Breaking News

Home

ດີເກີນໄປກໍບໍ່ດີ!!! 8 ເລື່ອງທີ່ບົ່ງບອກວ່າ ເຈົ້າເປັນຄົນດີເກີນໄປ

ດີເກີນໄປກໍບໍ່ດີ!!! 8 ເລື່ອງທີ່ບົ່ງບອກວ່າ ເຈົ້າເປັນຄົນດີເກີນໄປ ຟັງຫົວຂໍ້ແລ້ວອາດຈະຟັງແປກໆເນາະສາວໆ ແຕ່ການທີ່ເປັນຄົນດີເກີນໄປ ຜົນຕອບຮັບມັນກໍບໍ່ໄດ້ດີຄືທີ່ເຮົາຄິດໄວ້ສະເໝີໄປ ການກະທໍາບາງຢ່າງອາດຈະເຮັດໃຫ້ເຈົ້າເປັນທຸກໂດຍບໍ່ຮູ້ຕົວ!!!​ ແລະນີ້ຄື 8 ເລື່ອງທີ່ບົ່ງບອກວ່າເຈົ້າເປັນຄົນດີເກີນໄປ… ເຈົ້າຂໍໂທດໄວ ຫຼາຍໆໆໆ ເຈົ້າ!!! ຮັບຜິດທຸກຢ່າງ ແມ່ນແຕ່ຄໍາຫຍາບຄາຍ ແລະຄວາມຜິດຂອງຄົນອື່ນ ເຖິງວ່າການກະທໍານັ້ນເຈົ້າບໍ່ໄດ້ເປັນຄົນຜິດກໍຕາມື ແຕ່ເຈົ້າຈະແຄຄວາມຮູ້ສຶກຂອງອີກຝ່າຍຫຼາຍ ຈົນຍອມຮັບຜິດທຸກຢ່າງເອງ ເຈົ້າ! ອ່ອນໄຫວກັບຄວາມຮູ້ສຶກຂອງຄົນອື່ນ ຫຼາຍເກີນໄປ ຄົນເອີ້ນຊື່ເຈົ້າຜິດ ຫຼືເສີບອາຫານຜິດເມນູ ເຈົ້າຈະບໍ່ແກ້ໄຂ ຫຼືຂໍປ່ຽນຈານ ເພາະຢ້ານວ່າຈະທໍາຮ້າຍຄວາມຮູ້ສຶກພວກເຂົາ ອັນນີ້ກໍດີເກີນໄປເດີ້ສາວໆ ເຈົ້າ! ສົນແຕ່ວ່າຄົນອື່ນຈະມີຄວາມສຸກ ຫຼືບໍ່? ເຈົ້າຍອມທີ່ຈະກົ້ມລ້າງຈານໃນເຮືອນຄົວທັ້ງທີ່ເປັນງານ Party ຂອງຕົວເອງ ຫຼືບໍ່ກະແລ່ນເສີບນໍ້າ ເສີບອາຫານໃຫ້ແຂກຢ່າງວຸ່ນວາຍຈົນຕົວເອງບໍ່ໄດ້ມີເວລາມ່ວນເລີຍ ນັ້ນຄືເຮົາສົນໃຈແຕ່ວ່າຄົນອື່ນຈະມີຄວາມສຸກ ຫຼືບໍ່ ຈົນລືມຖາມຕົວເອງວ່າເຈົ້າມີຄວາມສຸກ ຫຼືບໍ່? ເຈົ້າ! ຫຼົງເຊື່ອພວກ “ຕໍແຫຼ” ງ່າຍໆ ເຈົ້າ! ເຫັນຄວາມດີຂອງຄົນອື່ນງ່າຍ ແຕ່ບໍ່ເຄີຍເຫັນຄວາມຊົ່ວໃນຕົວເຂົາເລີຍ ໃຫ້ມາບີບນໍ້າຕາໃຫ້ເຫັນໜ້ອຍໜຶ່ງກໍເຊື່ອເຂົາໄປໝົດແລ້ວ ບໍ່ມີໃຜຜິດໃນສາຍຕາເຈົ້າ …

Read More »

ຄັກຫຼາຍ! ສອງໜຸ່ມນັກສະແດງໜ້າໃສຈາກລາວ ຮ່ວມບວງສວງຮູບເງົາແນວສະຫຍອງຂວັນທີ່ປະເທດເພື່ອນບ້ານ!!!

