Breaking News

Home

ພຣະທາດສາມປາງ ບູຮານສະຖານເກົ່າແກ່!

ບັນດາທ່ານຜູ້ອ່ານທີ່ໜ້າຮັກ ມື້ນີ້ ທີມງານ ຂວັນໃຈ ຈະມາແນະນໍາໃຫ້ທ່ານຜູ້ອ່ານທີ່ໜ້າຮັກໄດ້ຮູ້ຈັກກັບ ພຣະທາດສາມປາງບູຮານສະຖານເກົ່າແກ່ ຂອງຊາວເມືອງສຸຂຸມາ ຫຼາຍໆທ່ານອາດຈະບໍ່ຮູ້ວ່າພຣະທາດແຫ່ງນີ້ຕັ້ງຢູ່ໃສ ມີປະຫັວດຄວາມເປັນມາແນວໃດ ບໍ່ລໍຊ້າເຮົາໄປເບິ່ງພ້ອມກັນເລີຍ ພຣະທາດສາມປາງຕັ້ງຢູ່ບ້ານ ທາດສາມປາງເມືອງສຸຂຸມາ ແຂວງຈໍາປາສັກເຊິ່ງເປັນ ສະຖານທ່ອງທ່ຽວບູຮານທີ່ເກົ່າແກ່ ແລະ ໜ້າສົນໃຈຂອງເມືອງສຸຂຸມາ ກໍຄືຂອງແຂວງຈຳປາສັກ ພຣະທາດສາມປາງຕັ້ງຢູ່ເຂດ 4 ໂນນຍ່າງ, ເມືອງສຸຂຸມາ ຫ່າງຈາກເມືອງສຸຂຸມາ ໄປທາງຕາເວັນຕົກສ່ຽງເໜືອປະມານ 13 ກິໂລແມັດ, ຫ່າງຈາກເມືອງປາກເຊ ໄປທາງຕາເວັນຕົກສ່ຽງໃຕ້ປະມານ 72 ກິໂລແມັດ ແລະ ຫ່າງຈາກວັດພູປະມານ 21 ກິໂລແມັດ ສະຖານທີ່ແຫ່ງນີ້ ຕັ້ງຢູ່ທົ່ງຮາບຫ້ວຍຂະໜວນ ເຊິ່ງ ເປັນສາຂາໜຶ່ງ ຂອງແມ່ນໍ້າຂອງ ໃນອະດີດ ຫ້ວຍນີ້ມີນໍ້າໄຫຼ່ຢູ່ຕະຫຼອດເຊິ່ງຄົນບູຮານໄດ້ໃຊ້ເປັນເສັ້ນທາງຂົນສົ່ງ ແລະ ໄປມາຫາສູ່ກັນ. ພ້ອມນີ້ຍັງມີເສັ້ນທາງບູຮານ ທີ່ໄດ້ເນັ່ງຈາກວັດພູ ໄປທາງໃຕ້ ຈົນເຖິງຊາຍແດນກຳປູເຈຍ ເຊິ່ງປັດຈຸບັນນີ້ ກໍຍັງສາມາດໄດ້ພົບເຫັນຢູ່ບາງຕອນ ແລະ ບາງຕອນກໍຖືກທຳລາຍໂດຍສະເພາະປະຊາຊົນທີ່ເຮັດໄຮ່, …

Read More »

ປະເທດ ເປຣູ ຈັດງານ “ຈູບຕ້ານຄົນລັງກຽດເພດທີ່ສາມ”

