Breaking News

Home

ຊ່ວງເຊົ້າມັນກໍຈະວຸ້ນໆແດ່! “ຕື່ນມາແລ້ວງາມເລີຍ” ມັນເປັນແບບນີ້ໆເອງ!!!

8 ເຄັດລັບທີ່ເຮັດໃຫ້ງາມ ປະຢັດເວລາໃນຕອນເຊົ້າ ເຖິງຈະຕື່ນສວາຍກໍໜ້າເປະ ຜົມງາມໄດ້ພ້ອມທີ່ຈະອອກນອກເຮຶອນໄດ້ຢ່າງໝັ້ນໃຈ ໃນຕອນເຊົ້າເປັນໄລຍະເວລາທີ່ຮີບດ່ວນ ໂດຍສະເພາະຢ່າງຍິ່ງກັບສາວໆທີ່ຕ້ອງແຕ່ງໜ້າ ແຕ່ງຕົວ ແລະ ເຮັດຜົມໃຫ້ຕົວເອງດູດີກ່ອນອອກຈາກເຮືອນ ແຖມຕ້ອງເພື່ອເວລາໃຫ້ກັບການຈາລະລາຈອນທີ່ຕິດຂັດອີກ ເຮັດໃຫ້ສາວໆຫຼາຍຄົນເລືອກທີ່ຈະຕື່ນແຕ່ເຊົ້່າ ແລະ ໃຊ້ເວລາເປັນຊົ່ວໂມງໃນການກຽມຕົວກ່ອນອອກຈາກເຮືອນ ດ້ວຍສາເຫດນີ້ເຮົາຈຶ່ງນໍາເອົາ 8 ເຄັດລັບທີ່ຈະຊ່ວຍປະຢັດເວລາສາວໆໃນຕອນເຊົ້າມາຝາກກັນ ຮັບຮອງເລີຍວ່າມັນຈະເຮັດໃຫ້ເວລາຂອງສາວໆເຫຼືອຫຼາຍ ໂດຍບໍ່ຕ້ອງຮີບດ່ວນໄປໃສເລີຍລະ!!! ໃຊ້ເວລານອນໃຫ້ເຕັມທີ່ ຖ້າສາວໆຢາກມີຜິວໜ້າທີ່ງາມສົດໄສຕ້ອນຮັບວັນໃໝ່ ແຕ່ຈະໃຫ້ທາຄຼີມບໍາລຸງໃນຕອນເຊົ້າກໍເບິ່ງຈະເປັນການເສຍເວລາໄປຫຼາຍພໍສົມຄວນ ດັ່ງນັ້ນສາວໆຄວນທາຄຼີມບໍາລຸງຕ່າງໆກ່ອນນອນ ເພາະເວລານອນເປັນໄລຍະພັກຜ່ອນຂອງຮ່າງກາຍ ສະພາບຜິວຂອງເຮົາຈະຟື້ນຟູສ້ອມແຊມສ່ວນທີ່ຫຼຸ້ຍຫ້ຽນ ຄຼີມຕ່າງໆຈະຊືມຊັບ ແລະ ເຮັດວຽກໄດ້ຢ່າງເຕັມປະສິດຕິພາບທີ່ສຸດໃນຊ່ວງທີ່ເຮົານອນ ເອົາໄດເປົ່າຜົມມາເປົ່າໃບໜ້າ ສາວໆທີ່ໃຊ້ຄຼີມບໍາລຸງມ້ອຍເຈີ້ໄຣເຊີ ຊະນິດເຂັ້ມຂຸ້ນກ່ອນນອນ ເຮັດໃຫ້ຕື່ນມາໜ້າເດັ້ງ ເບິ່ງມີນໍ້າມີນວນ ຈົນບໍ່ສາມາດລົງຮອງພື້ນ ຫຼື ກັນແດດເພື່ອແຕ່ງໜ້າໄດ້ ຖ້າເປັນແບບນັ້ນສາວໆລອງເອົາໄດເປົ່າຜົມມາເປົ່າໃຫ້ ມ້ອຍເຈີ້ໄຣເຊີ ເທິງໜ້າເຮົາແຫ້ງລອງເບິ່ງ ແຕ່ຢ່າລືມວ່າຕ້ອງໃຊ້ລົມເຢັນນໍາເດີ້ ບໍ່ດັ່ງນັ້ນຜິວໜ້າຂອງເຮົາອາດຈະແຫ້ງຈົນເກີນໄປ ຫຼຸດຂັ້ນຕອນການແຕ່ງໜ້າດ້ວຍ ບີບີ ຄຼີມ ບີບີຄຼີມຄືຄໍາຕອບຂອງການຫຼຸດຂັ້ນຕອນການແຕ່ງໜ້າ ແລະ ຊ່ວຍປະຢັດເວລາໄດ້ຢ່າງແທ້ຈິງ ເພາະບີບີຄຼີມຄືການຮວມຕົວຂອງຮອງພື້ນ ເມັກອັບເບສ ແລະ …

