Breaking News

Home

ສິ່ງທີ່ບໍ່ຄວນເບິ່ງຂ້າມ ຖ້າຢາກມີຄວາມກ້າວໜ້າໃນຊີວິດ!!!

ຄຳແນະນຳຈາກຄົນທີ່ປະສົບການມາກ່ອນ: ຖ້າໝູ່ເພື່ອນມີບຸກຄົນທີ່ເປັນແບບຢ່າງ ທັງຮູ້ສຶກປະທັບໃຈໃນການເປັນນັກທຸລະກິດ ກໍຄືພະນັກງານທີ່ດີເດັ່ນ ດັ້ງນັ້ນບໍ່ຕ້ອງເກງໃຈທີ່ຈະເຂົ້າໄປຂໍຄຳແນະນຳຈາກຄົນໆນັ້ນເດີ້ ຮຽນຮູ້ການເຮັດວຽກຂອງຫົວໜ້າ: ພະຍາຍາມເບິ່ງຜົນງານທີ່ດີຂອງຫົວໜ້າ ເພື່ອໃຫ້ຮຽນຮູ້ດວຽກໄດ້ຢ່າງມີປະສິດທິພາບ ແບບຫົວໜ້າຂອງເຮົາ ເມື່ອໃດທີ່ຫົວໜ້າທ່ານບໍ່ສະບາຍ ຫຼື ລາພັກ ກໍເປັນໂອກາດທີ່ເຮົາຈະໄດ້ສະແດງສີມື ວ່າສາມາດເຮັດວຽກແທນເພິ່ນໄດ້ ຖືວ່າໄດ້ຊ່ວຍຫົວໜ້າຂອງເຮົາ ແລະ ຍັງເຮັດໃຫ້ມີຄວາມແຕກຕ່າງກວ່າເພື່ອນຮ່ວມງານຄົນອື່ນໆອີກ. ໝັ່ນຊ່ວຍວຽກຕ່າງໆບໍ່ວ່າວຽກນ້ອຍ ຫຼື ໃຫຍ່: ການທີ່ຈະເຂົ້າໄປມີບົດບາດໃນເລື່ອງວຽກງານ ຫຼື ກິດຈະກຳຕ່າງໆ ເຖິງວ່າຈະເປັນພຽງເລື່ອງນ້ອຍໆກໍຕາມ ຄວນເຄື່ອນໄຫວຢູ່ໃນສາຍຕາຂອງຜູ້ບໍລິຫານຫຼາຍຂຶ້ນ ຈຶ່ງຈະຖືກຈົດຈໍາໂດຍອັດຕະໂນມັດ ເມື່ອມີເລື່ອງໃຫ້ຊ່ວຍເຫຼືອ ຊື່ຂອງເຮົາກໍຈະຂຶ້ນມາຢູ່ໃນຄວາມຄິດຂອງຫົວໜ້າທັນທີ. ຮັກສາສາຍພົວພັນທີ່ດີກັບລູກຄ້າ ຫຼື ແຂກທຸກຄົນ: ບໍ່ວ່າຈະເປັນແຂກຜູ້ນ້ອຍ ຫຼື ແຂກຜູ້ໃຫຍ່ກໍຕາມ ບໍ່ຄວນຂາດການຕິດຕໍ່ກັບເຂົາເຈົ້າ ເພາະບໍ່ມີທາງຮູ້ດອກວ່າ ມື້ໜຶ່ງພວກເຂົາອາດມີຄວາມສຳຄັນຕໍ່ຊີວິດ ຫຼືໂອກາດທາງວຽກງານໃນອະນາຄົດ. ພັດທະນາທັກສະໃນການເວົ້າຢູ່ສະຖານທີ່ສາທາລະນະ ແລະ ທັກສະການນຳສະເໜີວຽກ: ຄົນສ່ວນຫຼາຍມັກຢ້ານເວລາເວົ້າຢູ່ຕໍ່ໜ້າຄົນອື່ນ ເຊິ່ງມີຄົນທີ່ເຮົາບໍ່ຮູ້ຈັກເປັນຈຳນວນຫຼາຍ ດັ່ງນັ້ນຄວນຄິດວ່າໂອກາດທີ່ຢູ່ບ່ອນຄົນຫຼາຍ ເປັນໂອກາດດີທີ່ຈະເຮັດໃຫ້ໝັ້ນໃຈ ແບບເຮົາເປັນຕົວແທນໃນການສະແດງອອກ ເພື່ອພັດທະນາໃນທາງທີ່ດີຂອງຕົວເຮົາເອງ. ເປັນມິດທີ່ດີກັບທຸກຄົນ: ຄວນເປັນມິດກັບທຸກຄົນ ບໍ່ວ່າຈະໃນເວລາອາລົມກຳລັງເຄັ່ງຕຶງກັບວຽກງານກໍຕາມ …

