Breaking News

Home

ທ່ຽວຊົມສວນຊາ 400 ປີ

ອາກາດໜາວໆແນວນີ້ໄປທ່ຽວພາກເໜືອນໍາກັນເທາະ ໄປທ່ຽວພາກເໜືອສຸດຂອງປະເທດລາວເຮົາ ເມື່ອເວົ້າເຖິງພາກເໜືອສຸດ ຜູ້ອ່ານທີ່ໜ້າຮັກຕ້ອງຄິດອອກທັນທີເລີຍແມ່ນບໍ ວ່າແມ່ນແຂວງໃດ ແລະ ແຂວງທີ່ເຮົາຈະມາແນະນໍາສະຖານທີ່ທ່ອງແຫ່ງໜຶ່ງໃຫ້ຮູ້ຈັກໃນມື້ນີ້ນັ້ນຢູ່ແຂວງ ຜົ້ງສາລີ ໄປທ່ຽວທີ່ສວນຊາ 400 ປີ ໄປຊົມວິທີການກັບໃບຊາ ແລະ ໄປຊົມທະເລໝອກທີ່ສວຍງາມ ນັ້ນເອງ   ສວນຊາ 400 ປີ ຕັ້ງຢູ່ເຂດບ້ານກໍແມນ ເມືອງ ແລະ ແຂວງຜົ້ງສາລີ ເຊິ່ງຢູ່ຫ່າງຈາກເທດສະບານແຂວງປະມານ 15 ກິໂລແມັດ ປະຊາຊົນຢູ່ໃນບ້ານກໍແມນໄດ້ປະກອບອາຊີບປູກ ແລະ ຂາຍຊາເປັນອາຊີບຫຼັກມາເປັນເວລາຫຼາຍເຊັ່ນຄົນ ເຊິ່ງຊາຢູ່ບ່ອນນີ້ມີຊື່ສຽງຫຼາຍຍ້ອນມີລົດຊາດທີ່ດີ ແລະ ມີສັບພະຄຸນທີ່ເປັນປະໂຫຍດຕໍ່ສຸຂະພາບຫຼາຍກວ່າຊາປະເພດອື່ນ     ຕົ້ນຊາທີ່ຢູ່ໃນສວນແຫ່ງນີ້ ຍັງໄດ້ຖືກຮັບຮອງໂດຍນັກວິໄຈ ວ່າເປັນຕົ້ນຊາທີ່ມີອາຍຸຫຼາຍກວ່າ 400 ປີ. ດັ່ງນັ້ນສວນຊາແຫ່ງນີ້ຈຶ່ງໄດ້ສົມຍານາມວ່າ “ ສວນຊາ 400 ປີ ” ເຊິ່ງມີເນື້ອທີ່ປະມານ 32.25 ເຮັກຕາ ແລະ ລວມມີຕົ້ນຊາທັງໝົດ 48.373 …

Read More »

ຊ່ວຍແມ່ຍິງຫວຽດນາມທີ່ຖືກຂາຍໃຫ້ແຕ່ງດອງກັບຊາຍຈີນ

ຕໍາຫຼວດຈີນຊ່ວຍເຫຼືອແມ່ຍິງຫວຽດນາມ 32 ຄົນ ທີ່ຖືກຕົວະໄປຂາຍໃຫ້ແຕ່ງດອງກັບຜູ້ຊາຍຈີນທີ່ມີອາຊິບເຮັດການກະເສດ ໃນການປະຕິບັດການທີ່ມີເປົ້າໝາຍກວດລ້າງຂະບວນການຄ້່າມະນຸດຂ້າມຊາດ ທີ່ມີແມ່ຍິງຖານະຍາກຈົນໃນທ້ອງຖິ່ນຊົນນະບົດທີ່ຕົກເປັນເຫຍື່ອເປົ້າໝາຍ. ຈາກການລາຍງານຂອງ ເອເອັຟພີໃນວັນທີ 9 ກຸມພາ ຖະແຫຼງການໃນເວັບໄຊຂອງສໍານັກງານຄວາມໝັ້ນຄົງສາທາລະນາໃນມົນທົນຍູນານໃນວັນພະຫັດກ່າວວ່າ: ເຈົ້າໜ້າທີ່ຈີນຈັບຕົວຜູ້ສົງໄສ 75 ຄົນ ທີ່ຖືກກ່າວຫາວ່າເປັນສ່ວນໜຶ່ງຂອງຂະບວນການ ຕົວະຍົວະແມ່ຍິງໄປມົນທົນຍູນານ ທາງພາກໃຕ້ຂອງຈີນ ໂດຍໃຫ້ຄໍາສັນຍາວ່າ: ຈະພາໄປທ່ຽວ ແລະ ຫາວຽກໃຫ້. ແມ່ຍິງດັ່ງກ່າວ ຈະຖືກຈັດໃຫ້ພັກອາໄສຢູ່ຮ່ວມກັນ ໃນພື້ນທີ່ພູເຂົາໃນຍຸນນານ ໃກ້ກັບຊາຍແດນຫວຽດນາມ ກ່ອນຈະຂາຍໃຫ້ກັບປະຊາຊົນໃນ 6 ມົນທົນ ທາງພາກກາງ ແລະ ພາກຕາເວັນອອກຂອງຈີນ ແມ່ຍິງທີ່ຕົກເປັນເຫຍື່ອຜູ້ໜຶ່ງລາຍງານວ່າ: ລາວຖືກຕົບຕີທໍາຮ້າຍຮ່າງກາຍໂດຍທໍ່ເຫຼັກ ເມື່ອລາວປະຕິເສດທີ່ຈະເປັນເຈົ້າສາວ ແລະ ພະຍາຍາມໂຕນໜີ

Read More »

ແພນດ້າ! ເນັດໄອດໍ້ສຸດໜ້າຮັກ

  ເນັດໄອດໍ້ສາວລາວນ້ອງ ຝົນນະພາ ໄຕມະນີ (ແພນດ້າ) ອາຍຸ 22 ປີ ປັດຈຸບັນກຳລັງສຶກສາທີ່ Ewha Womans University ທີ່ ສ.ເກົາຫລີ, ແບບເບິ່ງເຜີນໆຖ້າບໍ່ບອກຄືຈະບໍ່ຮູ້ວ່າເປັນສາວລາວ ເພາະເບິ່ງຈັ່ງໃດກໍນຶກວ່າເປັນສາວເກົາຫລີ ແຕ່ທີ່ຈິງແລ້ວແພນດ້າເປັນຄົນລາວແທ້ນະຈະ! ແຖມຍັງເປັນໄວໜຸ່ມຍຸກໃໝ່ທີ່ເອົາໃຈໃສ່ຕໍ່ວັດທະນະທຳລາວນຳໃດ (ຊົມເຊີຍເດີ້) ແລະ ອີກບໍ່ດົນນີ້ນ້ອງກໍາລັງຈະມີຜົນງານກັບ ວາລະສານ ຂວັນໃຈ ແຕ່ຈະເປັນຜົນງານດ້ານໃດນັ້ນ ຊະນີIndy ຍັງບໍ່ບອກເດີ້ ແຕ່ຍາກໃຫ້ແຟນໆອົດໃຈລໍແປບໜຶ່ງ ດຽວໄດ້ເຫັນກັນແນ່ນອນ, ດັ່ງນັ້ນມື້ນີ້ມາເບິ່ງຮູບພາບທີ່ໜ້າຮັກສົດໃສຂອງນ້ອງໄປກ່ອນເດີ້… #ແຊຣໄປເລີຍໃຫ້ໂລກຮູ້ວ່າສາວລາວງາມແລະໜ້າຮັກຫຼາຍ ຢ່າລືມຕິດຕາມຜົນງານຂອງນ້ອງກັບ ວາລະສານ ຂວັນໃຈ ໄວໆນີ້ເດີ້… ຂໍຂອບໃຈຮູບພາບຈາກ: panda_f5

Read More »

ມາ Look ໃດກໍງາມໄດ້…ດ້ວຍຊົງດຽວ

ມາ Look ໃດກໍງາມໄດ້…ດ້ວຍຊົງດຽວ ບໍ່ວ່າສາວໆຈະມາແບບໃດກໍງາມໄດ້ດ້ວຍຊົງດຽວວ່າຊັ້ນ ມາພົບກັບ BeautyGuru ຄົນເກົ່າຄົນເດີມຄົນຜູ້ຮ້າຍໃຫຍ່ເຊັ່ນເຄີຍ ແລະ ທຸກໆມື້ທີ່ມາພົບກັນ BeautyGuru ກໍມີແຕ່ນໍາເອົາສິ່ງດີໆມາຕ້ອນສາວໆກັນໂດຍສະເພາະເລຶ່ອງຄວາມງາມນີ້ລະ (ເຖິງຜູ້ເວົ້າຈະບໍ່ງາມກໍຕາມແຕ່ 555) ແລະ ເລຶ່ອງລາວໃນແຕ່ລະມື້ນັ້ນຫວັງວ່າຈະເປັນປະໂຫຍດແກ່ສາວໆບໍ່ຫຼາຍກໍໜ້ອຍດັ່ງເລຶ່ອງທີ່ຈະເອົາມາຕ້ອນກັນໃນມື້ນີ້ຈາມລະໂລແກນທາງເທິງເລີຍວ່າ ສາວໆຈະມາແບບໃດກໍງາມໄດ້ດ້ວຍຊົງດຽວນີ້…ກໍບໍ່ມີຫຍັງຫຼາຍກະຕາມນັ້ນລະ!!! (ເວົ້າຢອກ) ມື້ນີ້ BeautyGUru ໄດ້ຮິບໂຮມເອົາຊົງຜົມແບບໜ້າຮັກໜ້າຮັກຊົງດຽວ ແຕ່ຮັບຮອງວ່າທັງສາວໆເທ່, ສາວອິນດີ້ເຮັດກໍງາມໄດ້ອີກ ຕາມສະໂລແກນນັ້ນລະ ແລະ ຖ້າສາວຄົນໃດຢາກຮູ້ວ່າສາວໆແຕ່ລະແນວຈະງາມໃນຊົງຜົມໜ້າຮັກຊົງດຽວນີ້ໄດ້ແນວໃດກໍໄປເບິ່ງພ້ອມກັນເລີຍ…ໄປ… ເຫັນບໍ່ສາວໆເປັນຊົງທີ່ເຮັດໄດ້ງ່າຍແມ່ນບໍ່? ແລະ ຮູ້ແບບນີ້ແລ້ວສາວໆກລອງໄປເຮັດເບິ່ງເດີ້ຈະໄດ້ງາມກັນທຸກ LOOK ດ້ວຍຊົງດຽວ By: BeautyGuru ເຄຼດິດຮູບຈາກ: BeautyFood