Read More »

ສະເຫຼີຍ!!! 6 ສາເຫດທີ່ເຮັດໃຫ້ແມ່ຍິງຕັດສິນໃຈ “ບອກເລີກແຟນ” ທີ່ຄົບກັນມາດົນແລ້ວ… (ແທນທີ່ຈະຈົບລົງດ້ວຍງານແຕ່ງ)

ສະເຫຼີຍ!!! 6 ສາເຫດທີ່ເຮັດໃຫ້ແມ່ຍິງຕັດສິນໃຈ ບອກເລີກແຟນ ທີ່ຄົບກັນມາດົນແລ້ວ… ຄູ່ຮັກຫຼາຍຄູ່ທີ່ຄົບກັນມາດົນຈົນຄົນພາຍນອກເບິ່ງກັນວ່າ ແນ່ນອນຄູ່ນີ້ຕ້ອງຈົບລົງດ້ວຍການແຕ່ງງານ! ແຕ່ເຫດການກັບກົງກັນຂ້າມ ເມື່ອຄູ່ຮັກນັ້ນໆເລືອກທີ່ຈະຈົບລົງດ້ວຍການ ເລີກກັນໄປ ຈົນມີຄົນມາເວົ້າກ່ຽວກັບ ອາຖັນກັນໄປຕ່າງໆນາໆ ແຕ່ຄວາມຈິງແລ້ວມັນເກີດຂຶ້ນຈາກສາເຫດໃດນັ້ນ ມື້ນີ້ Kuanjai ຈຶ່ງຂໍມາໄຂຂໍ້ຂ້ອງໃຈດ້ວຍການສະເຫຼີຍ 6 ສາເຫດທີ່ເຮັດໃຫ້ແມ່ຍິງຕັດສິນໃຈ ບອກເລີກແຟນ ທີ່ຄົບກັນມາດົນໄດ້ໝົດຂໍ້ຂ້ອງໃຈກັນ! ໄປເບິ່ງເລີຍ!!! ຄວາມຮັກໝົດໄປແລ້ວ ຄູ່ຮັກທີ່ຄົບກັນມາດົນບໍ່ໄດ້ມີແຕ່ຄວາມຮັກ ແຕ່ຍັງມີຄວາມຜູກພັນ ແລະຄວາມຊົງຈໍາດີໆທີ່ມີຮ່ວມກັນ ເຊິ່ງບາງຄັ້ງຄວາມຮັກໝົດລົງໄປແລ້ວ ຈາກສິ່ງທີ່ເຄີຍເພິ່ງພໍໃຈກັບມາເປັນບໍ່ພໍໃຈ ບໍ່ຕ້ອງຊອກສາເຫດໃດເພື່ອມາຕອບວ່າເປັນຍ້ອນຫຍັງດອກ ເພາະຄໍາຕອບຫຼັກໆກໍຄື ມັນໝົດຮັກໄປແລ້ວນັ້ນເອງ ບາງຄູ່ເມື່ອຮູ້ສຶກແບບນີ້ກໍຍັງບໍ່ກ້າທີ່ຈະບອກເລີກເພາະເສຍດາຍເວລາທີ່ຄົບກັນມາ ແຕ່ເຊື່ອເທາະວ່າ ເຖິງເຈົ້າຢາກຈະຖ່ວງເວລາໄວ້ຫຼາຍປານໃດ ແຕ່ສຸດທ້າຍແລ້ວມັນກໍໄປບໍ່ລອດຢູ່ດີເພາະ ໝົດຮັກກັນໄປແລ້ວ ມີຄົນໃໝ່ແລ້ວ ສືບເນື່ອງມາຈາກຂໍ້ທີໜຶ່ງ ຄືເມື່ອຄວາມຮັກໝົດໄປແລ້ວ ຖ້າມີໃຜຄົນອື່ນເຂົ້າມາໃນຊີວິດ ແລະມາຕຶ່ມເຕັມໄດ້ຫຼາຍກວ່າ ກໍ່ຍ່ອມຕ້ອງເລືອກຄົນທີ່ເຂົ້າມາໃໝ່ ແລະບອກລາຄົນເກົ່າໄປ ເຊິ່ງເປັນບັນຫາທີ່ສຶບເນື່ອງມາຈາກການໝົດຮັກຄົນປັດຈຸບັນ ແລະຍັງດື້ທີ່ຈະຖ່ວງດຶງຄວາມສໍາພັນຕໍ່ໄປຈົນມີຄົນທີ່ມແມ່ນກວ່າເຂົ້າມາແຊກກາງ ຈຶ່ງມັກເກີດຂໍ້ປຽບທຽບລະຫວ່າງຄົນທີ່ມາໃໝ່ກັບຄົນປັດຈຸບັນ ແລະເຮັດໃຫ້ຕັດສິນໃຈບອກເລີກຄົນເກົ່າໃນທີ່ສຸດ ຍິ່ງຄົບຍິ່ງເບິ່ງບໍ່ເຫັນອານາຄົດ ເບິ່ງຄືຄວາມສໍາພັນທີ່ເປັນຢູ່ເປັນການຄົບຜ່ານໆໄປໃນແຕ່ລະມື້ ບໍ່ເຫັນອານາຄົດຮ່ວມກັນ ຄິດພາບບໍ່ອອກວ່າແຕ່ງງານໄປຈະເປັນແນວໃດ …

