Breaking News

Home

ວີນລີ່ ນັກສະແດງຮູບເງົາດັງລາບວດ ໝູ່ເພື່ອນໃນວົງການຮ່ວມອະນຸໂມທະນາສາທຸ!!!

ລາບວດຕ້ອນຮັບປີໃໝ່ລາວ ສຳລັບ ບຸນຊຽນ ວິໄລວັນ (ວິນລີ່) ນາຍແບບ-ນັກສະແດງໜຸ່ມສຸດຫຼໍ່ຈາກຮູບເງົາ ຫົງຫາມເຕົ່າ ທີ່ໄດ້ຂໍລາບວດເພື່ອຮຽນສຶກສາພະທຳ ແລະ ເຝິກສະມາທິ ພ້ອມທັງຕອບບຸນແທນຄຸນບິດາ-ມານດາ ແລະ ຜູ້ທີ່ມີພະຄຸນ ແລະ ເນື່ອງໃນວັນເກີດຂອງ ວິນລີ່ ທີ່ຈະມາເຖິງໃນວັນທີ 11 ເມສາ ນີ້ອີກດ້ວຍ ແລະ ງານນີ້ກໍຍັງມີໝູ່ເພື່ອນຮ່ວມວົງການເຊັ່ນ ສາວ ລູກນໍ້າ ທິດາລັດ ວົງສິຣິ, ແຟນຄລັບ ແລະ ຍາດພີ່ນ້ອງຂອງ ວິນລີ່ໄປຮ່ວມ ອະນຸໂມທະນາສາທຸ ຈົນແໜ້ນວັດ, ຢ່າງໃດ ຂວັນໃຈ ເຮົາກໍ່ຂໍອະນຸໂມທະນາສາທຸຮ່ວມກັບໜຸ່ມ ວິນລີ່ ເຊັ່ນກັນເດີ້…ສາທຸ ສາທຸ ສຳລັບພິທີບວດຂອງ ວິນລີ່ ມີເລີກງາມຍາມດີໃນວັນທີ 9 ເມສາ 2018 ເປັນພິທີຮັບຂວັນນາກ-ປົງຜົມນາກ ແລະ ໃນວັນທີ 10 ເມສາ 2018 ເປັນພິທີອຸບປະສົມບົດບວດເປັນພຣະ, …

Read More »

ສະມາຄົມນັກທຸລະກິດແມ່ຍິງລາວ ສະຫຼຸບວຽກງານປະຈຳປີ ພ້ອມທັງຮັບສະມາຊິກໃໝ່ ແລະ ບາສີສູ່ຂວັນປີໃໝ່ລາວ…

ສະມາຄົມນັກທຸລະກິດແມ່ຍິງລາວ ສະຫຼຸບວຽກງານປະຈຳປີ ພ້ອມທັງຮັບສະມາຊິກໃໝ່ ແລະ ບາສີສູ່ຂວັນປີໃໝ່ລາວ ໃນຕອນເຊົ້າວັນທີ 6 ເມສາ 2018 ຢູ່ທີ່ ສູນເຝີກອົບຮົມແມ່ຍິງລາວ, ສະມາຄົມນັກທຸລະກິດແມ່ຍິງລາວ ( ສທຍລ) ໄດ້ຈັດງານ ສະຫຼຸບວຽກງານປະຈຳປີ 2017 ພ້ອມ ກັບວາງແຜນວຽກງານຕໍ່ໜ້າໃນປີ 2018. ນອກນີ້, ຍັງໄດ້ຈັດມີພິທີບາສີສູ່ຂວັນ ເພື່ອເປັນສິຣິມຸງຄຸນໃນບຸນປີໃໝ່ທີ່ຈະມາເຖິງນີ້.  ໂດຍການເປັນປະທານ ຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງລາວ, ທ່ານ ນາງ ຈັນເທົາ ປະທຳມະວົງ ປະທານກິດຕິມະສັກຂອງ ສທຍລ, ທ່ານ ນາງ ແສງມະນີ ວິຍາເກດ ປະທານ ທີ່ປຶກສາ ສທຍລ, ພ້ອມດ້ວຍສະມາຊິກໃໝ່ ແລະ ເກົ່າເຂົ້າຮ່ວມ. ຈຸດປະສົງໃນການຈັດງານຄັ້ງນີ້, ກໍເພື່ອເປັນການເຕົ້າໂຮມສາມັກຄີບັນດາສະມາຊິກຂອງ ສຍລ ແລະ …

