Breaking News

Home

ເປີດເຜີຍແລ້ວ! ໜ້າກາກຈິງໂຈ້ ນັ້ນກໍຄືສີລະປິນດັງຄົນນີ້…

ບັນເທິງຕ່າງປະເທດໃນມື້ນີ້ ບໍ່ເວົ້າເຖິງກໍຄົງຈະບໍ່ໄດ້ກັບລາຍການສຸດຮິດຂອງປະເທດເພື່ອນບ້ານ ທີ່ກໍາລັງເປັນກະແສແບບສຸດໆ ກັບລາຍການ “The Mask Singer ໜ້າກາກນັກຮ້ອງ” ທີ່ ຊະນີIndy ເຊື່ອວ່າແຟນໆກໍຄົງຈະໄດ້ຕິດຕາມກັນມາແດ່ແລ້ວ ລາຍການກຳລັງດຳເນີນໄປຢ່າງເຂັ້ມຂົ້ນ ເພາະໃນຄໍ່າຄືນຂອງວັນທີ 16 ມີນາ 2017 ທີ່ຜ່ານມາ ມີການແຂ່ງຂັນ ແຊ໋ມ vs ແຊ໋ມ ລະຫວ່າງ ໜ້າກາກຈິງໂຈ້ ແລະ ໜ້າກາກຖົ່ວລຽນ ການແຂ່ງຂັນດຳເນີນໄປຢ່າງດຸເດືອດ ທັງສອງໜ້າກາກກໍງັດເອົາໝັດເດັດ ແລະ ໂຊພະລັງສຽງຂອງຕົນອອກມາຢ່າງສຸດຂີດ ແຕ່ໃນທີ່ສຸດຜົນການຕັດສິນກໍເປັນ ໜ້າກາກຖົ່ວລຽນ ທີ່ເປັນຄົນຊະນະໃນການແຂ່ງຂັນໃນເທື່ອນີ້ ແລະ ຈະກຽມເຂົ້າໄປເຈິກັບ ໜ້າກາກກາດຳ ໃນອາທິດຕໍ່ໄປ, ແລະ ແລ້ວສິ່ງທີ່ທຸກຄົນລໍຖ້າກໍມາເຖິງ ເພາະໃນເມື່ອ ໜ້າກາກຈິງໂຈ້ ບໍ່ສາມາດເອົາຊະນະໃນການແຂ່ງຂັນໃນເທື່ອນີ້ ຈຳເປັນຕ້ອງຖອດໜ້າກາກຈົນເຮັດໃຫ້ຮູ້ວ່າພາຍໃຕ້ໜ້າກາກຂອງ ຈິງໂຈ້ ນັ້ນ ເປັນສີລະປິນຊື່ດັງອີກໜຶ່ງທ່ານນັ້ນກໍຄື ເປັກ ຜະລິດໂຊກ ອາຍນະບຸດ ນັກຮ້ອງຜູ້ມີຄວາມສາມາດຫຼາກຫຼາຍນັ້ນເອງ. ແຟນເພສທ່ານໃດທີ່ພາດບໍ່ທັນໄດ້ເບິ່ງການແຂ່ງຂັນກັນລະຫວ່າງ ໜ້າກາກຈິງໂຈ້ …

Read More »

ສໍາລັບສາວໆຄົນໃດທີ່ບໍ່ຄ່ອຍມີເວລາໄປວັດ ແລ້ວຢາກເຮັດບຸນ ລອງມາອ່ານ ແລະ ແຊຣເອົາບຸນນໍາກັນ