Read More »

ຈົນບໍ່ຈື່! ແພນດ້າ ຝົນນະພາ ດຽວນີ້ເຊັກຊີ້ຂຶ້ນເປັນກອງ!

ມາສ່ອງ! ສາວ ແພນດ້າ ຝົນນະພາ ໄຕມະນີ ເນັດໄອດໍ້ສາວລາວອີກໜຶ່ງຄົນ ສາວລາວທີ່ໄດ້ສາຍາວ່າມີສະຕາຍຄ້າຍກັບສາວເກົາຫລີທັງໜ້າຕາ ແລະ ຜິວພັນ, ດຽວນີ້ ແພນດ້າ ມີຄວາມເຊັກຊີ່ຂຶ້ນຕາມໄວອາຍຸ ສັງເກດໄດ້ຕາມອິນສະຕາແກຼມຂອງນາງ ຫຼ້າສຸດ ແພນດ້າ ໄປທ່ອງທ່ຽວທີ່ ພູເກັດ (ປະເທດໄທ) ແຖມນຸ່ງຊຸດລອຍນໍ້າ ໂຊຜິວພັນ ແລະ ຮູບຮ່າງທີ່ງາມຂອງນາງ ເບິ່ງແລ້ວໜ້າຮັກ ແລະ ເຊັກຊີ່ຫຼາຍໆ… ສຳລັບ ແພນດ້າ ຝົນນະພາ ອາຍຸ 22 ປີ ປັດຈຸບັນກຳລັງສຶກສາຢູ່ທີ່ ສ.ເກົາຫລີ ດ້ານການອອກແບບສື່ສິ່ງພິມ ແລະ ແພນດ້າ ຍັງມີຍອດຟໍໂລ່ໃນອິນສະຕາແກຼມເປັນຈຳນວນຫຼາຍ ເພາະນາງມີຄວາມໜ້າຮັກ ໄລ້ສະຕາຍ ການຖ່າຍຮູບທີ່ບໍ່ຄືໃຜ, ຜ່ານມາ ແພນດ້າ ກໍມີຜົນງານໃນວົງການບັນເທີງເຮົາທັງຖ່າຍປະຕິທິນ ຖ່າຍແບບວາລະສານ ແຕ່ດ້ວຍແພນດ້າຕ້ອງໄປສຶກສາຕໍ່ຈຶ່ງຫ່າງຫາຍວຽກໃນວົງການບັນເທີງໄປກ່ອນ. ຮູບພາບ: panda_f5

Read More »

ມາຮູ້ຈັກກັບ!!! ນັກກິລາເພາະກາຍຍິງລຸ້ນບຸກເບີກ ທີ່ໄປສ້າງຊື່ສຽງໃຫ້ກັບປະເທດເຮົາ!!!

