ເປັນກະແສໃນຊ່ວງທ້າຍອາທິດທີ່ຜ່ານມາຈາກການລະດົມທຶນຂອງ ເອື້ອຍ ວັນທະວີ ສຸພານຸວົງ ແລະ ອ້າຍ ຕຸ້ຍ ໂອເວີ້ແດ້ນ ໃນວັນທີ 4 ພະຈິກ 2017 ເພື່ອຂໍວອນຜູ້ໃຈບຸນ ຮ່ວມກັນຊ່ວຍຜູ້ຖືກເຄາະຮ້າຍ ຈາກເຫດການໄຟໄໝ້ ບ້ານທົ່ງຂັນຄຳ ນະຄອນຫຼວງວຽງຈັນ ໃນວັນທີ 2 ພະຈິກ 2017 ຈົນເຮັດໃຫ້ມີຜູ້ຖືກເຄາະຮ້າຍຫຼາຍສິບຄອບຄົວ. ໃນວັນທີ 4 ພະຈິກ 2017 ເອື້ອຍວັນທະວີ ໄດ້ໂພສຂໍລະດົມທຶນທາງເຟສບຸກວ່າ: “ຂໍວອນຜູ້ໃຈບຸນ ຮ່ວມກັນຊ່ວຍຜູ້ຖືກເຄາະຮ້າຍ ຈາກເຫດການໄຟໄໝ້ ບ້ານທົ່ງຂັນຄຳ ມື່ວານນີ້… ຂ້ອຍ ແລະ ຕຸ້ຍ Touy Overdance ຮູ້ຈັກ ອ້າຍໄລ ຕັ້ງແຕ່ປີ 2010 ຕອນທີ່ພວກຂ້ອຍເລີ່ມເຮັດວຽກກັບ ອົງການແຄຣ໌ ນາໆຊາດ ປະຈຳລາວ, ອ້າຍໄລ ເປັນພະນັກງານຂັບລົດໃຫ້ໂຄງການ. ອ້າຍໄລ ເປັນຄົນນິໄສດີ ເປີດເຜີຍ ຊື່ສັດ ແລະອົດທົນບໍ່ວ່າວຽກໃນໂມງ …
Read More »Home
ສ່ອງ! ໝູ່ເຈົ້າສາວເຈົ້າບ່າວໃນງານແຕ່ງດອງຂອງ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ງານນີ້ບອກເລີຍເລີດໆ!!!
ໃນວັນທີ 3 ພະຈິກ 2017 ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວບ່າວໄທ ຈັດພິທີວິວາຫວານຕາມແບບຮີດຄອງປະເພນີລາວຢ່າງອະລັງການງານສ້າງບໍ່ວ່າຈະເປັນງານທີ່ມີຄວາມຫຼູຫຼາຈົນເປັນທີ່ຮືຮາຂອງບັນດາແຟນຄລັບ, ນອກຈາກນັ້ນບັນດາໝູ່ເພື່ອນເຈົ້າສາວ ເຈົ້າບ່າວ ກໍບໍ່ທຳມະດາ ບອກເລີຍງານນີ້ລວມບັນດາຄົນດັງ ເຊເລບຢ່າງຫຼວງຫຼາຍ. ລອງມາເບິ່ງກັນເລີຍ…ແຈ່ມໆທັງນັ້ນ!!! (ຂໍຂອບໃຈສຳລັບຮູບພາບ)
Read More »ຂໍສະແດງຄວາມຍິນດີ! ແອັບເປີ້ນ-ຟຣຸກ ຄູ່ຮັກສາວລາວບ່າວໄທ ຈັດພິທີວິວາຫວານຕາມແບບປະເພນີ ລາວ!!!