Read More »

ບໍ່ໜ້າເຊື່ອ! ດື່ມກາເຟເປັນປະຈຳຊ່ວຍປ້ອງກັນພະຍາດໄວຣັດຕັບອັກເສບ ແລະ ອີກຫຼາຍໆພະຍາດໄດ້!!!

10 ຄຸນປະໂຫຍດຂອງການດື່ມກາເຟ ໂດຍທີ່ບໍ່ໃສ່ນໍ້າຕານ ແລະ ຄຣີມທຽມ ການດື່ມກາເຟເປັນປະຈຳຊ່ວຍປ້ອງກັນພະຍາດໄວຣັດຕັບອັກເສບ B ມີນັກວິໄຈພິສູດວ່າໃນກາເຟດໍາ ຫຼືກາເຟທີ່ເຮົາຊົງກິນໂດຍທີ່ບໍ່ໃສ່ນໍ້າຕານ ແລະ ຄຣີມທຽມສາມາດປ້ອງກັນພະຍາດໄວຣັດຕັບອັກເສບ B ໄດ້ ດື່ມກາເຟເປັນປະຈຳສາມາດປ້ອງກັນພະຍາດຫອບຫືດ ເຊິ່ງພະຍາດນີ້ມີສາເຫດມາຈາກກພູມແພ້ຊະນິດໜຶ່ງ ໂດຍທົ່ວໄປແລ້ວຮ່າງກາຍມະນຸດຈະບໍ່ມີອາການຂອງພະຍາດຫອບຫືດໄດ້ງ່າຍໆ ແຕ່ຖ້າຫາກປະສາດສຳລອງຖືກກະຕຸ້ນກໍຈະເກີດອາການຫອບທັນທີ, ດັ່ງນັ້ນເມື່ອທ່ານດື່ມກາເຟເຂົ້າໄປໃນຮ່າງກາຍ ຄາເຟອີນທີ່ມີຢູ່ໃນກາເຟກໍຈະຊ່ວຍລະງັບການຕຶງຄຽດຂອງປະສາດສຳຜັດສຳຮອງ ຫຼຸດອາການເກີດຫອບຫືດໄດ້ເປັນຢ່າງດີ 3. ການດື່ມກາເຟເປັນປະຈຳສາມາດຫຼຸດອາການເກີດພະຍາດຕັບທີ່ເປັນສາເຫດຈາກການດື່ມເຫຼົ້າຫຼາຍ ຕາມທີ່ນັກວິຊາການສຳຫຼວດແລ້ວຈຶ່ງຄົ້ນພົບວ່າ ກາເຟຊ່ວຍຫຼຸດຜົນຮ້າຍທີ່ຈະມີຕໍ່ຕັບໄຕ 4. ການດື່ມກາເຟເປັນປະຈຳຊ່ວຍປ້ອງກັນມະເຮັງຕັບ ມະເຮັງລຳໄສ້ ແລະ ມະເຮັງໃນຊ່ອງປາກ ຈາກຜົນການທົດລອງຂອງນັກວິໄຈຈຶ່ງຄົ້ນພົບວ່າໃນກາເຟມີປະສິດທີພາບປ້ອງກັນພະຍາດໃນຂັ້ນຕົ້ນ ໂດຍສະເພາະໃນຄາເຟອີນທີ່ມີຢູ່ໃນກາເຟຈະມີກົດອະຊີຕິກ ທີ່ຊ່ວຍປ້ອງກັນພະຍາດດັ່ງກ່າວໄດ້ 5. ການດື່ມກາເຟເປັນປະຈຳຊ່ວຍຂັບໄລ່ຄວາມຊະລາ ອົກຊີເຊນເປັນສານທີ່ສຳຄັນທີ່ຮ່າງກາຍຂອງມະນຸດຕ້ອງການຫຼາຍກໍແມ່ນຄວາມຈິງ ແຕ່ໃນທາງກົງກັນຂ້າມກັນຖ້າຮ່າງກາຍມີອົກຊີເຊນຫຼາຍເກີນໄປຈະເຮັດໃຫ້ມີໂອກາດເປັນພະຍາດມະເຮັງສູງ ແລະ ເຖົ້າໄວ ແຕ່ຖ້າທ່ານດື່ມກາເຟໃນປະລິມານທີ່ເໝາະສົມຈະເຮັດໃຫ້ຫຼຸດຜ່ອນການເກີດມະເຮັງໄດ້ ແລະ ຍັງກະຕຸ້ນການເຜົາຜານໃນຮ່າງກາຍໄດ້ເປັນຢ່າງດີ 6. ການດື່ມກາເຟເປັນປະຈຳຊ່ວຍຫຼຸດອັດຕາໄຂມັນ ຊ່ວຍປ້ອງກັນພະຍາດຫົວໃຈ ແລະ ຍັງສາມາດຊ່ວຍຫຼຸດໄຂມັນໃນເສັ້ນເລືອດໄດ້ອີກດ້ວຍ 7. ການດື່ມກາເຟເປັນປະຈຳສາມາດຊ່ວຍລະລາຍໄຂມັນ ກາເຟທີ່ດື່ມຫຼັງອາຫານ ຈະຊ່ວຍໄປກຳຈັດໄຂມັນທີ່ເກາະຕິດໃນຮ່າງກາຍເຮົາໄດ້ …

