Breaking News

Check ດ່ວນ! 5 ເຫດຜົນທີ່ຈະບອກວ່າ ເຈົ້າເໝາະທີ່ຈະເປັນ “ສາວໂສດ” ຫຼາຍກວ່າມີແຟນ!!!

ແບ່ງປັນ

Check ດ່ວນ! 5 ເຫດຜົນທີ່ຈະບອກວ່າ ເຈົ້າເໝາະທີ່ຈະເປັນ “ສາວໂສດ” ຫຼາຍກວ່າມີແຟນ!!!

Hello ສາວໆທຸກຄົນເດີ້! ກ່ອນອື່ນຂໍຖາມກ່ອນເລີຍວ່າ ພວກເຈົ້າເຄີຍຖາມຕົວເອງບໍ່ວ່າ ຕົກລົງຂ້ອຍເໝາະສົມທີ່ຈະຢູ່ເປັນໂສດຫຼາຍກວ່າ ເປັນຫຍັງມີແຟນແລ້ວມັນບໍ່ມີຄວາມສຸກ ຂ້ອຍກໍາລັງສູນເສຍຄວາມເປັນຕົວຂອງຕົວເອງໄປ ຫຼືບໍ່? ແລະອີກຫຼາກຫຼາຍຄໍາຖາມຕ່າງໆນາໆ ຖ້າຖາມແອັດນ່າ ບອກເລີຍວ່າເຄີຍຖາມຕົວເອງຕະຫຼອດດດ ຖ້າສາວໆເປັນຄືກັນ ຊັ້ນເຮົາລອງມາເບິ່ງເຫດຜົນ 5 ຂໍ້ທີ່ຈະໄຂຂໍ້ຂ້ອງໃຈກັນດີກວ່າ!!!

  1. ບໍ່ອິນກັບຄໍາຫວານໆ ຮູ້ສຶກປວດຮາກດ້ວຍຊໍ້າ

ໃຜກະໄດ້ຊ່ວຍໄປເວົ້າຄໍາຫວານໆໄກໆຂ້ອຍແດ່ ໄດ້ຍິນຮູ້ສຶກເຈັບຫົວ ຄື້ນໄສ້ ຄືຊິຮາກແຕກ! ຫາກສາວໆກໍາລັງປະສົບບັນຫາເຫຼົ່ານີ້ຢູ່ ແອັດຂໍຄອນເຟີມເລີຍວ່າ ສາວໆເປັນຄົນຮັກສຸຂະພາບ (ເພາະບໍ່ນິຍົມກິນຂອງຫວານ555) ບໍ່ແມ່ນລ່ະ ແຕ່ສາວໆກໍາລັງຮັກຊີວິດຕົວເອງຕ່າງຫາກ ປະມານວ່າຢູ່ແບບນີ້ຂ້ອຍກໍມີຄວາມສຸກດີ ບໍ່ຈໍາເປັນຕ້ອງຊອກໃຜມາເພີ່ມຄວາມຫວານໃຫ້ກັບຊີວິດ ພົບໃຜມາຢອດຄໍາຫວານຈັກໜ້ອຍກໍຮູ້ສຶກຂົນລຸກ ຂວັນສະຫຍອງໄປໝົດ!!!

  1. ໂລກນີ້ມີແຕ່ຂ້ອຍ ບໍ່ຢາກຫັນໄປເບິ່ງໃຜ

ບໍ່ໄດ້ຈະບອກວ່າສາວໆມີຄວາມເຫັນແກ່ຕົວເດີ່ ແຕ່ໝາຍເຖິງສາວໆມີໂລກສ່ວນຕົວສູງຕ່າງຫາກລ່ະ! ສາວໆຮັກການຢູ່ຄົນດຽວ ແລະຢາກຈະທຸ່ມເທເວລາໃຫ້ຕົວເອງ ຫຼາຍກວ່າແບ່ງເວລາສ່ວນຕົວໄປໃຫ້ຄົນອື່ນ ເຊິ່ງແນ່ນອນວ່າການມີແຟນຈະເຮັດໃຫ້ເວລາເຄິ່ງໜຶ່ງຂອງສາວໆຫາຍໄປ ສູນເສຍຄວາມເປັນສ່ວນຕົວ ສູນເສຍຄວາມເປັນຕົວເອງ ກໍວ່າລະເນາະ! ຊີວິດຂ້ອຍມີຫຍັງໃຫ້ເຮົາອີກຫຼາກຫຼາຍ ຖ້າໃຜຈະມາເປັນແຟນກໍຕ້ອງຍອມຮັບໃນຈຸດນີ້ໃຫ້ໄດ້ ບໍ່ຊັ້ນກະທາງໃຜທາງມັນ!

