Breaking News

Home

ປ໋ອກ ແສງມະນີ ຢາທໍ່ຕູ້ ທັງງາມທັງເກັ່ງສົມກັບເປັນ Net Idol ຕົວຈິງ!!!

ມາຮູ້ຈັກກັບ ແສງມະນີ ຢາທໍ່ຕູ້ (ປ໋ອກ) ແມ່ຍິງເກັ່ງຂອງລາວເຮົາອີກໜຶ່ງຄົນ ແລະ ສົມກັບເປັນເນັດໄອດໍ້ຕົວຈິງສຽງຈິງ ເພາະນາງສາມາດພິສູດແລ້ວວ່ານາງສາມາດເຮັດທຸກໆຢ່າງໄດ້ດ້ວຍຄວາມສາມາດ ເພາະນາງເປັນທັງລັດຖະກອນປະຈຳການຢູ່ທີ່ ສະພາແຫ່ງຊາດ, ເປັນທັງ CEO ຂອງ  ລາວເດລີ້ຟາມ ແລະ ເປັນແມ່ຂອງລູກນ້ອຍໄວກຳລັງໜ້າຮັກເຖິງ 3 ຄົນ, ເຊື່ອເລີຍວ່າແຟນເພສຫຼາຍໆຄົນອາດຈະເຄີຍຕິດຕາມນາງຜ່ານເຟສບຸກແດ່ແລ້ວ ເພາະນາງກໍເປັນ ເນັດ ໄອດໍ້ ອີກຄົນໜຶ່ງທີ່ເປັນແບບຢ່າງທີ່ດີໃຫ້ແກ່ໜູ່ເພື່ອນ ແລະນ້ອງໆໄວໜຸ່ມ ປັດຈຸບັນ ປ໋ອກ ກຳລັງສຳເລັດການສຶກສາປະລິນຍາໂທດ້ານກົດໝາຍທີ່ ສປ.ຈີນ, ຊະນີIndy ແລະ ແຟນໆ ຂໍສະແດງຄວາມຍິນດີນຳເດີ້ ແລະຢ່າລືມນຳສິ່ງທີ່ຮຽນມາເພື່ອພັດທະນາບ້ານເຮົາຕໍ່ໄປ… #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ ຂໍຂອບໃຈຮູບພາບຈາກ: Maminé Pockyy

Read More »

ສ່ອງ! ຄວາມຫວານຂອງຄູ່ຮັກ…ເອກ Overdance ແລະ ເຈນນີ່ Mc ສາວສຸດ Sexy!!!

ມື້ນີ້ຈະພາມາສ່ອງຄວາມຫວານຂອງຄູ່ຮັກຄົນດັງ ເອກ Overdance ແລະ ເຈນນີ່ Mc ສາວສຸດ Sexy, ຄູ່ນີ້ມັກຈະເຕີມຄວາມຫວານໃຫ້ກັນໂດຍທັງສອງມັກຈະໂພສຮູບຄູ່ເປັນປະຈຳຈົນມີຄົນເຂົ້າມາຄອມເມັ້ນວ່າທັງສອງໜ້າຮັກ ເປັນຄູ່ທີ່ເໝາະສົມ, ຫຼ້າສຸດທັງສອງກໍໄດ້ໂພສຮູບພາບພ້ອມຂຽນຄຳເວົ້າຫວານໆຜ່ານສື່…ຈົນມີແຟນຄລັບເຂົ້າໄປຄອມເມັ້ນກັນແບບລົວໆ… ອຸ໋ຍ…ຊ່າງເປັນຄູ່ທີ່ຫວານນນນ…ໜ້າອິດສາແທ້!!! ຢ່າງໃດກໍຂໍໃຫ້ມີຂ່າວດີໄວໆນີ້ເດີ້ ແຟນຄລັບຖ້າລຸ້ນຢູ່!!! https://www.facebook.com/photo.php?fbid=1591643380868681&set=a.197600873606279.51001.100000691023161&type=3 โพสต์โดย Tonkham Phonchanheuang บน 10 พฤษภาคม 2017 ຂໍຂອບໃຈຮູບພາບຈາກ: Mc Jennie Phonchanheuang  , Eck Playmaster

Read More »

ເວີ້ວັງອະລັງການ! ງານແຕ່ງດອງລູກສາວທາຍາດເຈົ້າຂອງໂຮງແຮມດັງແຂວງຈຳປາສັກ!!!