Read More »

ຜົນການແຂ່ງຂັນ Carlsberg Golf Classic 2018…

ຜົນການແຂ່ງຂັນ Carlsberg Golf Classic 2018… ການແຂ່ງຂັນກ໊ອຟ ລາຍການ ຄາລສະເບີກ ກ໊ອຟ ຄລາສຊິກ 2018 (Carlsberg Golf Classic 2018) ທີ່ ສປປ ລາວ ເປັນຄັ້ງທໍາອິດ ເມື່ອວັນເສົາ 7 ເມສາ 2018 ນີ້ ທີ່ສະໜາມກ໊ອຟ ລ໋ອງວຽນ ນະຄອນຫຼວງວຽງຈັນ ເຊິ່ງເປັນການແຂ່ງຂັນຂອງນັກກ໊ອຟສະໝັກຫຼິ້ນ ໄດ້ປິດສາກລົງດ້ວຍຜົນສໍາເລັດອັນຈົບງາມ ໂດຍແຊັມສາຍທົ່ວໄປ (Gross ranking) ຕົກເປັນຂອງ ທ່ານ Mr. Jang Heung Soo, ສ່ວນສາຍ Net Ranking ຕົກເປັນຂອງ ທ່ານ ວິໄລສັກ ເພັດທະສາ.    ກ່ອນໜ້ານີ້ ທ່ານ ເຮັນຣິກ ຈູ …

Read More »

ງົດງາມ! ສາວໜ້າຫວານຄວ້າຕຳແໜ່ງ ນາງສາວນະຄອນຫຼວງ 2018

ປະກາດຜົນກັນໄປເປັນທີ່ຮຽບຮ້ອຍ ສຳລັບການປະກວດ ນາງສາວນະຄອນຫຼວງ 2018 ແລະ ສາວງາມທີ່ຄວ້າມົງກຸດໄປໃນປີນີ້ນັ້ນກໍຄື ນາງ ນິສຸດາ ວົງປະເສີດ MVT 14 ຂໍສະແດງຄວາມຍິນດີນຳຫຼາຍໆ…ງົດງາມເໝາະສົມກັບຕຳແໜ່ງອີ່ຫລີ. ສ່ວນຕຳແໜ່ງຮອງອັນດັບ 1 ໄດ້ແກ່:  MVT 20 ນາງ ສຸຂະພັດ ວົງວິໄລວອນ ຮອງອັນດັບ 2 ໄດ້ແກ່: MVT 07 ນາງ ອໍລະຍາ ເດດມະນີວົງ ຮອງອັນດັບ 3 ມີທັງໝົດ 4 ລາງວັນດັ່ງຕໍ່ໄປນີ້: MVT 12 ນາງ ນ້ຳເຜີ້ງ ສະຫວັດ MVT 19 ນາງ ພີຈິດຕາ ພະເມືອງ MVT 16 ນາງ ສຸມາລີ ປຸນຍາວົງ MVT 11 ນາງ ອາລິຍາ ເກດບຸນຈັນ ມີແຕ່ຄົນງາມໆນໍສາວລາວເຮົາ, …

Read More »

ດວງປະຈຳວັນຈັນ ວັນທີ 9 ເມສາ 2018.

