ກຳລັງເປັນກະແສຄຶກຄື້ນໄປທົ່ວປະເທດກັນເລີຍກັບການປະກວດຄັດເລືອກເອົາສາວງາມທີ່ມີຄວາມພຽບພ້ອມ ແລະ ເໝາະສົມໃນການເປັນຕົວແທນຂອງ ລູກສາວພຣະຍາກະບິນລະພົມ ແລະ ເປັນສາວງາມທີ່ຈະເປັນນາງສັງຂານໃນຊ່ວງປີໃໝ່ລາວ ປະຈຳປີ 2018 ທີ່ຍັບໝໍ່ເຂົ້າມານີ້ ແລະ ໃນມື້ນີ້ ຂວັນໃຈ ເຮົາຈະແວະວຽນໄປທີ່ເວທີຂອງການປະກວດ ນາງສາວນະຄອນຫຼວງ (Miss Vientiane 2018) ແລະ ມີບັນດາສາວງາມຫຼາຍໆຄົນທີ່ມີຄວາມພຽບພ້ອມ ມີຄວາມງາມເໝາະສົມແກ່ຕຳແໜ່ງນີ້ ຈົນຊາວເນັດເຊຍກັນແບບບໍ່ມີໃຜຍອມໃຜ… ເອົ້າ!! ເວົ້າໄປຫຼາຍມັນຍາວ ລອງມາສ່ອງ 7 ສາວງາມທີ່ຊາວເນັດເຊຍໃຫ້ເປັນລູກສາວພຣະຍາກະບິນລະພົມ (ນາງສາວນະຄອນຫຼວງ 2018) MVT 08 ນາງ ວິດາ ແຊ້ພານ MVT 10 ນາງ ລິດດາ ສີຊານົນ MVT 11 ນາງ ອາລິຍາ ເກດບຸນຈັນ MVT 12 ນາງ ນ້ຳເຜີ້ງ ສະຫວັດ MVT 13 ນາງ ວິສູດາ ວັນນະສຸກ …
Read More »Home
ກິນເຂົ້າກັບຫຍັງຄືງາມແທ້? ມຸກ ກິດສະດາ Miss Supranational Laos ດຽວນີ້ງາມຂຶ້ນເປັນກອງ!!!
ໂອ້ຍຍຍຍ! ສະດຸດຫູ ສະດຸດຕາ ສະດຸດໃຈແທ້ນໍ້ ມຸກ ກິດສະດາ ວົງໄຊສະຫວາດ ເຈົ້າຂອງຕຳແໜ່ງ Miss Supranational Laos 2017 ທີ່ດຽວນີ້ງາມຂຶ້ນເປັນກອງ ອໍຣ້ານາງງາມຈັບສຸດໆ ບໍ່ວ່າຈະອອກງານອີເວັ້ນ ຫຼື ຖ່າຍຮູບ ມຸມໃດກໍ່ງາມ ເຊັກຊີ່ ເປະເວີ້ ບໍ່ມີບ່ອນຕິເລີຍເດີ້… ສຳລັບ ມຸກ ກິດສະດາ ວົງໄຊສະຫວາດ ຫຼາຍຄົນຄຸ້ນໜ້າຄຸ້ນຕາກັນດີ ເພາະນາງເອີ້ນໄດ້ວ່າເປັນສາວງາມເດີນສາຍປະກວດເລີຍກໍ່ວ່າໄດ້ ແຖມຄວ້າລາງວັນມາແລ້ວຫຼາຍເວທີ ຫຼາຍຕຳແໜ່ງເຊັ່ນ: ຕຳແໜ່ງ The Best Modle ຈາກການປະກວດ 13th Chinese-Asean Etiquette Pageant ທີ່ປະເທດຈີນ, ຕຳແໜ່ງ 2nd Runner Up ຈາກເວທີ Miss Grand Laos 2017 ແລະ ຫຼ້າສຸດຕຳແໜ່ງ Miss Supranational Laos …
Read More »ດວງປະຈຳວັນ ພຸດ ວັນທີ 4 ເມສາ 2018.
