ກາຍເປັນກະແສໂດ່ງດັງໃນໂລກອອນລາຍມາຫຼາຍເດືອນສຳລັບ ນາງ ນ້ອຍ ຫຼືຄົນສ່ວນຫຼາຍຮູ້ກັນໃນນາມ “ຜູ້ສາວຂາລັກ” ທີ່ຈະເຫັນນາງໄປທົ່ວທຸກໆແຂວງ ໄປຂຶ້ນເຮືອນຫຼັງນັ້ນຫຼັງນີ້ ແລະ ມັກຈະມີພໍ່ແມ່ປະຊາຊົນເຫັນ ແລະ ຖ່າຍຮູບລາຍງານຄວາມເຄື່ອນໄຫວຂອງນາງຄົນນີ້ຢູ່ເລື້ອຍໆ ແລະ ຫຼ້າສຸດກໍມີຄົນໃຈດີນັ້ນກໍຄື ສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນ ໄດ້ຍື່ນມີເຂົ້າມາຊ່ວຍ ພໍແຕ່ມາກໍຊ່ວຍອານາໄມຮ່າງກາຍ ຫວີຜົມ ເພາະຜູ້ກ່ຽວຢູ່ໃນສະພາບທີ່ບໍ່ຈົບງາມ ແລະ ທາງສະມາຄົມຍັງໄດ້ໂພສຂໍຄວາມເຫັນໃຈຈາກຜູ້ໃຈບຸນທັງຫຼາຍວ່າ: “ສະບາຍດີພໍ່ແມ່ພີ່ນ້ອງຜູ້ໃຈບຸນທັງຫລາຍ ຕອນນີ້ທາງສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນ ຮ່ວມກັບທີ່ປືກສາຂອງສະມາຄົມ ໄດ້ຊອກບ່ອນຢູ່ອາໃສໃຫ້ນາງນ້ອຍ ຄົນນີ້ໄດ້ແລ້ວ, ເຊີ່ງຫຼາຍໆຄົນອາດຈະຮູ້ຈັກນາງນ້ອຍຄົນນີ້ ນາງບໍ່ມີບ່ອນພັກອາໃສ ສະຕິບໍ່ດີ ພວກເຮົາຈື່ງຢາກວິງວອນໃຫ້ສັງຄົມເຫັນໃຈແລະຊ່ວຍນາງແດ່ເພາະນາງຕ້ອງໄດ້ຮັບການຮັກສາປີ່ນປົວ ຄ່າຢາແລະການຢູ່ກິນ ເພື່ອຈະໄດ້ຫາຍປົກກະຕິຄືຄົນອື່ນ ໃນການປີ່ນປົວຮັກສານາງຕ້ອງໄດ້ໃຊ້ເວລາແຕ່ພວກເຮົາກໍ່ຈະຕິດຕາມແລະເບິ່ງແຍງນາງຕະຫຼອດໄປ ດັ່ງນັ້ນຈື່ງຂໍໃຫ້ຜູ້ໃຈບຸນທັງຫຼາຍຮ່ວມຊ່ວຍນາງເພື່ອບໍ່ໃຫ້ນາງໄປເປັນພາລະຂອງສັງຄົມຄືທີ່ຜ່ານມາ ແລະ ພວກເຮົາຂໍຂອບໃຈມາຍັງອົງການຈັດຕັ້ງຕ່າງໆ ທີ່ໄດ້ຊ່ວຍໃຫ້ຄຳປືກສາແນະນຳເພື່ອໃຫ້ນາງນ້ອຍຄົນນີ້ໄດ້ມີບ່ອນພັກອາໃສ ບໍ່ໄປສ້າງຄວາມເດືອດຮ້ອນໃຫ້ຄົນອື່ນ” ສຳລັບແຟນໆທ່ານໃດທີ່ມີໃຈບຸນຢາກຊ່ວຍເຫຼຶອນາງນ້ອຍຄົນນີ້ ສາມາດຄລິກເຂົ້າໄປທີ່ເພສຂອງ ສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນ ໄດ້ເລີຍ!!! #ແຊຣໄປຕໍ່ໄປນີ້ຜູ້ສາວຂາລັກຈະມີບ່ອນຢູ່ອາໄສແລ້ວ ທີ່ມາ: ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624 , Nhipoun Ouanmixay
Read More »Home
ມາແລ້ວ! ແອັບເປີ້ນ-ຟຸກ ຄູ່ຮັກດາລາ (ສາວລາວ ບ່າວໄທ) ປ່ອຍຮູບພາບ Pre-Wedding ສຸດໜ້າຮັກມາໃຫ້ແຟນຄລັບໄດ້ກົດໄລ້ ກົດແຊຣລົວໆ!!!