ຄໍລໍາ: Specail Scoop ມາຮູ້ຈັກກັບ!!! ນັກກິລາເພາະກາຍຍິງລຸ້ນບຸກເບີກ ທີ່ໄປສ້າງຊື່ສຽງໃຫ້ກັບປະເທດເຮົາ!!! ກິລາເພາະກາຍ ເປັນກິລາຊະນິດໜຶ່ງທີ່ນັກກິລາຕ້ອງແຂ່ງຂັນກັນພັດທະນາກ້າມເນື້ອ ດ້ວຍການອອກກຳລັງກາຍ ເພີ່ມປະລິມານອາຫານ ແລະການພັກຜ່ອນ ເຊິ່ງກວ່າຈະໄດ້ກ້າມເນື້ອງາມໆ ໄປຢືນອວດຄະນະກຳມະການເທິງເວທີໄດ້ນັ້ນ ຕ້ອງອາໄສວິໄນ ຄວາມອົດທົນ ແລະພະຍາຍາມຢ່າງໜັກໜ່ວງ ໂດຍສະເພາະ ເມື່ອນັກເພາະກາຍນັ້ນ ແມ່ນແມ່ຍິງລາວແລ້ວ ໂອ້ ຍິ່ງບໍ່ທຳມະດາເລີຍແມ່ນບໍ່?? ສະນັ້ນ ສໍາລັບຄໍລໍ່າພິເສດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເຮົາກໍຈະມາແນະນຳສາວໆຂວັນໃຈໃຫ້ຮູ້ຈັກກັບ 3 ສາວນັກກິລາເພາະກາຍຍິງລຸ້ນທຳອິດຂອງລາວ ທີ່ໄປສອຍລາງວັນເພາະກາຍຢູ່ເວທີຕ່າງຊາດມາແລ້ວ!!! ທິບພາວັນ ເພັງສະຫວັນ (Trainer Feuang) ສາວໜ້າຫວານ ທີ່ມາພ້ອມກັບຫຸ່ນແໜ້ນໆ ທີ່ສາມາດເອົາຊະນະໃຈຕົວເອງຍ້ອນຄວາມບໍ່ມັກການປະກວດ ຫັນມາປະກວດຍ້ອນຄວາມມັກໃນການອອກກໍາລັງກາຍ ຈົນກ້າທີ່ຈະກ້າວຂຶ້ນເວທີການປະກວດມາແລ້ວຫຼາຍເວທີ ຍ້ອນຄະຕິປະຈໍາໃຈທີ່ວ່າ “ຖ້າເຈົ້າກ້າອອກຈາກຄວາມຢ້ານ … ເຈົ້າຈະພົບກັບໂລກໃໝ່ທີ່ດີກວ່າ” ກິນນາລອນ ນັນທິລາດ (Trainer Tom) ສາວຮ່າງນ້ອຍແຕ່ບໍ່ທໍາມະດາ ເພາະນາງເປັນແມ່ຍິງຄົນທຳອິດ ທີ່ຄວ້າຕຳແໜ່ງຊະນະເລີດ ໃນງານມິສເຕີລາວ 2017 (Mr. …

Read More »

ລູກນໍ້າ ທິດາລັດ ກັບມາແລ້ວຫຼັງຈາກໄປປະຕິບັດທຳ ພ້ອມຫອບຂອງຂວັນອວຍພອນປີໃໝ່!!!

ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງສາວຊື່ດັງ ກັບມາແລ້ວຫຼັງຈາກໂພສປະກາດທາງເຟສບຸກສ່ວນຕົວວ່ານາງຈະເດີນທາງໄປປະຕິບັດທຳ ຕັ້ງແຕ່ວັນທີ 27 ທັນວາ 2017  ແລະ ງົດສື່ໂຊຊ່ຽວທຸກຊ່ອງ ເປັນເວລາ 10 ມື້ ເພື່ອຖືສິນ 8, ຫຼ້າສຸດ ລູກນໍ້າ ທິດາລັດ ນາງກັບມາແລ້ວ ພ້ອມໂພສທຳນອງ ເອົາບຸນມາຝາກມາຕ້ອນທຸກໆຄົນ ແລະ ຍັງເດີນສາຍຫອບຂອງຂວັນອວຍພອນປີໃໝ່ແກ່ຜູ້ໃຫ່ຍໃນວົງການ ທີ່ໃຫ້ການສະໜັບສະໜູນນາງ. ເອົ້າໆ… ສາວ ລູກນໍ້າ ທິດາລັດ ໜ້າຮັກ ໃຈບຸນ ແຖມກະຕັນຍູແບບນີ້ ບໍ່ໃຫ້ຜູ້ໃຫ່ຍ ແລະ ແຟນໆຮັກໄດ້ແນວໃດວ່າບໍ່? (ອິອິ)  #ໜ້າຮັກປານນີ້ແຊຣໄປເປັນກຳລັງໃຈໃຫ້ສາວລູກນໍ້າແດ່ໄວໆ ຮູບພາບ: Louknum Vongsili  

Read More »