Breaking News

Home

ສຸດຊຶ້ງ! ຟ້າໃສ ຈິນນາລີ ນໍ້າຕາໄຫຼວິນາທີອຳລາຕຳແໜ່ງ MISS GRAND LAOS 2017

ປີໜຶ່ງຜ່ານໄປຊ່າງເປັນຫຍັງທີ່ໄວເຫຼືອເກີນ ໂບກມືບ່າຍໆອຳລາຕຳແໜ່ງເປັນທີ່ຮຽບຮ້ອຍແລ້ວສຳລັບ ຟ້າໃສ ຈິນນາລີ ນໍລະສິງ MISS GRAND LAOS 2017 ຂວັນໃຈອີກຄົນໜຶ່ງຂອງພໍ່ແມ່ພີ່ນ້ອງປະຊາຊົນລາວ ເຊິ່ງໃນຄໍ່າຄືນຂອງວັນທີ 24 ມີນາ 2018 ທີ່ຜ່ານມາກໍໄດ້ມີການຈັດງານປະກວດ MISS GRAND LAOS 2018 ແລະ ເຮົາກໍໄດ້ມິສແກຣນຄົນໃໝ່ມາເຮັດໜ້າທີ່ປະຕິບັດພາລະກິດຕໍ່ຈາກ ນ້ອງ ຟ້າໃສ ຈິນນາລີ ແລະ ໃນເວທີດັ່ງກ່າວ ນ້ອງ ຟ້າໃສ ຂອງເຮົາກໍໄດ້ຂໍອຳລາຕຳແໜ່ງໄປດ້ວຍຄວາມສະຫງ່າງາມ. ນ້ອງ ຟ້າໃສ ຈິນນາລີ ກໍຍັງໄດ້ໂພສຂໍ້ຄວາມຂອບໃຈທຸກໆຄົນຢ່າງສຸດຊຶ້ງວ່າ: “ຟ້າໃສ ຈິນນາລີ ນໍລະສິງ Miss Grand Laos 2017 ແຕ່ຖ້າບໍ່ມີທຸກຄົນ, ຟ້າບໍ່ແມ່ນຫຍັງເລີຍ.. ” ຍັງຈື່ໄຟຂອງການເຊຍໄດ້ດີ.. ຈື່ກຳລັງໃຈລົ້ນຫຼາມ , ຂອບໃຈຜູ້ໃຫຍ່ທີ່ໃຫ້ໂອກາດ, ຂອບໃຈທີວີລາວຜູ້ທີ່ກ້ານຳເອົາເວທີລະດັບໂລກເຂົ້າສູ່ປະເທດເພື່ອເຮົາຊາວລາວທຸກຄົນ, ຂອບໃຈເອື້ອຍອ້າຍທີມງານ ສະປອນເຊີທຸກໆເຈົ້າທີ່ເປັນຜູ້ຢູ່ເບື່ອງຫຼັງໃຫ້ ເສື້ອຜ້າ ໜ້າຜົມ ກ້ອງໄຟ ອອກມາສວຍງາມຕະຫຼອດ, ຂອບໃຈປ໋າ ມ໊າ ນ້ອງສາວຂີ້ດື້ …

Read More »