Read More »

ດວງປະຈໍາວັນ ສຸກ, ປະຈໍາວັນທີ 1 ມິຖຸນາ 2018

• ວັນອາທິດ ການເງິນ: ມີລາຍໄດ້ເຂົ້າມາຫຼາຍ ແຕ່ກໍ່ໝົດໄປແບບບໍ່ເກີດປະໂຫຍດເລີຍ ວຽກງານ: ວຽກບໍ່ຄ່ອຍມີບັນຫາ ໜັກໃຈແຕ່ຄົນອ້ອມຂ້າງ ຕັ້ງແຕ່ເຈົ້ານາຍຮອດໝູ່ຮ່ວມວຽກ ເພາະທ່ານຮູ້ສຶກວ່າຄົນເຫຼົ່ານີ້ບໍ່ຈິງໃຈກັບທ່ານປານໃດ ຄວາມຮັກ: ຄົນໂສດ ຄວາມຮັກບໍ່ຍິ່ງໃຫຍ່ ມັກໃຜຄວາມສໍາພັນກໍບໍ່ຄືບໜ້າ ສ່ວນຄູ່ຮັກ ເຂົ້າໃຈຜິດກັນດ້ວຍເລື່ອງເລັກນ້ອຍ ແຕ່ເຮັດໃຫ້ເປັນເລື່ອງໃຫຍ່ • ວັນຈັນ ການເງິນ: ມີລາຍຮັບເຂົ້າມາເລື້ອຍໆ ແຕ່ກໍ່ທ້ອນໄວ້ບໍ່ໄດ້ດົນ ເພາະລາຍຈ່າຍຫຼາຍ ໂດຍສະເພາະຄ່າໃຊ້ຈ່າຍເລື່ອງຄວາມງາມ ວຽກງານ: ມ່ວນກັບການເຮັດວຽກເພາະໄດ້ຮັບໂປຣເຈັກທີ່ຖືກໃຈ ມີໂອກາດສະແດງສີມືເຕັມທີ່ເຈົ້ານາຍມັກທ່ານເປັນພິເສດ ຄວາມຮັກ: ຄົນໂສດ ຄວາມຮັກດີຂຶ້ນ ມີໂອກາດພົບຄູ່ຄອງທີ່ຈິດໃຈອົບອຸ່ນ ໂຣແມນຕິກ ສ່ວນຄູ່ຮັກ ບັນຍາກາດປອງດອງຫຼາຍຂຶ້ນ ແຟນເອົາໃຈເປັນພິເສດ ມີໂອກາດໄປທ່ອງທ່ຽວກັບຫວານຊື່ນ. • ວັນອັງຄານ ການເງິນ: ທ້ອນເງິນບໍ່ຄ່ອຍຢູ່ເພາະມີລາຍຈ່າຍຟຸມເຟືອຍຫຼາຍ ໂດຍສະເພາະຄ່າໃຊ້ຈ່າຍເລື່ອງຄວາມງາມ ວຽກງານ: ປ່ຽນໄປໃນທາງທີ່ດີຂຶ້ນເຊັ່ນ: ມີໂອກາດເລື່ອນຂັ້ນ, ໄດ້ຮັບຜິດຊອບວຽກດ້ານທີ່ຢາກເຮັດ ຄວາມຮັກ: ຄົນໂສດ ໄປມັກຄົນອາຍຸໜ້ອຍກວ່າ ໄລຍະນີ້ຈຶ່ງມີຄວາມສຸກເປັນພິເສດ ສ່ວນຄູ່ຮັກ …

