Breaking News

ເລີດຮ້າຍ! ຄຸນປະໂຫຍດດີໆຈາກ ນໍ້າໝາກພ້າວ ຂອງດີລາຄາບໍ່ແພງ!!!

ແບ່ງປັນ

ນ້ຳໝາກພ້າວ ປະໂຫຍດດີໆທີ່ທ່ານຍັງບໍ່ຮູ້!!!

  • ຊ່ວຍຮັກສາອາການຂາດນ້ຳ ເມື່ອໃດທີ່ຮູ້ສຶກກະຫາຍນ້ຳ ຫຼື ຮ່າງກາຍຂາດນ້ຳນ້ຳໝາກພ້າວຈະໄປຊ່ວຍເຕີມນ້ຳ ແລະ ຊ່ວຍເພີ່ມເກືອແຮ່ໃຫ້ຮ່າງກາຍ.
  • ນ້ຳໝາກພ້າວ ອຸດົມໄປດ້ວຍວິຕາມິນບີ1 ວິຕາມິນບີ2 ວິຕາມິນບີ3 ວິຕາມິນບີ6 ແຄວຊ່ຽມ ແມກນີຊ່ຽມ ຟອດຟໍຣັດ ໂພແທດຊ່ຽມ ທາດເຫຼັກ ມີກົດອະມິໂນ ແລະ ໂປຼຕີນທີ່ດີຕໍ່ຮ່າງກາຍອີກດ້ວຍ.
  • ຊ່ວຍເສີມສ້າງຄໍລະເຈນໃຫ້ແກ່ຜິວພັນ ຊ່ວຍໃຫ້ຜິວພັນງາມ ສົດໃສ  ແລະ ສະລໍຄວາມຫ່ຽວແຫ້ງຂອງຜິວໜັງ.
  • ຊ່ວຍບຳລຸງຮ່າງກາຍໃຫ້ແຂງແຮງ ເບິ່ງແຍງການຈະເລີນເຕີບໂຕການພັດທະນາຂອງຮ່າງກາຍ ແລະ ຊ່ວຍຫຼຸດພະຍາດທີ່ມັກມາກັບໄວຊະລາເຊັ່ນ: ຄວາມຈຳເຊື່ອມ (Alzheimer).

  • ນ້ຳໝາກພ້າວ ຊ່ວຍຍ່ອຍອາຫານ.
  • ຊ່ວຍບັນເທົາອາການເຈັບທ້ອງຈາກກະເພາະອາຫານອັກເສບ.
  • ຊ່ວຍຂັບປັດສະວະ ແລະ ບັນເທົາອາການປັດສະວະອັກເສບ.
  • ຊ່ວຍແກ້ເຈັບຕາມຂໍ້ກະດູກ ກິນນ້ຳໝາກພ້າວຈະຊ່ວຍຫຼຸດອາການເຈັບປວດຂໍ້ໄດ້.
  • ຖ້າມີອາການ ວິນຫົວ ປວດຮາກ ຫຼື ເມົາຄ້າງ ສາມາດກິນນ້ຳໝາກພ້າວເພື່ອບັນເທົາອາການດັ່ງກ່າວໄດ້ເລີຍ.

ນ້ຳໝາກພ້າວ 100 ກຼາມ ໃຫ້ພະລັງງານ 79 kcal , ດັ່ງນັ້ນຈຶ່ງເປັນອາຫານທີ່ມີພະລັງງານຕໍ່າ ແລະ ໃຫ້ຄວາມສົດຊື່ນໄດ້ດີ ແຕ່ສຳລັບທ່ານໃດທີ່ເປັນພະຍາດໜີ້ວໝາກໄຂ່ຫຼັງ ແລະ ພະຍາດເບົາຫວານ ຄວນປຶກສາແພດທີ່ຊ່ຽວຊານກ່ອນເພື່ອປະລິມານທີ່ເໝາະສົມແກ່ຮ່າງກາຍ ເພາະເຖິງຢ່າງໃດນ້ຳໝາກພ້າວກໍເປັນໝາກໄມ້ທີ່ມີທາດນ້ຳຕານສູງ.

 

ແບ່ງປັນ