ເປັນທີ່ຮືຮາໃນໂລກໂຊຊ່ຽວໃນຊ່ວງຕົ້ນເດືອນທີ່ຜ່ານມາ ນັ້ນກໍຄືງານແຕ່ງດອງລູກສາວທາຍາດເຈົ້າຂອງໂຮງແຮມດັງ Champasak Grand hotel , ເພາະງານມີຄວາມເວີ້ວັງອະລັງການງານສ້າງ ແຖມຄູ່ບ່າວສາວກໍເປັນທີ່ຮືຮາອີກເພາະວ່າເປັນງານແຕ່ງດອງຂອງ ສາວລາວ-ບ່າວໄທ ເຊິ່ງພາຍໃນງານເຕັມໄປດ້ວຍຄວາມຫຼູລາສົມສັກສີລູກສາວເຈົ້າຂອງໂຮງແຮມ ນອກຈາກນັ້ນຍັງມີທັງຄົນດັງໃນວົງການໄປຮ່ວມສະແດງຄວາມຍິນດີຫຼາຍຄົນເຊັ່ນ: ຫຼິງຫຼິງ ປິຍະດາ, ອະເລັກ ອາລິຍາ ແລະ ເມເມ ສະຫວັນ ໄຮໂຊຊື່ດັງ…ເວົ້າແບບນີ້ຍາກເຫັນແລ້ວແມ່ນບໍ່ວ່າງານດອງຂອງຄູ່ຮັກສາວລາວ-ບ່າວໄທ ຈະເລີດໆໆໆຊໍ່າໃດ ລອງມາເບິ່ງຮູບພາບທີ່ເຮົານຳມາຝາກໄດ້…   ມິຄລິບຄວາມໜ້າຮັກລະຫວ່າງຄູ່ບ່າວສາວທີ່ໄດ້ຟ້ອນລຳວົງຮ່ວມກັນມາຝາກ… ເຈົ້າບ່າວໄທ ຟ້ອນລຳວົງລາວງາມຫຼາຍเจ้าบ่าวไทย ฟ้องลำวงลาวงามหลายCr: adlovestudio โพสต์โดย Lao Wedding ງານວິວາລາວ บน 4 พฤษภาคม 2017   ຂໍຂອບໃຈສຳລັບຮູບພາບ… ຂໍຂອບໃຈຄລິບຈາກ: Lao Wedding ງານວິວາລາວ

Read More »

