Breaking News

Home

ເຊັກຊີ່ຂຶ້ນຫຼາຍ! ວັນໃໝ່ ທຳມະວົງ ສາວປະເພດສອງ!!!

ວ້າວວວ!!! ເຊັກຊີ່ຂຶ້ນເປັນກອງສຳລັບ ນ້ອງ ວັນໃໝ່ ທຳມະວົງ ສາວປະສອງແຖວໜ້າຂອງບ້ານເຮົາ ທີ່ດຽວນີ້ເຫັນໄດ້ຢ່າງຈະແຈ້ງເລີຍວ່າງາມ ໜ້າຮັກ ແລະ ທີ່ສຳຄັນມີຄວາມເຊັກຊີ່ເວີ້… ສາວແທ້ເປັນຕ້ອງຍອມໃຫ້ນາງໄປເລີຍພຸ້ນລະ, ຫຼ້າສຸດ ວັນໃໝ່ ນາງກໍຈັດເຕັມໃສ່ຊຸດລອຍນໍ້າໂຊຫຸ່ນດີໆ ຜິວຂາວໆນຽນໆມາໃຫ້ແຟນໆໄດ້ ວ້າວວວ ໄປຕາມໆກັນ… ງາມໆ…ເນາະວ່າບໍ່? ເກີດມາຂ້າແມ່ຍິງແທ້ໆ ຍອມໆ (555) ຮູບພາບ: Wanmai Thammavong

Read More »

ຖືກຖິ້ມ! ມາອ່ານ 7 ວິທີ ຊ່ວຍໃຫ້ສາວໆທີ່ກໍາລັງ Hurt ໜັກໆກັບມາຮັກຕົວເອງ! ເຮັດໄດ້ແລ້ວຈະເຂົ້າໃຈວ່າ ເມື່ອຮັກໄດ້ກໍ “ເຊົາຮັກ” ໄດ້ຄືກັນ…

ເມື່ອຖືກຖິ້ມ! 7 ວິທີ ທຳຄວາມເຂົ້າໃຈວ່າ ຮັກໄດ້ກໍ “ເຊົາຮັກ” ໄດ້ຄືກັນ ສາວໆຄວາມຮັກມັນຂຶ້ນຢູ່ກັບຄົນສອງຄົນ ທີ່ຕ້ອງຄອຍເບິ່ງແຍງເອົາໃຈໃສ່ກັນ ແຕ່ເມື່ອຮັກຂອງອີກຝ່າຍໜຶ່ງປ່ຽນແປງໄປ ຈາກມື້ທີ່ມີກັນແລະກັນ ມາປ່ອຍໃຫ້ອີກຝ່າຍໜຶ່ງຢູ່ຢ່າງດຽວດາຍ ແລະ ເມື່ອເຖິງເວລາສິ້ນສຸດລົງ ຄົນທີ່ຕ້ອງຮັບຄວາມເຈັບປວດທີ່ເກີດຂຶ້ນ ຈະມີວິທີແນວໃດເພື່ອເຮັດໃຫ້ລືມເຂົາຄົນນັ້ນ ແລະ ກັບມາຮັກຕົວເອງໄດ້ຄືເກົ່າ ລອງ 7 ວິທີ ທີ່ຈະຊ່ວຍໃຫ້ສາວໆທີ່ກໍາລັງ Hurt ໜັກໆ ກັບມາຮັກຕົວເອງໄດ້ ເມື່ອເຈົ້າໄດ້ໃຊ້ຄວາມພະຍາຍາມຢ່າງເຕັມທີ່ແລ້ວ ການຮັັກສາສາຍສໍາພັນທີ່ມີໃຫ້ກັບຄົນຮັກ ແຕ່ເຂົາກັບບໍ່ສົນໃຈ ກໍເຕືອນຕົວເອງເອົາໄວ້ວ່າ ເຂົາເປັນຝ່າຍປະຕິເສດຄວາມຮັກຈາກເຈົ້າ ດັ່ງນັ້ນ ເຂົາຈຶ່ງບໍ່ຄ່ອຍຮູ້ສຶກທຸກຮ້ອນຫຍັງເລີຍ ມີແຕ່ເຈົ້າເທົ່ານັ້ນທີ່ເປັນຝ່າຍເຈັບປວດຫຼາຍຂຶ້ນທຸກມື້ ເມື່ອຍອມຮັບກັບສິ່ງທີ່ເກີດຂຶ້ນໄດ້ແລ້ວ ລອງໃຊ້ເວລາກັບຕົວເອງເພື່ອຊອກຫາຕົ້ນຕໍ ສາເຫດທີ່ແທ້ຈິງວ່າ ເປັນຫຍັງເຈົ້າກັບເຂົາຈຶ່ງໄປນໍາກັນບໍ່ໄດ້ ໃນຂະນະທີ່ ໃຈຂອງເຈົ້າອາດກຳລັງຄິດວົນວຽນຢູ່ວ່າ ຄວາມຮັກທີ່ເຈົ້າທຸ່ມເທລົງໄປ ເປັນຫຍັງເຂົາຈຶ່ງບໍ່ຕອບແທນສິ່ງທີ່ດີກັບມາໃຫ້ເຈົ້າແດ່ ກາຍມາເປັນສິ່ງທີ່ເຈົ້າຕ້ອງເຂົ້າໃຈວ່າ ບໍ່ມີໃຜຜິດ ແຕ່ບັນຫາກໍຄື ທັງສອງຄົນມີຄວາມຄິດທີ່ແຕກຕ່າງກັນ ເຮັດໃຫ້ບໍ່ສາມາດໃຊ້ຊີວິດຮ່ວມກັນໄດ້ ຖ້າຄວາມຮັກຂອງເຈົ້າກໍາລັງເຖິງຂັ້ນວິກິດ ເຂົາບໍ່ສົນໃຈ ແລະ ບໍ່ໃຫ້ຄວາມຮັກກັບເຈົ້າອີກຕໍ່ໄປ …

Read More »

ຂຶ້ນແທ່ນສາວເຊັກຊີ່ ຈີ່ຈີ່ ພອຍໄພລິນ ເນັດໄອດໍ້ຕະຫຼອດການ!!!

ມາອັບເດດອີກໜຶ່ງສາວລາວຄົນງາມ ຈີ່ຈີ່ ພອຍໄພລິນ ສີວິໄລ ທີ່ນັບມື້ນາງກໍຍິ່ງງາມ ແລະ ມີຄວາມເຊັກຊີ່ຂຶ້ນເປັນກອງ ແຟນໆຫຼາຍຄົນອາດຈະເຄີຍຕິດຕາມສາວ ຈີ່ຈີ່ ຕັ້ງແຕ່ຕອນຮຽນ ມັດທະຍົມ ຈົນຫຼ້າສຸດນາງບິນໂກອິນເຕີໄປສຶກສາຕໍ່ທີ່ເມືອງຜູ້ດີ ປະເທດ ອັງກິດ ແຕ່ນາງກໍຍັງມີແຟນຄລິບຕິດຕາມນາງຢ່າງໜຽວແໜ້ນ. ຈະສັງເກດໄດ້ເລີຍວ່າ ຈີ່ຈີ່ ພອຍໄພລິນ ນັບມື້ຍິ່ງງາມ ປ່ຽນລຸກກາຍເປັນສາວໃຫ່ຍເຕັມໄວ ຂຶ້ນແທ່ນກາຍເປັນສາວເຊັກຊີ່ອີກໜຶ່ງຄົນຂອງວົງການໄປແລ້ວ!!! ຮູບພາບ: chichisvl

Read More »

ສະເທືອນໃຈ! ເກີດເຫດບໍ່ຄາດຄິດກັບອາສາກູ້ໄພ ອາການສາຫັດ!!!