ດວງປະຈຳວັນ ຈັນ ປະຈໍາວັນທີ 26 ມີນາ 2018

ດວງປະຈຳວັນ ຈັນ ປະຈໍາວັນທີ 26 ມີນາ 2018 ວັນຈັນ ການເງິນ: ໄລຍະນີ້ມີຄວາມກັງວົນໃຈເລື່ອງລາຍຈ່າຍຢູ່ແນ່ ເມື່ອໄດ້ເງິນມາກໍ່ຕ້ອງຈ່າຍອອກໄປ ຫຼືຢາກຈະໄປເຮັດບຸນກໍ່ເປັນໄດ້ ວຽກງານ: ມີການຕັດສິນໃຈດ້ວຍຄວາມຄິດສ້າງສັນໃນການເຮັດບາງສິ່ງບາງຢ່າງໃຫ້່ເກີດການຮຽນຮູ້ ເຮັດໃຫ້ເກີດປະສົບການເພີ່ມຂຶ້ນໃນການເຮັດທຸລະກິດ ຄວາມຮັກ: ຍັງບໍ່ຕັດສິນໃຈໃນເລື່ອງເຫຼົ່ານີ້ ເພາະຂ່າວສານດ້ານຂໍ້ມູນດ້ານຄວາມຮັກຍັງບໍ່ຊັດເຈນ ຈຶ່ງຍັງບໍ່ເກີດການຕັດສິນໃຈໃນໄລຍະນີ້ນັ້ນເອງ ວັນອັງຄານ ການເງິນ: ມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ແຕ່ກໍ່ມີເລື່ອງຕ້ອງຈ່າຍອອກໄປເປັນລັກສະນະໝູນເງິນໃຫ້ຜ່ານພົ້ນໄປໃຫ້ໄດ້ນັ້ນເອງໄລຍະນີ້ ວຽກງານ: ຄວາມດຸໝັ່ນຈະນໍາພາຄວາມສໍາເລັດມາສູ່ຕົນເອງ ໃນໄລຍະນີ້ຕ້ອງເພິ່ງພາຕົນເອງໃຫ້ຫຼາຍ ເພາະຫວັງເພິ່ງພາບໍລິວານບໍ່ໄດ້ ຄວາມຮັກ: ສຸກສົມຫວັງ ແລະລົງຕົວດ້ານຄວາມຮັກ ມີໂອກາດພົບຮັກ ພົບຄົນທີ່ຖືກໃຈໃນໄລຍະນີ້ ວັນພຸດ ການເງິນ: ມີໂຊກຈະໄດ້ເງິນມາຈາກການເຮັດວຽກ ຈາກຜູ້ໃຫຍ່ໃຫ້ໂຊກ ແລະ ຄອຍຊ່ວຍເຫຼືອອຸປະຖໍາທາດງ້ານການເງິນແກ່ເຈົ້າໄດ້ເປັນຢ່າງດີ ວຽກງານ: ມີຄວາມສະຫຼຽວສະຫຼາດນໍາພາຕົນເອງໄປສູ່ຄວາມສໍາເລັດໄດ້ສະເໝີ ໃນເລື່ອງຂອງການຕັ້ງໃຈເຮັດວຽກ ແລະ ການສ້າງຜົນງານທີ່ກໍ່ໃຫ້ເກີດໂຊກແກ່ຕົນເອງ ຄວາມຮັກ: ຍັງບໍ່ມີເວລາທຸ່ມເທໃຫ້ກັບເລື່ອງຄວາມຮັກຫຼາຍປານໃດ ເພາະຍັງມີອີກຫຼາຍສິ່ງຫຼາຍຢ່າງທີ່ຕ້ອງເຮັດໃຫ້ລຸລ່ວງໄປ ວັນພະຫັດ ການເງິນ: ມີເລື່ອງທີ່ຕ້ອງຈ່າຍອອກໄປ ແຕ່ກໍ່ຈະຊອກເຂົ້າມາໄດ້ທຸກເທື່ອ ໃນໄລຍະນີ້ຈະໄດ້ເງິນຈາກຜູ້ໃຫຍ່ …

Read More »

ຖະແຫຼງຂ່າວຖ່າຍທອດສົດບານໂລກ 2018 ທີ່ ປະເທດ ຣັດເຊຍ

ໃນຕອນບ່າຍ ວັນທີ 19 ມີນາ 2018 ທີ່ຜ່ານມາ ຢູ່ທີ່ສະຖານນີໂທລະພາບ ທີວີລາວ ໄດ້ມີການຖະແຫຼງຂ່າວຖ່າຍທອດສົດບານໂລກ 2018 , ເປັນປະທານໂດຍ ທ່ານ ດຣ. ຫົງຄຳ ສຸວັນນະວົງ ປະທານສະຖານນີໂທລະພາບທີວີລາວ ພ້ອມດ້່ວຍສື່ມວນຊົນຈາກທຸກພາກສ່ວນ. ໝູນວຽນມາຮອດອີກແລ້ວສຳລັບການແຂ່ງຂັນເຕະບານໂລກ 2018 ໃນປີນີ້ຈັດຂຶ້ນທີ່ ປະເທດ ຣັດເຊຍ ເຊິ່ງ 4 ປີຈະມີການຈັດຂຶ້ນເທື່ອໜຶ່ງ ແລະ ສະຖານນີໂທລະພາບ ທີວີລາວ ກໍໄດ້ມີການຊື້ລິຂະສິດເພື່ອມາຖ່າຍທອດສົດໃຫ້ແຟນບານຊາວລາວໄດ້ເບິ່ງໄດ້ຊົມກັນແບບສະດວກສະບາຍ, ການຖ່າຍທອດສົດຈະເລີ່ມຕັ້ງແຕ່ ວັນທີ 14 ມິຖຸນາ-15 ກໍລະກົດ ເຊິ່ງຈະຖ່າຍທອດຄົບ 64 ນັດ ລວມມີການຖ່າຍທອດສົດ, ເທັບບັນທຶກພາບ ແລະ ການວິເຄາະເກມການແຂ່ງຂັນ. ນອກຈາກການຖ່າຍທອດສົດຜ່ານທາງໂທລະພາບໃນປີນີ້ ຍັງຈະມີກິດຈະກຳຫຼາຍຂຶ້ນກວ່າບານໂລກໃນປີ 2014 ທີ່ຜ່ານມາ ເພື່ອໃຫ້ແຟນບານໄດ້ຮ່ວມມ່ວນຊື່ນ ໂດຍສະເພາະແມ່ນການຖ່າຍທອດສົດຜ່ານຈໍໃຫ່ຍ ເກືອບທົ່ວປະເທດຕາມຄວາມເໝາະສົມ, ພ້ອມນັ້ນຍັງຈະມີກິດຈະກຳ …