ຂໍສະແດງຄວາມຍິນດີ! ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວບ່າວໄທ ຈັດພິທີວິວາຫວານຕາມແບບຮີດຄອງປະເພນີລາວ, ໃນຊ່ວງເຊົ້າຂອງວັນທີ 3 ພະຈິກ 2017 ເຊິ່ງພິທີດັ່ງກ່າວຈັດຂຶ້ນທີ່ເຮືອນຫໍຂອງທັງສອງຄົນຢູ່ທີ່ປະເທດໄທ, ໂດຍໃນຊ່ວງເຊົ້າມີພິທີແຫ່ຂັນໝາກ, ປົງສິນສອດ ແລະ ຕໍ່ດ້ວຍບາສີສູ່ຂັວນ, ເຊິ່ງງານນີ້ ແອັບເປີ້ນ ມາໃນຊຸດໄໝລາວ ແລະ ຟຣຸກ ມາໃນຊຸດສູດສີຟ້າລຽບຫຼູ, ພາຍໃນພິທີວິວາຂອງ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ເຕັມໄປດ້ວຍຄວາມຫວານ ອົບອຸ່ນ ມີບັນດາຄອບຄົວ ໝູ່ເພື່ອນຂອງທັງສອງຄົນ ມີທັງພາຍໃນ ແລະ ນອກວົງການບັນເທີງມາຮ່ວມສະແດງຄວາມຍິນດີກັບທັງສອງຢ່າງອົບອຸ່ນ. ສຳລັບ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວ-ບ່າວໄທ ທັງສອງກໍຄົບຫາເບິ່ງໃຈກັນມາດົນເຖິງ 10 ປີ …
Read More »ງາມຫຼາຍ! ຟ້າໃສ ຈິນນາລີ ໃສ່ຊຸດໄໝລາວທ່ຽວບຸນພ້ອມເຊີນຊວນໃຫ້ທ່ຽວ ບຸນນະມັດສະການພຣະທາດຫຼວງ!!!
ຫຼັງຈາກທີ່ເດີນທາງກັບຈາກປະເທດ ຫວຽດນາມ ເພາະໄປເປັນຕົວແທນສາວລາວໃນການປະກວດ Miss Grand International 2017, ຫຼ້າສຸດ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ 2017 ກໍໄດ້ໃສ່ຊຸດໄໝລາວທ່ຽວບຸນພ້ອມເຊີນຊວນໃຫ້ພໍ່ແມ່ພີ່ນ້ອງຊາວລາວ ແລະ ຊາວຕ່າງຊາດໃຫ້ໄປທ່ຽວໃນງານ ບຸນນະມັດສະການພຣະທາດຫຼວງ ໃນເຟສບຸກສ່ວນຕົວວ່າ: “ໄປໄປ ຫຼິ້ນບຸນພຣະທາດຫຼວງ ປີນີ້ຊອກເດີ່ນຈອດລົດບໍ່ຍາກ ອາກາດດີ ມີແດດແຕ່ມີລົມເຢັນ ບໍ່ແອອັດ ໄປໄຫວ້ທາດ ໄຫວ້ເຈົ້າ ໄປເບິ່ງສວນເຮືອນລາວ ໃນນັ້ນມີຕະຫຼາດນຳ ເພິ່ນນຸ່ງເຄື່ອງສະໄໝແຕ່ກີ້ ມັກບັນຍາກາດ ອາຫານແຊບອີກ (ມັກປີ້ງກ້ວຍເປັນພິເສດ) ໄປຖ່າຍຮູບຫຼິ້ນກະງາມເດີ້. ບຸນທາດຫຼວງເປັນບຸນທີ່ທັງຜູ້ນ້ອຍ ຜູ້ໃຫຍ່ ຄົນລາວ ຄົນຕ່າງຊາດໃຫ້ຄວາມສົນໃຈ ຊຸກຍູ້ການທ່ອງທ່ຽວລາວ. ທີ່ຟ້າມັກເປັນສ່ວນຕົວອີກຢ່າງແມ່ນ ພໍໄຫວ້ແລ້ວ ທາງນອກມີຮ້ານອາຫານເຄື່ອງດື່ມໄວລຸ້ນ ເຊິ່ງຄິດວ່າເປັນການດຶງດູດໄດ້ຫຼາຍກຸ່ມຄົນດີ (ດຽວໆ ຫຼືວ່າເຮົາເປັນຄົນມັກກິນ… ກັບຊັດປຸມເປົ້ານິ). ບາດເມືອລະຊື້ເຂົ້າຫຼາມມາຕ້ອນແນ່ເດີ້” “That Luang (or …
Read More »TEDxLaneXangAveWomen will be a part of the official worldwide TEDxWomen 2017
The Vientiane community is buzzing with excitement as TEDxWomen, the first female empowerment forum of its kind in Lao PDR, fast approaches. TEDxLaneXangAveWomen has been organized by the Vientiane Global Shapers, a group of diverse individuals from various different nationalities living in Laos. An initiative backed by the World Economic …
Read More »