ກຸ່ມຫຼາກຫຼາຍທາງເພດໃນເປຣູຈັດງານ “ຈູບຕ້ານຄົນລັງກຽດເພດທີ່ສາມ” ເພື່ອສົ່ງເສີມການຮັບຮູ້ຂອງຄົນໃນປະເທດ. ງານຈູບກາງແຈ້ງດັ່ງກ່າວຈັດຂຶ້ນໃນບໍລິເວນກາງເມືອງເກົ່າຂອງນະຄອນຫຼວງລີມາ ແລະ ມີການເດີນຂະບວນຜ່ານສະຖານທີ່ສໍາຄັນຫຼາຍບ່ອນ ໂດຍຫວັງວ່າ: ການຈູບເປັນສັນຍາລັກຕໍ່ຕ້ານຄວາມຮຸນແຮງຕໍ່ກຸ່ມຫຼາກຫຼາຍທາງເພດ. ທ່ານ ມາໂຍ ຟໍເຣສ ໂຄສົກຂອງງານຈູບຕ້ານຄົນລັງກຽດເກ ກ່າວວ່າ: ຄູ່ຮັກເພດດຽວກັນສະແດງຄວາມຮັກໃນທ້ອງຖະໜົນໄດ້ ໂດຍບໍ່ຖືກທໍາຮ້າຍ ແຕ່ຜ່ານມາທຸກຄົນຖືກຂັດຂວາງ, ດູຖືກ ແລະ ທໍາຮ້າຍ. ແນວໃດກໍຕາມ ໃນງານກໍມີຜູ້ຊາຍຄົນໜຶ່ງທີ່ບໍ່ເຫັນດີກັບຄົນກຸ່ມນີ້ ເຂົ້າມາຕີຜູ້ຍິງທີ່ຮ່ວມງານ ຊຶ່ງຜູ້ເສຍຫາຍຄື ນາງ ຟຣາລເຊສກາ ເລອອນ ບອກວ່າ: ມີຄົນກຸ່ມໜຶ່ງຮ້ອງໃສ່ວ່າ: ຈໍາພວກເກອອກໄປສາ! ລາວຈຶ່ງຢຸດແລ້ວຢືນຕໍ່ໜ້າຜູ້ຊາຍຄົນໜຶ່ງ ພ້ອມກັບນໍາທຸງສີອອກມາ ແຕ່ຜູ້ຊາຍຄົນດັ່ງກ່າວຍາດເອົາທຸງໄປ ແລະ ນາງໄດ້ຍາດທຸງຄືນ ຈົນຊາຍຜູ້ນັ້ນຕີໜ້າທ້ອງຂອງລາວ. ການແຕ່ງງານເພດດຽວກັນໃນປະເທດເປຣູຍັງປະຕິບັດບໍ່ໄດ້ ແຕ່ຄໍາພິພາກສາໃນເດືອນຜ່ານມາໄດ້ອະນຸຍາດ ໄດ້ຍອມຮັບການແຕ່ງດອງລະຫວ່າງຜູ້ຊາຍເປຣູ ແລະ ແມັກຊິໂກ ແຕ່ສາສະໜາຄາໂທລິກ (Catholic Church) ຍັງບໍ່ເຫັນດີຕໍ່ການແຕ່ງດອງເພດດຽວກັນ ແລະ ນໍາເລື່ອງມາເວົ້າໃນບ່ອນສາທາລະນະຍັງເປັນສິ່ງຕ້ອງຫ້າມ.

Read More »

ໜຸ່ມລາວສຸດເຈົ້າຊູ້ໜ້າຕາດີຄົນທຳອິດໃນລາຍການ “Take me out Thailand” (ມີຄຣິບ)

