Breaking News

Home

ແຟຼຊັ່ນຮັບໜ້າຮ້ອນ ສຸດສ້າງສັນຂອງ ກີກີ່ຈູໂນ່ ນາງຟ້າບ້ານນາ

ຕ້ອນຮັບໜ້າຮ້ອນດ້ວຍແຟຼຊັ່ນສຸດສ້າງສັນ ສຳລັບ ກີ່ກີ່ຈູໂນ່ ນາງຟ້າບ້ານນາ ເນັດໄອດໍ້ຄົນດັງຂອງປະເທດເພື່ອນບ້ານ ງານນີ້ຕ້ອງບອກກ່ອນເລີຍວ່າອິນເນີຂອງແກ້ງນາງຟ້າມາເຕັມອີ່ຫລີ ຈັດໜັກກັນເທີງລັນເວກາງທົ່ງນາ ແລະ ແມ່ນໍ້າລຳຄອງ ຈົນປະສົມຄວາມເປັນແຟຼຊັ່ນ ແລະ ກິນອາຍຂອງສະເໜ່ທ້ອງຖິ່ນໄວ້ໄດ້ຢ່າງລົງໂຕ (ຕົບມືຊົມເຊີຍໃຫ້ເລີຍ). ທີ່ມາ: https://women.mthai.com/fashion/star-dress/341382.html

Read More »

ຕຳແໜ່ງ ມີສແກຣນລາວ ປະຈຳປີ 2018 ນີ້ຈະແມ່ນໃຜນໍ? (ເລືອກບໍ່ຖືກກັນເລີຍງານນີ້)

ຕຳແໜ່ງ ມີສແກຣນລາວ ປະຈຳປີ 2018 ນີ້ຈະແມ່ນໃຜນໍ? ຫຼ້າສຸດທາງກອງປະກວດເພິ່ນກໍໄດ້ເປີດເຜີຍ 12 ສາວງາມທີ່ຜ່ານເຂົ້າຮອບສຸດທ້າຍໃນການປະກວດ  ມີສແກຣນລາວ ປະຈຳປີ 2018  ເຊິ່ງແຕ່ລະສາວງາມກໍຂໍບອກເລີຍວ່າ ງາມສຸດໆ (ເລືອກບໍ່ຖືກກັນເລີຍງານນີ້). ລອງມາເບິ່ງທັງ 12 ສາວງາມຜູ້ຜ່ານເຂົ້າຮອບ ມີສແກຣນລາວ  ໃນປີນີ້ ແລະ ຈະປະກາດຜົນໃນຮອບຕັດສິນໃນວັນທີ 24 ມີນາ 2018 ນີ້ ຢ່າລືມເປັນກຳລັງໃຈໃຫ້ນ້ອງໆນາງສາວຜູ້ເຂົ້າປະກວດທັງ 12 ນາງສາວແດ່ເດີ້ ຮັກໃຜ ເຊຍໃຜ ກົດໄລ້ ກົດແຊຣເລີຍ!!! ຂໍຂອບໃຈຮູບພາບ: MISS GRAND LAOS ມີສແກຣນລາວ

Read More »

ປະກົດການໃໝ່ຂອງລາຍການບ້ານເຮົາ “ຝຣັ່ງພັນລາວ” ລາຍການທີ່ຫຼາຍຄົນຖ້າເບິ່ງ!!!

ມາແລ້ວ! ຕົວຢ່າງລາຍການ “ຝຣັ່ງພັນລາວ” ລາຍການທີ່ແຟນໆຫຼາຍໆທ່ານຕ່າງໃຈຈົດໃຈຈໍ່ລໍຖ້າເບິ່ງ ເພາະລາຍການນີ້ມີຄວາມພິເສດຫຼາຍ ເພາະມີຜູ້ດຳເນີນລາຍການເປັນຊາວຕ່າງຊາດທີ່ເວົ້າສຳນຽງພາສາລາວໄດ້ຢ່າງຈະແຈ້ງ ແລະ ມີເອກະລັກສະເພາະຕົວ ນາມວ່າ Jeppe Bauer Carlsen ເປັນຄົນສັນຊາດ ເດັນມາກ ຫຼື ເອີ້ນງ່າຍໆວ່າ ອ້າຍ ເຈຟພີ້ ເຊິ່ງເພິ່ນເປັນຝຣັ່ງທີ່ອາໃສໃນປະເທດລາວເຮົາມາຫຼາຍປີ  ມີຄວາມຮັກ ແລະ ຜູກພັນກັບການດຳລົງຊີວິດ ຮີດຄອງປະເພນີຂອງລາວເຮົາ. Falang ພັນລາວ ເປີດປາກົດການໃໝ່ຂອງລາຍການລາວເຮົາ ຝຣັ່ງເວົ້າລາວຈັດລາຍການຮຽນຮູ້ວິຖີຊີວິດຂອງປະເທດລາວບອກເລີຍ ຝຣັ່ງຄົນນີ້ເວົ້າລາວໄດ້ແຈ້ງຫຼາຍ ຢ່າລືມຕິດຕາມລາຍການນີ້ໄດ້ທີ Fanpage : Falang ພັນລາວ โพสต์โดย Clip Ded Clip Dung – ຄລິບເດັດ ຄລິບດັງ บน 12 มีนาคม 2018   ແລະ ນີ້ຖືເປັນປາກົດການໃໝ່ຂອງລາຍການລາວເຮົາ ມີຝຣັ່ງເວົ້າລາວມາດຳເນີນລາຍການບອກເລີຍວ່າຝຣັ່ງຄົນນີ້ເວົ້າລາວໄດ້ແຈ້ງ ແລະ ໜ້າຮັກຫຼາຍໆ, ຢ່າລືມຕິດຕາມລາຍການ  “ຝຣັ່ງພັນລາວ” …