ໂອ້ຍ!!! ຢາກຈະບອກວ່າມີຄວາມອິດສາໃນຄວາມໜ້າຮັກຂອງ ແອັບເປີ້ນ ສີສະຫງວນ ສີຫາລາດ ແລະ ຟຸກ ຈິລະ ຄູ່ຮັກດາລາສາວລາວບ່າວໄທ ທີ່ກ່ອນໜ້ານີ້ທັງສອງເພິ່ນກໍມີການເປີດເຜີຍມາແລ້ວວ່າທັງສອງຈະຈູງມືກັນເຂົ້າພິທີວິວາໃນຊ່ວງເດືອນ ພະຈິກ ທີ່ຈະມາຮອດມາເຖິງນີ້ ເພາະທັງສອງກໍຄົບຫາເບິ່ງໃຈກັນມາເປັນເວລາດົນແລ້ວ ກ່ອນໜ້ານີ້ທັງສອງກໍໄດ້ປ່ອຍຮູບພາບຊຸດທີ່ໃຊ້ໃນພິທີງານດອງໃນຊຸດລາຕີຍາວສີຂາວ ເຊື່ອວ່າແຟນໆຫຼາຍໆຄົນຄົງຈະຈື່ກັນໄດ້. ແຕ່ຫຼ້າສຸດໃນວັນທີ 8 ກັນຍາ 2017 ແອັບເປີ້ນ ແລະ ຟຸກ ກໍໄດ້ປ່ອຍຮູບພາບ Pre-Wedding ສຸດຫວານຈົນນໍ້າຕານຍັງອາຍ ເປັນຮູບພາບເຊັດທີ່ຖ່າຍໃນຊຸດໄໝລາວ ທີ່ແຟນຄລັບຫຼາຍຄົນຕ່າງລໍຖ້າເບິ່ງ ແລະ ແອັບເປີ້ນຍັງໄດ້ບອກແຟນໆອີກວ່າ: “ມາແລ້ວວວວ ອິອິ ຊຸດເຈົ້າສາວລາວ ຊຸດທຳອິດ ຕື່ນເຕັ້ນແລ້ວ ໄກ້ແລ້ວ ຮູບພີເວດດິ້ງໄດ້ຄົບ ແລ້ວຈະຄ່ອຍໆລົງໃຫ້ເບິ່ງ ມີຫຼາຍໆ” ຈົນມີບັນດາໝູ່ເພື່ອນ ຄົນໃນວົງການ ແລະ ບັນດາແຟນຄລັບເຂົ້າໄປໄລ້ ແຊຣ ແລະ ສະແດງຄວາມຍິນດີກັນລົວໆ!!! #ໃຜເປັນແຟນຄລັບຄູ່ນີ້ໄລ້ແຊຣກັນລົວໆແດ່ ຂໍຂອບໃຈສຳລັບຮູບພາບ: appleminiberry , fluke_jira
Read More »ໂຮງແຮມຫລູຫລາໃນລາຄາທີ່ທຸກຄົນສຳຜັດໄດ້
ສະບາຍດີ ແຟນໆຂວັນໃຈທີ່ໜ້າຮັກທັງຫຼາຍ ມື້ນີ້ ທີມງານເວັບໄຊຂວັນໃຈ ມີໂຮງແຮມດີໆມາແນະນໍາໃຫ້ກັບແຟນໆຄົນໃດ ທີ່ກໍາລັງຊອກຫາໂຮງແຮມ ຫຼື ສະຖານທີ່ພັກຜ່ອນທີ່ດີໆ,ຫລູຫລາ ແຕ່ລາຄາສະບາຍສະບາຍ ໃຜໆກໍສາມາດເຂົ້າມາພັກໄດ້ ທີ່ຢູ່ໃນນະຄອນຫລວງວຽງຈັນ ພວກເຮົາແນະນໍາໂຮງແຮມນີ້ເລີຍທີ່ມີຄົບທຸກຢ່າງຕາມທີ່ລູກຄ້າຕ້ອງການເລີຍກໍວ່າໄດ້ ນັ້ນກໍຄື “ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ” ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ມີຫ້ອງພັກ ແລະ ຫ້ອງສູດທີ່ມີອຸປະກອນ ແລະ ເຄື່ອງຕົບແຕ່ງຄົບຊຸດ ຈໍານວນ 198 ຫ້ອງ ທີ່ໄດ້ຮັບການຕົບແຕ່ງເປັນຢ່າງດີ ຊຶ່ງປະສົມປະສານອົງປະກອບພື້ນເມືອງຂອງລາວ ເຂົ້າກັບສິ່ງອໍານວຍຄວາມສະດວກສະໄໝໃໝ່ ໄດ້ຢ່າງກົມກືນ ຊ່ວຍໃຫ້ທ່ານໄດ້ຜ່ອນຄາຍ ແລະ ເຕີມພະລັງໄດ້ຢ່າງສະດວກສະບາຍໃນສະໄຕລ໌ຂອງທ່ານ ໃນຫ້ອງພັກທຸກຫ້ອງມີອິນເຕີເນັດໄຮ້ສາຍຄວາມໄວສູງສຸດໃນນະຄອນຫຼວງໄວ້ຄອຍບໍລິການ. ພິເສດ, ທ່ານຍັງສາມາດເລືອກໝອນແບບຕ່າງໆໄດ້ເຖິງ 