ຊຶ້ງໃຈແທນ!!! ເມື່ອກັບຕັນເຊີໄພ້ຜູ້ໂດຍສານທີ່ເປັນຄອບຄົວຂອງຕົນເອງໃນວັນ Christmas ຊາວເນັດແຫ່ຊື່ນຊົມ ແລະປະທັບໃຈແທນເມື່ອກັບຕັນແຫ່ງສາຍການບິນ Philippine Airline ໄດ້ໂພສຄຼີບເຊີໄພຜູ້ໂດຍສານທີ່ເປັນຄອບຄົວຂອງຕົນເອງ ດ້ວຍຊໍ່ດອກກຸຫຼາບສີແດງສຸດພິເສດໃຫ້ແກ່ແມ່ ພ້ອມທັງກອຢ່າງອົບອຸ່ນ (ເຫດການນີ້ເກີດຂຶ້ນໃນວັນຈັນທີ 18 ທັນວາ 2017 ທີ່ຜ່ານມາ) ໂດຍຄຼິບດັ່ງກ່າວແມ່ນ ກັບຕັນ “Juan Paulo Fermin” ໄດ້ໂພສລົງໃນ Facebook ສ່ວນຕົວທີ່ຊື່ວ່າ “Juan Paulo Fermin” ແລະໄດ້ຂຽນຂໍ້ຄວາມເທິງຄຼິບທີ່ມີຄວາມໝາຍວ່າ “ຂ້ອຍພາກພູມໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງໃນການພາຜູ້ໂດຍສານກັບບ້ານໃນວັນ Christmas ນີ້, ປີນີ້ເປັນປີທີ່ວິເສດຫຼາຍສໍາລັບຂ້ອຍ ເປັນປີທີ່ຄວາມຝັນໄດ້ປ່ຽນເປັນຄວາມຈິງ ຂໍຂອບໃຈສາຍການບິນ ຟິລິບປີນ ສໍາລັບໂອກາດອັນປະທັບໃຈນີ້” ເຊິ່ງຫຼັງຈາກໂພສດັ່ງກ່າວໄດ້ຖືກເຜີຍແຜ່ອອກໄປ ກໍມີຊາວເນັດແຫ່ຊື່ນຊົມ ແລະກົດໄລ້ ແຊຣ ເປັນຈໍານວນຫຼວງຫຼາຍ!!! ສ່ວນວ່າຈະໜ້າປະທັບໃຈຂະໜາດໃດນັ້ນ ເຮົາໄປເບິ່ງພ້ອມກັນເລີຍ It’s interesting how dreams take form – …
Read More »Home
ສະຫຼອງວິວາຫວານ ມາກີ້ ແລະ ປ໋ອກ ໝູ່ເພື່ອນໃນວົງການຮ່ວມສະແດງຄວາມຍິນດີ!!!
ມາກີ້ ຣາສີ ນັກສະແດງສາວຊື່ດັງຂອງປະເທດເພື່ອນບ້ານ ແລະ ຫວານໃຈ ປ໋ອກ ພັດສະກອນ ຫຼັງຈາກທີ່ຈູງມືກັນເຂົ້າພິທີວິວາໃນວັນທີ 8 ທັນວາ ທີ່ຜ່ານມາ, ຫຼ້າສຸດກໍ ໄດ້ຈັດພິທີສະຫຼອງມົງຄຸນສົມຣົດກັນຢ່າງຍິ່ງໃຫ່ຍ ແລະ ເຕັມໄປດ້ວຍຄວາມຫວານຊື່ນ ໃນວັນທີ 24 ທັນວາ 2017 ທີ່ຜ່ານມາ, ເຊິ່ງບັນຍາກາດພາຍໃນງານນີ້ເຕັມໄປດ້ວຍຄວາມຫວານຊື່ນ ນອກຈາກນັ້ນຍັງມີໝູ່ເພື່ອນ ອ້າຍ ເອື້ອຍ ນ້ອງ ຮ່ວມວົງການມາຮ່ວມສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ, ຢ່າງໃດກໍຂໍສະແດງຄວາມຍິນດີນຳຫຼາຍໆເດີ້!!! ທີ່ມາ: #margiepokthewedding
Read More »ເດັກລາວສຸດຍອດ! ແຈັກກີ້ ໂຊພະລັງສຽງຂັ້ນເທບເອົາຊະນະຄູ່ຕໍ່ສູ້ ຜ່ານເຂົ້າຮອບຕໍ່ໄປໃນ The Voice Thailand
