Breaking News

Home

5 ເຄັດລັບໃນການບໍາລຸງຜິວແຕ່ລະມື້!!

   5 ເຄັດລັບໃນການບໍາລຸງຜິວແຕ່ລະມື້     ມື້ນີ້ ຂັວນໃຈ ມີເຄັດລັບໃນການເບິ່ງແຍງສຸຂະພາບຜິວໃນແຕ່ລະມື້ມາຝາກ ເພື່ອເຮັດໃຫ້ທ່ານມີຜິວທີ່ສວຍງາມ, ສົດໃສຕັ້ງແຕ່ຫົວເຖິງປາຍຕີນໃຫ້ສົມກັບທີ່ເປັນສາວລາວຍຸກໃໝ່ທີ່ໃສ່ໃຈຕໍ່ກັບຄວາມງາມ ເຄັດລັບມີດັ່ງນີ້: ການໃຊ້ຄຣີມກັນແດດທີ່ມີຄ່າ SPF 30 PA+++ຂຶ້ນໄປ. ໃນຕອນເຊົ້າຫຼັງຈາກທີ່ເຮົາທາຄຣີມບຳລຸງຜິວສຳເລັດຮຽບຮ້ອຍແລ້ວ ເຮົາທາຄຣີມກັນແດດເພື່ອປົກປ້ອງຜິວໜ້າຈາກອັນຕະລາຍຂອງແສງUVໂດຍຜ່ານການວິໄຈທາງການແພດໄດ້ຄົ້ນພົບວ່າ ຄົນສ່ວນໃຫຍ່ທີ່ມີອາຍຸຕໍ່າກວ່າ 18 ປີຈະຕ້ອງພົບກັບແສງUVທີ່ເປັນອັນຕະລາຍຕໍ່ຜິວຫຼາຍ ແລະ ຄວາມແຮງຂອງແສງຈະເພິ່ມຂຶ້ນອີກ 50-70%ຂອງແສງທັງໝົດ ການຫຼີກລ້ຽງການຖືກແສງແດດໂດຍກົງເປັນສິ່ງສຳຄັນຢ່າງຍິ່ງທີ່ຈະຊ່ວຍຫຼຸດຄວາມສ່ຽງຂອງການເກີດມະເຮັງຜິວໜັງໄໝ້ ແລະ ການເກີດຈຸດດ່າງດຳຈາກເມັດສີຜິວໄດ້. ການດື່ມນໍ້າສະອາດປະມານ 2 ລິດຕໍ່ມື້. ນໍ້າເປັນສ່ວນປະກອບທີ່ສຳຄັນທີ່ສຸດຕໍ່ຮ່າງກາຍຂອງຄົນເຮົາເຊິ່ງຮ່າງກາຍຂອງຄົນເຮົາມີນໍ້າເປັນສ່ວນປະກອບປະມານ 60-70% ຂອງແຫຼວໃນຮ່າງກາຍທັງໝົດ ຄົນເຮົາຈະມີການສູນເສຍນໍ້າອອກມາຈາກຮ່າງກາຍຜ່ານປັດສະວະ ແລະ ເຫື່ອອອກຈາກຮ່າງກາຍຫຼາຍທີ່ສຸດປະມານ 2 ລິດ ດັ່ງນັ້ນການດື່ມນໍ້າສະອາດຢ່າງໜ້ອຍມື້ລະ 2 ລິດຈະຊ່ວຍຮັກສາຄວາມຊຸ່ມຊື້່ນ ແລະ ຄວາມສວຍງາມໃຫ້ແກ່ຜິວໜັງໄດ້ດີ. ການກິນອາຫານ ແລະ ທາຄຣີມທີ່ມືຊ່ວຍຕ້ານການເກີດ Anti-oxidant. ສານຕ້ານອະນຸມູນອິດສະລະຈະຊ່ວຍຕໍ່ຕ້ານສານອະນຸມູນອິດສະລະຂອງເຊວໃນຮ່າງກາຍທີ່ເຮັດໃຫ້ເກີດບັນຫາຢ່ອນຢານ ແລະ ເກີດລິ້ວຮອຍເທິ່ງຜິວ ເພື່ອປ້ອງກັນບໍ່ໃຫ້ເກີດບັນຫາດັ່ງກ່າວທ່ານຈຳເປັນຕ້ອງກິນໝາກໄມ້ສົດທີ່ມີສານຕໍ່ຕ້ານອະນຸມູນອິດສະລະເຊັ່ນ: ຊາ,  …

Read More »

7 ວິທີສັງເກດ ຄົນທີ່ເຮົາມັກ ລາວມີແຟນແລ້ວຫຼືຍັງ ??