Read More »

(ແຈ້ງເກີດສະບາຍໆພຽງແຕ່ຖ່າຍຮູບເປັນ) ມາເບິ່ງແນວຮູບພາບສຸດ Art ທີ່ໃຜເຫັນແລ້ວຕ້ອງກົດໄລ້!!!

 (ມາເບິ່ງແນວຮູບພາບສຸດ Art ຂອງ Fashion Stylist ສຸດແນວ Alin Show) ມາເບິ່ງແນວຮູບພາບສຸດ Art ຂອງ ອາລິນ ໝື່ນສຸພັນ ຫຼື ຊື່ໃນວົງການບັນເທີງຂອງເພິ່ນກໍຄື  “Alin Show” ເຊິ່ງເພິ່ນເປັນ Fashion Stylist ສຸດແນວຢູ່ໃນວົງການມາກໍຫຼາຍປີ ມີເອກະລັກໂດດເດັ່ນບໍ່ຄືໃຜແລະບໍ່ມີໃຜຄື ແຖມເພິ່ນຍັງເປັນຄົນທີ່ມີພອນສະຫວັນທາງດ້ານການຖ່າຍຮູບ ເຊິ່ງບອກກ່ອນເລີຍວ່າ ອາລິນ ບໍ່ໄດ້ເປັນຊ່າງຖ່າຍພາບມືອາຊີບ ຫຼື ໄປຮຽນດ້ານການຖ່າຍຮູບມາແຕ່ຢ່າງໃດ ແຕ່ດ້ວຍພອນສະຫວັນບວກກັບພອນສະແຫວງຈຶ່ງເຮັດໃຫ້ Stylist ສຸດແນວຄົນນີ້ແຈ້ງເກີດໃນສິລະປະທາງດ້ານການຖ່າຍຮູບແນວອາສໄດ້ແບບສະບາຍໆ.   ໃນປັດຈຸບັນໂລກເຮົາກໍໄດ້ໝູນວຽນໄປຕາມຍຸກຕາມສະໄໝ ການຖ່າຍຮູບກໍເຊັ່ນກັນ ໃນຊ່ວງປີກ່ອນໆແມ່ນເຮົາຈະຮິດເຖິງຮິດທີ່ສຸດແມ່ນການຖ່າຍຮູບແນວເຊວຟີ່ ຫຼື ເອີ້ນງ່າຍໆວ່າແມ່ນການຖ່າຍຮູບໃຫ້ເຫັນໜ້າຕາຕົວເອງຫຼາຍທີ່ສຸດ ແຕ່ມາຮອດປີນີ້ເທຼນການເຊວຟີ່ກໍໄດ້ເລີ່ມໝົດໄປ ສະຕາຍຖ່າຍຮູບແນວອາສໆກໍໄດ້ເລີ່ມເຂົ້າມາ ແລະ ໜຶ່ງໃນນັ້ນກໍແມ່ນ ອາລິນ ທີ່ມີການຖ່າຍຮູບໄດ້ເປັນເອກະລັກ ງາມ ແລະ ໄດ້ອາລົມຂອງຮູບພາບນັ້ນໆແບບສຸດໆ ຈົນເຮັດໃຫ້ມີຄົນຕິດຕາມເປັນ Fc ເພິ່ນຈຳນວນຫຼວງຫຼາຍ. ລອງມາເບິ່ງຮູບພາບງາມໆ ອາສໆສີມືຂອງ Stylist ສຸດແນວຄົນນີ້ກັນເບິ່ງເນາະ!!! ສາມາດຕິດຕາມໄດ້ທີ່: …

Read More »

ດູມໆໃຫ່ຍໆບໍ່ແມ່ນວ່າຈະດີສະເໝີໄປ ບັນຫາຂອງສາວເອິກໃຫ່ຍທີ່ຫຼາຍຄົນຍັງບໍ່ຮູ້?

