Breaking News

Home

ຈັດເຕັມ! ມາເບິ່ງສີສັນໃນງານບຸນບັ້ງໄຟບ້ານເຮົາ…

ມື້ນີ້ນຳຮູບພາບ ແລະ ສີສັນບັນຍາກາດໃນງານບຸນປະເພນີ ບຸນບັ້ງໄຟ ບ້ານເຮົາ ເຊິ່ງງານນີ້ກໍຈັດຂຶ້ນໃນວັນທີ 14 ພຶດສະພາ 2017 ຢູ່ບ້ານ ຖິ່ມຕົມ ເມືອງ ຫາດຊາຍຟອງ  ນະຄອນຫຼວງວຽງຈັນ ບັນຍາກາດຈະມ່ວນຊື່ນພຽງໃດນັ້ນມາເບິ່ງ… ຖ້າໝູ່ເພື່ອນຄົນໃດມີຮູບພາບບັນຍາກາດໃນງານບຸນບັ້ງໄຟບ້ານອື່ນກໍສາມາດເອົາມາແຊຣໃຫ້ກັນເບິ່ງແດ່ເດີ້… ຂໍຂອບໃນຮູບພາບ: Opeth Sengsilivanh

Read More »

ລູກນໍ້າ ແລະ ພິ້ງກີ້ ຖ່າຍຮູບຮ່ວມກັນເບິ່ງແລ້ວໜ້າຮັກຫຼາຍ!!!

 ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງຊື່ດັງຂອງປະເທດລາວເຮົາ ແລະ ພິ້ງກີ້ ສາວິກາ ໄຊຍະເດດ ສາວໃນຕາຄົມ ນັກສະແດງຊື່ດັງຂອງປະເທດເພື່ອນບ້ານໄດ້ຖ່າຍຮູບຮ່ວມກັນ ເຊິ່ງໃນຮູບພາບເບິ່ງແລ້ວໜ້າຮັກແລະງາມທັງສອງສາວ ບໍ່ວ່າຈະເປັນສາວລາວ-ສາວໄທກໍງາມບໍ່ດ້ອຍໜ້າກັນ, ດັ່ງນັ້ນລອງມາເບິ່ງກັນວ່າຈະງາມສົມກັບ ຊະນີIndy ຍ້ອງແທ້ບໍ່? ແຟນໆຄິດວ່າແນວໃດ ໃຜຈະງາມກວ່າໃຜຄອມເມັ້ນບອກກັນແດ່ເດີ້…. ຍັງມີຮູບພາບຂອງສອງສາວມາຝາກອີກເດີ້… ລູກນໍ້າ ທິດາລັດ ວົງສິຣິ ພິ້ງກີ້ ສາວິກາ ໄຊຍະເດດ ຂໍຂອບໃຈຮູບພາບຈາກ: pinkysavika , Louknum Vongsili

Read More »

ເຮັດເອົາແຟນຄລັບນໍ້າຕາແຕກ!!! ເມື່ອ ເຈ້ຍ ປາຊິຟິກ ໂພສຂໍ້ຄວາມຊຶ້ງກິນໃຈແບບນີ້…

ຄົບກັນມາກໍຫຼາຍປີສຳລັບຄູ່ຮັກຢ່າງ ອ້າຍ ເຈ້ຍ ປາຊີຟິກ ແລະ ເອື້ອຍ ໄຊ ຫວານໃຈຂອງເພິ່ນ ຈົນຫຼ້າສຸດວັນທີ 14 ພຶດສະພາ 2017 ທີ່ຜ່ານມາ ອ້າຍ ເຈ້ຍ ກໍໄດ້ອອກມາໂພສຮູບພາບ ແລະ ຄຳອະທິບາຍທີ່ຊວນໃຫ້ແຟນຄລັບນໍ້າຕາແຕກ ເພາະໃນຂໍ້ຄວາມນັ້ນ ອ້າຍ ເຈ້ຍ ໄດ້ໂພສວ່າ: “ຄົບຮອບ 15ປີ 6ເດືອນ ຂ້ອຍເປັນຜູ້ຊາຍທີ່ໂຊກດີຫລາຍ ທີ່ໄດ້ພົບກັບແມ່ຍິງຄົນນີ້ ເລື່ອງຫນ້າຕາເຮົາກະຕ່າງກັນໄກ ເລື່ອງຖານະ ແຫ່ງບໍ່ໄກ້ ແຕ່ລາວຍັງໃຫ້ໂອກາດຂ້ອຍພິສູດໂຕເອງ ຈົນມາຮອດມື້ນີ້ຂ້ອຍຍັງບໍມີຫຍັງເປັນຊີ້ນເປັນອັນ ແຕ່ດຽວນີ້ທີ່ຍັງມີຢູ່ນັ້ນກໍ່ຄື ຄວາມສະເຫມີຕົ້ນສະເຫມີປາຍ ຂອບໃຈ ໄຊ ທີ່ຮັກ ເຈ້ຍ ມາຕະຫລອດ 15ປີ ຜ່ານມາເຄີຍເປັນແນວ ຕໍ່ໄປນີ້ ເຈ້ຍ ຈະເຮັດໃຫ້ດີທີ່ສຸດ” ພໍແຕ່ໂພສກໍເຮັດໃຫ້ມີແຟນໆເຂົ້າມາໃຫ້ກຳລັງໃຈ ແລະ ກົດໄລ້ກົດແຊຣກັນແບບສະໜັ່ນຫວັ່ນໄຫວ… ຄວາມຮັກເປັນສິ່ງທີ່ງົດງາມ ບໍ່ວ່າເຮົາຈະແຕກຕ່າງກັນເລື່ອງໜ້າຕາ ຖານະ …

