Idea ໃສ່ສົ້ງຢີນໄປເຮັດວຽກແບບ Professional ອະໂຫຼສາວໆ ຂວັນໃຈ ສະບາຍດີຕອນເຊົ້າຂອງມື້ວັນຈັນ ມື້ເລີ່ມຕົ້ນຂອງການເຮັດວຽກ ມື້ນີ້ເລີຍຂໍເອົາໃຈສາວໆ Office ທີ່ອາດຈະເບື່ອກັບການແຕ່ງຕົວໄປເຮັດວຽກແບບຊໍ້າຊາກຈໍາເຈເກືອບທຸກມື້ ເພາະບໍ່ຮູ້ວ່າຈະ Mix & Match ເສື້ອຜ້າທີ່ມີຢູ່ໃຫ້ເຂົ້າກັນແນວໃດ ມື້ນີ້ກໍເລີຍຢາກຈະມາແນະນໍາສາວໆກັບ Item ສຸດ Classic ທີ່ຮັບຮອງວ່າສາວໆຈະຕ້ອງໄປຊອກມາເອົາໄວ້ໃນຄອບຄອງຢ່າງແນ່ນອນ… ນັ້ນກໍຄື ສົ້ງຢີນ ນັ້ນເອງ ເຊິ່ງຕ້ອງບອກເລີຍວ່າ ການ Match ສົ້ງຢີນກັບເສື້ອແນວຕ່າງໆທີ່ເອົາມາຕ້ອນກັນໃນມື້ນີ້ ຈະສາມາດໄປເຮັດວຽກໄດ້ໃນແບບ Professional ຢ່າງແນ່ນອນ ເອົາເປັນວ່າເຮົາໄປເບິ່ງກັນເລີຍດີກວ່າເນາະສາວໆ! By: BeautyGuru Cr: Sprice
Read More »Home
ໜ້າຮັກໄດ້ອີກ! ມາເບິ່ງເດດທຳອິດຂອງນູ່ນີ່ ແລະ ອ໋ອບ ຄືການພາກັນເຂົ້າວັດເຮັດບຸນ!!!
ອຸ່ຍ…ໜ້າຮັກໄດ້ອີກສຳລັບຄູ່ຮັກສາວລາວ-ບ່າວໄທ ນູ່ນີ່ ແລະ ອ໋ອບ ຄູ່ຮັກສົດໆໃໝ່ໆຈາກລາຍການເລືອກຄູ່ຊື່ດັງ Take me out Thailand ທີ່ພວກເຂົາທັງສອງຫາກໍ່ສ້າງປະກົດການຮືຮາໄປທົ່ວທັງປະເທດ ລາວ ແລະ ໄທ ເພາະຫຼັງຈາກທີ່ສາວ ນູ່ນີ່ ກຸມພົນພັກດີ ໄດ້ໄປເລືອກຄູ່ໃນລາຍການດັ່ງກ່າວກໍເປັນຫຼາຍອາທິດຫຼາຍເດືອນເຂົ້າແລ້ວແຕ່ຜ່ານມາກໍຍັງບໍ່ເຫັນນູ່ນີ່ເປີດໄຟໃຫ້ກັບໜຸ່ມຄົນໃດ ແຕ່ຫຼ້າສຸດໃນວັນເສົາທີ່ຜ່ານມາຄວາມຝັນກໍເປັນຈິງ ເພາະນູ່ນີ່ໄດ້ໜຸ່ມອ໋ອບໜຸ່ມໃຕ້ຄົມເຂັ້ມ ເປັນໜຸ່ມທີ່ມີຮອຍຍິ້ມມີສະເໜ່ ເຈົ້າຊູ້ເໝາະສົມກັບສາວນູ່ນີ່ທຸກຢ່າງ. ແລະ ຍັງບໍ່ພໍແຕ່ເທົ່ານັ້ນເພາະທັງສອງຍັງໄດ້ເຕີມຄວາມຫວານໃຫ້ກັນໂດຍພາກັນເຂົ້າວັດເຮັດບຸນເພື່ອຂໍພອນ ແລະ ສາວນູ່ນີ່ສາວລາວຂອງເຮົາກໍຍັງໄດ້ໂພສຜ່ານເຟສບຸກວ່າການພາກັນມາເຮັດບຸນດັ່ງກ່າວແມ່ນເປັນການພາກັນມາເດດເປັນເທື່ອທຳອິດຂອງທັງສອງອີກດ້ວຍ, ຢ່າງໃດກໍຂໍສະແດງຄວາມຍິນດີກັບທັງສາວ ນູ່ນີ່ ແລະ ວ່າທີ່ເຂີຍລາວ ໜຸ່ມ ອ໋ອບນຳເດີ້ຂໍໃຫ້ຮັກກັນດົນໆ ແລະ ຄົງຈະໄດ້ເຫັນຂ່າວດີໄວໆເດີ້!!!! #ແຊຣໄປໃຫ້ກຳລັງໃຈນູ່ນີ່ແລະອ໋ອບ ຂໍຂອບໃຈຮູບພາບຈາກ: Noony Koumphonphakdee