Read More »

ງານມະຫາກໍາບຸນຊ້າງ

ງານມະຫາກໍາບຸນຊ້າງ ຖືໄດ້ວ່າເປັນງານບຸນປເພນີປະຈໍາປີຂອງແຂວງ ເມື່ອເວົ້າເຖິງບຸນຊ້າງທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍ ກໍຄົງຈະຄິດອອກເລີຍເນາະວ່າຢູ່ແຂວງໃດ ເຊິ່ງເປັນງານບຸນທີ່ມີຊື່ສຽງຂອງແຂວງໄຊຍະບູລີເລີຍກໍວ່າໄດ້ ແລະ ມື້ນີ້ ທີມງານ ຂວັນໃຈ ຈະມາແນະນໍາໃຫ້ທ່ານຜູ້ອ່ານທີ່ໜ້າຮັກໄດ້ຮູ້ຈັກກັບ ງານມະຫາກໍາບຸນຊ້າງ ແຂວງໄຊຍະບູລີ ພ້ອມໆກັນເລີຍ ແຂວງໄຊຍະບູລີ ເຄີຍຂຶ້ນຊື່ວ່າເປັນແຂວງ ທີ່ມີຝູງຊ້າງຫຼາຍທີ່ສຸດໃນປະເທດລາວ ເຊິ່ງເພິ່ນໄດ້ມີການຈັດງານມະຫາກໍາບຸນຊ້າງຂຶ້ນ ໃນທຸກໆປີລະຫວ່າງວັນທີ 17 – 19 ກຸມພາ ເພື່ອເປັນການສົ່ງເສີມການອະນຸລັກຮັກສາຊ້າງທີ່ເປັນສັດຄູ່ບ້ານຄູ່ເມືອງຂອງຊາວລາວ ໃນງານບຸນດັ່ງກວ່າປະກອບມີກິດຈະກໍາຫຼາຍຢ່າງບໍ່ວ່າຈະເປັນການປະກວດນາງສາວທິດາບຸນຊ້າງ, ວິທີການເຝິກຊ້າງນ້ອຍ( ເອົາຊ້າງເຂົ້າເຂື່ອນ), ສາທິດການນໍາໃຊ້ແຮງງານຊ້າງ, ການບໍລິການຂີ່ຊ້າງ, ການອາບນໍ້າຊ້າງ ແລະ ອື່ນໆ ໃນແຕ່ລະປີຈະມີຊ້າງເຂົ້າຮ່ວມຫຼາຍກວ່າ 60 ເຊືອກ ນອກຈາກນີ້ແລ້ວຍັງມີ ການສະແດງສິລະປະວັນນະຄະດີ ແລະ ການສາຍຮູບເງົາສາລະຄະດີກ່ຽວກັບຊ້າງ ພ້ອມທັງການສະແດງສິນຄ້າຕ່າງໆຈາກພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນທີ່ດຶງດູດໃຈຂອງນັກທ່ອງທ່ຽວ ຈາກທົ່ວທຸກສາລະທິດໃຫ້ຫຼັ່ງໄຫຼໄປຮ່ວມງານມະຫາກໍາບຸນຊ້າງໃນແຕ່ລະປີ ແລະ ນັບມື້ນັບຫຼາຍຂຶ້ນ ໃກ້ໆຈະຮອດແລ້ວງານບຸນແລ້ວ ຖ້າຍັງບໍ່ທັນວາງແຜນໄປທ່ຽວໃສລອງໄປທ່ຽວ ງານບຸນມະຫາກໍາບຸນຊ້າງ ລອງເບິ່ງເດີຮັບຮອງທ່ານຜູ້ອ່ານທີ່ໜ້າຮັກຈະບໍ່ຜິດຫວັງຢ່າງແນ່ນອນ

Read More »