Read More »

ເລື່ອງຂອງເມຍທີ່ສູ້ຊີວິດ ນີ້ຄືຊີວິດຈິງ ເລື່ອງຈິງ ບໍ່ແມ່ນລະຄອນ!!!

ບົດຄວາມສອນໃຈໃຫ້ແມ່ຍິງທຸກຄົນກັບມາຮັກຕົວເອງ!   ແຕ່ກ່ອນມີ2ຜົວເມຍ1 ພວກເຂົາກໍ່ຮັກກັນດີມີລູກນຳກັນ 1ຄົນ ທຸກມື້ເຂົາກໍ່ກັນທຳມາຫາກິນຢູ່ຕໍ່ມາ ເມຍລາວໄດ້ຖືພາລູກຜູ້ທີ2 ຜົວທີ່ເຄີຍຮັກຄອບຄົວ ເມື່ອເສດຖະກິດດີຂຶ້ນ ກໍ່ປ່ຽນໄປຈາກບໍ່ທ່ຽວ ກໍ່ໄປຫລິ້ນທຸກຄືນປະໃຫ້ເມຍ ແລະ ລູກນອນນຳກັນ ມີຄືນ1 ຜົວອອກໄປຫລິ້ນຮ້ານເບຍ ເມຍໄດ້ໂທນຳ ແຕ່ຜົວບໍ່ຍອມຮັບສາຍໂທຕະຫລອດຫລາຍຮ້ອຍສາຍໂທທຸກ 5ນາທີ ທຸກ 10ນາທີ ທຸກ 15ນາທີຈົນກວ່າຜົວຊິຮັບສາຍ ໃນທີ່ສຸດຜົວລາຍກໍ່ຮັບສາຍ ແຕ່ໃນສາຍນັ້ນມີສຽງຜູ້ຍິງເອາະແອະຢູ່ທາງຂ້າງ ສຽງເພງດັງແຮງໆເມຍກໍ່ໄດ້ຜົວວ່າຜົວຢູ່ໃສ ຜົວບອກວ່າຢູ່ຮ້ານ….ເມຍໄດ້ອູ້ມລູກນ້ອຍ 5ປີທີ່ນອນຫລັບຢູ່ ຂຶ້ນລົດໄປນຳທັງທີ່ຕົນເອງທ້ອງໃຫຍ່ກຽມຊິອອກລູກ ຫລັງຈາກຕິດຈັກລົດໄດ້ ລາວກໍ່ຮີບເລັງອອກໄປທັນທີຢຽບຄວາມໄວບໍ່ຮູ້ວ່າເທົ່າໃດ ແຊງລົດທຸກຄັນທີ່ຂວາງຫນ້າຈົນຂຶ້ນຮອດທາງດ່ວນ ລາວກໍ່ເລັ່ງເຕັມທີ່ເພາະລົດບໍ່ຫລາຍແຕ່ຕອນກຳລັງຈະລົງຄ້ອຍທາງດ່ວນນັ້ນ ໄດ້ມີລົດກະບະຄັນຫນຶ່ງຂີ່ມາຕັດພໍດີ ລາວພະຍາຍາມທີ່ຈະບີບແກໃຫ້ຄັນນັ້ນຫລີກ ໃນໃຈລາວຄິດວ່າຄືຈະບໍ່ລອດແລ້ວ ລາວຈຶ່ງຈັບມືລູກຂອງລາວໄວ້ແລ້ວບອກລູກຂອງລາວວ່າແມ່ຂໍໂທດ ແລ້ວລາວກໍ່ຫມຸນພວງມະໄລລົດ ຈາກນັ້ນລົດລາວໄດ້ຫມຸນຫລາຍຮອບຈົນໄປຕຳກັບຂ້າງທາງ ລາວໄດ້ຕັ້ງສະຕິໄດ້ ລາວລຸກຊອກລູກຂອງລາວ ແລະ ເຫັນລູກລາວລົງໄປນອນຢູ່ພື້ນລົດລາວໄດ້ອູ້ມລູກຂຶ້ນມານັ່ງກອດ ບອກລູກຂອງລາວວ່າແມ່ຂໍໂທດ ແມ່ບໍ່ຫນ້າຈະໃຈຮ້ອນປານນີ້ເຊື່ອບໍ່ວ່າ ຖ້າລາວກັບໄປເວລາກ່ອນຫນ້ານີ້ໄດ້ ລາວຈະບໍ່ອອກໄປແບບນີ້ເພາະຂະຫນາດລູກເມຍຈະເປັນຈັ່ງໃດ ຜົວບໍ່ເຄີຍສົນ ເມຍທ້ອງໃຫຍ່ຈະເກີດລູກແລ້ວຍັງໄປຫລິ້ນໄດ້ ຖ້າເຮົາ ແລະ ລູກ ເປັນຫຍັງໄປ ຜົວກໍ່ບໍ່ຮູ້ຢູ່ດີ, ສະນັ້ນເຮົາຄວນຈະຮັກໂຕເອງ ແລະ ລູກດີກວ່າຈະໄປເສຍເວລາກັບຜູ້ຊາຍຊົ່ວໆແນວນັ້ນ. ຢ່າລືມຄົນທີ່ເຄີຍຢູ່ທາງຂ້າງທ່ານກ່ອນຈະມາຮອດຈຸດນີ້ໄດ້ …