Read More »ໃນທີ່ສຸດ! ນູ່ນີ່ ກໍໄດ້ຄູ່ເດດໃນ “Take me out Thailand” ແລ້ວເດີ້ ງາມ-ເຈົ້າຊູ້ເໝາະສົມກັນຂະໜາດ!!! (ມີຄລິບ)
ເປັນກະແສກັນອີ່ຫລີສຳລັບສາວ ນູ່ນີ ກຸມພົນພັກດີ ເພາະໃນວັນທີ 1 ກໍລະກົດ ທີ່ຜ່ານມານາງໄດ້ເຮັດໃຫ້ແຟນຄລັບຍິ້ມໄປຕາມໆກັນ ເພາະນາງໄດ້ຄູ່ເດດແລ້ວເດີ້ ເປັນໜຸ່ມໃຕ້ຄົມເຂັ້ມ ຍິ້ມມີສະເໜ່ ນາມວ່າ ອ໋ອບ ໜຸ່ມສຸດເຈົ້າຊູ້ຈາກປະເທດເພື່ອນບ້ານ ແລະ ເປັນໜຸ່ມຜູ້ພິຊິດໃຈສາວນູ່ນີ່ຂອງເຮົານິເອງ, ແຟນໆທ່ານໃດທີ່ພາດຍັງບໍ່ທັນໄດ້ເບິ່ງເທບຂອງລາຍການ“Take me out Thailand” ຊະນີIndy ກໍມີມາຝາກນຳເດີ້ ມາເບິ່ງກັນເລີຍ!!! #ຮີ້ວ…ເບິ່ງແລ້ວດີໃຈນຳນູ່ນີ່ແຊຣໄປໃຫ້ໝູ່ຮູ້ນຳແດ່ หนุ่มใต้ผู้พิชิตใจสาวนุนี คนนี้นี่แหละ ที่พิชิตใจสาวนุนีไปได้ หนุ่มใต้กับสาวลาว แล้วเค้าจะคุยกันรู้เรื่องไหม มาลองฟัง ไปเดทกันนน คลิปย้อนหลัง Take Me Out Thailand S11 ep.24 อ๊อฟ & แซคกี้ (1 ก.ค. 60) ดูที่ยูทูปแชแนลของ ทีวีธันเดอร์ออฟฟิเชี่ยล https://www.youtube.com/tvthunderofficial ซับสไคร์บหรือยัง มีอะไรให้ดูอีกเพียบสัปดาห์นี้มี4คลิปคลิปที่ 1 – …
Read More »ອ້າຍບ່າວທະຫານຫວຽດນາມ Degree ຄວາມເຈົ້າຊູ້ມາເຕັມ! ສາວລາວຄົນໃດຢາກໄປຮົບກັບອ້າຍບ່າວທະຫານແນ່ຍົກມືຂຶ້ນ! (ແອດຍົກກ່ອນ55)
ມື້ນີ້ບໍ່ມີຫຍັງຫຼາຍ ຈະມາພາສາວໆໄປນໍ້າລາຍໄຫຼ ກັບອ້າຍບ່າວຫວຽດນາມ ທີ່ເອີ້ນໄດ້ວ່າ Degree ຄວາມເຈົ້າຊູ້ທີ່ຂະໜາດນາຍແບບຍັງຕ້ອງຊິດຊ້າຍ ແອດນີ້ບໍ່ຢາກຈະເວົ້າຫຍັງຫຼາຍ ຮູ້ແຕ່ວ່າ ຄວາມເຈົ້າຊູ້ ຄວາມຫຍັງທັງໝົດລວມຢູ່ກັບອ້າຍບ່າວຄົນນີ້ ຈົນແອດຕ້ອງເທໃຈໃຫ້ໝົດເລີຍແຕ່ບໍ່ຮູ້ລາວຈະເຫັນ ຫຼືບໍ່ (ເສົ້າແປ໊ບ) ຖ້າສາວໆຄົນໃດໄດ້ເຫັນອ້າຍບ່າວທະຫານຫວຽດນາມທີ່ ແອດເອົາມາຕ້ອນມື້ນີ້ແລ້ວ ໃຜທີ່ຈະເກັບເອົາໄປຄິດໄປຝັນ ຢາກປັ້ນຈະແຕ່ງຫຍັງຂຶ້ນນີ້ແອດກໍບໍ່ຫ້າມເດີ້ ເພາະແອດກໍກໍາລັງຕົກຢູ່ໃນສະຖານະການແບບນັ້ນຄືກັນ. ເອົ້າ… ເອົາເປັນວ່າເຮົາໄປເບິ່ງກັນເລີຍດີກວ່າ! ໄປນໍາອ້າຍບໍ່ ເຂົາແກ້ມບ່ອງໃດ໋ ພະເອກ ນັ່ງຄົນດຽວອີກ ຢາກຈະໄປນັ່ງທາງຂ້າງໆ ຮ່ະ ມີຫັຍງກັບຄົນຫຼໍ່ ນອກເຄື່ອງແບບຍັງຫຼໍ່ໄດ້ອີກ ໂອ໊ຍໆໆໆ ໃຈລະລາຍແລ້ວ By: BeautyGuru ຂອບໃຈຮູບຈາກ: ໂຄສະນາ
Read More »ເຊຍລາວສຸດໃຈ! ເມ ວະລິສະລາ ກ້າວເປັນນາງແບບສາກົນຢ່າງເຕັມໂຕ ໄປປະກວດເວທີ “Top Model of the World”
ເມ ວະລິສະລາ ຕັງສຸວັນ ນາງແບບລາວທີ່ມີຄວາມສາມາດໄດ້ກ້າວເປັນນາງແບບລະດັບສາກົນຢ່າງເຕັມໂຕແລ້ວເພາະຖືກທາບທາມໃຫ້ໄປປະກວດສຸດຍອດນາງແບບໂລກໃນເວທີ “Top Model of the World 2017” ເຊິ່ງຖືວ່າເປັນບາດກ້າວສຳຄັນຂອງວົງການ Model ຂອງລາວເຮົາທີ່ຕ່າງຊາດຍັງໃຫ້ຄວາມສົນໃຈ ແລະ ຂໍຕົວແທນເພື່ອໄປປະກວດໃນເວທີດັ່ງກ່າວ, ການປະກວດໃນຄັ້ງນີ້ຈະຈັດຂຶ້ນໃນວັນທີ 14 ກໍລະກົດ 2017 ຢູ່ທີ່ປະເທດ ອີຢິບ (Egypt) ແລະ ເມ ວະລິສະລາ ນາງແບບສາວລາວຂອງເຮົາກໍກຳລັງເດີນທາງເພື່ອເຂົ້າເກັບຕົວ ແລະ ເຮັດກິດຈະກຳໃນກອງປະກວດນັ້ນເອງ. ສຳລັບ ເມ ວະລິສະລາ ຕັງສຸວັນ ຫຼາຍໆຄົນຄົງຈະຄຸ້ນໜ້າຄຸ້ນຕາກັນດີ ເພາະເປັນຄົນທີ່ມີຄວາມສາມາດຫຼາຍ ນາງຜ່ານການປະກວດເວທີລະດັບໂລກມາແລ້ວຫຼາຍເວທີ ຈົນກ້າວຜ່ານຄຳວ່າບໍ່ກ້າ ຜັກດັນໃຫ້ຕົວເອງກ້າວເຂົ້າໄປເປັນເຖິງໜຶ່ງໃນນາງແບບສາກົນຢ່າງເຕັມໂຕ. (ຂໍຊົມເຊີຍ) ສາມາດເຂົ້າໄປໃຫ້ກຳລັງໃຈ ແລະ ຮ່ວມໂຫວດໃຫ້ ເມ ວະລິສະລາ ໄດ້ທີ່ເພສ Top Model of the World ເຂົ້າໄປກົດໄລ້ ກົດແຊຣໃຫ້ນາງໄດ້ເລີຍ. #ແຊຣໄປເພື່ອເຊຍສຸດຍອດນາງແບບຈາກລາວ ຮູບພາບຈາກ: Varissara May …
Read More »