ສະແດງຄວາມຍິນດີ…ກັບ ແຈັກກີ້ ໄຊປະເສີດ ພົມມະວົງໄຊ ທີ່ໄປສ້າງສຽງຮຶຮາ ໂດຍໄດ້ມີໂອກາດໄປແຂ່ງຂັນຮ້ອງເພງໃນລາຍການດັງຂອງປະເທດເພື່ອນບ້ານ The Voice Thailand Season 6 ເຊິ່ງກ່ອນໜ້ານີ້ກໍສ້າງສຽງຮຶຮາໄປແລ້ວໃນຊ່ວງຕົ້ນເດືອນ ທັນວາ ທີ່ຜ່ານມາ ເພາະ ແຈັກກີ້ ໄດ້ສ້າງປະກົດການຜ່ານເຂົ້າໃນຮອບ Blind Auditions ມາແລ້ວ ແລະ ຫຼ້າສຸດ ວັນທີ 24 ທັນວາ 2017 ກໍສ້າງປະກົດການໃຫ້ແຟນໆທັງ ລາວ ແລະ ໄທ ໄດ້ກຣີດໆໆໆ… ກັນສະໜັ່ນນັ້ນກໍຄື ແຈັກກີ້ ໄດ້ແຂ່ງຂັນໃນຮອບ Knock Out ແລະ ກໍສາມາດເອົາຊະນະຄູ່ຕໍ່ສູ້ໂດຍການໂຊພະລັງສຽງຂັ້ນເທບ ແລະ ເອົາຊະນະໄປໄດ້ຢ່າງງົດງາມ. ສຳລັບ ການແຂ່ງຂັນໃນຮອບ Knock Out ນີ້ ແຈັກກີ້ ໜຸ່ມລາວເຮົາກໍໄດ້ແຂ່ງຂັນກັບ ມ່ອນ ໜຸ່ມຈາກປະເທດເພື່ອນບ້ານສຸດແນວ ໂດຍ ແຈັກກີ້ໃຊ້ບົດເພງ “ເກືອບ” ເຂົ້າໃນການແຂ່ງຂັນ …
Read More »ເອົາໃຈຄົນຂີ້ຄ້ານອາບນໍ້າສຸດໆ! 6 ຂໍ້ດີທີ່ນັກວິທະຍາສາດບອກ “ບໍ່ຕ້ອງອາບນໍ້າ” ທຸກມື້ກໍໄດ້!!! ໃຜບອກສົກກະປົກ… ຖຽງສຸດໃຈຈ່າ!
ເອົາໃຈຄົນຂີ້ຄ້ານອາບນໍ້າສຸດໆ! 6 ຂໍ້ດີທີ່ນັກວິທະຍາສາດບອກ “ບໍ່ຕ້ອງອາບນໍ້າ” ທຸກມື້ກໍໄດ້!!! ໃຜບອກສົກກະປົກ… ຖຽງສຸດໃຈຈ່າ! ການອາບນໍ້າດຸໆອາດຈະສົ່ງຜົນເສຍຫຼາຍກວ່າຜົນດີ ມາເບິ່ງກັນວ່າ 6 ຂໍ້ດີຂອງການບໍ່ອາຍນໍ້າທຸກມື້ມີຫຍັງແດ່? ເລື່ອງ ການອາບນໍ້າ ຫຼາຍຄົນອາດເບິ່ງວ່າເປັນເລື່ອງຂອງການຮັກສາຄວາມສະອາດ ໃຜທີ່ບໍ່ມັກອາບນໍ້າຈະຖືກເບິ່ງວ່າເປັນພວກສົກກະປົກ ໂດຍສະເພາະແມ່ຍິງຢ່າງເຮົາໆ ທີ່ຈະຖືກຕັດສິນໄປນໍາວ່າບໍ່ຮູ້ຈັກເບິ່ງແຍງຕົວເອງ… ແຕ່ມື້ນີ້ Kuanjai ມີຂໍ້ມູນເດັດໆ ມາໃຫ້ສໍາລັບສາວໆທີ່ບໍ່ມັກອາບນໍ້າໂດຍສະເພາະ ເພາະວ່າຄວາມຈິງແລ້ວນັກວິທະຍາສາດເຂົາບອກມາວ່າ ອາບນໍ້າດຸກໍບໍ່ໄດ້ດີສະເໝີໄປ!! ລອງອ່ານເບິ່ງເດີ່ ຈະໄດ້ເອົາໄປໂຕ້ກັບຄົນອື່ນເວລາທີ່ໃຜມາບອກວ່າເຮົາສົກກະປົກ ບອກເລີຍວ່າ ບໍ່ແມ່ນຄວາມຈິງເລີຍ!!!! ອາບນໍ້າຕະຫຼອດເຮັດໃຫ້ຜິວແຫ້ງເສຍ ສໍາລັບສາວໆທີ່ມັກອາບນໍ້າອຸ່ນເປັນຊີວິດຈິດໃຈ ບອກເລີຍເດີ່ວ່າພາດຫຼາຍ ເພາະເຈົ້າກໍາລັງຈະເຮັດສິ່ງທີ່ທໍາຮ້າຍຜິວຢ່າງຮຸນແຮງ ການອາບນໍ້າຕະຫຼອດເຮັດໃຫ້ຄວາມຊຸ່ມຊື່ນຂອງຜິວໜັງເຮົາຫາຍໄປ ເມື່ອດົນໄປຈະເຮັດໃຫ້ຜິວແຫ້ງເສຍ ຫຍາບກະດ້າງ ແລະຍັງເຮັດໃຫ້ຜິວຂອງສາວໆແຫ່ວລົງກ່ອນໄວອັນຄວນນໍາອີກ ເພາະສະນັ້ນ ມື້ໃດທີ່ບໍ່ໄດ້ອອກຈາກເຮືອນໄປໃສກບໍ່ຕ້ອງອາບນໍ້າກໍໄດ້ ຖືວ່າເປັນການເກັບຄວາມຊຸ່ມຊື່ນໃຫ້ກັບຜິວກະແລ້ວກັນເນາະ!!! ເຮັດໃຫ້ຜິວມັນແບບຖາວອນ ການອາບນໍ້າເປັນການຊໍາລະລ້າງສິ່ງສົົກກະປົກຕ່າງໆອອກໄປຈາກຮ່າງກາຍຂອງເຮົາ ເຊິ່ງລວມໄປເຖິງຄວາມມັນຕ່າງໆທີ່ຢູ່ເທິງຕົວເຮົານໍາອີກ ຫຼັງຈາກອາບນໍ້າເຮົາຈະຮູ້ສຶກສະບາຍຕົວຂຶ້ນເພາະຜິວໃປາສະຈາກຄາບໄຂມັນເກາະຕິດ ເຮັດໃຫ້ຮູ້ສຶກບໍ່ໜຽວ ແຕ່ສາວໆຮູ້ບໍ່ວ່າຍິ່ງເຮົາອາບນໍ້າດຸເທົ່າໃດ ໄຂມັນຍິ່ງຖືກຜະລິດອອກມາຫຼາຍເທົ່ານັ້ນ ໝາຍຄວາມວ່າ ຍິ່ງເຮົາອາບນໍ້າຫຼາຍ ຜິວຂອງເຮົາກໍຈະຍິ່ງມັນງ່າຍຂຶ້ນ ເຮັດໃຫ້ເຮົາຕ້ອງອາບນໍ້າຕະຫຼອດເພາະອາບໄປໜ້ອຍດຽງກໍມັນອີກແລ້ວ ກາຍເປັນສິ່ງທີ່ບໍ່ສິ້ນສຸດ …
Read More »ເຜີຍພາບສຸດຫວານ! ເຈົ້າຊາຍ ແຮລີ່&ເມແກຼນ ເນື່ອງໃນໂອກາດໝັ້ນໝາຍຢ່າງເປັນທາງການ
ສຳນັກງານພະລາດຊະວົງຂອງອັງກິດ ເປີດເຜີຍພາບວິວາສຸດຫວານ ເນື່ອງໃນໂອກາດທີ່ ເຈົ້າຊາຍ ແຮລີ່ ແລະ ເມແກຼນ ມາຣເຄີ ໄດ້ໝັ້ນໝາຍກັນຢ່າງເປັນທາງການ ນັບເປັນພາບທີ່ສຸດປະທັບໃຈ ແລະ ເຕັມໄປດ້ວຍຄວາມຮັກ ວັນທີ 21 ທັນວາ 2017 ເວັບໄຊ້ເດິກາຣດ້ຽນ ໄດ້ລາຍງານ ສຳນັກພະລາດຊະວົງ ເຄນຊິງຕັນ ໄດ້ເປີດເຜີຍຮູບພາບໝັ້ນຢ່າງເປັນທາງການຂອງ ເຈົ້າຊາຍ ແຮລີ່ ແຫ່ງເວວ ລັດຊະທາຍາດລຳດັບທີ 5 ຂອງລາດຊະວົງອັງກິດ ແລະ ເມແກຼນ ມາຣເຄີ ພະຄູ່ໝັ້ນ ໂດຍຮູບພາບຊຸດນີ້ຖ່າຍໂດຍ ອະເລັກຊີ່ ລູໂບມຽນສະກີ້ (Alexi Lubomirski) ຊ່າງພາບຊື່ດັງຜູ້ມີຜົນງານຖ່າຍພາບແຟຼຊັ່ນລະດັບສູງ ລວມທັງການຖ່າຍພາບຄົນດັງມາແລ້ວຢ່າງຫຼວງຫຼາຍ ຮູບພາບທີ່ທາງພະລາດຊະວົງໄດ້ເປີດເຜີຍມານີ້ ມີທັງໝົດ 3 ຮູບພາບ ໂດຍຮູບພາບຊຸດນີ້ຖ່າຍທີ່ບໍລິເວນປາສາດຟ໋ອກມໍຣ ພາຍໃນພະລາດຊະວັງວິນເຊີ ປະເທດ ອັງກິດ ແຕ່ລະຮູບພາບເຜີຍໃຫ້ເຫັນຄວາມຫວານຊື່ນລະຫວ່າງເຈົ້າຊາຍ ແຮລີ່ ແລະ ເມແກຼນ …
Read More »