Breaking News

Home

ເລີດຮ້າຍ! ຄຸນປະໂຫຍດດີໆຈາກ ນໍ້າໝາກພ້າວ ຂອງດີລາຄາບໍ່ແພງ!!!

ນ້ຳໝາກພ້າວ ປະໂຫຍດດີໆທີ່ທ່ານຍັງບໍ່ຮູ້!!! ຊ່ວຍຮັກສາອາການຂາດນ້ຳ ເມື່ອໃດທີ່ຮູ້ສຶກກະຫາຍນ້ຳ ຫຼື ຮ່າງກາຍຂາດນ້ຳນ້ຳໝາກພ້າວຈະໄປຊ່ວຍເຕີມນ້ຳ ແລະ ຊ່ວຍເພີ່ມເກືອແຮ່ໃຫ້ຮ່າງກາຍ. ນ້ຳໝາກພ້າວ ອຸດົມໄປດ້ວຍວິຕາມິນບີ1 ວິຕາມິນບີ2 ວິຕາມິນບີ3 ວິຕາມິນບີ6 ແຄວຊ່ຽມ ແມກນີຊ່ຽມ ຟອດຟໍຣັດ ໂພແທດຊ່ຽມ ທາດເຫຼັກ ມີກົດອະມິໂນ ແລະ ໂປຼຕີນທີ່ດີຕໍ່ຮ່າງກາຍອີກດ້ວຍ. ຊ່ວຍເສີມສ້າງຄໍລະເຈນໃຫ້ແກ່ຜິວພັນ ຊ່ວຍໃຫ້ຜິວພັນງາມ ສົດໃສ  ແລະ ສະລໍຄວາມຫ່ຽວແຫ້ງຂອງຜິວໜັງ. ຊ່ວຍບຳລຸງຮ່າງກາຍໃຫ້ແຂງແຮງ ເບິ່ງແຍງການຈະເລີນເຕີບໂຕການພັດທະນາຂອງຮ່າງກາຍ ແລະ ຊ່ວຍຫຼຸດພະຍາດທີ່ມັກມາກັບໄວຊະລາເຊັ່ນ: ຄວາມຈຳເຊື່ອມ (Alzheimer). ນ້ຳໝາກພ້າວ ຊ່ວຍຍ່ອຍອາຫານ. ຊ່ວຍບັນເທົາອາການເຈັບທ້ອງຈາກກະເພາະອາຫານອັກເສບ. ຊ່ວຍຂັບປັດສະວະ ແລະ ບັນເທົາອາການປັດສະວະອັກເສບ. ຊ່ວຍແກ້ເຈັບຕາມຂໍ້ກະດູກ ກິນນ້ຳໝາກພ້າວຈະຊ່ວຍຫຼຸດອາການເຈັບປວດຂໍ້ໄດ້. ຖ້າມີອາການ ວິນຫົວ ປວດຮາກ ຫຼື ເມົາຄ້າງ ສາມາດກິນນ້ຳໝາກພ້າວເພື່ອບັນເທົາອາການດັ່ງກ່າວໄດ້ເລີຍ. ນ້ຳໝາກພ້າວ 100 ກຼາມ ໃຫ້ພະລັງງານ …

Read More »

ແຟນຄລັບມີກຣີດໆໆໆ! ຢ່າຢ່າ ອຸຣັດສະຍາ ນັກສະແດງສາວຊື່ດັງຈາກເພື່ອນບ້ານ ເດີນທາງທ່ອງທ່ຽວປະເທດລາວ!!!