 ສາວໆຫຼາຍທ່ານປາດຖະໜາທີ່ຈະມີໜ້າເອິກໃຫ່ຍ ການມີໜ້າເອິກໃຫ່ຍອາດຈະດີໃນໄລຍະຍາວ ແຕ່ໃນຊີວິດປະຈຳວັນມີໃຜຮູ້ແດ່ບໍ່ວ່າການມີເອິກໃຫ່ຍອາດເຮັດໃຫ້ເຮົາເມື່ອຍ ເພາະດ້ວຍຂະໜາດຂອງໜ້າເອິກທີ່ລົ້ນອອກມາກໍອາດຈະສ້າງອຸປະສັກໃນການດຳເນີນຊີວິດ ໂດຍສະເພາະເວລານອນ ແຖມຍັງຕ້ອງເຈິກັບບັນຫາເຈັບຫຼັງຢ່າງຫຼີກເວັ້ນບໍ່ໄດ້, ເຊິ່ງທ່ານອນແຄງອາດຈະເປັນທ່າທີ່ນອນສະບາຍ ແຕ່ບໍ່ແມ່ສຳລັບສາວໜ້າເອິກໃຫ່ຍ ເພາະຈະເຮັດໃຫ້ຮູ້ສຶກຄ້າຍໆກັບວ່າກ້ອນຊີ້ນມັນຈະລະເບີດອອກມາສູ່ພາຍນອກ ເພາະໜ້າເອິກຈະບຽດເຂົ້າຫາກັນເຮັດໃຫ້ຫາຍໃຈລຳບາກ ເຮັດໃຫ້ນອນຫຼັບບໍ່ຄ່ອຍມີຄວາມສຸກ ຍິ່ງຖ້າແມ່ນທ່ານນອນຄວໍ້າແລ້ວກໍບໍ່ສາມາດເຮັດໄດ້ເລີຍ ຢາກຈະນອນອາບແດດໃຫ້ຜິວເປັນສີແທນ ຫຼື ນອນຄວໍ້າໃຫ້ຄົນນວດກໍຈະຮູ້ສຶກອຶດອັດ ແຖມເວລານອນຖ້ານຸ່ງເສື້ອຊ້ອນໃນເວລານອນກໍຈະເຮັດໃຫ້ເລືອດລົມໄຫຼວຽນບໍ່ສະດວກ ແລະ ທີ່ໜີບໍ່ພົ້ນເລີຍຄືຕື່ນມາກັບອາການເຈັບທີ່ຫຼັງອີກດ້ວຍ. ຍິ່ງໄປກວ່ານັ້ນ ເຕົ້ານົມຂະໜາດໃຫ່ຍ ອາດໜັກເຖິງ 1ກິໂລກຼາມຕໍ່ຂ້າງ ນັ້ນໝາຍຄວາມວ່າເຈົ້າຂອງນົມຈະຕ້ອງແບກຮັບນໍ້າໜັກເຖິງ 2 ກິໂລກຼາມ ທີ່ບໍລິເວນດ້ານໜ້າຂອງລຳໂຕ ສິ່ງທີ່ຈະຕາມມາກໍຄື ເຮັດໃຫ້ເຈັບຫຼັງ ເຈັບບ່າ ຈະລຸກ ຈະນັ່ງ ຈະນອນ ກໍບໍ່ສະບາຍໂຕ ເວລາແລ່ນກໍຍິ່ງລຳບາກອີກຕ່າງຫາກ. ສຳລັບສາວທີ່ມີເອິກໃຫ່ຍອ່ານແລ້ວກໍບໍ່ຕ້ອງຊີລຽດໄປ ເພາະເຮົາຍັງມີວີທີແກ້ທີ່ຈະເຮັດໃຫ້ເຈົ້າໃຊ້ຊີວິດໄດ້ຢ່າງສະບາຍໆໄປກັບເອິກດູມໆນຳເດີ້ ມາເບິ່ງກັນເລີຍ! ຫາກວ່າເຈົ້າມັກທ່ານອນແຄງນັ້ນຖືວ່າດີຫຼາຍ ແຕ່ຄວນຫາໝອນນ້ອຍໆມາວາງລະຫວ່າງໜ້າເອິກ ເພື່ອບໍ່ໃຫ້ໜ້າເອິກບຽດກັນ ເພື່ອປ້ອງກັນບໍ່ໃຫ້ໜ້າເອິກແຫ່ວໄວ ແລະ ນອນໃນທ່າແຄງທັງຊ້າຍ ແລະ ຂວາ ຈະຊ່ວຍໃນເລື່ອງຂອງຮູບໜ້າເອິກໃນໄລຍະຍາວ, ແຕ່ເຖິງຢ່າງໃດທ່າທີ່ເໝາະສົມທີ່ສຸດກໍຄືທ່ານອນຫງາຍ. ເສື້ອຊ້ອນແນວສະປອດບຣາ ຈະຊ່ວຍກະຈາຍ ແລະ …

Read More »