ວັນອາທິດ ດ້ານວຽກງານເຖິງຈະມີເລື່ອງເຂົ້າມາເຮັດໃຫ້ສັບສົນເລື່ອງວຽກ ແຕ່ກໍ່ສາມາດແກ້ໄຂບັນຫາໄປໄດ້ແບບສະບາຍ, ດ້ານການເງິນຖ້າຄິດຈະລົງທຶນ ຫຼື ໂອນເງິນໃຫ້ອີກຝ່າຍ ຄວນມີລາຍເຊັນ ຫຼື ລາຍລັກອັກສອນໃຫ້ດີໆ , ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນດີ ສ່ວນຄົນໂສດຫົວໃຈຊຸ່ມຊື່ນບໍ່ມີເຫງົາ. ວັນຈັນ ດ້ານວຽກງານຈະມີການປ່ຽນແປງ ມີເກນໄດ້ເລື່ອນຂັ້ນເລື່ອນຕຳແໜ່ງ, ດ້ານການເງິນມີລາຍຈ່າຍເຂົ້າມາກັບເລື່ອງບໍ່ເປັນເລື່ອງ ບາງທີກໍ່ງົງໆກັບລາຍຈ່າຍຕົວເອງ ເພາະຫຼາຍເຫຼືອເກີນ, ດ້ານຄວາມຮັກຄົນທີ່ມີຄູ່ມີເລື່ອງໃຫ້ຄິດທົບທວນໃນເລື່ອງທີ່ຜ່ານມາ ສ່ວນຄົນໂສດຈະໄດ້ພົບກັບຄົນທີ່ກົງກັບສະເປັກ ແຕ່ຢ່າຟ້າວດ່ວນໃຫ້ໃຈເຂົາໄປ ຄວນເບິ່ງໃຫ້ດີກ່ອນ. ວັນອັງຄານ ດ້ານວຽກງານຕ້ອງມີຄວາມອົດທົນໃຫ້ຫຼາຍໆ ຈຶ່ງຈະຜ່ານວຽກອັນແສນຫຍຸ້ງຍາກໃນຊ່ວງນີ້ໄປໄດ້, ດ້ານການເງິນຂາດເຂີນໜັກ ແຕ່ຍັງດີທີ່ເຮັດບຸນມາຫຼາຍ ເພາະຈະມີຄົນໃຈດີຍື່ນມືເຂົ້າມາໃຫ້ກູ້ຢືມ ແບບບໍ່ຫວັງຜົນ, ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນໝັ້ນຄົງ ຫຼາຍຄົນເອົາເປັນແບບຢ່າງ ສ່ວນຄົນໂສດຍັງຕ້ອງໂສດໄປຕາມສະຕາຍ. ວັນພຸດ ດ້ານວຽກງານແມ່ນຈະມີເລື່ອງເຂົ້າມາໃຫ້ຕັດສິນໃຈແບບກະທັນຫັນ, ດ້ານການເງິນມືເງິນໃຊ້ແບບບໍ່ຂາດມື ມີລາຍໄດ້ເຂົ້າມາຕະຫຼອດ, ຄວາມຮັກຄົນທີ່ມີຄູ່ມີເລື່ອງຜິດໃຈກັນ ແຕ່ຍັງເກັບໄວ້ບໍ່ຢາກເວົ້າ ເພາະມີຄວາມເກງໃຈກັນເກີນໄປ ສ່ວນຄົນໂສດຈະມີຄົນເຂົ້າມາເຮັດໃຫ້ຫວັນໄຫວ. ວັນພະຫັດ ດ້ານວຽກງານຈົ່ງມີສະຕິ ແລະ ດຸໝັ່ນໃຫ້ຫຼາຍໆ ເພາະມີຄົນກຳລັງຈັບຕາເບິ່ງທ່ານຢູ່, ດ້ານການເງິນລະວັງເລື່ອງການຄໍ້າປະກັນຊັບສິນໃຫ້ຄົນອື່ນ ເພາະອາດຈະມີບັນຫາຕາມມາ, ດ້ານຄວາມຮັກຄົນທີ່ມີຄູ່ຈະມີບັນຫາເລື່ອງມືທີ່ 3 ຈົນເຮັດໃຫ້ຜິດໃຈກັນ …