ຄັກຫຼາຍ! ສອງໜຸ່ມນັກສະແດງໜ້າໃສຈາກລາວເຮົາ ໜຸ່ມ ກູ່ ແລະ ໜຸ່ມ ອ້າຍ ຮ່ວມບວງສວງຮູບເງົາແນວສະຫຍອງຂວັນເລື່ອງ “ສາບ ເຊື່ອງ ສົບ” ທີ່ປະເທດ ໄທ, ເຊິ່ງພິທິບວງສວງຮູບເງົາໄດ້ຈັດຂຶ້ນໃນວັນທີ 19 ທັນວາ 2017 ທີ່ຜ່ານມາ ແລະ ງານນີ້ສອງໜຸ່ມນັກສະແດງຈາກລາວຂອງເຮົາຍັງຈະໄດ້ສະແດງຮ່ວມກັບນັກສະແດງ ໄທ ອີກຫຼາຍທ່ານທີ່ມີຊື່ສຽງໂດ່ງດັງ ແລະ ຄວາມສາມາດອັດແໜ້ນ. ສຳລັບ ຮູບເງົາເລື່ອງ ສາບ ເຊື່ອງ ສົບ ເປັນຮູບເງົາແນວສະທ້ອນສັງຄົມ ບວກກັບຄວາມເຊື່ອເລື່ອງເໜືອທຳມະຊາດ ໜຸ່ມ ກູ່ ຮັບບົດສະແດງ ເປັນຄຳແພງ ແລະ ໜຸ່ມອ້າຍ ຮັບບົດສະແດງ ເປັນຄຳປັ່ນ ທັງ2 ຮັບບົດເປັນນັກທ່ອງທ່ຽວໜຸ່ມລາວ ທີ່ເຂົ້າໄປທ່ອງທ່ຽວໃນໄທ ແລ້ວພົບເຈິກັບເຫດການໂລກຈິດຂ້າສົບໄປເຊືອງ (ປະໂທ້!!! ພ໋ອດເລື່ອງຍັງເປັນຕາໜ້າຕິດຕາມແລ້ວວ່າບໍ່ແຟນໆ?) ຢ່າງໃດກໍຂໍກຳລັງໃຈຈາກຄົນລາວ ຕິດຕາມຜົນງານ ແລະ ໃຫ້ກຳລັງໃຈນັກສະແດງຈາກລາວເຮົາແດ່ເດີ້!!!   ທີ່ມາ: Tonkham modeling

Read More »

ລວມພາບຄວາມໜາວເຢັນຈົນເປັນນໍ້າແຂງ ໄລຍະນີ້ປະເທດລາວໜາວຫຼາຍ!!!

ເກັບຕົກຮູບພາບຄວາມໜາວເຢັນໃນໄລຍະນີ້ ປະເທດລາວ ເຮົາກຳລັງຢູ່ໃນຊ່ວງອຸນຫະພູມຫຼຸດລົງ ບາງແຂວງຫຼຸດລົງຫຼາຍເຖິງ 0 ອົງສາ ໂດຍສະເພາະຢູ່ຫຼາຍແຂວງທາງພາກເໜືອ ທີ່ຫຼຽວໄປທາງໃດກໍຈະເຈິແຕ່ນໍ້າໝອກ ນໍ້າຄ້າງ ພືດຜັກກາຍເປັນນໍ້າແຂງ ທັງສັດລ້ຽງກໍໜາວ ພໍ່ແມ່ປະຊາຊົນອີ່ດູຕົນກໍໄດ້ຫາເອົາຜ້າເອົາແພມາຕູ້ມໃຫ້ສັດລ້ຽງພໍຄາຍໜາວ. ຢ່າງໃດ ຂວັນໃຈ ເຮົາຂໍສະແດງຄວາມເປັນຫວ່ງໄປຫາພໍ່ແມ່ປະຊາຊົນຫຼາຍໆເດີ້ ຮັກສາສຸຂະພາບກັນແດ່!!! ທີ່ມາຮູບພາບ: Support Prime Minister Thongloun Sisoulith  