7ປະເພດໝອນ, ມີບໍລິການໂທປຸກໃນຍາມເຊົ້າ, ມີພື້ນທີ່ໆງຽບສະຫງົບ ແລະ ສະເປນໍ້າມັນຫອມລະເຫີຍ ເພື່ອຊ່ວຍຮັບປະກັນໃຫ້ທ່ານນອນຫຼັບສະບາຍຕະຫຼອດຄືນ. ບໍລິການດັ່ງກ່າວຖືເປັນການບໍລິການອັນເປັນເອກະລັກຂອງ ໂຮງແຮມຄຣາວພລາຊ່າ ວຽງຈັນ ກັນເລີຍ, ແຂກທີ່ເຂົ້າມາພັກໃນຫ້ອງພັກລະດັບ …
Read More »ຮູບພາບງາມໆຂອງນັກສຶກສາໃນມື້ສໍາເລັດການສຶກສາ
ມື້ນີ້ກໍເປັນວັນສຸກມື້ທ້າຍອາທິດແລ້ວ ແລະ ທ້າຍອາທິດແບບນີ້ ແອັດກໍມີເລື່ອງມາເມົ້າມອຍເລື່ອງຊາວບ້ານຕາມເຄີຍ…ເຮີຍ!!…ບໍ່ແມ່ນເວົ້າຜິດ ແອັດຊິມາເວົ້າເຖິງສາວທີ່ມີຄວາມງົດງາມ ເວລາໃສ່ຊຸດນັກສຶກສາແບບເຕັມຊຸດ ໃນມື້ທີ່ໄດ້ສໍາເລັດການສຶກສາ ນັ້ນກໍຄືມື້ທີ່ຮັບໃບປະກາສະນີຍະບັດນັ້ນເອງ ແລະ ມື້ນີ້ແອັດໄດ້ຮວບຮວມເອົາຮູບພາບສ່ວນໜຶ່ງຂອງໜຸ່ມໆສາວໆທີ່ໜ້າຮັກທັງຫຼາຍ ມາຝາກໃຫ້ແຟນໄດ້ເບິ່ງ ເພື່ອວ່າແຟນໆຄົນໃດທີ່ກຽມຮັບໃບປະກາດ ແລະ ຢາກຖ່າຍຮູບໃນມື້ສໍາຄັນໃຫ້ອອກມາແນວໃດໃຫ້ງົດງາມນັ້ນ ເຮົາໄປເບິ່ງພ້ອມໆກັນເລີຍ!!! ຮູບພາບ: B.noonoo.b photokit, ມັກຖ່າຍ, Feelimage, TUDSANYLARN…
Read More »ສຸດຍອດ! Miss Universe Laos ກຳລັງມີຄະແນນນຳປະເທດອື່ນ ມາຮ່ວມກັນໂຫວດໃຫ້ຊະນະລາງວັນ “PEOPLE’S CHOICE”
ເປັນຂ່າວດີຂອງຄົນລາວທີ່ໃນປີນີ້ມີນາງງາມຕົວແທນປະເທດລາວ ສຸພາພອນ ສົມວິຈິດ (ນຸ້ຍ) Miss Universe Laos 2017 ທີ່ກຳລັງຈະໄດ້ໄປເປັນຕົວແທນແມ່ຍິງລາວໄປປະກວດໃນເວທີລະດັບໂລກທີ່ ປະເທດ ອາເມລິກາ ໃນໄວໆນີ້, ແລະ ຫຼ້າສຸດທາງເພສການປະກວດ “Miss Universe Predictions Fanpag” ເຊິ່ງເປັນເພສຂອງການປະກວດ Miss Universe ກໍກຳລັງເປີດໂຫວດໃຫ້ປະຊາຊົນທົ່ວໂລກໄດ້ໂຫວດໃຫ້ສາວງາມໃນຕຳແໜ່ງ “MISS UNIVERSE 2017 PEOPLE’S CHOICE” , ປັດຈຸບັນ ສຸພາພອນ ສົມວິຈິດ (ນຸ້ຍ) Miss Universe Laos 2017 ກຳລັງມີຄະແນນໂຫວດເປັນອັນດັບ 1 ຈາກສາວງາມກວ່າ 40 ປະເທດກັນເລີຍ. ມາຮ່ວມໂຫວດໃຫ້ ສຸພາພອນ ສົມວິຈິດ (ນຸ້ຍ) Miss Universe Laos 2017 ໂດຍແຟນໆສາມາດເຂົ້າໄປທີ່ເພສ “Miss Universe Predictions Fanpag” ແລ້ວກົດໄລ້ ກົດແຊຣ ຮູບພາບຂອງ Miss …
Read More »