Read More »ງາມຫຼາຍໆ! ມາເບິ່ງ 30 ສາວງາມຜູ້ເຂົ້າຮອບໃນການປະກວດ ນາງສັງຂານ ຫຼວງພະບາງ 2018
ງາມໆທັງນັ້ນເລືອກບໍ່ຖືກກັນເລີຍງານນີ້… ມາເບິ່ງ! ນາງສາວງາມທີ່ໄດ້ຖືກຄັດເລືອກເຂົ້າຮອບ 30 ຄົນທີ່ກຳລັງມີການຝືກຊ້ອມ ເພື່ອເຂົ້າຮ່ວມງານປະກວດນາງສັງຂານ ປີ 2108 ທີ່ ຫລວງພະບາງ. (ມັກໃຜເຊຍໃຜຊ່ວຍໂຫວດຊ່ວຍແຊຣໃຫ້ກຳລັງໃຈນ້ອງໆນາງສາວຜູ້ເຂົ້າປະກວດກັນແດ່) ທີ່ມາ: Luang Prabang Moradok
Read More »ມາລຸ້ນກັນ! ແພັດ ເພັດດາວອນ ຈະປ້ອງກັນແຊ້ມໄວ້ໄດ້ອີກບໍ່? (ປັດຈຸບັນ 11 ສະໄໝແລ້ວເດີ້)
ວ້າວວວ! ຄົນລາວເຮົາລຸ້ນ ແລະ ເຊີຍ ສາວ ແພັດ ເພັດດາວອນ ສາວລາວຈາກແດນໃຕ້ທີ່ເດີນທາງໄປປະກວດໃນລາຍການແຂ່ງເພງຊື່ດັງຂອງປະເທດເພື່ອນບ້ານ “ສຶກວັນດວນເພງ” ເຊິ່ງຫຼ້າສຸດ ແພັດ ກໍ່ປ້ອງກັນແຊ້ມໃນວັນທີ 2 ເມສາ 2018 ທີ່ຜ່ານມາ ແລະ ກໍ່ເປັນໄປຕາມຄາດເພາະນາງໂຊພະລັງສຽງໃນບົດເພງ “ຮູ້ວ່າເຂົາໝົດໃຈ ແຕ່ທຳໄມຍັງຮັກເຫຼືອເກີນ” ຈົນປ້ອງກັນແຊ້ມໄດ້ເຖິງ 11 ສະໄໝແລ້ວ ຄວ້າເງິນລາງວັນໄປເຖິງ 110.000 ໝື່ນບາດ ຫຼືປະມານເກືອບ 30 ລ້ານກີບ. ແລະ ໃນມື້ນີ້ຢ່າລືມມາລຸ້ນກັນ ເພາະການປ້ອງກັນແຊ້ມຂອງສາວ ແພັດ ເພັດດາວອນ ໃນລາຍການ ສຶກວັນດວນເພງ ຍັງຄົງດຳເນີນໄປຢ່າງເຂັ້ມຂຸ້ນ ຢ່າລືມເປັນກຳລັງໃຈໃຫ້ສາວລາວເຮົານຳແດ່ເດີ້ແຟນໆ ຝາກກົດໄລ້ ກົດແຊຣໄປເປັນກຳລັງໃຈໃຫ້ເພິ່ນນຳແດ່!!! (ມີຄິບທີ່ ສາວ ແພັດ ຂຶ້ນປ້ອງກັນແຊ້ມໃນວັນທີ 2 ເມາສາ 2018 ມາຝາກ) …
Read More »