ບໍ່ເວົ້າເຖິງກໍຄົງຈະບໍ່ໄດ້ ມາແຮງອີ່ຫລີສຳລັບ ສຸພາລັກ ວົງສອນສະໝຸດ ຫຼື Dj Nouna ເຊິ່ງນາງເປັນດີເຈສາວລາວຄົນດຽວທີ່ມີຄິວໄປໂຊໂຕຢູ່ທີ່ເວທີໃຫ່ຍໆທັງໃນລາວ ແລະ ຕ່າງປະເທດເລື້ອຍໆ ແລະ ເຊື່ອວ່າແຟນໆຫຼາຍໆຄົນກໍຄົງຈະຄຸ້ນໜ້າຄຸ້ນຕາສາວຄົນນີ້ດີ ເພາະບໍ່ວ່າຈະເປັນເວທີສາຍຕືດຢູ່ໃສກໍມັກຈະເຫັນເພິ່ນປະກົດກາຍ ໄດ້ໂຊລີລາການມິກເພງໃຫ້ເຮົາໄດ້ເຕັ້ນ ໄດ້ມັນກັນເລື້ອຍໆ. ສຳລັບປີໃໝ່ລາວທີ່ຈະມາເຖິງນີ້ Dj Nouna ເພິ່ນກໍມີຄິວໄປເປີດໂຕຢູ່ຕ່າງປະເທດເຊັ່ນເຄີຍ ແຖມເປັນເວທີໃຫຍ່ຫຼາຍປະເທດເຊັ່ນ: ຢູ່ທີ່ Cambodia ໃນວັນທີ 8 ເມສາ 2018, ໃນປະເທດ Singapore ວັນທີ 13-14 ເມສາ 2018, ວັນທີ 15 ເມສາ 2018 DNA Bangkok ແລະ ໃນວັນທີ 16 ເມສາ 2018 ກັບຄືນສູ່ປະເທດລາວ ແລະ ເພິ່ນຈະມີຄິວຂຶ້ນໂຊທີ່ ງານ Vientaine wet Party, Support line …
Read More »Home
ໝູ່ລຸ້ນດຽວກັນເຂົາແຕ່ງງານ ຫຼື ບາງຄົນກໍ່ມີແຟນໝົດແລ້ວ ແຕ່ເປັນຫຍັງເຮົາຄືຍັງໂສດ?
(ຄືບໍ່ເອົາແຟນມານຳ?) ເປັນຄຳຖາມຂ້າກັນແທ້ໆທັງໆທີ່ເຮົາຍັງໂສດ ໝູ່ລຸ້ນດຽວກັນເຂົາແຕ່ງງານ ມີລູກ ຫຼື ບາງຄົນກໍ່ມີແຟນໝົດແລ້ວ ແຕ່ເປັນຫຍັງເຮົາຄືຍັງໂສດ ແຖມບໍ່ມີແວວວ່າຈະມີແຟນມີຄວາມຮັກດີໆນຳເຂົາຈັກເທື່ອ ໄດ້ແຕ່ໂສດລອຍໄປລອຍມາ ໄດ້ແຕ່ໃຊ້ຊີວິດຄົນດຽວ ກິນເຂົ້າຄົນດຽວ ເບິ່ງໝັງຄົນດຽວ ໄປທ່ຽວຄົນດຽວ ໄຮ້ຄົນຮັກຄອຍເບິ່ງແຍງເທັກແຄ ບໍ່ຄືກັບຄົນອື່ນທີ່ເຂົາໄປໃສກໍໄປເປັນຄູ່ ໂພສຮູບຄູ່ຫວານໆ ຈົນບາງເທື່ອພໍຢາກຄິດບ໋ອກພວກເຂົາພຸ້ນລະ (555). ແຕ່ຮູ້ຫຼືບໍ່ວ່າບໍ່ໄດ້ມີແຕ່ເຈົ້າເດີ້ທີ່ໂສດຄົນດຽວໃນໂລກ ເພາະດຽວນີ້ຄົນທີ່ຍັງເປັນໂສດແມ່ນມີຫຼາຍພໍໆກັບຄົນທີ່ເຂົາມີແຟນຫັ້ນລະ ເພາະການເປັນໂສດຫຼາຍຄົນລົງຄວາມເຫັນໃນທາງດຽວກັນແລ້ວວ່າ ເປັນໂສດສຸດແສນຈະສະບາຍ ບໍ່ຕ້ອງມາຖ້າຫຶງຫວງໃຜ ບາງຄົນກໍມັກທີ່ຈະໃຊ້ຊີວິດຄົນດຽວໂດຍທີ່ບໍ່ຕ້ອງເອົາໂຕເອົາໃຈໄປຜູກມັດໄວ້ກັບໃຜ, ແຕ່ເຄີຍລອງສັງເກດບໍ່ວ່າ ທີ່ທຸກມື້ນີ້ທີ່ເຮົາ ເຈົ້າ ຂ້ອຍ ທີ່ຍັງໂສດ ບໍ່ມີໃຜເຂົ້າມາໃນຊີວິດ ເປັນຍ້ອນຫຍັງກັນແທ້? 