16 ວິທີເຮັດບຸນໂດຍບໍ່ຕ້ອງໄປວັດ ສະບາຍດີສາວໆມາພົບພໍ້ກັນໃນບັນຍາກາດຍາມເຊົ້າແບບນີ້ ມື້ນີ້ຮູ້ສຶກວ່າອາກາດດີເປັນພິເສດ ເພາະເຫັນວ່າມີຝົນຕົກລົງມາໃນຕອນເຊົ້ານີ້ນໍາອີກ (ບັນຍາກາດແບບນີ້ເໝາະແກ່ການນອນຫົ່ມຜ້າເປັນທີ່ສຸດ) ແລະ ຕອນເຊົ້າແບບນີ້ບໍ່ວ່າແດດຈະອອກ ຝົນຈະຕົກ BeautyGuru ກໍຕ້ອງມາເພື່ອສົ່ງຕໍ່ສິ່ງດີໆໃຫ້ແກ່ສາວໆ ແຟນໆຂວັນໃຈເປັນປະຈໍາທຸກມື້ ແລະ ມື້ນີ້ກໍເຊັ່ນເຄີຍມາພົບພໍ້ກັນກໍຕ້ອງມີເລື່ອງດີໆມານໍາສະເໜີ ສ່ວນສາລະຈະມີຫຼາຍ ຫຼືໜ້ອຍພຽງໃດນັ້ນກໍພິຈາລະນາໄປພ້ອມກັນ ສິ່ງທີ່ເອົາມາຕ້ອນກັນໃນມື້ນີ້ກໍຄື ການເຮັດບຸນສໍາລັບສາວຄົນໃດ ແຟນຂວັນໃຈຄົນໃດທີ່ບໍ່ຄ່ອຍມີເວລາເຂົ້າວັດເພາະວຽກຫຼາຍ ມື້ນີ້ເຮົາມີວິທີດີໆທີ່ສາມາດເຮັດບຸນໂດຍທີ່ບໍ່ຕ້ອງເຂົ້າວັດ ສະນັ້ນຕໍ່ໄປນີ້ສາວໆກໍໝັ້ນໃຈໄດ້ເລີຍວ່າໃນແຕ່ລະມື້ສາວໆ ກໍໄດ້ເຮັດບຸນມາແລ້ວ ເຖິງຈະບໍ່ໄດ້ເຂົ້າວັດກໍຕາມ ວ່າແລ້ວໄປເບິ່ງກັນເລີຍວ່າມີວິທີໃດແດ່ ເບີ່ງແຍງພໍ່ແມ່ ປູ່ຍ່າຕາຍາຍ ທີ່ຢູ່ໃນເຮືອນໃຫ້ພວກເຂົາມີຄວາມສຸກ ບໍ່ເຮັດໃຫ້ພວກເຂົາເດືອດຮ້ອນໃຈ ຫຼືທຸກ ໃສ່ບາດຕອນເຊົ້າກ່ອນຈະໄປເຮັດວຽກ ແມ່ນການເຮັດບຸນທີ່ດີທີ່ສຸດ ສູດມົນມື້ລະ 1 ບົດ ເປັນການສ້າງຕົວເອງໃຫ້ຢູ່ເທິງພື້ນຖານຂອງຄວາມຖືກຕ້ອງ ຈະເຮັດຫຍັງໃຫ້ຄໍານຶງເຖິງຄໍາວ່າ: ບາບ, ບຸນ, ຄຸນ ແລະ ໂທດນັ້ນເອງ ຖວາຍນໍ້າດື່ມ, ອາຫານຄາວຫວານ ຫຼືດອກໄມ້ພວງມາໄລ ໃຫ້ແກ່ພຣະພຸດທະຮູບທີ່ຢູ່ໃນເຮືອນ ຫຼືຫິ້ງພຣະທີ່ຢູ່ໃນເຮືອນແທນພໍ່ແມ່ ຫຼືປູ່ຍ່າທີ່ເຄີຍເຮັດປົກກະຕິລອງເບິ່ງ ນັ່ງສະມາທິ 5 ນາທີ …

Read More »