  1. ຕອນນີ້ກໍມີຄວາມສຸກ ບໍ່ຢາກທຸກດ້ວຍການມີແຟນ

ຖ້າສາວໆເບິ່ງວ່າຕອນນີ້ຂ້ອຍມີຄວາມສຸກດີ ບໍ່ຮູ້ສຶກຂາດ ຫຼືຕ້ອງການໃຜມາຕຶ່ມເຕັມຊີວິດ ນີ້ກໍເປັນອີກເຫດຜົນໜຶ່ງທີ່ບົ່ງບອກວ່າເຈົ້າເໝາະສົມທີ່ຈະຢູ່ເປັນ ໂສດ ຫຼາຍກວ່າມີແຟນ ເພາະມັນກໍບອກຢ່າງຊັດເຈນແລ້ວວ່າ ສາວໆສາມາດເບິ່ງແຍງຕົວເອງ ແລະໃຊ້ຊີວິດຢູ່ຄົນດຽວໄດ້ ບໍ່ເດືອດຮ້ອນຫຍັງ ແຖມຍັງມ່ວນກັບການໄດ້ເຮັດສິ່ງທີ່ຮັກ ແລະເປັນຕົວຂອງຕົວເອງແບບສຸດໆ ແມ່ນຫຍັງກໍມາຢຸດຂ້ອຍບໍ່ໄດ້!

  1. ເບື່ອຄົນມີຄູ່ບໍ່ຮູ້ເປັນຫຍັງ

ຄໍາວ່າ ເບື່ອ ກັບ ອິດສາ ມັນຕ່າງກັນເດີ້ສາວໆ ລອງພິຈາລະນາເບິ່ງດີໆວ່າເຈົ້າເປັນແບບໃດ? ແຕ່ຖ້າສາວໆເກີດມີຄວາມຮູ້ສຶກເບື່ອຄົນມີຄູ່ ເຫັນໃຜ Sweet ກັນກໍຕ້ອງຈົ່ມ ແລະຖອນຫາຍໃຈທຸກເທື່ອ ນັ້ນສະແດງວ່າເຈົ້າບໍ່ໄດ້ຢາກມີແຟນ!! ນາງເບິ່ງວ່າການມີແຟນມັນເປັນຫຍັງທີ່ໄຮ້ສາລະ ຕ້ອງຈູງມືກັນ ປ້ອນເຂົ້າ ເຊັດປາກ ເຊັດເຫື່ອ ໂອ໊ຍຍຍ!!! ຈໍາເປັນຫຼາຍບໍ່? ດັ່ງນັ້ນ! ການຢູ່ເປັນໂສດຈຶ່ງເປັນຫຍັງທີ່ເໝາະກັບພວກເຈົ້າ ເພາະຖ້າມີແຟນຈະເຮັດໃຫ້ລໍາຄານເອົາຊື່ໆ ທີ່ຕ້ອງມີຄົນມາຄອຍວຸ້ນວາຍໃນສິ່ງທີ່ນາງສາມາດເຮັດໄດ້ດີແລ້ວ!

  1. ຮັກອິດສະຫຼະ ຊະນະໃຈຕົວເອງພໍ

ທັງໝົດທັງມວນທີ່ກ່າວມາ ຈະມາກອງກັນຢູ່ທີ່ຂໍ້ນີ້! ເພາະຖ້າສາວໆເປັນຄົນຮັກອິດສະຫຼະ ບອກເລີຍວ່າການມີແຟນນັ້ນບໍ່ເໝາະສົມກັບນາງແນ່ນອນ! ຄົນທີ່ຮັກອິດສະຫຼະຈະມີຄວາມດື້ໃນຕົວສູງ ມັກຢູ່ຄົນດຽວ ໄປໃສມາໃດຄົນດຽວ ຮັກທີ່ຈະເຮັດໃນສິ່ງທີ່ຕົວເອງມັກແບບບໍ່ມີຂໍ້ຈໍາກັດ ເຊິ່ງແນ່ນອນວ່າການມີແຟນຈະມາຂັດຂວາງທຸກສິ່ງທຸກຢ່າງທີ່ກ່າວມາ ເນື່ອງຈາກພໍມີແຟນນາງກໍຕ້ອງແບ່ງເວລາໃຫ້ກັບແຟນ ໄປໃສກໍຕ້ອງໄປກັບແຟນ ຈະເຮັດຫຍັງກໍຕ້ອງໄດ້ຮັບການອະນຸມັດ ຫຼືຄິດເຖິງຄວາມຮູ້ສຶກຂອງແຟນຕະຫຼອດເຊິ່ງນັ້ນບໍ່ແມ່ນ Style ຂອງນາງ ການຖືກຈໍາກັດທັງທາງຄວາມຄິດ ແລະການກະທໍາ ຈະສົ່ງຜົນໃຫ້ນາງສູນເສຍຄວາມເປັນຕົວເອງ ການຢູ່ເປັນໂສດຈຶ່ງເປັນຄໍາຕອບທີ່ດີທີ່ສຸດຂອງນາງ!!!

ແບ່ງປັນ