ປັດ Mascara ແນວໃດ? ໃຫ້ຖືກວິທີ

ວິທີຜິດໆຂອງການໃຊ້ Mascara ທີ່ສາວໆອາດຈະເບິ່ງຂ້າມໄປ ສາວໆເວລາປັດ Mascara ແລ້ວມັກພົບບັນຫາເຫຼົ່ານີ້ບໍ່ ປັດແລ້ວຕິດເປັນກ້ອນ, ປັດທາງເທິງເປື້ອນທາງລຸ່ມ, ປັດທາງລຸ່ມເປື້ອນທາງເທິງ ຈະເຊັດອອກແຕ່ລະເທື່ອກໍຍາກແສນຍາກ ແຖມຍັງຕ້ອງເສຍເວລາແຕ່ງຕາໃໝ່ອີກ. ມາເບິ່ງນີ້ເລີຍ! ວ່າເຮັດແນວໃດໃຫ້ບັນຫາເຫຼົ່ານັ້ນໄປຕ້ອງໝົດໄປ? ທີ່ຂວັນໃຈເອົາມາຕ້ອນກັນໃນມື້ນີ້! 1. ຄວນປັດຂົນຕາລຸ່ມກ່ອນ: ເຊື່ອວ່າສາວໆຫຼາຍຄົນອາດຈະເຄີຍລໍາຄານວ່າ ເວລາປັດ Mascara ແລ້ວເປື້ອນເປັດຈຸດໆບ່ອນເປືອກຕາ ແລະ ໃຕ້ຕາ ເພື່ອປ້ອງກັນບັນຫາເຫຼົ່ານັ້ນໃຫ້ໝົດໄປ ໃຫ້ເລີ່ມປັດຂົນຕາຈາກທາງລຸ່ມກ່ອນ ບໍ່ດັ່ງນັ້ນບັນຫາທີ່ປັດ Mascara ແລ້ວເປື້ອນກໍຈະຍັງມາກວນໃຈສາວໆຢູ່ບໍ່ເລີກນັ້ນເອງ 2. ຢ່າປໍ້າຫົວແປງ Mascara ເຂົ້າໆອອກ: ຖ້າສາວໆບໍ່ຢາກໃຫ້ Mascara ສຸດທີ່ຮັກແຫ້ງໄວຢ່າເຮັດ!! ການທີ່ເຮົາປໍ້າແປງ Mascara ເຂົ້າໆອອກໆຫຼາຍໆ ຈະເປັນການດັນອາກາດເຂົ້າໄປໃນຕົວຂອງ Mascara ເຮັດໃຫ້ແຫ້ງໄວຂຶ້ນ ແລ້ວເນື້ອຂອງ Mascara ຈະຈັບກັນເປັນກ້ອນ ປ່ຽນມາເປັນການໝູນແປງໄປໜ້າ-ຫຼັງ ແທນຈະເປັນການດີກວ່າ   3. ຄວນເຊັດເນື້ອ Mascara ອອກກ່ອນເລັກນ້ອຍ: …

Read More »

ກິກ ໄພລິນດາ ຈາກອະດີດນາງງາມສູ່ວ່າທີ່ແມ່ມືໃໝ່ ຖືພາທ້ອງແກ່ແລ້ວແຕ່ຍັງງາມ…

ກິກ ໄພລິນດາ ອະດີດ Miss Laos ປີ 2009 ດຽວນີ້ນາງແຕ່ງດອງມີຄອບຄົວແຖມກຳລັງຈະມີລູກ ແຕ່ເບິ່ງແລ້ວ ກິກ ກໍຍັງງາມບໍ່ມີປ່ຽນເຖິງແມ່ນວ່ານາງກຳລັງຖືພາລູກຢູ່… ເຮົາເລີຍອົດບໍ່ໄດ້ທີ່ຈະລວບລວມເອົາຮູບພາບທີ່ແສນໜ້າຮັກຂອງແມ່ມານກິກມາຝາກ, ຢ່າງໃດກໍຂໍສະແດງຄວາມຍິນດີກັບວ່າທີ່ແມ່ມືໃໝ່ເດີ້ ຂໍໃຫ້ສຸຂະພາບແຂງແຮງທັງແມ່ທັງລູກ…   ມານ 2017 ດູດ້ວຍຍຍ 😎💇👼👨‍👩‍👦💢 โพสต์โดย Kik Phailinda Philavanh บน 27 เมษายน 2017 ເລາະກິນອາຫານຢູໂຣບກ່ອນ โพสต์โดย Kik Phailinda Philavanh บน 6 พฤษภาคม 2017 👪 tgt โพสต์โดย Kik Phailinda Philavanh บน 14 เมษายน 2017 ຂໍຂອບໃຈຮູບພາບຈາກ: Kik Phailinda Philavanh

Read More »