Read More »

ຈັດວ່າເດັດ! ຕ້ອງຈັບຕາເບິ່ງໄວ້ເລີຍ ນາງແບບລູກຊອດແຖວໜ້າ ແຕ່ລະຄົນຂໍບອກວ່າ…

ວົງການບັນເທິງບ້ານເຮົາກຳລັງຄຶກຄື້ນຄຶກຄັກ ມີນ້ອງໆນາງແບບໜ້າໃໝ່ ແຈ້ງເກີດມາໃຫ້ເຮົາໄດ້ຕິດຕາມ ຊື່ນຊົມຜົນງານກັນແບບບໍ່ຂາດສາຍ ແລະ ໃນມື້ນີ້ ຊະນີIndy ຈະພາໄປຮູ້ຈັກກັບນ້ອງໆນາງແບບ ຕາໃຫ່ຍ ໜ້າຄົມ ດັງໂມ ສູງຂາວ ເວົ້າແບບນີ້ແນ່ນອນເລີຍວ່າພວກເຂົາເປັນລູກຊອດ ທີ່ມາແຈ້ງເກີດໃນວົງການຕັ້ງແຕ່ອາຍຸຍັງນ້ອຍໆ ໄວລະອ່ອນ (ໂອ້ຍ!!! ສະໄໝເຮົາແຕ່ກີ້ຊໍ່ານີ້ບອກເລີຍວ່າຍັງຫຼິ້ນເຕັ້ນຍາງຢູ່ 555) ເອົ້າ!!! ລອງໄປຮູ້ຈັກແຕ່ລະນາງເບິ່ງເນາະ… ເຈນີນາ ວົງສາລີ ອາຍຸ 16 ປີ ເຈົ້າຂອງລວງສູງ 177 ຊັງຕີແມັດ ເປັນລູກຊອດ ລາວ-ເຢຍລະມັນ ກຳລັງສຶກສາຢູ່ທີ່ ໂຮງຮຽນ ກຽດຕິສັກ ນາໆຊາດ, ຍັງມີດີກຼີເປັນເຖິງນັກກິລາບານບ້ວງທີມນະຄອນຫຼວງ ເຄີຍເຂົ້າແຂ່ງຂັນໃນງານມະຫະກຳກິລານັກຮຽນມັດຖະຍົມຄັ້ງທີ 5 ນົກກົກຄຳເກມ ທີ່ແຂວງ ບໍລິຄຳໄຊ ໂດຍສາມາດຍາດຫຼຽນຄຳມາໄດ້ ແລະ ນອກຈາກນັ້ນ ເຈນນີນາ ຍັງມີຜົນງານດ້ານວົງການບັນເທີງເຊັ່ນ ຖ່າຍແບບ, ເດີນແບບ, ການສະແດງ ແລະ  ເຈນີນາ …