ກາຍເປັນທີ່ຮືຮາອີກແລ້ວ! ໃນວັນທີ 11 ກຸມພາ 2017 ທີ່ຜ່ານມາໄດ້ມີເລື່ອງລາວມາໃຫ້ເປັນປະເດັນອີກແລ້ວ ເມື່ອໜຸ່ມລາວສຸດເຈົ້າຊູ້ໜ້າຕາດີ  ທ້າວ ສິຣິວັນ ໄຊຍະສານ (ຈ່ອນນີ່) ອາຍຸ 23 ປີ, ໜຸ່ມ ຈ່ອນນີ້ ຢູ່ບ້ານເຮົາເພິ່ນກໍບໍທຳທະດາໃດ ເພາະມີດີກຼີເປັນເຖິງນາຍແບຍ, ພີເຊັນເຕີ້ ແລະ ນັກສະແດງ (ໂອ້!! ບໍ່ໃຫ້ສາວໆກຣີດ…ໄດ້ຢ່າງໃດວ່າເບາະ), ໄດ້ໄປປະກົດຕົວໃນລາຍການເລືອກຄູ່ຊື່ດັງ “Take me out Thailand” ຈົນເຮັດໃຫ້ສາວໂສດທັງ 30 ຄົນຂອງປະເທດເພື່ອນບ້ານພາກັນຕື່ນເຕັ້ນເມື່ອໄດ້ເຈິໜຸ່ມຄົນນີ້ ແຖມເປີດໄຟໄວ້ໝົດທັງ 30 ຄົນອີກດ້ວຍ, ແຕ່ເສີຍດາຍທີ່ລາຍການກຳລັງເຂັ້ມຂົ້ນແຕ່ໝົດເວລາເສີຍກ່ອນ ຈະມີຕໍ່ໃນວັນເສົາໜ້າວັນທີ 18 ກຸມພາ 2017 ນີ້. ຢ່າລືມມາລຸ້ນຊ່ວຍກັນວ່າໝຸ່ມ ຈ່ອນນີ່ ຈະໄດ້ສາວໂສດຄົນໃດໄປເດດ ຫຼື ໜຸ່ມຄົນນີ້ຈະຖືກ Black-out ຫຼຶບໍ່…???   #ແຊຣໄປໃຫ້ໂລກຮູ້ວ່າຜູ້ຊາຍລາວເຮົາມີດີ ເພື່ອນໆສາມາດເບິ່ງຄຣິບລາຍການໄດ້ເລີຍ:      …

Read More »

ດື່ມມື້ລະຈອກ ໄດ້ປະໂຫຍດຫຍັງແດ່? ແຊຣບອກຕໍ່ກັນໄປ

ມາແລ້ວສາວໆມາພົບກັບ BeautyGUru ຄົນຜູ້ຮ້າຍໃຫຍ່ໃນຕອນເຊົ້າຂອງມື້ວັນຈັນ ມື້ທໍາອິດຂອງອາທິດວັນເລີ່ມຕົ້ນຂອງການປະຕິບັດພາລະກິດຂອງໃຜຫຼາຍຄົນ,  BeautyGuru ກໍມາພ້ອມກັບພາລະກິດຂອງຂ້າພະເຈົ້າຕາມເຄີຍ ພາລະກິດທີ່ຈະມາພາສາວໆຍຸກໃໝ່ໃຫ້ງາມ ແລະ ສຸຂະພາບດີໄປພ້ອມໆກັນ, ມື້ນີ້ກໍເຊັ່ນເກົ່າເຊັ່ນເຄີຍມາພໍ້ກັນແບບນີ້ກໍຕ້ອງມີເລຶ່ອງດີໆແນ່ນອນລະສາວໆ ສ່ວນວ່າມື້ນີ້ຈະມີຫຍັງມາຕ້ອນນັ້ນສາວໆໄປເບິ່ງພ້ອມກັນເລີຍ!! ສາວໆຮູ້ບໍ່ວ່າການດຶ່ມນໍ້າເຕົ້າຮູ້… ໄດ້ປະໂຫຍດຫຼາຍກວ່າທີ່ຄິດ (ຮູ້ແລ້ວກໍຟ້າວຊອກຊື້ມາກິນລະຕີ່ສາວໆ) ຫຼຸດອາການໄວທອງ (ເຖົ້າໄວ) ຊ່ວຍປ້ອງກັນພະຍາດລະບົບທາງເດີນອາຫານ ຊ່ວຍປ້ອງກັນ ແລະ ຍັບຍັ້ງມິເຮັງຕ່ອມລູກໝາກ ຊ່ວຍປ້ອງກັນ ແລະ ແກ້ພະຍາດຫົວໃຈ ຫຼຸດຄວາມສ່ຽງເປັນມະເຮັງລໍາໄສ້ ຊ່ວຍປ້ອງກັນພະຍາດກະດູກຜ່ອຍ ນີ້ລະສາວໆການດຶ່ມນໍ້າເຕົ້າຮູ້ ມີແຕ່ໄດ້ກັບໄດ້ອາດຈະເສຍກໍມີແຕ່ເງິນໜ້ອຍໜຶ່ງ ແຕ່ກໍໄດ້ສຸຂະພາບດີກັບມາຫຼາຍຢ່າງແບບນີ້ກໍຄຸ້ມແລ້ວ ຮູ້ແບບນີ້ແລ້ວສາວໆກໍຢ່າລືມພາກັນກິນນໍ້າເຕົ້າຮູ້ເພຶ່ອສຸຂະພາບກັນເດິ້.   By: BeautyGuru Cr: Healthy ສຸຂະພາບ

