5 ເຫດຜົນຂອງສາວ 30+ ເລືອກ ຄອງໂສດ ດີກວ່າແຕ່ງງານ!!! ສາວໆ ຫຼາຍໆຄົນອາດຍັງຄົງສົງໄສວ່າ ເປັນຫຍັງດຽວນີ້ຈໍານວນຄົນໂສດເພີ່ມຫຼາຍຂຶ້ນ ຫຼືຄົນເຫຼົ່ານັ້ນເຂົາບໍ່ຢາກມີຄວາມຮັກກັນຫວາ? ຫາກອາຍຸຍັງນ້ອຍເລື່ອງພວກນີ້ກໍຄົງບໍ່ເປັນປະເດັນປານໃດ ແຕ່ຖ້າເບິ່ງໃນມຸມສາວໂສດ 30+ ແລ້ວນັ້ນ ໜຸ່ມໆຫຼາຍຄົນອາດຈະຢາກຮູ້ວ່າເປັນຫຍັງນໍ່? ພວກນາງຈຶ່ງບໍ່ຍອມລົງຈາກຄານທອງຈັກເທື່ອ ທັ້ງທີ່ໜ້າຕາກໍງາມ ໜ້າທີ່ວຽກງານກໍດີ! ມື້ນີ້ຂວັນໃຈຈະມາບອກໃຫ້ຮູ້ເຖິງ 5 ສາເຫດທີ່ສາວໆ 30+ ເລືອກທີ່ຈະຄອງໂສດດີກວ່າແຕ່ງງານ!! ໄປເບິ່ງກັນເລີຍ!!! ຂ່າວຄວາມຮັກ ຄວາມຮຸນແຮງມີທົ່ວບ້ານທົ່ວເມືອງ ຂໍ້ນີ້ຖືວ່າເປັນອັນດັບຕົ້ນໆເລີຍກໍວ່າໄດ້ ເພາະການເຂົ້າເຖິງຂ່າວສານໃນປັດຈຸບັນນັ້ນງ່າຍຫຼາຍ ແລ້ວກໍຕ້ອງຍອມຮັບອີກວ່າເປີດມາໃນແຕ່ລະມື້ ກໍຕ້ອງພົບກັບຂ່າວຂ່າແກງກັນເພາະຫຶງຫວງ ຕົບຕີຍາດຊິງ ຖ່າຍຄຼິບປະຈານກັນ ມັນເປັນຕາຢ້ານກໍບ່ອນທີ່ວ່າ ເດັກນ້ອຍອາຍຸຍັງບໍ່ຮອດ 20 ປີ ກໍເກີດເລື່ອງພວກນີ້ແລ້ວ ມັນຈຶ່ງເປັນອີກເຫດຜົນໜຶ່ງທີ່ເຮັດໃຫ້ສາວໆ 30+ ຫຼີກລ່ຽງການມີຄວາມຮັກ ເພາະຢູ່ຄົນດຽວແລ້ວສະບາຍໃຈກວ່າຫຼາຍ ບໍ່ຕ້ອງຢ້ານຈະພົບກັບຄວາມຮຸນແຮງເຫຼົ່ານັ້ນ ເຄີຍໄວ້ໃຈ ເຊື່ອໃຈ ສຸດທ້າຍເຈັບເອງ ຄວາມຮັກຄວາມເຊື່ອໃຈເປັນຫຍັງທີ່ຕ້ອງມາຄູ່ກັນ ແຕ່ເມື່ອໃດກໍຕາມທີ່ຄວາມເຊື່ອໃຈເຫຼົ່ານັ້ນຖືກທໍາລາຍ ໂດຍສະເພາະການທີ່ສາວໆຈັບໄດ້ວ່າ ຄົນທີ່ຄົບຢູ່ນອກໃຈ ເລື່ອງແບບນີ້ມັນເປັນຫຍັງທີ່ລະອຽດອ່ອນຫຼາຍ …
Read More »Home
ດ່ວນ! ຜູ້ຈັດງານ VangVieng Fest ອອກມາຊີ້ແຈງແລ້ວກ່ຽວກັບກໍລະນີຂີ້ເຫຍື້ອທີ່ ຖໍ້າລົມ ວັງວຽງ!!!
