໂອກາດໄປທ່ອງທ່ຽວ ເຊັກອິນສະຖານທີ່ທ່ອງທ່ອງອັນງົດງາມຂອງລາວເຮົາເຊັ່ນ: ພຣະທາດຫຼວງ ແລະ ປະຕູໄຊ ພ້ອມຖ່າຍຮູບງາມໆ ໜ້າຮັກໆ  ແລະ ຍັງໂພສແຄັບຊັ່ນຂອບໃຈແຟນໆຊາວລາວອີກດ້ວຍ. = ໜ້າຮັກ…ແບບນີ້ເອົາໃຈແຟນຄລັບຊາວລາວໄປເລີຍ!!! (ຂໍຂອບໃຈສຳລັບຮູບພາບ)

Read More »

ຂ່າວດີຕ້ອງແຊຣ! ຄັ້ງປະຫວັດສາດ ເຍົາວະຊົນລາວ ຄວ້າຫຼຽນຄຳລະດັບໂລກທີ່ປະເທດຍີ່ປຸ່ນ!!!

ຂ່າວດີຕ້ອງແຊຣ! ຫຼຽນຄໍາລະດັບໂລກຂອງ ສປປ ລາວ!! ? ນັບເປັນຄັ້ງປະຫວັດສາດເທື່ອທຳອິດທີ່ເຍົາວະຊົນລາວ ນ້ອງ ສຸກສະຫວັນ ມະນີວົງ ຕົວແທນຈາກປະເທດລາວ ສາມາດຄວ້າ ຫຼຽນຄຳ ຈາກໂຄງການ Toyota Dream Car Art Contest 2018 ທີ່ປະເທດຍີ່ປຸ່ນ. (ເກັ່ງຫຼາຍໆ! ຂໍສະແດງຄວາມຍິນດີ) ສຳລັບການແຂ່ງຂັນ ຈາກໂຄງການແຕ້ມຮູບ  Toyota Dream Car Art Contest 2018  ເຊິ່ງ ນ້ອງ ສຸກສະຫວັນ ມະນີວົງໄຊ ໂຮງຮຽນ ມັດທະຍົມເພຍວັດ ຕົວແທນຈາກ ສປປ ລາວ ທີ່ໄດ້ສ້າງຊື່ສຽງໃຫ້ແກ່ປະເທດ ໂດຍການຄວ້າຫຼຽນຄໍາຈາກໂຄງການແຕ້ມຮູບ “ລົດໃນຝັນຂອງຂ້ອຍ” ຈາກຮຸ່ນອາຍຸ 12-15 ປີ ເຊິ່ງງານປະກາດຜົນລາງວັນໄດ້ຈັດຂຶ້ນໃນວັນທີ 29 ສິງຫາ 2018 ທີ່ Mega Web, Toyota City …

Read More »