Read More »

ປາມມີ່! ນັກຮ້ອງດັງຈາກປະເທດເພື່ອນບ້ານມາລາວ

  ກຣີດໆໆ…ຊະນີIndy ຢາກຈະຮ້ອງດັງໆ…ຈັກ 8 ຮອບ ເນື່ອງຈາກວ່ານັກຮ້ອງສາວສຸດເຊີ Idol ຂອງໃຜ ຫຼາຍໆຄົນ ປາມມີ່ ນັກຮ້ອງເພງດັງຈາກປະເທດເພື່ອນບ້ານ ເຊິ່ງຜົນງານຂອງເພິ່ນກໍມີໂດ່ງດັງມາແລ້ວຫຼາຍຕໍ່ຫຼາຍເພງເຊັ່ນ: ຢາກຈະຮ້ອງດັງໆ, ຄວາມເຈັບປວດ, ແປດໂມງເຊົ້າວັນອັງຄານ ແລະ ຍັງມີອີກຫຼາຍໆບົດເພງ…ເພາະເພິ່ນໄດ້ມາຢ້ຽມຢາມປະເທດລາວເຮົາ ແລະ ໄດ້ຖ່າຍຮູບກັບນັກດ່ຽວໄມໂຄໂຟນຊື່ດັງ ອ້າຍ ໂນດ ອຸດົມ ພ້ອມໄດ້ລົງຮູບໃນອິນສະຕາແກມສ່ວນຕົວ ທັງຂຽນຄຳອະທິບາຍທັກທາຍແຟນໆຊາວລາວວ່າ “ສະບາຍດີ” ເຮັດໃຫ້ມີແຟນໆທັງຊາວລາວ ແລະ ຊາວໄທເຂົ້າໄປກົດໄລ້ ແລະ ຄອມເມັ້ນກັນຢ່າງຫຼວງຫຼາຍ ແລະ ຍັງມີການຄາດການຂອງແຟນຄຣັບໃນລາວວ່ານັກຮ້ອງດັງຄົນນີ້ ໜ້າຈະມາຮ່ວມພິທີໃສ່ບາດ ແລະ ຖວາຍສັງຄະທານແດ່ພະພິຂຸສົງ 1,500 ອົງ ເນື່ອງໃນວັນມາຄະບູຊາ ທີ່ພະທາດຫຼວງວຽງຈັນ ໃນວັນທີ 11 ກຸມພາ 2017 ນີ້ແນ່ນອນ. #ແຊຣໄປໃຫ້ໂລກຮູ້ວ່າປະເທດລາວເຮົາມີດີໃຜໆກໍຢາກມາ Pictures via: PALMY and palmy.ig

Read More »