ກາຍເປັນກະແສດຮ່າມ່າ Talk of the town ສຳລັບງານເທສະການດົນຕີລະດັບປະເທດ Vangvieng Fest 2017 ໃນວັນທີ 15-16 ທັນວາ ທີ່ຜ່ານມາ, ຫຼັງຈາກແລ້ວງານກະແສກໍຍັງບໍ່ໝົດໄປ ເພາະມີມືດີປ່ອຍພາບກອງຂີ້ເຫຍື້ອຂະໜາດມະຫຶມາຢູ່ທີ່ງານ ເຮັດໃຫ້ເສື່ອມເສຍພາບລັກຂອງສະຖານທີ່ກໍຄື ຖໍ້າລົມ ສະຖານທີ່ຈັດງານ ຈົນຜູ້ຈັດ ກໍຄື ທ່ານ ອະນຸລັກ ປະຖຳມະວົງ ຫຼື (ອ້າຍ ເປັດ) ຜູ້ອຳນວຍການຈັດງານ Vangvieng Fest ກໍໄດ້ອອກມາໂພສເພື່ອຊີ້ແຈງໃຫ້ທຸກຄົນໄດ້ຮັບຮູ້ ແລະ ເຂົ້າໃຈດັ່ງນີ້: (ຮູບພາບແລ້ວງານ Vangvieng Fest 2017 ບໍ່ພໍເທົ່າໃດຊົ່ວໂມງ) “ຂໍຂອບໃຈຜູ້ຫວັງດີ?? ທີ່ເພີ່ນຕັ້ງໃຈຕື່ນແຕ່ເຊົ້າໄປຖ່າຍຮູບຂີ້ເຫຍື້ອຫລັງງານພວກເຮົາມາລົງເພື່ອ ? ໂດຍບໍ່ຖາມຫນ້າຖາມຫລັງວ່າພວກມີແຜນກຳຈັດແລະເມື້ອຍຂີ້ເຫຍືອແນວໃດ? 1. ພວກເຮົາມີການຈັດການມ້ຽນທຸກມື້ຢູ່ແລ້ວ ເພາະພວກເຮົາເຮັດ2ມື້ 2. ພວກເຮົາໄດ້ເຊົ່າສະຖານທີ່ສ່ວນບຸກຄົນໃນການຈັດງານນີ້ເຊິ່ງເປັນສະຖານທີ່ປິດ 3. ພວກເຮົາໄດ້ເຮັດບົດບັນທຶກວ່າຈ້າງເຈົ້າຂອງສະຖານທີ່ໃຫ້ເປັນຝ່າຍມ້ຽນຂີ້ເຫຍື້ອ 4. ການມ້ຽນອາດແກ່ຍາວເປັນ1~2ມື້ ແຕ່ພວກເຮົາຄິດວ່າຄືສິບໍ່ມີບັນຫາຫຍັງເພາະເປັນສະຖານທີ່ປິດ 5. …
Read More »ສາວໆຄົນໃດຢາກໃຫ້ຜູ້ຊາຍຮັກ ຜູ້ຊາຍຫຼົງ ມາເບິ່ງ 18 ວິທີດີໆ! ບອກເລີຍວ່າໄປໃສບໍ່ລອດແນ່ນອນ!!! ແຊຣໄປຈ່າ
ເຮັດແນວໃດໃຫ້ຜູ້ຊາຍ “ຫຼົງ” ຈົນບໍ່ຢາກໄປໃສ ສາວໆຄົນໃດຢາກໃຫ້ຜູ້ຊາຍຮັກ ຜູ້ຊາຍຫຼົງ ມາເບິ່ງ 18 ວິທີດີໆ! ບອກເລີຍວ່າໄປໃສບໍ່ລອດແນ່ນອນ!!! ແຊຣໄປຈ່າ ເປັນຄົນມີເຫດຜົນ ໃຜໆກໍມັກຄົນມີເຫດຜົນ ມີຫຍັງກໍຫັນໜ້າມາລົມກັນເຖິງບັນຫາທີ່ເກີດຂຶ້ນ ເພື່ອຊ່ວຍກັນຫາທາງແກ້ໄຂ ບໍ່ແມ່ນມີແຕ່ງອນບໍ່ເວົ້າບໍ່ວ່າ ແບບນີ້ໜຸ່ມໆເຂົາວ່າບໍ່ໜ້າຮັກເລີຍໃດ໋ສາວໆ ແຕ່ງໜ້າເບົາໆ ຄົນຮັກຂອງເຮົາຄົງຮູ້ສຶກສົດຊື່ນຖ້າໜ້າຕາເຮົາສົດໄສ ເບິ່ງເທື່ອໃດກໍຕົກຂຸມຮັກ ແລະຄົງມີຄວາມສຸກທີ່ໄດ້ເບິ່ງມາທີ່ເຮົາ ບໍ່ແມ່ນໜ້າສົດໃຕ້ຕາດໍາ ຜິວໝອງຄໍ້າ ເບິ່ງມາກໍມີແຕ່ຄວາມຫົດຫູ່ ແຕ່ສາວໆໃນການແຕ່ງໜ້າກໍຄວນແຕ່ງແບບພໍດີໄສໆເໝາະກັບໄວຈະເປັນຕາເບິ່ງຫຼາຍກວ່າເດີ່ ບໍ່ເປັນຄົນຂີ້ປະຊົດ ການປະຊົດເປັນພື້ນຖານຂອງນິໄສແມ່ຍິງຫຼາຍຄົນ ທີ່ພໍເວລາບໍ່ພໍໃຈກໍຈະບໍ່ເວົ້າໄປຕົງໆ ແຕ່ມັກສະແດງອອກດ້ວຍການກະທໍາ ຫຼືຄໍາເວົ້າໃນທາງກົງກັນຂ້າມ ທີ່ມີແຕ່ຈະເຮັດໃຫ້ແຟນໜຸ່ມຕ້ອງເຈັບຫົວ ດັ່ງນັ້ນ ຖ້າຢາກໃຫ້ເຂົາຮັກເຮົາຫຼາຍໆຄວນເລີກນິໄສແບບນີ້ຊະ ຄອຍໃຫ້ກໍາລັງໃຈກັນສະເໝີ ກໍາລັງໃຈເປັນສິ່ງທີ່ດີທີ່ຈະເປັນພະລັງດ້ານບວກ ເຮັດໃຫ້ເຮົາສາມາດເຮັດສິ່ງທີ່ຍາກໆໄດ້ສໍາເລັດ ອີກທັງຍັງຊ່ວຍໃຫ້ບັນຫາຕ່າງໆເບົາບາງລົງໄດ້ ໂດຍສະເພາະກໍາລັງໃຈຈາກຄົນທີ່ຮັກ ມັນຊ່າງມີພະລັງອັນມະຫາສານ ດັ່ງນັ້ນ ການເວົ້າໃຫ້ກໍາລັງໃຈແຟນເປັນສິ່ງທີ່ຈະຊ່ວຍໃຫ້ເຂົາຮັກເຮົາຫຼາຍຂຶ້ນໄດ້ເດີ້ ບໍ່ເວົ້າຄໍາຫຍາບ ບໍ່ມີໃຜມັກແມ່ຍິງເວົ້າຈາບໍ່ມ່ວນດອກ ຄໍາຫຍາບອາດຈະສະແດງເຖິງຄວາມສະນິດສະໜົມແບບໝູ່ເພື່ອນ ແຕ່ຖ້າເອົາຄວາມຈິງແລ້ວ ຜູ້ຊາຍບໍ່ໄດ້ຢາກໄດ້ແມ່ຍິງເວົ້າແຕ່ຄໍາຫຍາບໆມາເປັນແຟນດອກ ເພາະການເວົ້າຈາດີໆ ຈະເຮັດໃຫ້ເບິ່ງໜ້າຖະນຸຖະໜອມຫຼາຍກວ່າ ຂີ້ອ້ອນເປັນບາງເວລາ ເຖິງຈະເປັນແມ່ຍິງທີ່ແຂງແກ່ງເບິ່ງແຍງຕົວເອງໄດ້ ແຕ່ຜູ້ຊາຍຈະຮູ້ສຶກດີກວ່າຖ້າໄດ້ເປັນຄົນທີ່ເບິ່ງແຍງ …
Read More »ຈາກທີ່ເຄີຍຖືກດູຖູກ! ນັກບິນສາວອິນເດຍ ສ້າງປະຫວັດສາດ ເປັນກັບຕັນຍິງອາຍຸນ້ອຍທີ່ສຸດ ຂັບໂບອິ້ງ 777