Read More »

ດວງປະຈໍາວັນ ພະຫັດ ,ວັນທີ 31 ພຶດສະພາ  2018

• ວັນອາທິດ. ການເງິນ: ມີເກນວາງແຜນທ້ອນເງິນຫຼາຍຂຶ້ນ ເຮັດໃຫ້ຮູ້ຈັກໃຊ້ຈ່າຍເງິນຫຼາຍຂຶ້ນ ວຽກງານ: ມີເກນຕ້ອງໄດ້ເຮັດວຽກຫຼາຍຢ່າງໃນເວລາດຽວກັນ ວຽກງານ: ຄົນໂສດ ພົບແຕ່ຄົນມາຕົວະໃຫ້ຮັກແລ້ວຖີ້ມ ສ່ວນຄົນມີຄູ່ ຮູ້ສຶກໄດ້ວ່າອີກຝ່າຍປ່ຽນໄປ ແລະ ໝົດໃຈ ເລີຍເຖິງເວລາທີ່ຕ້ອງໄດ້ຕັດສິນໃຈແລ້ວວ່າຈະໄປຫຼືຈະຢູ່ດີ • ວັນຈັນ. ການເງິນ: ລາຍຈ່າຍຫຼາຍ ແຕ່ຍັງດີທີ່ມີລາຍໄດ້ພິເສດເຂົ້າມາ ເຮັດໃຫ້ພໍໝຸນເງິນໄດ້ທັນ ວຽກງານ: ເຮັດວຽກຫຼາຍ ເພາະຕ້ອງຮັບຜິດຊອບວຽກຫຼາຍຂຶ້ນ ຄວາມຮັກ: ຄົນໂສດ ຄວາມຮັກບໍ່ຄ່ອຍໂດດເດັ່ນ ສ່ວນຄົນມີຄູ່ ຮູ້ຢູ່ແກ່ໃຈວ່າເຂົາບໍ່ຄືເກົ່າ ແຕ່ກໍຍັງອົດທົນ ຫວັງວ່າເຂົາຈະກັບມາຮັກທ່ານຄືເກົ່າ  • ວັນອັງຄານ. ການເງິນ: ຖານະດີຂຶ້ນເລື້ອຍໆ ເພາະໄດ້ຜູ້ໃຫຍ່ສະໜັບສະໜູນ ແລະ ພະຍາຍາມຫາວຽກພິເສດມາໃຫ້ເຮັດ ວຽກງານ: ມີເກນໄດ້ບໍລິວານດີຄອຍຊ່ວຍເຫຼືອ ແລະ ຈະຊ່ວຍແບ່ງເບົາພາລະໃຫ້ທ່ານໄດ້ຫຼາຍ ຄວາມຮັກ: ຄົນໂສດ ມີແວວລົມພັດຫວນກັບຄືນໄປຫາຮັກເກົ່າ ແຕ່ສຸດທ້າຍກໍກາຍເປັນຂອງຫຼີ້ນຊົ່ວຄາວຂອງຄົນອື່ນ ສ່ວນຄົນມີຄູ່ ແຟນບໍ່ສົນໃຈ ຍັງໄປວ່ານສະເໜ່ໃຫ້ຄົນອື່ນອີກ • …

Read More »