Read More »

Oh my got!! ເຜີຍ! ລາຍໄດ້ ແລະສະຫວັດດີການຂອງ 10 ສາຍການບິນດັງທົ່ວໂລກ… ບໍ່ແປກໃຈເລີຍທີ່ໃຜໆກໍຢາກເປັນແອ!!!

Oh my got!! Update ລາຍໄດ້ ແລະສະຫວັດດີການຂອງ 10 ສາຍການບິນດັງທົ່ວໂລກ!!! ບໍ່ແປກໃຈເລີຍທີ່ໃຜໆກໍຢາກເປັນແອ!!! ແອຮ໋ອດສະເຕດ ສະຈ໋ວດ ຄົງເປັນວຽກໃນຝັນຂອງໃຜຫຼາຍໆຄົນ ເພາະເປັນວຽກທີ່ງ່າຍ ຄ່າຕອບແທນສູງ ວ່າແຕ່ວ່າຄ່າຕອບແທນສູງທີ່ວ່ານັ້ນມັນເທົ່າໃດກັນນ່າ!!! ຖ້າຢາກຮູ້ຕ້ອງມາເບິ່ງກັນເລີຍ!!! ສາຍການບິນ ອາມິເຣດ ແອລາຍ (Emirate Airline) ສາຍການບິນ ອາມິເຣດ ແອລາຍ (Emirate Airline) ເປັນສາຍການບິນຈາກປະເທດສະຫະລັດອາຣັບອາມິເຣດ ໃຫ້ບໍລິການໄປຍັງ 87 ຈຸດໝາຍປາຍທາງໃນ 59 ປະເທດທົ່ວໂລກ ແລະຍັງໃຫ້ບໍລິການຂົນສົ່ງສິນຄ້າພາຍໃຕ້ຊື່ ອາມິເຣດ ສະກາຍຄາໂກ ໂດຍໃຫ້ບໍລິການຢູ່ທີ່ ມະໜາມບິນນານາຊາດ ດູໄບ້ ເຄື່ອງບິນຂອງ ອາມິເຣດແອລາຍ ເປັນເຄື່ອງບິນທີ່ຄ້ອນຂ້າງໃໝ່ ພະນັກງານໃຫ້ບໍລິການລູກຄ້າໄດ້ດີຫຼາຍ ບໍລິການຕ່າງໆເທິງເຄື່ອງບິນຄ້ອນຂ້າງດີ ສ່ວນເລື່ອງລາຄາປີ້ນັ້ນຄ້ອນຂ້າງຖືກ ເມື່ອທຽບກັບສາຍການບິນອື່ນໆ ແລະພະນັກງານຍັງສາມາດເວົ້າໄດ້ຫຼາຍພາສານໍາອີກ!!! ລາຍໄດ້ຕໍ່ເດືອນຂອງພະນັກງານຕ້ອນຮັບເທິງເຄື່ອງບິນຢູ່ທີ່ 20.000.000-27.500.000 ກີບ ຫຼື …

Read More »

ອົກຫັກບໍ່ຕາຍດອກ… ເສົ້າດົນໄປເຮັດຫຍັງ? ມາເບິ່ງເລື່ອງລາວດີໆທີ່ເຈົ້າຈະໄດ້ພົບຫຼັງຈາກ “ອົກຫັກ”