ຫາກຄິດວ່າຕົວເອງບໍ່ມີຄວາມສາມາດ ແລະ ກຳລັງຈະຍອມແພ້ໃນການເຮັດຄວາມຝັນ ມື້ນີ້ ຂວັນໃຈ ເຮົາມີເລື່ອງລາວຂອງ ກັບຕັນຍິງ Anny Divya ສາວທັງງາມ ທັງເກັ່ງ ສັນຊາດ ອິນເດຍ ທີ່ສາມາດລົບຄຳປະມາດ ແລະ ສຽງເຍີ້ຍຫຍັນ ທີ່ວ່ານາງເວົ້າພາສາອັງກິດອອກສຳນຽງໄດ້ບໍ່ດີ ດ້ວຍການຕັ້ງໃຈເຝິກຝົນທັກສະພາສາອັງກິດໄດ້ຄ່ອງແຄ້ວ ແລະ ມຸ່ງໝັ້ນໃນການຮຽນ ຈົນເປັນນັກບິນຕາມຄວາມຝັນໄດ້ສຳເລັດ ແລະ ມາເປັນອີກແຮງບັນດານໃຈໃຫ້ທຸກຄົນໄດ້ເດີນທາງຕາມຄວາມຝັນກັນຕໍ່… Anny Divya ອາຍຸ 30 ປີ ກັບຕັນຍິງ ຈາກ ປະເທດ ອິນເດຍ ນາງຄືຄົນທີ່ສ້າງປະຫວັດສາດ ເປັນແມ່ຍິງທີ່ມີອາຍຸນ້ອຍທີ່ສຸດທີ່ໄດ້ເປັນກັບຕັນຍົນ ໂບອິ້ງ 777 ແຕ່ວ່າຄວາມຝັນຂອງນາງກໍບໍ່ແມ່ນເລື່ອງງ່າຍດາຍ Anny Divya ເລົ່າວ່າ ນາງມີຄວາມຝັນຢາກເປັນນັກບິນມາຕັ້ງແຕ່ຕອນເປັນເດັກນ້ອຍ ເມື່ອອາຍຸຄົບ 17 ປີ ນາງຈຶ່ງເຂົ້າຮຽນການບິນທີ່ໂຮງຮຽນການບິນ ແລະ ໂຊກດີທີ່ພໍ່ແມ່ຂອງລາວກໍໃຫ້ການສະໜັບສະໜຸນເປັນຢ່າງດີ ແຕ່ບັນດາສະມາຊິກໃນຄອບຄົວຄົນອື່ນໆ ກັບບໍ່ເຫັນດີກັບອາຊີບທີ່ນາງເລືອກ ແລະ ຍັງຖືກໝູ່ຄູ່ ແລະ …
Read More »ເປີດຮູບພາບວັນວານຂອງ ຈົງຮະຢອນ ສະມາຊິກວົງ SHINee
ສ້າງຄວາມເສຍໃຈໃຫ້ແຟນເພງ K-POP ທັງໃນ ເກົາຫລີ ແລະ ຕ່າງປະເທດ ສຳລັບການຈາກໄປຂອງ ຄິມ ຈົງຮະຢອນ ນັກຮ້ອງໜຸ່ມສຽງດີ ຈາກບອຍແບຼນຊື່ດັງວົງ SHINee ໃນວັນທີ 18 ທັນວາ 2017 ທີ່ຜ່ານມາ, ດັ່ງນັ້ນໃນມື້ນີ້ມາເປີດຮູບພາບເພື່ອຍ້ອນວັນວານຂອງ ຄິມ ຈົງຮະຢອນ ມີຄວາມຫຼໍ່ ໜ້າຮັກ ຂວັນໃຈສາວໆ ເສຍດາຍທີ່ຈາກແຟນຄລັບໄປໄວເຫຼືອເກີນ ຢ່າງໃດກໍຂໍໃຫ້ດວງວິນຍານໄປສູ່ສຸຂະຕິ. ທີ່ມາ: https://world.kapook.com/pin/5a388d614d265a08e58b4567
Read More »