Read More »

Bosch ຂະຫຍາຍສາຂາໃໝ່… ໃຫ້ລາວເປັນສູນກາງທີ່ 9 ຂອງປະເທດໃນອາຊີຕາເວັນອອກສຽງໃຕ້….

ພິທີຖະແຫຼງຂ່າວ ຂະຫຍາຍສາຂາໃໝ່ ຂອງບໍລິສັດ Bosch ໃນຕອນແລງຂອງວັນທີ 12 ມີນາ 2018 ບໍລິສັດ Bosch ໄດ້ຈັດພິທີຖະແຫຼງຂ່າວ ຂະຫຍາຍສາຂາໃໝ່ ດ້ວຍການເປີດສູນກາງທຸລະກິດໃໝ່ ສົ່ງເສີມການຖ່າຍທອດຄວາມຮູ້ ແລະ ການຊ່ວຍພັດທະນາເສດຖະກິດ-ສັງຄົມຂອງຊາດ ຢູ່ທີ່ທະນາຄານ ANZ ກົງກັນຂ້າມກັບຕະຫຼາດເຊົ້າມໍ. ໂດຍການເປັນປະທານຂອງທ່ານ ເຢນສ ລຸກເກນແຮມ ເອກອັກຄະລັດຖະທູດ ເຢຍລະມັນປະຈໍາ ສປປ. ລາວ, ທ່ານ Peter Tyroller ສະມາຊິກສະພາຜູ້ບໍລິຫານ Bosch, ທ່ານ ບຸນສີ ດວງສະຫວັນ ຮອງຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ Martin Hayes ປະທານບໍລິສັດ Bosch ປະຈໍາພາກພື້ນອາຊີອາເວັນອອກສ່ຽງໃຕ້, ທ່ານ ອົງເຢ ເດິ ຢົງ ຜູ້ບໍລິຫານໃຫຍ່ ບໍລິສັດ …

Read More »

ງາມໄປອີກແບບ! ນູ່ນີ່ ກຸມພົນພັກດີ ມາລຸກນີ້ຈົນເກືອບບໍ່ຈື່?

ເຄີຍເຫັນແຕ່ ສາວ ນູ່ນີ່ ກຸມພົນພັກດີ ເນັດໄອດໍ້ຄົນດັງ ເພິ່ນແຕ່ງກາຍໃນແບບທົ່ວໆໄປທັງແບບສະບັບແມ່ຍິງລາວ ແລະ ຊຸດແຟຼຊັ່ນຕາມສະໄໝທົ່ວໄປ ແຕ່ຫຼ້າສຸດນາງກໍໄດ້ມີໂອກາດແຕ່ງກາຍແບບສາວໄທຍ້ອນຍຸກ ເຊິ່ງເປັນຊຸດລູກໄມ້ສີຂາວ-ບົວ ແບບແມ່ຍິງໄທໃນສະໄໝກ່ອນ ເຊິ່ງເບິ່ງແລ້ວກໍແປກຕາໄປແດ່…ແຕ່ກໍງາມໄປອີກແບບ ຈົນເກືອບບໍ່ຈື່ພຸ້ນລະ, ໂດຍການແຕ່ງກາຍແບບແມ່ຍິງໄທໃນເທື່ອນີ້ແມ່ນ ສາວ ນູ່ນີ່ ເພິ່ນໄດ້ນຸ່ງເພື່ອຖ່າຍທຳລາຍການທີ່ເພິ່ນໄດ້ເປັນພິທີກອນຢູ່ທີ່ຝັ່ງປະເທດເພື່ອນບ້ານນັ້ນເອງ. ແລະ ຍັງມີຮູບພາບຂອງສາວ ນູ່ນີ່ ມາຝາກແຟນໆນຳເດີ້!!! ຂໍຂອບໃຈຮູບພາບຈາກ: FB/Noony Koumphonphakdee

Read More »