ເກີດມາເປັນຄົນທັງທີເຊື່ອວ່າໝູ່ເພື່ອນກໍຄົງຈະເຄີຍມີຄວາມຮັກ ບາງຄົນກໍມີຄວາມຮັກທີ່ຫວານຊື່ນ ກໍຂໍສະແດງຄວາມຍິນດີນຳຫຼາຍໆ ແຕ່ວ່າບາງຄົນກໍເຈິຮັກທີ່ບໍ່ຄ່ອຍສົມຫວັງ ຮັກພັງຊໍ້າໆຊາກໆ ທັງໆທີ່ບໍ່ຢາກໃຫ້ເປັນແຕ່ມັນກໍເກີດຂຶ້ນເລື້ອຍໆ ແຕ່ຈະເຮັດແນວໃດໄດ້ນໍ້ແນວຄົນມັນບໍ່ແມ່ນກໍຄືບໍ່ແມ່ນ, ດັ່ງນັ້ນ ໃນມື້ນີ້ເອົາໃຈໝູ່ເພື່ອນທີ່ມັກ ອົກຫັກ ຕະຫຼອດ… ເຜີແປັບດຽວອົກຫັກເປັນວ່າຫຼິ້ນ ອາການຂອງຄົນອົກຫັກແນ່ນອນເລີຍວ່າ ຕ້ອງມີຄວາມເສຍໃຈ ເສົ້າໃຈ ຮູ້ສຶກໝົດອາໄລຕາຍຢາກ ບໍ່ເປັນອັນກິນອັນນອນ ຈະເຮັດຫຍັງກໍຄິດຫາແຕ່ຄົນຮັກທີ່ເຂົາບໍ່ມີແມ້ແຕ່ຈະຫຼຽວກັບມາສົນໃຈເຮົາ, ໂອ່ຍ!!! ບໍ່ຕ້ອງເສຍໃຈໄປເດີ້ ມັນກໍເປັນເລື່ອງທຳມະດາຂອງຊີວິດມະນຸດເຮົາ ໃຫ້ຄິດສະວ່າມັນເປັນເກມຊີວິດເດີ້ ຊີວິດເຮົາຈະໄດ້ມີລົດຊາດຂຶ້ນ ລອງປັບຄວາມຄິດ ແລະ ເປີດໃຈຮັບສິ່ງໃໝ່ເຂົ້າມາ ແລະ ເຈົ້າຈະໄດ້ຮູ້ວ່າແທ້ໆແລ້ວ ຄວາມສຸກທີ່ແທ້ຈິງຢູ່ບໍ່ໄກຈາກເຮົາ 1. ຮັກຕົວເອງໃຫ້ເຕັມທີ່ ໄດ້ເວລາປ່ຽນແປງຕົວເອງອີກຄັ້ງ ຄົນເຮົາຄວນມີພັດທະນາການທີ່ດີຂຶ້ນເລື້ອຍໆ ໃນທຸກໆມື້ ບໍ່ວ່າຈະເປັນເລື່ອງຫຍັງກໍແລ້ວແຕ່ ຍິ່ງເມື່ອທີ່ເຮົາອົກຫັກ ການປ່ອຍໃຫ້ຕົວເອງຈົມຢູ່ກັບອະດີດທີ່ເຈັບປວດ ບໍ່ໄດ້ເຮັດໃຫ້ຫຍັງດີຂຶ້ນມາເລີຍ ແຕ່ການລຸກຂຶ້ນມາພົບເຈິກັບຄວາມເປັນຈິງຕ່າງຫາກລະທີ່ເຮັດໃຫ້ເຮົາດີຂຶ້ນ ຊ່ວງເວລານີ້ເປັນຊ່ວງທີ່ເໝາະສົມທີ່ສຸດທີ່ເຮົາຄວນຫັນກັບມາຮັກຕົວເອງ ຫຼື ຈະຊອກຫາຄວາມຮູ້ເພີ່ມເຕີມເຊັ່ນໄປຊອກຮຽນພາສາ ຮຽນຄອສອອນລາຍເພື່ອຕໍ່ຍອດເຮັດທຸລະກິດ ຫຼຶຈະຫາກິດຈະກຳເຮັດເຊັ່ນ ອອກກຳລັງກາຍ ຮ້ອງເພງ ເຕັ້ນ ຫຼຶ ເຮັດສິ່ງທີ່ເຮົາມັກໃຫ້ເຕັມທີ່ໄປເລີຍ 2. …

Read More »