Breaking News

Home

ກຽມພົບກັບຮູບເງົາສັ້ນ “ພັກຕັບ ງົດເຫຼົ້າເຂົ້າພັນສາ” ຮູບເງົາທີ່ຈະເຊີນຊວນໃຫ້ທຸກຄົນຫັນມາໃສ່ໃຈສຸຂະພາບ!!!

ກຽມພົບກັບຮູບເງົາສັ້ນເລື່ອງ “ພັກຕັບ ງົດເຫຼົ້າເຂົ້າພັນສາ” ເພື່ອຕ້ອງການເຊີນຊວນໃຫ້ທຸກຄົນຫັນມາໃສ່ໃຈສຸຂະພາບໃນໄລຍະເຂົ້າພັນສາທີ່ຈະມາເຖິງນີ້ ເຊິ່ງຮູບເງົາເລື່ອງດັ່ງກ່າວສ້າງຈາກຝີມືຄົນລາວ ສ້າງຂຶ້ນໂດຍທີມງານ ຕັກກະແຕນ ເຈົ້າຂອງຜົນງານຮູບເງົາສັ້ນເລື່ອງ “ເລືອດແປງເປັດ”  ແລະ ເຈົ້າຂອງຄລິບເພງ “ໃສວ່າຊິເຊົາຊື້ເລກເຕົ່າ” ທີ່ໂດ່ງດັງມາໃນຊ່ວງປີກ່ອນໆ, ແນະໆ…ເວົ້າແບບນີ້ ຊະນີIndy ເຊື່ອວ່າແຟນເພສ ຂວັນໃຈ ເຮົາທຸກຄົນຄົງຈະຢາກເບິ່ງຮູບເງົາສັ້ນເລື່ອງ “ພັກຕັບ ງົດເຫຼົ້າເຂົ້າພັນສາ” ກັນແລ້ວແມ່ນບໍ່? ແຕ່ຂໍໃຫ້ແຟນໆອົດໃຈລໍກັນກ່ອນເດີ້ເພາະຮູບເງົາເລື່ອງນີ້ຈະປ່ອຍໃນມື້ອື່ນ ວັນທີ 6 ກໍລະກົດ 2017 ນີ້, ຢ່າລືມຕິດຕາມກັນເດີ້ ຈະມີມາຝາກແຟນໆທຸກໆຄົນແນ່ນອນ!!! #ແຊຣໄປເພື່ອເຊີນຊວນໃຫ້ຄົນທີ່ເຮົາຮັກມາພັກຕັບໃນຊ່ວງເຂົ້າພັນສານີ້ ມີຮູບພາບເບື້ອງຫຼັງຮູບເງົາສັ້ນ “ພັກຕັບ ງົດເຫຼົ້າເຂົ້າພັນສາ” ມາຝາກ ສ່ວນຄລິບເຕັມສາມາດຕິດຕາມໄດ້ໃນມື້ອື່ນ. ຂໍຂອບໃຈຂໍ້ມູນຈາກ: ຕັກກະແຕນ

Read More »

ຊົງຈຸງກິ ແລະ ຊົງເຮຄຽວ ນາງເອກ-ພະເອກໃນຊີ່ຣີ່ດັງ “Descendants of the sun” ກຳລັງໃຈແຕ່ງດອງກັນໃນຊີວິດຈິງ!!!

ໃນວັນທີ 5 ກໍລະກົດ 2017 ນັກສະແດງຊື່ດັງ ຊົງຈຸງກິ ອາຍຸ 32 ປີ ແລະ ຊົງເຮຄຽວ ອາຍຸ 36 ປີ ນາງເອກ-ພະເອກຊີ່ຣີ່ເກົາຫລີເລື່ອງດັງ “Descendants of the sun” ທີ່ສ້າງປະກົດການໂດ່ງດັງໄປທົ່ວອາຊີ ໄດ້ເຊີໄພ້ແຟນໆເພາະທັງສອງໄດ້ປະກາດແຕ່ງງານກັນໃນ ເດືອນ ຕຸລາ ທີ່ຈະມາຮອດນີ້ ແລະ ຕົ້ນສັງກັດຂອງທັງສອງກໍອອກມາປະກາດເປັນທີ່ຮຽບຮ້ອຍແລ້ວວ່າ ຊົງຈຸງກິ ແລະ ຊົງເຮຄຽວ ຈະເຂົ້າພິທີແຕ່ງດອງກັນໃນວັນທີ 31 ຕຸລາ 2017 ນີ້. ສຳລັບເສັ້ນທາງຄວາມຮັກຂອງ  ຊົງຈຸງກິ ແລະ ຊົງເຮຄຽວ ນັ້ນນັກສະແດງທັງສອງໄດ້ເລີ່ມຄວາມສຳພັນກັນແບບໝູ່ ເພາະຢູ່ໃນກຸ່ມໝູ່ດຽວກັນ, ຈົນພັດທະນາມາເລື້ອຍໆເຖິງຂັ້ນປະກາດແຕ່ງດອງກັນໃນທີ່ສຸດ… ບອກເລີຍວ່າງານນີ້ແຟນຄລັບຂອງທັງສອງຕ່າງພາກັນສະແດງຄວາມດີໃຈກັນຢ່າງຫຼວງຫຼາຍ ເພາະຈະໄດ້ເຫັນພະເອກ ແລະ ນາງເອກໃນຊີ່ຣີ່ທີ່ທຸກຄົນມັກໄດ້ມາແຕ່ງດອງກັນແທ້ໃນຊີວິດຈິງ.    