ແຟນຄລັບມີກຣີດໆໆໆ! ຢ່າຢ່າ ອຸຣັດສະຍາ ສະເປີເບີນ ນັກສະແດງສາວຊື່ດັງແຖວໜ້າຈາກເພື່ອນບ້ານ ເດີນທາງທ່ອງທ່ຽວປະເທດລາວ ໂດຍໃນວັນທີ 25 ທັນວາ 2017 ເຊິ່ງກົງກັງວັນ Christmas ຈຶ່ງໄດ້ມີເວລາວັນພັກ ແລະ ເດີນທາງມາຢ້ຽມຢາມເມືອງມໍລະດົກໂລກ ເຊິ່ງ ຢ່າຢ່າ ໄດ້ເຊັກອິນທີ່ ແຂວງ ຫຼວງພະບາງ ປະເທດລາວເຮົາ ແລະ ຍັງໄດ້ໂພສຮູບພາບໃສ່ບາດເຮັດບຸນຕັ້ງແຕ່ເຊົ້າມືດ ພ້ອມນຸ່ງຊຸດໄໝ ບຽງແພ ມາໃນຊຸດສີສົ້ມ ຕາມແບບຮີດຄອງປະເພນີລາວ ຢູ່ທີ່ຫຼວງພະບາງ ນອກຈາກນັ້ນຍັງມີໂອກາດໄດ້ຂີ່ລົດຈຳໂບ້ຂອງລາວເຮົາ ເຮັດໃຫ້ ຢ່າຢ່າ ມີຄວາມປະທັບໃຈປະເທດລາວເຮົາຫຼາຍທີ່ສຸດ. เอาบุญมาฝากนะคะ ?? #ผ้าซิ่นส๊มส้ม A post shared by Urassaya Sperbund (@urassayas) on Dec 25, 2017 at 7:32pm PST ພໍແຕ່ …

Read More »

ຕູນ Bodyslam ແລ່ນຮອດເສັ້ນໄຊແລ້ວ ຍອດເງິນບໍລິຈາກທະລຸພັນກວ່າລ້ານບາດ!!!

ຕູນ Bodyslam ແລະ ຄະນະກ້າວຄົນລະກ້າວ ບັນລຸຈຸດໝາຍ ແລ່ນຮອດເສັ້ນໄຊແລ້ວ ເຊິ່ງພວກເຂົາໄດ້ເແລ່ນຈາກພາກໃຕ້ສຸດຫາພາກເໜືອສຸດ (ປະເທດໄທ) ເຊິ່ງຍອດເງິນບໍລິຈາກເຫັນແລ້ວໜ້າເປັນທີ່ຍິນດີຫຼາຍ ລວມຍອດບໍລິຈາກຫຼາຍກວ່າ 1 ພັນກວ່າລ້ານບາດ . . . There is no finish line. Just new goals #breakthrough #break2191k . . . #ก้าว #ก้าวคนละก้าว #ก้าวนี้เพื่อหมอพยาบาลและเจ้าหน้าที่โรงพยาบาลทุกคน A post shared by Artiwara Kongmalai (@artiwara) on Dec 25, 2017 at 6:25pm PST ເປັນເວລາເກືອບ 2 ເດືອນ ທີ່ຄົນທັງໂລກໄດ້ເຫັນພາບ ນັກຮ້ອງຊື່ດັງ ຕູນ Bodyslam  ແລະ …

Read More »