ວັນອາທິດ ດ້ານວຽກງານມີຄວາມເປັນທີມເວີກ ເຮັດວຽກເຂົ້າກັນດີກັບເພື່ອນຮ່ວມງານຈົນນຳມາສູ່ຄວາມສຳເລັດ, ດ້ານການເງິນລົງທຶນຄ້າຂາຍ ຫຼື ເຮັດທຸລະກິດໃດໆກໍດີໄປໝົດ , ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນເຂົ້າໃຈກັນດີ ສ່ວນຄົນໂສດມີເກນຈະເຈິຄົນທີ່ຖືກໃຈ. ວັນຈັນ ດ້ານວຽກງານຈະມີການຕັດສິນໃຈຢ່າງກະທັນຫັນ ດີທີ່ເພື່ອນຮ່ວມງານໃຫ້ຄຳປຶກສາ, ດ້ານການເງິນມີບັນຫາເລື່ອງລູກໜີ້ທີ່ບໍ່ຕົງຕໍ່ເວລາ ຈົນເຮັດໃຫ້ມີບັນຫາເລື່ອງການເງິນເລັກໜ້ອຍ , ດ້ານຄວາມຮັກຄົນທີ່ມີຄູ່ຕ່າງຝ່າຍຕ່າງເຮັດວຽກຫຼາຍຈົນບໍ່ມີເວລາໃຫ້ກັນ ສ່ວນຄົນໂສດຍັງຕ້ອງໂສດລອຍໄປລອຍມາ ຂາດຄົນຮູ້ໃຈ. ວັນອັງຄານ ດ້ານວຽກງານດີ ມີເກນຈະເລີນກ້າວໜ້າ, ດ້ານການເງິນຊ່ວງນີ້ມີເງິນເກັບ ເພາະຕັ້ງໃຈເກັບເງິນໄວ້ໃນຊ່ວງປີໃໝ່ລາວ ເພາະອາດຈະໄດ້ສັງສັນກັບໝູ່ເພື່ອນ , ດ້ານຄວາມຮັກຄົນທີ່ມີຄູ່ມີສະເໜ່ແພວພາວ ຈົນບາງເວລາຄົນຮັກອາດນ້ອຍໃຈຢ້ານນອກໃຈ ເພາະສະເນ່ແຮງຫຼາຍ ສ່ວນຄົນໂສດມີຄົນມາລຸມຈີບແຕ່ຍັງບໍ່ເລືອກໃຜ ເພາະຍັງມ່ວນກັບຊີວິດໂສດ. ວັນພຸດ ດ້ານວຽກງານມີເກນປະສົບຜົນສຳເລັດຕາມທີ່ຕັ້ງໃຈ, ດ້ານການເງິນລະວັງຄົນເວົ້າຈາຫວານສຽງມ່ວນ ຈະເຂົ້າມາເຮັດດີເພື່ອຫວັງຢືມເງິນ ອາດຈະບໍ່ໄດ້ຄືນ , ດ້ານຄວາມຮັກຄົນທີ່ມີຄູ່ອາດຈະມີເລື່ອງບໍ່ເຂົ້າໃຈກັນແດ່ ແຕ່ກໍ່ຍັງຮັກກັນດີ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປ. ວັນພະຫັດ ດ້ານວຽກງານຍັງຕ້ອງດຳເນີນວຽກຕໍ່ໄປ ທັງໆທີ່ບໍ່ມີຄົນຊ່ວຍ ຕ້ອງອົດທົນເພື່ອວຽກ, ດ້ານການເງິນຊ່ວງນີ້ມີໂຊກທາງ ມີຜູ້ໃຫ່ຍລໍຖ້າໃຫ້ການສະໜັບສະໜູນ ,ດ້ານຄວາມຮັກຄົນທີ່ມີຄູ່ເປັນຄູ່ກັດ ຂັດກັນໄປທຸກເລື່ອງ ແຕ່ຮັກກັນດີທີ່ສຸດ. ວັນສຸກ ດ້ານວຽກງານເຖິງຈະເຈິວຽກງານທີ່ໜັກໜ່ວງ ແຕ່ຍັງດີທີ່ມີກຳລັງໃຈຈາກຄົນອ້ອມຂ້າງຈົນເຮັດໃຫ້ມີກຳລັງໃຈສູ້ຕໍ່ໄປ, …

Read More »