Read More »

ອີກມຸມໜຶ່ງຂອງຕາດກວາງຊີ ທີ່ບໍ່ເຄີຍເຫັນຈາກໃສມາກ່ອນ

ແຟນໆຂວັນໃຈ ມື້ນີ້ ທີມງານເວັບໄຊຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວ ອີກແຫ່ງຂອງແຂວງຫຼວງພຣະບາງ ນັ້ນກໍຄື: ນໍ້າຕົກຕາດກວາງຊີ ຕັ້ງຢູ່ເຂດບ້ານທ່າແປ້ນ ຫ່າງຈາກຕົວເມືອງປະມານ 25 ກິໂລແມັດ. ຕາດນີ້ເປັນນໍ້າຕົກຕາດ ຫີນປູນເຊິ່ງມີຄວາມສູງປະມານ 80 ແມັດ ຫຼຸດລົງມາເປັນຊັ້ນໆ ໂດຍມີປ່າໄມ້ທີ່ອຸດົມສົມບູນອ້ອມຮອບ. ຄວາມສວຍສົດງົດງາມຂອງນໍ້າຕົກຕາດທີ່ມີສີຂຽວມໍລະກົດ ບວກັບປ່າໄມ້ຂຽວອຸ່ມທຸ່ມໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ທີ່ມາຢ້ຽມຢາມນໍ້າຕົກຕາດແຫ່ງແຫ່ງນີ້. ຢູ່ຕາມທາງຍ່າງເຂົ້າໄປເບື້ອງຂວາກ່ອນຈະຮອດຕົວຕາດ ຈະໄດ້ພົບກັບວັງນໍ້າສີຂຽວງາມຫຼາຍວັງ ແລະ ມີບາງວັງທີ່ສາມາດລົງຫຼິ້ນໄດ້ ເຊິ່ງຈະສ້າງຄວາມຮູ້ສຶກສົດຊື່ນເຢັນສະບາຍ ແລະ ສໍາຜັດໄດ້ເຖິງທໍາມະຊາດແທ້ໆ. ນອກຈາກນັ້ນແລ້ວ ຖ້າທ່ານໃດມັກຮັກການປະຈົນໄພ ແລະ ຄວາມແປກໃໝ່, ທ່ານສາມາດເດີນທາງມາຕາດກວາງຊີໄດ້ ໂດຍການຍ່າງປ່າຕາມເສັ້ນທາງຍ່າງ ເລີ່ມຈາກເຂດບ້ານລ້ອງເລົາໄປຫາບໍລິເວນນໍ້າຕົກຕາດກວາງຊີ ໂດຍໃຊ້ເວລາປະມານ 3-4 ຊົ່ວໂມງ. ການຍ່າງປ່າດັ່ງກ່າວເປັນກິດຈະກໍາໜຶ່ງຂອງການທ່ອງທ່ຽວແບບອະນຸຮັກ ປະຊາຊົນມີສ່ວນຮ່ວມເຊິ່ງທ່ານຈະໄດ້ເຫັນວິຖີຊີວິດຂອງ ຊົນເຜົ່າມົ້ງ ພ້ອມທັງຄວາມງົດງາມຂອງທໍາມະຊາດຕາມເສັ້ນທາງກ່ອນຈະຮອດຕາດກວາງຊີອີກດ້ວຍ. ຕາດກວາງຊີເປີດໃຫ້ບໍລິການທຸກມື້ເວລາ 8:00 – 17:30 ໂມງ ຂໍ້ມູນ: ກົມໂຄສະນາການທ່ອງທ່ຽວ ຮູບພາບ: ຮາບພາບປະເທດລາວ

Read More »