25 Idea! ທ່າໂພສຖ່າຍຮູບກັບໝູ່ຮັກສຸດສະນິດ ແບບເກ໋ໆ ຊິດໆ ກັນໄປເລີຍຈ່າ!!! (ທ່ຽວແບບໂສດໆໂພສທ່າເກ໋ໆກັບໝູ່!!! ເຣີດໄປອີ໊ກກກ)

25 Idea! ທ່າໂພສຖ່າຍຮູບກັບໝູ່ຮັກສຸດສະນິດ ແບບເກ໋ໆ ຊິດໆ ກັນໄປເລີຍຈ່າ!!! ໂພສທ່າເກ໋ໆ ສໍາລັບຖ່າຍຮູບກັບໝູ່ຮັກ ໃກ້ຈະຮອດມື້ພັກຍາວກັນແລ້ວສາວໆ! ກັບເທສະການປີໃໝ່ສາກົນ ຫຼາຍຄົນກໍຄົງມີແຜນຢູ່ໃນຫົວ ຫຼືໄດ້ຕົກລົງກັບໝູ່ ກັບແຟນກັນໄວ້ແລ້ວວ່າຈະໄປທ່ຽວໃສແມ່ນບໍ່! ແຕ່ມື້ນີ້ Kuanjai ຢາກຈະມາເອົາໃຈຄົນໂສດເປັນພິເສດ ໂດຍສະເພາະໃຜທີ່ມີແຜນຈະທ່ຽວກັບໝູ່ຮັກຄົນສະນິດຢູ່ຟ້າວມາເບິ່ງກັນເລີຍ! ກັບທ່າໂພສເກ໋ໆເອົາໄວ້ອັບລົງ Social ໃຫ້ຄົນອິດສາບໍ່ໜ້ອຍໜ້າຄົນມີຄູ່!!! ເອົາເປັນວ່າຕອນນີ້ເຮົາໄປເບິ່ງກັນເລີຍດີກວ່າ!!! ທ່າມກາງສວນດອກໄວ້ 24. ຖ່າຍຮູເກ໋ ກາງເດີ່ນຫຍ້າ 23. ໝູ່ຮັກ… 22. ຮິບສຸດໆໆໆ 21. ໃນຫ້ອງນໍ້າຍັງເກ໋ 20. ຊິດໆ ຊິວໆ 19. ບ້າໆບໍໆທັງກຸ່ມ 18. ອີ່ຕົນຄົນທາງລຸ່ມແດ່!!! 17. ຈິບກາເຟແບບເທ່ໆ 16. ໄອສຄຼີມກະມາ!! 15. ສາຍໄໝກັບໝູ່ຄົນສະນິດ 14. ສອງນິ້ວສູ້! ສູ້ 13. ວິວງາມ! ຮູບດີ໋ດີ …

Read More »

12 ນິໄສຂອງໝູ່ທີ່ບໍ່ຄວນຄົບ!!! ເລີກກ່ອນຈະຖືກຫັກຫຼັງ!!!