ຫົວໃຈຈະວາຍ! ອາສາກູ້ໄພນະຄອນຫລວງ 1624 ເກີດອຸບັດຕິເຫດໃນເວລາປະຕິບັດໜ້າທີ່!!! ໃນຄືນວັນທີ 12 ທັນວາ 2017 ເກີດເຫດບໍ່ຄາດຄິດອາສາກູ້ໄພນະຄອນຫຼວງ 1624 ທີ່ໄປຊ່ວຍຄົນເຈັບທີ່ເກີດອຸບັດຕິເຫດລົດຈັກລົ້ມເອງ ຫຼື ວ່າມີລົດມາຕຳເອົາແລ້ວໜີກໍຍັງບໍ່ຮູ້ສາເຫດທີ່ແນ່ຊັດ ຜູ້ປະສົບເຫດບາດເຈັບສົມຄວນດັ່ງນັ້ນໜ່ວຍກູ້ໄພນະຄອນຫລວງຈື່ງປະຖົມພະຍາບານເບື້ອງຕົ້ນແລ້ວນໍາສົ່ງໂຮງໝໍ 150ຕຽງ. ແລະ ທີ່ເຮັດສະເທືອນໃຈຫຼາຍທີ່ສຸດໃນເວລານັ້ນ ອາສາອີກຈຳນວນໜື່ງແມ່ນຢູ່ທີ່ເກີດເຫດເພາະຢ້ານລົດຜູ້ບາດເຈັບເສຍ ຫຼື ຈະເກີດອຸບັດຕິເຫດຊໍ້າຊ້ອນ ສະນັ້ນອາສາກູ້ໄພຈຶ່ງໄດ້ເອົາຟົດໄມ້ໄປວາງກັນໄວ້ຫ່າງຈາກລົດລົ້ມປະມານ 30 ກວ່າແມັດສອງຈຸດພ້ອມມີລົດສຸກເສີນທີ່ເປີດໄຟອຳນາດໄວ້ຢູ່ ແຕ່ໃນເວລານັ້ນເກີດເຫດບໍ່ຄາດຄິດຂື້ນມີລົດໃຫ່ຍມາດ້ວຍຄວາມໄວແລ່ນພ່າຕຳເອົາຟົດໄມ້ເຂົ້າມາຕຳເອົາອາສາທີ່ກຳລັງປະຕິບັດໜ້າທີ່ຢູ່ຈຸດເກີດເຫດເຮັດໃຫ້ຜູ້ກ່ຽວຕຳໃສ່ໜ້າລົດແລ້ວຟົ້ງຂື້ນເທິງຟ້າປະມານ 2 ແມັດ ແລະ ຕົກລົງໜ້າລົດໃນເວລານັ້ນລົດຍັງບໍ່ຢຸດເຮັດໃຫ້ຜູ້ກ່ຽວຢູ່ກ້ອງລົດລາກໄປປະມານ 20 ກ່ວາແມັດ ເລີຍເຮັດໃຫ້ອາສາໜ່ວຍກູ້ໄພນະຄອນຫລວງເຈັບສາຫັດມີອາກາດເຈັບຟົກຊຳ້ແຕ່ຫົວຮອດຕີນ ແລະ ກະດູກມີດຫັກນອນຮັກສາໂຕຢູ່ໃນປະຈຸດບັນນີ້. ທີ່ມາ: ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 162

Read More »

ຫຼົງຮັກປະເທດລາວເຂົ້າແລ້ວ! ຈອຍ ລິນລະນີ ແລະ ເຕີ ສັນທະວິດ 2 ນັກສະແດງຊື່ດັງຕ້ອງມົນສະເໜ່ ແຂວງ ຫຼວງພະບາງ!!!

ຈອຍ ລິນລະນີ ແລະ ເຕີ ສັນທະວິດ 2 ນັກສະແດງ-ພິທີກອນຊື່ດັງ ຈາກປະເທດເພື່ອນບ້ານ ເດີນທາງມາຢ້ຽມຢາມປະເທດລາວ ໂດຍທັງ 2 ໄດ້ເດີນທາງໄປທີ່ ແຂວງ ຫຼວງພະບາງ ໃນວັນທີ 15 ພະຈິກ 2017 ທີ່ຜ່ານມາ ແລະ ຍັງມີໂອກາດໄດທ່ອງທ່ຽວພາຍໃນຕົວເມືອງ ຫຼວງພະບາງ ເລາະກິນອາຫານພື້ນເມືອງ ພ້ອມຍັງໃສ່ຊຸດໄໝລາວ ອັນເປັນເຊິ່ງເອກະລັກປະເພນີຂອງລາວ ແລະ ຍັງໄຫວ້ພະຂໍພອນຕາມວັດວາທີ່ສັກສິດ ແລະ ຍັງມີໂອກາດໄດ້ເຮັດບຸນຕັກບາດທີ່ແຂວງຫຼວງພະບາງ ແລະ ຍັງໄດ້ໄປນໍ້າຕົກຕາດກວາງຊີ ທີ່ມີຄວາມງາມຈົນເຮັດໃຫ້ນັກສະແດງທັງສອງຫຼົງຮັກ ແລະ ປະທັບໃຈໃນ ແຂວງ ຫຼວງພະບາງ ປະເທດລາວ ເຮົາເປັນທີ່ສຸດ. ການມາປະເທດລາວໃນເທື່ອນີ້ ຈອຍ ລິນລະນີ ແລະ ເຕີ ສັນທະວິດ ແມ່ນໄດ້ມາຖ່າຍທຳລາຍການກ່ຽວກັບອາຫານທີ່ທັງສອງໄດ້ເປັນພິທີກອນ ມີຄລິບລາຍການມາຝາກແຟນໆນຳເດີ້!!! #ແຊຣໄປໃຫ້ໂລກຮູ້ວ່າໃຜໆກໍຢາກມາປະເທດລາວ ?????? ທີ່ມາ: เปรี้ยวปาก – Preawpak

Read More »