ລອງເຂົ້າໄປຈອບເບິ່ງຢູ່ໃນ Facebook ຄົນໆນັ້ນກ່ອນ ຍຸກນີ້ກໍເປັນຍຸກໄອທີແລ້ວ ໃຜໆກໍມັກຫຼິ້ນ Facebook ມັນເປັນເປັນສິ່ງທີ່ດີຫຼາຍຖ້າເຮົາ ສາມາດໄປຮູ້ຊື່ Facebook ຂອງຄົນທີ່ເຮົາຫຼົງມັກ ແລ້ວເຂົ້າໄປຊ່ອງເບິ່ງວ່າ ລາວແມ່ນໃຜ ເປັນແນວໃດ ແລະ ໝູ່ໆລາວມີໃຜແດ່ ເພາະບາງເທື່ອເຮົາອາດຈະຮູ້ຂໍ້ມູນອື່ນໆຕື່ມອີກ. ຮູບທີ່ເຮົາເຫັນ ບໍ່ສາມາດບອກທຸກສິ່ງ ເຮົາບໍ່ສາມາດຮູ້ໄດ້ວ່າຮູບທີ່ເຮົາເຫັນ ບໍ່ວ່າໃນ Facebook ຫຼື ທີ່ຄົນໆນັ້ນສົ່ງມາໃຫ້ແມ່ນສິ່ງທີ່ລາວກຳລັງເຮັດຢູ່ ເພາະບາງຄັ້ງລາວອາດຈະຖ່າຍເອົາໄວ້ດົນແລ້ວກໍເປັນໄດ້, ສະນັ້ນ ໂທຫາລາວເລີຍຈະດີກວ່າ ພະຍາຍາມຮູ້ຈັກສັງຄົມ ຂອງຄົນໆນັ້ນຢູ່ ຢ່າງໃດກໍຕາມ ຖ້າວ່າໄດ້ລົມກັນແລ້ວ ເຮົາຈຳເປັນຕ້ອງໄດ້ຮູ້ຈັກສັງຄົມ ແລະ ຄົນອ້ອມຂ້າງລາວໃຫ້ໄດ້ ເພາະມັນອາດຈະມີບາງສິ່ງບາງຢ່າງສະກິດໃຈໃຫ້ເຮົາຮູ້ວ່າ ຄົນໆນັ້ນມີແຟນແລ້ວຫຼືຍັງ? ຢ່າເຊື່ອໃຈຈົນເກີນໄປ ຍ້ອນວ່າບາງຄົນ ຮັກໃຜຮັກແທ້ ແລະ ຈິງຈັງທີ່ສຸດ, ເພາະສະນັ້ນ ແບ່ງໃຈໄວ້ກ່ອນກໍດີ ເພື່ອບາງທີມັນບໍ່ໄດ້ເປັນແບບທີ່ເຮົາຄິດ ຈິ່ງຈະບໍ່ຕ້ອງມານັ່ງເສຍໃຈພາຍຫຼັງ ໂທຫາມັກບໍ່ຮັບສາຍ ຄົນບາງຄົນບໍ່ມັກຮັບສາຍຕອນກາງຄືນ ໃຫ້ລະວັງໄວ້ໃຫ້ດີ ເພາະບາງທີ ລາວອາດຈະຢູ່ນຳແຟນຕົວຈິງກໍອາດຈະເປັນໄດ້ ລະວັງຄຳຫວານໆ ທີ່ຄົນໆນັ້ນຢອດມາ ຖ້າວ່າເຈິຄົນປາກຫວານ …

Read More »