12 ນິໄສຂອງໝູ່ທີ່ບໍ່ຄວນຄົບ!!! ເລີກກ່ອນຈະຖືກແທງທາງຫຼັງ!!! ໝູ່ ເປັນຄວາມສໍາພັນທີ່ມະຫັດສະຈັນ ເພາະຕ່າງຄົນຕ່າງມາຈາກຄົນລງ!ະຄອບຄົວ ແລະບໍ່ໄດ້ກ່ຽວພັນກັນທາງສາຍເລືອດເລີຍ ແຕ່ພັດມາຄົບກັນ ມາຮັກກັນ ການມີໝູ່ທີ່ດີຈຶ່ງປຽບດັ່ງການມີສົມບັດອັນລໍ້າຄ່າ ແຕ່ຖ້າເຈົ້າກໍາລັງຮູ້ສຶກອຶດອັດກັບການຄົບໝູ່ຈັກຄົນຢູ່ ເຈົ້າອາດຈະຕ້ອງລອງທົບທວນອີກຄັ້ງວ່າ ຄົນໆນັ້ນເຈົ້າສາມາດເອີ້ນວ່າໝູ່ໄດ້ ຫຼືບໍ່? ເພາະມື້ນີ້ Kuanjai ຈະມາບອກໃຫ້ຮູ້ຈັກກັບ 12 ລັກສະນະຂອງໝູ່ທີ່ບໍ່ຄວນຄົບມາໃຫ້ເຊັກກັນ! ຟ້າວໄປເຊັກໝູ່ຕົວເອງດ່ວນຈ່າ!!! ໝູ່ມັກຈົ່ມຂວັນ ໝູ່ທີ່ເຫັນໜ້າກັນຍາມໃດກໍເວົ້າແຕ່ເລື່ອງຂອງຄົນອື່ນໃຫ້ຟັງທຸກເທື່ອ ຍິ່ງເລື່ອງເສຍໆຫາຍໆ ຍິ່ງຈະເວົ້າເປັນພິເສດ ໝູ່ແບບນີ້ຄ້ອນຂ້າງເປັນຕາຢ້ານໃດ໋ ເພາະນອກຈາກຈະເຮັດໃຫ້ເຈົ້າເສຍສຸຂະພາບຈິດທີ່ຕ້ອງມານັ່ງຟັງເລື່ອງບໍ່ດີຂອງໃຜກໍບໍ່ຮູ້ຢູ່ໝົດມື້ ແລ້ວຍັງຄາດເດົາບໍ່ໄດ້ອີກວ່າ ໝູ່ຄົນນີ້ຈະເອົາເລື່ອງຂອງເຈົ້າໄປເວົ້າໃຫ້ໃຜຟັງອີກມື້ໃດ… ຢືມເງິນແລ້ວບໍ່ໃຊ້ຄືນ ເມື່ອເດືອດຮ້ອນມາຂໍຢືມເງິນ ແຕ່ຫຼັງຈາກນັ້ນກໍເຮັດທໍາທ່າເປັນບໍ່ມີຫຍັງເກີດຂຶ້ນ ເຖິງຈະເປັນເງິນເລັກໆນ້ອຍໆກໍຕາມ ບາງຄົນຖືກຕະຫຼອດກໍຍິ້ມບໍ່ອອກຄືກັນເດີ່! ເພາະນອກຈາກຕົວເຮົາຈະເດືອດຮ້ອນແລ້ວຍັງເສຍຄວາມຮູ້ສຶກນໍາອີກ ເພາະການທີ່ເຮົາໃຫ້ໃຜຈັກຄົນໜຶ່ງຢືມເງິນເຮົາໃຫ້ດ້ວຍຄວາມໄວ້ໃຈທັງນັ້ນ ສະໜັບສະໜູນໃຫ້ເຮົາເຮັດສິ່ງບໍ່ດີ ໝູ່ທີ່ດີຈະຕ້ອງຄອຍເຕືອນເມື່ອເຮົາເຮັດຜິດ ບໍ່ແມ່ນອີ່ຫຍັງກໍໄດ້ໝົດບໍ່ພໍຍັງຍຸແຍ່ໃຫ້ເຮົາເຮັດແນວບໍ່ດີເຊັ່ນ: ໝູ່ລົມຄົນທີ່ມີຄອບຄົວຢູ່ແລ້ວກໍສະໜັບສະໜູນໃຫ້ຍາດມາເລີຍ ຫຼືບອກວ່າດ້າມເທື່ອສອງເທື່ອບໍ່ເປັນຫຍັງດອກ! ໝູ່ແບບນີ້ຖ້າຄົບໄປດົນໆກໍຈະພາເຮົາເຮັດແຕ່ສິ່ງບໍ່ດີນັ້ນເອງ ເກັບຄວາມລັບບໍ່ຢູ່ ຄວາມໄວ້ໃຈເປັນສິ່ງສໍາຄັນ ເມື່ອເຮົາມອບໃຫ້ໃຜແລ້ວສະແດງວ່າຄົນໆນັ້ນມີຄວາມສໍາຄັນກັບເຮົາຫຼາຍ ຖ້າໝູ່ຂອງເຈົ້າມັກເອົາຄວາມລັບທີ່ເຈົ້າອຸດສາເລົ່າໃຫ້ຟັງໄປເວົ້າໃຫ້ຄົນອື່ນຟັງຕໍ່ ນີ້ຖືເປັນການທໍາລາຍຄວາມເຊື່ອໃຈທີ່ເຈົ້າມອບໃຫ້ ດັ່ງນັ້ນ ຖ້າມີໝູ່ທີ່ເກັບຄວາມລັບບໍ່ຢູ່ແບບນີ້ກໍຄວນຢູ່ຫ່າງໆໄວ້ຈະດີກວ່າ ມັກວະຈານທຸກໆຢ່າງໃນຕົວເຈົ້າ ໝູ່ແບບນີ້ຈະມີພະລັງງານລົບໃນຕົວຄ້ອນຂ້າງສູງຫຼາຍ …

Read More »