Read More »

ກຣີດໆ…ສາວໆໃຈລະລາຍກັບ! ຟຸກ ເສກສັນ ນັກກິລາຟຸດຊໍລາວສຸດເຈົ້າຊູ້ ເບິ່ງຄັກໆນຶກວ່າໂອບປ້າ!!!

ເປັນກະແສໃນສັງຄົມອອນລາຍໃນຄໍ່າຄືນທີ່ຜ່ານມາກັບນັກກິລາຟຸດຊໍຈາກລາວເຮົານັ້ນກໍຄື ເສກສັນ ໄຊຊະນະ (ຟຸກ) ອາຍຸ 21 ປີ ນັກກິລາສຸດເຈົ້າຊູ້ທີ່ສາວໆທັງໃນລາວ ແລະ ປະເທດເພື່ອນບ້ານກົດໄລ້ໃຫ້ແບບລົວໆ, ເພາະວ່າຫຼ້າສຸດໜຸ່ມ ຟຸກ ພ້ອມທີມຟຸດຊໍນະຄອນຫຼວງໄດ້ໄປແຂ່ງຂັນ ຟຸດຊໍສະໂມສອນອາຊຽນ ທີ່ບາງກອກ ປະເທດໄທ, ຈົນມີຊ່າງພາບຕາດີໄປຈັບພາບໜຸ່ມ ຟຸກ ຄົນນີ້ແລ້ວໂພສລົງໃນສັງຄົມອອນລາຍຈົນເຮັດໃຫ້ເກີດກະແສສາວໆທັງສາວແທ້ ສາວທຽມ ແຫ່ກົດໄລ້ກົດແຊຣຮູບພາບຂອງໜຸ່ມຄົນນີ້ຢ່າງຫຼວງຫຼາຍ, ແຖມບາງຄົນຍັງຄອມເມັ້ນສະແດງຄວາມຄິດເຫັນວ່າໜຸ່ມຟຸກ ທັງເຈົ້າຊູ້ ແຖມເປັນນັກກິລາ ໜ້າຕາກໍອອກໄປທາງເກົາຫລີ ປານໂອບປ້າຂະໜາດນີ້ຈະບໍ່ໃຫ້ສາວໆໃຈລະລາຍໄດ້ແນວໃດ. ສຳລັບ ໜຸ່ມ ຟຸກ ເສກສັນ ໄຊຊະນະ ເພິ່ນບໍ່ໄດ້ເປັນພຽງແຕ່ນັກກິລາຟຸດຊໍແຕ່ເທົ່ານັ້ນເດີ້ ເພາະເປັນຄົນທີ່ມີຄວາມສາມາດຫຼາຍດ້ານ ຟຸກຍັງເປັນນາຍແບບເຄີຍຜ່ານງານໃນວົງການບັນເທິງມາແລ້ວທັງຖ່າຍແບບໃຫ້ວາລະສານດັງຫຼາຍເລ່ມ ລວມທັງວາລະສານ ຂວັນໃຈ ເຮົາກໍເຄີຍມາແລ້ວ, ແລະ ໜຸ່ມຄົນນີເພິ່ນກໍຍັງເຄີຍໃຫ້ສຳພາດວ່າເພິ່ນເປັນຄົນມີຄວາມຝັນທີ່ຢາກເຮັດໃຫ້ສຳເລັດນັ້ນກໍຄືຢາກເປັນ ກັບຕັນຍົນ ນັ້ນເອງ (ວ້າວໆ…ຖ້າໄດ້ເປັນກັບຕັນຍົນແຫ່ງຈະເຈົ້າຊູ້ໄປອີກແບບວ່າເບາະ ອິອິ) ຢ່າງໃດກໍຂໍເປັນກຳລັງໃຈໃຫ້ຂໍຈົ່ງເຮັດຄວາມຝັນໃຫ້ເປັນຈິງເດີ້ໜຸ່ມຟຸກ ຊະນີIndy ແລະ ແຟນເພສ ຂວັນໃຈ ທຸກຄົນເປັນກຳລັງໃຈໃຫ້ ສູ້ສູ້. …

Read More »

ອໍລະຊອນອ່ອນຊ້ອຍ! ນ້ອຍ ລັດສະໝີ ແລະ ຟ້າໃສ ນໍລະສິງ ຖ່າຍແບບເຊັດໃໝ່!!!

ແລງໆແບບນີ້ມາຊອກເບິ່ງຫຍັງທີ່ມັນສະບາຍຫູສະບາຍຕາກັນດີກວ່າ ມື້ນີ້ ຊະນີIndy ມີຮູບພາບງາມໆມາຝາກແຟນເພສ ຂວັນໃຈ ເຮົາທຸກໆຄົນ ເປັນຮູບພາບຂອງເອື້ອຍ ນ້ອຍ ລັດສະໝີ ໄຊສົງຄາມ ນາງແບບແຖວໜ້າຂອງບ້ານເຮົາ ແລະ ນ້ອງ ຟ້າໃສ ນໍລະສິງ ຜູ້ເຂົ້າປະກວດໝາຍເລກ 19 ໃນເວທີມິສແກນລາວ, ທີ່ທັງສອງສາວໄດ້ຮ່ວມຖ່າຍແບບເຊັດໃໝ່ ແລະ ດ້ວຍຄວາມເປັນມືອາຊີບຂອງທັງສອງຄົນ ລວມໄປເຖິງອົງປະກອບອື່ນໆບໍ່ວ່າຈະເປັນສະຖານທີ່, ຊ່າງແຕ່ງໜ້າ ແລະ ຊ່າງຖ່າຍພາບ ຈຶ່ງເຮັດໃຫ້ຮູບພາບອອກມາໄດ້ງົດງາມ ເບິ່ງແລ້ວຊ່າງເປັນຮູບພາບທີ່ອໍລະຊອນອ່ອນຊ້ອຍ ເຊິ່ງສະຖານທີ່ຖ່າຍແບບໄດ້ຄັ້ງນີ້ແມ່ນຢູ່ທີ່ ຕາດວັງຫລວງ. #ແຊຣໄປໃຫ້ໂລກຮູ້ ນ້ອຍ ລັດສະໝີ  2. ຟ້າໃສ ນໍລະສິງ ຂໍຂອບໃຈຮູບພາບຈາກ: NOy Latsamy Saysongkham,  Vilasak Sengphetmany

Read More »

ຄູ່ແຝດນ້ອຍທີ່ມີຄວາມໜ້າຮັກສົມໄວຂອງເດັກ

ມື້ນີ້ແອດໄດ້ນໍາເອົາຄວາມໜ້າຮັກໜ້າຮັກ ຂອງຄູ່ແຝດຄົນນ້ອຍ ລູກຊາຍທີ່ໜ້າຮັກຂອງອ້າຍ ສັກ ວົງເຊວ ນັກຮ້ອງລຸ້ນໃຫຍ່ຂອງລາວເຮົາ ມາຝາກໃຫ້ແຟນໄດ້ເບິ່ງຄວາມຫຼໍ່, ຄວາມໜ້າຮັກຂອງນ້ອງໆ. ຄູ່ແຝດ 2 ຄົນນ້ອຍນີ້ມີຊື່ວ່າ: ທ້າວ ໄມຕີ້ ແລະ ທ້າວ ແມັຕຊີ້ ເຊິ່ງເປັນຄູ່ແຝດທີ່ມີໜ້າຕາຄ້າຍຄືກັນສຸດໆ ຈົນແຍກບໍ່ອອກຄົນໃດຊື່ ໄມຕີ້ ແລະ ຄົນໃດຊື່ ແມັຕຊີ້ ( ໂອ້ຍໆໆໆ…ທັງຫຼໍ່ທັງໜັາຮັກແຕ່ນ້ອຍແທ້ເດ ) ເຊິ່ງຈະຫຼໍ່ ແລະ ມີຄວາມໜ້າຮັກປານໃດນັ້ນ ໄປເບິ່ງຮູບພາບຄວາມໜ້າຮັກຄວາມສົດໃສຂອງນ້ອງໆເລີຍ!! ຮູບພາບ: Sack Cells

Read More »