10 ສະຖານທີ່ທ່ອງທ່ຽວ ຂອງແຂວງຈໍາປາສັກ

ແຟນໆຂວັນໃຈທັງຫຼາຍ ມື້ນີ້ ທາງທີມງານ ເວັບໄຊ໌ຂວັນໃຈ ໄດ້ລວມເອົາສະຖານທີ່ທ່ອງທ່ຽວ ຂອງແຂວງຈໍາປາສັກ ມາແນະໃຫ້ແຟນໆຂວັນໃຈໄດ້ຮູ້ຈັກ ເມື່ອໄປຮອດໄປເຖິງແຂວງຈໍາປາສັກ ກໍຢ່າລືມໄປທ່ຽວເດີ້ ຈະມີບ່ອນໃດແດ່ນັ້ນໄປເບິ່ງພ້ອມໆກັນເລີຍ. ຜາສາດຫີນວັດພູ 2. ພູສ່າເຫຼົ້າ 3. ຄອນພະເພັງ 4. ນໍ້າຕົກຕາດສົມພະມິດ ( ຫຼີ່ຜີ ) 5. ນໍ້າຕົກຕາດຜາສ້ວມ 6. ຕາດອີ່ຕູ້ 7. ຕາດເຍືອງ 8. ຕາດຟານ 9. ສວນກາເຟສີນຸກ 10. ດອນເຂາະ ເຄຼດິດຮູບພາບ: google.com

Read More »

ກຽມສະເໜີມໍລະດົກໂລກເພີ່ມ 2 ແຫ່ງ

  ໃນວັນທີ 16 ມີນາ 2017 ທີ່ ນະຄອນຫລວງວຽງຈັນ , ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ພົບປະ ແລະ ເຮັດວຽກກັບສະມາຊິກສະພາແຫ່ງ ຊາດຊຸດທີ VIII ເຂດເລືອກຕັ້ງ 1 ນະຄອນຫລວງວຽງຈັນ ໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ເຂດເລືອກຕັ້ງ 1 ນະຄອນຫລວງ ວຽງຈັນ ພ້ອມດ້ວຍຄະນະ ເພື່ອປະຕິບັດພາລະໜ້າທີ່ຂອງສະພາແຫ່ງຊາດ ໃນນີ້ສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງ ຕ້ອງໄດ້ລົງໄປພົບປະ ຢ້ຽມຢາມ ຫລື ເຜີຍແຜ່ເອກະສານ, ການຕົກລົງບັນຫາຕ່າງໆ ທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົາ. ໂອກາດນີ້ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງ ຖວທ ໄດ້ລາຍງານສະພາບລວມ ແລະ …

Read More »

ນໍ້າຝົນ ປ່ອຍເພງໃໝ່ “ມືສັງຫານ”

  ນໍ້າຝົນ ນັກຮ້ອງສາວສຽງດີ ຈາກຄ່າຍເພງ ອິນດີ້ ເລັກຄອດ ໄດ້ປ່ອຍ Single ເພງໃໝ່ຫຼ້າສຸດໃນບົດເພງທີ່ມີຊື່ວ່າ: “ມືສັງຫານ” ເຊິ່ງເພງນີ້ກໍໄດ້ ອ້າຍ ສັກ ແຫ່ງ ວົງ Cells ນັກຮ້ອງສີລະປິນຊື່ດັງມາເປັນຄົນຂຽນເນື້ອຮ້ອງໃຫ້, ບົດເພງດັ່ງກ່າວເປັນບົດເພງຊຶ້ງກິນໃຈເອົາໃຈຄົນທີ່ຕົກຂຸມຮັກຄົນທີ່ມີເຈົ້າຂອງແລ້ວ. ບົດເພງນີ້ຈະມີຄວາມມ່ວນ ຊຶ້ງ ກິນໃຈພຽງໃດ ລອງມາຟັງຜົນງານເພງທີ່ສ້າງມາຈາກຄົນລາວເຮົາກັນເລີຍ #ຢ່າລືມແຊຣໃຫ້ໂລກຮູ້ວ່າຄົນລາວເຮົາມີຄວາມສາມາດ   ຄລິບຈາກ: Indee Laos ຮູບພາບຈາກ: Namfon Indee

Read More »