5 ເຫດຜົນທີ່ຈະບອກໃຫ້ຮູ້ວ່າ ເປັນຫຍັງຄືຍັງໂສດ? ເລືອກຫຼາຍ (ຕັ້ງສະເປັກໄວ້ສູງພຽງຟ້າ) ເຂົ້າໃຈວ່າການຈະມີຄວາມຮັກທັງທີ ກໍຢາກຈະມີຄົນດີໆທີ່ຮັກ ແລະ ຢູ່ນຳກັນໄປດົນໆໃນແບບທີ່ເຮົາຝັນໄວ້ ແຕ່ການທີ່ຕັ້ງສະເປັກໄວ້ສູງ ແຖມເລືອກຫຼາຍ ຂໍບອກກ່ອນເລີຍວ່າຄືຈະຍັງອີກດົນກວ່າຈະໄດ້ລົງຈາກຄານທອງ, ແຕ່ເຖິງຢ່າງໃດກໍບໍ່ໄດ້ໝາຍວ່າຈະຕ້ອງຕັດສິນໃຈເລືອກຄົນທີ່ເຂົ້າມາຢ່າງໄວວາ ພຽງແຕ່ຄວນປັບສະເປັກຊາຍໃນຝັນໃຫ້ຢູ່ໃນໂລກແຫ່ງຄວາມເປັນຈິງໃຫ້ຫຼາຍທີ່ສຸດ. ຂີ້ອາຍ ບໍ່ກ້າລຸຍ ເຖິງແມ່ນວ່າສັງຄົມບ້ານເຮົາຈະຖືກສອນໃຫ້ແມ່ຍິງຮັກນວນສະຫງວນຕົວ ແຕ່ການເລີ່ມໄປສານສຳພັນກ່ອນໃນຍຸກນີ້ກໍບໍ່ແມ່ນເລື່ອງທີ່ເສຍຫາຍສະເໝິໄປ ຖ້າຟາງແຕ່ອາຍ …
Read More »ດວງປະຈຳວັນ ພຸດ ປະຈໍາວັນທີ 28 ມີນາ 2018
ດວງປະຈຳວັນ ພຸດ ປະຈໍາວັນທີ 28 ມີນາ 2018 ວັນຈັນ ການເງິນ: ໂຊກດີມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງໃນໄລຍະນີ້ກໍ່ເປັນໄດ້ ເລື່ອງທີ່ຫວັງໄວ້ຈະສົມຫວັງ ສິ່ງທີ່ຢາກໄດ້ມາດົນຈະສົມຫວັງດັ່ງໃຈ ວຽກງານ: ໄລຍະນີ້ຮູ້ສຶກອິດເມື່ອຍເປັນພິເສດ ເພາະອຸປະສັກທາງດ້ານວຽກຄ້ອນຂ້າງຫຼາຍ ແຕ່ກໍ່ສາມາດແກ້ໄຂບັນຫາຕ່າງໆໃຫ້ຜ່ານພົ້ນໄປໄດ້ສະເໝີ ຄວາມຮັກ: ມີໂອກາດພົບຮັກ ພົບຄົນທີ່ຖືກໃຈເຂົ້າມາໃນໄລຍະນີ້ ດ້ວຍບຸນເກົ່ານໍາພາມາໃຫ້ພົບກັນແບບບໍ່ທັນຕັ້ງຕົວ ວັນອັງຄານ ການເງິນ: ມີຄວາມກັງວົນໃຈໃນເລື່ອງການໃຊ້ເງິນ ໃນໄລຍະນີ້ມີເລື່ອງທີ່ຕ້ອງຈ່າຍອອກໄປແບບບໍ່ຄາດຝັນສະເໝີ ແລະ ຕ້ອງຈ່າຍຢ່າງຫຼີກລ່ຽງບໍ່ໄດ້ ວຽກງານ: ຈະເຮັດທຸລະກິດໃດໆ ກໍ່ຈະເກີດຄວາມໂຊກດີ ມີການເດີນທາງຕິດຕໍ່ວຽກຄ້ອນຂ້າງຫຼາຍເປັນພິເສດໃນໄລຍະນີ້ ຄວາມຮັກ: ຍັງບໍ່ຕັດສິນໃຈເລືອກໃຜ ເຖິງຈະມີຄົນເຂົ້າມາ ແຕ່ກໍ່ຍັງເລືອກທີ່ຈະເບິ່ງກັນໄປໄລຍະຍາວຫຼາຍກວ່າ ແລະ ໝູ່ຍັງໃຫ້ຄໍາແນະນໍາທີ່ດີໃນການຊ່ວຍສະແດງທັດສະນະຄະຕິກ່ຽວກັບຄົນທີ່ເຂົ້າມາ ວັນພຸດ ການເງິນ: ມີເລື່ອງທີ່ຕ້ອງຈ່າຍອອກໄປ ແຕ່ກໍ່ມີເລື່ອງທີ່ຈະເຮັດໃຫ້ໄດ້ເຂົ້າມາສະເໝີ ເປັນການໄດ້ໂຊກຈາກຜູ້ໃຫຍ່ ຫຼື ມີຄົນອຸປະຖໍາຊ່ວຍເຫຼືອທາງດ້ານການເງິນໃນໄລຍະນີ້ຢ່າງເປັນໂຊກກັບຕົວເອງ ວຽກງານ: ຂໍ້ມູນຂ່າວສານຕ່າງໆສົ່ງຜົນຕໍ່ຄວາມລ່າຊ້າ ແຕ່ສຸດທ້າຍກໍ່ໄດ້ຮັບຂ່າວດີຈາກຜູ້ໃຫຍ່ ມີເລື່ອງດີໆເກີດຂຶ້ນຫຼັງຈາກທີ່ຖ້່າມາດົນ ຄວາມຮັກ: ສຸກສົມຫວັງ ແລະ ລົງຕົວໃນເລື່ອງຂອງຄວາມຮັກ …
Read More »ລູກນໍ້າ ທິດາລັດ ສະຫງ່າງາມຮ່ວມງານແຟຼຊັ່ນວີກ ພ້ອມຮ່ວມເຟມຖ່າຍຮູບກັບຊຸບຕາຈາກເພື່ອນບ້ານ!!!
ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງສາວຊື່ດັງໄດ້ເດີນທາງຮ່ວມງານ Bangkok International Fashion Week 2018 (#BIFW2018) ເຊິ່ງເປັນງານໃຫ່ຍລະດັບປະເທດຂອງປະເທດເພື່ອນບ້ານ ເຊິ່ງງານໄດ້ຈັດຂຶ້ນໃນວັນທີ 22-25 ມີນາ 2018 ທີ່ຜ່ານມາ ແລະ ນອກຈາກນັ້ນ ສາວ ລູກນໍ້າ ກໍຍັງໄດ້ຮ່ວມເຟມຖ່າຍຮູບກັບ ກຣີນ ອັດສະດາພອນ ນັກສະແດງສາວຊື່ດັງຂອງຝັ່ງປະເທດເພື່ອນບ້ານອີກດ້ວຍ. (ລູກນໍ້າ+ກຣີນ ເປັນຕາຮັກຕາແພງຫຼາຍໆ) ແລະ ຍັງມີຮູບງາມໆຂອງ ສາວ ລູກນໍ້າ ທິດາລັດ ມາຝາກນຳເດີ້… ຮູບພາບ: Louknum Vongsili
Read More »ຄົນລາວມີເຮ! ປີນີ້ພັກຍາວ ອອກມາແລ້ວແຈ້ງການສຳລັບມື້ພັກປີໃໝ່ລາວ 2018
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ວັນທີ 27 ມີນາ 2018 ເລື່ອງ: ການຈັດຕັ້ງສະເຫຼີມສະຫຼອງວັນບຸນປີໃຫມ່ລາວ ປະຈຳປີ ພສ 2561. ເນື່ອງຈາກວັນປີໃຫມ່ລາວ ປີ 2018 ແມ່ນກົງກັບວັນທີ 14-15-16 ເມສາ 2018 (ກົງກັບວັນເສົາ, ອາທິດ ແລະ ວັນຈັນ), ຊຶ່ງວັນທີ 14 ແລະ 15 ເປັນວັນເສົາ ແລະ ອາທິດ (ເປັນວັນພັກລັດຖະການ) ດັ່ງນັ້ນ, ຈຶ່ງເຫັນດີກຳນົດເອົາວັນທີ 17 ແລະ 18 ເມສາ 2018 (ກົງກັບວັນອັງຄານ ແລະ ວັນພຸດ) ເປັນວັນພັກຊົດເຊີຍ. ຂໍຂອບໃຈສຳລັບທີ່ມາ ແລະ ຮູບພາບປະກອບ.
Read More »